Homeລົດຍົນ-ຍານພາຫະນະ5 ວິທີດັບຮ້ອນໃຫ້ລົດຂອງທ່ານ

5 ວິທີດັບຮ້ອນໃຫ້ລົດຂອງທ່ານ

Published on

ອາ​ກາດ​ຮ້ອນ​ໆແບບ​ນີ້​ຄົນ​ເຮົາ​ຮ້ອນ​ກໍ​ໄປ​ອາບ​ນ້ຳ ຫຼື ​ໄປ​ຢູ່​ຕາມ​ສະຖານ​ທີ່​ເຢັນໆ ຊຸ່ມ​ຊື່ນ ສຳລັບ​ລົດ​ຍົນ​ຂອງ​ເຮົາ​ມັນ​ໄປ​ເອງ​ບໍ່​ໄດ້​ຈຶ່ງ​ເປັນ​ຫນ້າທີ່​ຂອງ​ເຈົ້າ​ຂອງ​ລົດ ແຕ່​ໄລຍະນີ້​ຫຍັງ​ປະ​ຫຍັດ​ໄດ້​ກໍ​ຄວນ​ປະ​ຫຍັດ​ເຂົ້າ​ສູນ​ຄັ່ງ​ໜຶ່ງ ຢ່າງ​ນ້ອຍ​ຄິດ​ຄ່າ​ແຮງ​ໄປ​ແລ້ວ​ເປັນ​ 20.000 ກີບ ມື້​ນີ້​ທີມ​ງານ​ຈຶ່ງ​ມາ​ແນະ​ນຳ​ການ​ເບິ່ງແຍງ​ລົດ​ຍົນເບື້ອງ​ຕົ້ນ​ໃນ​ໜ້າຮ້ອນ ເຊີ່ງ​ຫຼາຍ​ທ່ານ​ອາດຈະ​ມີ​ຄວາມ​ຮູ້​ກັນ​ດີ​ຢູ່​ແລ້ວ ແຕ່​ທີມ​ງານ​ນຳ​ມາ​ເສີມ​ເຜື່ອ​ບາງ​ທ່ານ​ອາດຈະ​ລືມໆກັນ​ໄປ​ໃຫ້​ໄດ້​ເຕືອນ​ສະຕິ​ກັນ​ກ່ອນຕິດຈັກລົດ

**ຟີມຮອງ​ແສງ​ກັນ​ໄດ້​ຊ່ຳໃດ**

ວິທີ​ຍອດ​ຮິດ​ຂອງ​ຄົນ​ອັນ​ດັບ​ໜຶ່ງ​ທີ່​ຈະ​ຊ່ວຍ​ລຸດ​ຄວາມ​ຮ້ອນ​ຈາກ​ແສງ​ແດດ​ໄດ້​ຄື​ການ​ຕິດຕັ້ງ​ຟິມ​ກັນ​ແສງ ແຕ່​ໃນ​ຕະ​ຫຼາດ​ບ້ານເຮົາ​ມີ​ຢູ່​ຫຼວງຫຼາຍ​ຫຼາຍ​ຍີ່​ຫໍ້ ຄວນ​ມີ​ວິທີ​ພິຈາລະນາ​ເລືອກ​ຕິດ​ຕັ້ງ​ຟີມ​ກັນ​ແສງ​ໃຫ້​ຄຸ້ມ​ຄ່າຢ່າງ​ທຳອິດທີ່​ເຮົາ​ຄວນ​ຄຳ​ນຶງ​ ຄື ຄຸນນະພາບ​ຟິມກັນ​ແສງ​ທີ່​ມີ​ຄຸນນະພາບ​ດີນັ້ນ ຄຸນສົມບັດ​ຕ່າງໆ ຂອງ​ຟິມ ເຊັ່ນ ຊ່ວຍ​ລຸດ​ຄວາມ​ຮ້ອນ, ຊ່ວຍລຸດ​ລັງສີ​ອຸນ​ຕ້າ​ໄວ​ໂອ​ເລດ, ຊ່ວຍລຸດສະ​ທ້ອນ​ແສງ ຊຶ່ງ​ຟິມກັນແສງ​ຕິດ​ລົດ​ຍົນຄຸນນະພາບ​ດີ​ນັ້ນ ພົບ​ວ່າ​ສາມາດ​ລຸດ​ຄວາມ​ຮ້ອນ ຈາກ​ແສງ​ແດດ​ໄດ້​ສູງ​ສຸດ​ພຽງ 68% ເທົ່າ​ນັ້ນ ຫາກ​ມີ​ການ​ໂຄສະ​ນາ​ວ່າ​ສາມາດ​ລຸດ​ຄວາມ​ຮ້ອນ​ໄດ້​ສູງ​ກວ່າ​ນີ້ ນັ້ນ​ຄວນ​ເພີ່ມ​ຄວາມ​ລະ​ມັດ​ລະ​ວັງ ສ່ວນ​ຂັ້ນ​ຕອນ​ການ​ຕິດ​ຕັ້ງ ຕ້ອງ​ໄປ​ຮັບ​ການ​ຕິດ​ຕັ້ງ​ທີ່​ສູນ​ຕົວ​ແທນຈຳ​ໜ່າຍ​ ແລະ ​ຕິດ​ຕັ້ງ​ຢູ່ບ່ອນທີ່​ໄດ້ຮັບ​ຫນັງສືແຕ່ງ​ຕັ້ງ​ຢ່າງ​ເປັນ​ທາງ​ການຈາກ​ບໍລິສັດ​ຜູ້​ນຳ​ເຂົ້າ​ທີ່​ຍັງ​ບໍ່​ໝົດ​ອາຍຸ ເພື່ອ​ໃຫ້​ໄດ້​ຟິມກັນ​ແສງ​ທີ່​ມີ​ຄຸນນະພາບ​ຂອງ​ແທ້

