spot_img
Homeວິທະຍາສາດ-ວິທະຍາການແມ່ນແທ້ຫຼືບໍ່!!! ລ້ຽງແມວທີ່ບ້ານອາດເຮັດໃຫ້ລູກຫຼານບໍ່ສະຫຼາດໄດ້

ແມ່ນແທ້ຫຼືບໍ່!!! ລ້ຽງແມວທີ່ບ້ານອາດເຮັດໃຫ້ລູກຫຼານບໍ່ສະຫຼາດໄດ້

Published on

ຈາກ​ລາຍ​ງານ​ຂອງ​ເມ​ໂຊ ນັກ​ວິ​ໄຈ​ຈາກ​ມະຫາ​ວິທະຍາ​ໄລໄອ​ໂອວາ ແລະ​ມະຫາ​ວິທະຍາ​ໄລ​ນານາ​ຊາດ​ຟໍລິ​ດາ​ ອ້າງວ່າແມ່ທ້ອງ​ທີ່​ອາໄສ​ຢູ່ໃນ​ຂີ້​ແມວ​ສົ່ງ​ຜົນ​ກະທົບ​ຢ່າງ​ຮ້າຍແຮງ​ຕໍ່​ຜົນ​ການ​ຮຽນ​ຂອງ​ເດັກໆ

ຈາກ​ການ​ທົດສອບ​ກັບ​ເດັກໆ​ໃນ​ເກນອາຍຸ 12-16 ປີ ຈຳ​ນວນ 1755 ຄົນ ນັກ​ວິ​ໄຈ​ພົບ​ວ່າ Toxoplasma gondii ໂປ​ໂຕ​ຊົວ​ແມ່ທ້ອງ​ຊະນິດ​ໜຶ່ງ​ທີ່​ມີ​ຢູ່ໃນ​ຂີ້​ແມວ ອາດ​ເປັນ​ສ່ວນ​ທີ່​ສ້າງ​ບັນຫາ​ຄວາມ​ເສື່ອມ​ຖອຍ​ຂອງ​ຄວາມ​ສາມາດ​ໃນ​ການ​ອ່ານ​ແລະ​ຄວາມ​ຈຳ​ຂອງເດັກໆ​ໃນ​ໄວ​ຮຽນ ແລະ​ແມ່ທ້ອງ​ຊະນິດ​ດຽວ​ກັນ​ນີ້​ຍັງ​ເຄີຍ​ຖືກ​ອ້າງ​ວ່າ​ມີ​ສ່ວນ​ເຮັດໃຫ້​ເກີດ​ອາການໂລກຈິດ ​ໃນ​ການວິ​ໄຈ​ກ່ອນ​ໜ້າ​ນີ້​ອີກ​ນຳ

ທັງ​ນີ້​ມີ​ຜູ້​ຄົນ​ຫລັກ​ພັນ​ລ້ານ​ຄົົນທີ່​ຕິດ​ເຊື້ອ​ປິ​ສິດ​ຊະນິດນີ້ ( ລາຍ​ງານ​ອ້າງ​ວ່າ​ຄິດ ເປັນ​ສັດ​ສ່ວນ​ກວ່າ 1 ໃນ 3 ຂອງ​ປະຊາກອນ​ໂລກ ) ເຊຶ່ງ​ມັກ​ຈະ​ແພ່​ກະ​ຈາຍ​ຈາກ​ແມວ​ທີ່​ເປັນ​ສັດ​ລ້ຽງ​ໃນ​ບ້ານ ຜ່ານ​ການ​ສຳ​ຜັດ​ກັບ​ຂີ້ຂອງມັນ

ເຖິງ​ຂະນະນີ້ ຜູ້​ຕິດ​ເຊື້ອ​ສຸຂະພາບ​ດີ​ສ່ວນ​ໃຫຍ່​ບໍ່​ໄດ້ຮັບ​ຜົນ​ກະທົບ​ທີ່​ຮ້າຍແຮງ​ຈາກ​ແມ່ທ້ອງ​ຊະນິດນີ້ ແຕ່​ໃນ​ປະຊາຊົນ​ທີ່​ພູ​ມ​ຄຸ້ມ​ກັນ​ຕ່ຳ​ແມ່ທ້ອງ​ຕົວ​ນີ້​ອາດ​ເຮັດ​ອັນຕະລາຍ​ແກ່ສະຫມອງ​ຂອງ​ຜູ້​ຕິດ​ເຊື້ອ​ໄດ້

ແມ່ທ້ອງ​ຊະນິດ​ນີ້​ສາມາດ​ພົບ​ໄດ້​ທັງ​ໃນ​ສະຫມອງ​ແລະ​ກ້າມ​ເນື້ອເ​ຊຶ່ງ​ນັກ​ວິ​ໄຈ​ພົບ​ວ່າ​ໜູ​ທີ່​ຕິດ​ເຊື້ອ​ດັ່ງ​ກ່າວ​ສົ່ງ​ຜົນ​ໃຫ້​ເກີດ​ການ​ປ່ຽນ​ແປງ​ດ້ານ​ພຶດຕິກຳ​ໄດ້

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...