**ຍືດ​ອາ​ຍຸ​ແອລ໌​ລົດ​**

ລົດ​​ສະໄໝ​ໃໝ່ເກືອບ​ບໍ່​ຕ້ອງ​ວຸ້ນວາຍ​ຫຼາຍ ພຽງ​ເບິ່ງ​ຈຸດ​ນ້ອຍໆ ສາມາດ​ຍືດ​ອາ​ຍຸ​ການ​ໃຊ້​ງານ​ໄດ້ ເຊັ່ນ ບໍ່​ປັບ​ຕຳແໜ່ງ​ຂອງ​ເທີລ໌​ໂມດ​ຕັດ​ໄປ​ທີ່ Cool ຢູ່​ຕະຫຼອດ​ເວລາ ຈະ​ຊ່ວຍ​ຖະ​ໜອມ​ຄອມ​ເພດ​ເຊີລ໌​ບໍ່​ໃຫ້​ເຮັດວຽກ​ໜັກ​ຕະຫຼອດ​ເວລາ ຫຼື ​ບໍ່​ເປີດ​ກະ​ຈົກ​ເມື່ອ​ເປີດ​ແອລ໌ ເພາະ​ຄອມ​ເພດ​ເຊີລ໌​ເຮັດວຽກ​ໜັກ ຕໍ່​ມາ​ອາດ​ໃຊ້​ວິທີ​ປິດ​ການເຮັດວຽກງານ​ຂອງ​ຄອມ​ແອລ໌ ແຕ່​ຍັງ​ເປີດ​ພັດ​ລົມຢູ່ ນອກ​ຈາກ​ນີ້​ຢ່າ​ລືມ​​ລ້າງ​​ແອລ໌​ປະ​ມານ​ທຸກ​ໆ 1 ປີ ຫຼື ເກືອບ 20, 000

**ໂອ​ເວີລ໌​ຮີດ!!… ປ້ອງ​ກັນ​ໄດ້**

ກ່ອນ​ຂັບ​ຂີ່ ຜູ້​ຂັບ​ຂີ່​ຄວນ​ໝັ່ນ​ກວດ​ສອບ​ລະ​ດັບ​ນ້ຳ​ໃນ​ໝໍ້​ນ້ຳ ຫາກ​ເປັນ​ລົດ​ໃໝ່ ຄວນ​ກວດ​ສອບ​ຢ່າງ​ນ້ອຍ​ອາທິດ​ລະ 1 ເທື່ອ ສ່ວນ​ລົດ​ທີ່​ມີ​ອາ​ຍຸ​ການ​ໃຊ້​ງານ​ເກີນ 5 ປີ ຄວນ​ກວດ​ສອບ 2 – 3 ເທື່ອ​ຕໍ່​ອາທິດ ໝັ່ນ​ເຕີມ​ນ້ຳ​ສະ​ອາດ ແລະ​ຖ່າຍ​ນ້ຳ​ໃນ​ໝໍ້​ນ້ຳ​ຖິ້ມ​ທຸກ 4 – 6 ເດືອນ ຄະນະ​ຂັບ​ຂີ່​ສາມາດ​ສັງເກດ​ອາ​ການ ເຄື່ອງ​ຍົນຮ້ອນ​ຫຼາຍ ໄດ້​ຈາກ​ເຂັມ​ວັດ​ອຸນຫະພູມ​ທີ່​ໜ້າ​ປັດ ໂດຍ​ປົກກະຕິ​ຈະ​ຢູ່​ລະຫວ່າງ​ໂຕ C ແລະ H ຫຼື 85 – 90 ອົງ​ສາ​ ຖ້າຫາກ​ເຂັມ​ວັດ​ອຸນຫະພູມ​ເຄື່ອນ​ມາ​ຢູ່​ໃກ້​ໂຕ H ສະແດງ​ວ່າ​ເຄື່ອງ​ຮ້ອນ​ຫຼາຍ ໃຫ້​ຮີບ​ປິດ​ແອລ໌​ເພື່ອ​ລຸດ​ການເຮັດວຽກຂອງ​ເຄື່ອງ​ ​ແລະ​ ນຳ​ລົດ​ຈອດ​ເຂົ້າ​ຂ້າງ​ທາງ ໃນ​ບໍລິເວນ​ທີ່​ປອດ​ໄພ​ໃນ​ທັນ​ທີ ແລະ​ຮີບ​ເປີດ​ຝາ​ກະ​ໂປງ​ລົດ ເພື່ອ​ລະບາຍ​ຄວາມ​ຮ້ອນ​ອອກຈາກ​ຫ້ອງ​ເຄື່ອງ ຫາກ​ມີ​ໄອ​ນ້ຳ​ພຸ່ງ​ຂຶ້ນ​ມາ ຈາກ​ຝາ​ກະ​ໂປງ​ລົດ ຄວນ​ລໍຖ້າ​ຈົນ​ຄວາມ​ຮ້ອນ​ຂອງ​ເຄື່ອງ​ລຸດລົງແລ້ວ​ຈຶ່ງ​ຄ່ອຍ​ເປີດ​ຝາ​ກະ​ໂປງ​ລົດ ບໍ່​ເປີດ​ຝາ​ໝໍ້​ນ້ຳ​ໃນ​ຂະນະ​ທີ່​ເຄື່ອງ​ຮ້ອນ​ເກີນໄປ ເພາະ​ໄອ​ນ້ຳ​ອາດ​ພຸ່ງ​ຂຶ້ນມາຈົນ​ເຮັດໃຫ້​ບາດ​ເຈັບ​ໄດ້ ແລະ​ ຫ້າມ​ຖອກນ້ຳ​ໃສ່​ເຄື່ອງ​ຍົນຕ໌ ເພາະ​ຈະ​ເຮັດໃຫ້​ເຄື່ອງ​ຍົນຕ໌​ເສຍ​ຫາຍ

**ຈອດ​ຕາກ​ແດດ​ບໍ່​ຕ້ອງ​ຢ້ານ**

ການ​ລຸດ​ຄວາມ​ຮ້ອນ​ໃນ​ຫ້ອງ​ໂດຍ​ສານ​ຫາກ​ຈອດ​ລົດ​ຕາກ​ແດດ​ເປັນ​ເວລາ​ນານ ພາຍ​ໃນ​ຫ້ອງ​ໂດຍ​ສານ​ຈະ​ມີ​ຄວາມ​ຮ້ອນ​ສະ​ສົມ ວິທີ​ລຸດ​ຄວາມ​ຮ້ອນ​ຄື ເປີດ​ກະ​ຈົກ​ໜ້າ​ຕ່າງ ຝັ່ງ​ກົງ​ຂ້າມ1ບານ (ດ້ານ​ໜ້າ) ແລ້ວ​ເປີດ​ປະ​ຕູ​ລົດ​ທັງ​ດ້ານ​ໜ້າ​ດ້ານ​ຫຼັງ ແລະ​ປິດ​ເຮັດ​ຊ້ຳໆ 4- 5 ເທື່ອ (ບໍ່​ຕ້ອງ​ແຮງ​ຫລາຍ) ໃນ​ຂະນະ​ທີ່​ເຮົາ​ເປີດ​ປະ​ຕູ​ອາ​ກາດ​ພາຍ​ນອກ ຈະ​ໄຫຼ​ຜ່ານ​ຊ່ອງ​ໜ້າ​ຕ່າງ​ທີ່​ເຮົາ​ເປີດ​ເອົາ​ໄວ້ ຈະ​ເຮັດໃຫ້​ອາ​ກາດ ພາຍ​ໃນ​ຫ້ອງ​ໂດຍ​ສານ​ຖືກ​ດຶງ​ອອກ​ໄປ ຈາກ​ຜົນ​ການ​ທົດສອບ​ສາມາດ ລຸດ​ອຸນຫະພູມ​ລຸດ​ລງ 4- 5 ອົງສາ ຫຼື ​ຖ້າ​ເຈົ້າ​ຈອດ ໃນ​ທີ່​ທີ່​ປອດ​ໄພ​ສາມາດ ລຸດ​ກະ​ຈົກ​ທຸກ​ບານ​ລົງ 1-2 ມມ. ເພື່ອ​ໃຫ້​ອາ​ກາດ​ຖ່າຍ​ເທ​ໄດ້​ສະ​ດວກ

**ລ້າງ​ລົດ​ໃຫ້​ຖືກ​ວິທີ**

ເຄັດ​ລັບ​ວິທີ? ການ​ລ້າງ​ລົດ​ປິ່ນປົວ​ຜິວ​ລົດ ໃຫ້​ງາມ​ສະ​ອາດ​ ເລີ່ມ​ຈາກ​ສີດ​ນ້ຳ​ໃຫ້​ແຮງ​ທີ່ສຸດ​ເພື່ອ​ໃຫ້​ຄາບ​ຝຸ່ນ​ຂີ້​ດິນ ແລະ​ສິ່ງ​ສົກກະປົກ​ຕ່າງໆ ຫຼຸດ​ອອກຈາກ​ໃນໂຕ​ລົດ​ໃຫ້​ຫຼາຍ​ທີ່ສຸດ ລ້າງ​ດ້ວຍ​ນ້ຳ​ເປົ່າ​ກໍ​ສະ​ອາດ​ພຽງ​ພໍ​ແລ້ວ ແຕ່​ອາດ​ຕ້ອງ​ໃຊ້​ແຮງ ໃນ​ການ​ຂັດ​ຖູ​ຫຼາຍ​ ຖ້າ​ຢາກ​ໃຫ້​ລ້າງ​ງ່າຍ​ຂຶ້ນ ສະ​ອາດ​ໃສ​ປິ໊ງ ກໍ​ໃຫ້​ໃຊ້​ແຊມ​ພູ​ລ້າງ​ລົດ​ຮ່ວມ​ກັນ ການ​ລ້າງ​ລົດ​ເລື້ອຍໆ ເຮັດໃຫ້​ສີ​ຂອງ​ລົດ​ເບິ່ງ​ສົດ​ໃສ​ຕະ​ຫຼອດ ແຕ່​ທັງ​ນີ້​ບໍ່​ຄວນ​ລ້າງ​ລົດ​ໃນ​ຕອນ​ເຢັນ ເພາະ​ຫາ​ກລ້າງແລ້ວ​ຈອດ​ຖິ້ມ​ໄວ້ ອາດ​ເຮັດໃຫ້​ເກີດ​ຂີ້ໝ້່ຽງໃນ​ຈຸດ​ທີ່​ເຊັດ​ບໍ່​ແຫ້ງ ບໍ່​ຄວນ​ລ້າງ​ລົດ​ກາງ​ແດດ ເພາະ​ແສງ​ແດດ​ຈະ​ເຮັດໃຫ້​ນ້ຳ​ແຫ້ງ​ໄວ ຈົນ​ເຊັດ​ບໍ່​ທັນ​ເຊີ່ງ​ອາດ​ເຮັດໃຫ້​ເກີດ​ຄາບ​ນ້ຳ​ເທິງ​ຜິວ​ສີລົດໄດ້

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...