spot_img
Homeວິທະຍາສາດ-ວິທະຍາການໃຜຄື 10 ນັກວິທະຍາສາດຍິງທີ່ເກັ່ງທີ່ສຸດໃນໂລກ

ໃຜຄື 10 ນັກວິທະຍາສາດຍິງທີ່ເກັ່ງທີ່ສຸດໃນໂລກ

Published on

ສະໄໝ​ເຮົາ​ຮຽນຢູ່ ເຮົາ​ກໍ​ຮູ້​ກັນ​ດີ​ຢູ່​ແລ້ວ​ວ່າ ນັກ​ວິທະຍາ​ສາດ​ຕ໌ເປັນ​ບຸກ​ຄົນ​ທີ່ສຸດ​ຍອດ​ຫຼາຍ! ຖ້າ​ໃຜ​ເຄີຍ​ຜ່ານ​ວິຊາ ຟິ​ສິກສ໌ ເຄມີ ຊີວະ ມາ​ໄດ້​ກໍ​ພໍ​ຈະ​ຮູ້​ວ່າ​ມັນ​ຍາກ​ຊ່ຳໃດ ແຕ່​ກໍ​ບໍ່​ເຮັດໃຫ້​ນາງ​ເຫຼົ່າ​ນີ້​ຕ້ອງຖອຍ ເພາະ​ນາງ​ຄື 10 ນັກ​ວິທະຍາ​ສາດ​ທີ່​ເກັ່ງ​ທີ່ສຸດ​ໃນ​ໂລກ ຖ້າໃຜ​ຍັງ​ບໍ່​ຮູ້​ຈັກ​ພວກ​ນາງມື້ນີ້ Laopost ເອົາ​ມາ​ຝາກ​


ອັບ​ດັບທີ່ 1 Marie Curi e

ມາລີ ກູລີ ຊາວ​ໂປ​ແລນດ໌ ເປັນ​ນັກ​ເຄ​ມີ​ຜູ້​ຄົ້ນ​ພົບ​ລັງສີ​ເລ​ດ່ຽມ ທີ່​ໃຊ້​ຍັບ​ຍັ້ງ​ການ​ຂະຫຍາຍ​ຕົວ​ຂອງ​ມະ​ເຮັງ ເຊຶ່ງ​ເປັນ​ພະຍາດ​ຮ້າຍ​ທີ່​ບໍ່​ສາມາດ​ປິ່ນປົວ​ໃຫ້​ຫາຍ​ຂາດ​ໄດ້ ແຕ່​ມີ​ອັດຕາ​ການ​ຕາຍ​ຂອງ​ຄົນ​ໄຂ້​ເປັນ​ອັນ​ດັບ​ໜຶ່ງ​ມາ​ທຸກ​ຍຸກ​ສະ​ໄໝ ດ້ວຍ​ຜົນ​ງານ​ທີ່​ມີ​ຄວາມ​ສຳຄັນ​ຕໍ່​ມະນຸດສະຍະຊາດ​ເຫຼົ່ານີ້ ເຮັດໃຫ້​ມາລີ ກູ​ລີ​ໄດ້ຮັບ​ລາງ​ວັນ​ໂນ​ເບນເ​ຖຶງ 2 ເທື່ອ​ດ້ວຍ​ກັນ

ອັບ​ດັບທີ່ 2 Maria Goeppert-Maye r

Maria Gertrude Kate Goeppert ເປັນ​ຊື່​ເຕັມ​ໃນ​ໄວ​ເດັກ​ຂອງ Maria Mayer ຊາວ​ເຍ​ລະ​ມັນ​ຜູ້​ມີ​ຜົມ​ສີບ​ອນ ຕາ​ສີ​ຟ້າ ມີ​ນິ​ໄສ​ເຄັ່ງ​ຂຶມ ແລະ​ມັກ​ອ່ານ​ໜັງ​ສື ມີ​ປະຫວັດ​ການ​ຮຽນ​ໃນ​ເລື່ອງ​ຄວາມ​ສາມາດ​ດ້ານ​ພາສາ​ແລະ​ຄະ​ນິດ​ສາດ​ ນອກ​ຈາກ​ຈະ​ມີ​ຊື່​ສຽງ​ດ້ານ​ການ​ວິ​ໄຈ​ຄະ​ນິດ​ສາດ​ແລ້ວ ການ​ວິ​ໄຈ​ດ້ານ​ຟິ​ສິກສ໌​ທິດສະດີ​ຂອງ​ນາງກໍ​ໂດ່ງ​ດັ່ງ​ບໍ່​ໜ້ອຍໜ້າ ໂດຍ​ນາງ​ຈຶ່ງ​ອຸ​ທິດ​ຕົວ​ຮຽນ​ຟິ​ສິກສ໌​ຈົນ​ສຳ​ເລັດ​ປະລິນ​ຍາ​

ອັບ​ດັບທີ່ 3 Trotula of Salern o

Trotula of Salerno ຊາວ​ອິ​ຕາລີ ໜຶ່ງ​ໃນ​ນັກ​ວິທະຍາ​ສາດ​ຍິງ​ທີ່​ມີ​ຊື່​ສຽງ​ຫຼາຍ​ທີ່ສຸດ​ຂອງ​ທົດສະວັດທີ່ 11 Trotula ຂຽນ​ຫນັງສື​ຫຼາຍ​ເຫຼັ່ມ​ກ່ຽວກັບ​ການ​ແພດ​ແລະ​ສຸກຂະພາບ​ຂອງແມ່ຍິງ ເປັນ​ທີ່​ເຊື່ອ​ກັນ​ວ່າ​ນາງ​ເປັນ​ໜຶ່ງ​ໃນ​ແພດ​ຂອງ Salerno (ໂຮງຮຽນ​ແພດ Salerno) ແລະ​ນາງ​ຍັງມີ​ສ່ວນ​ສຳຄັນ​ໃນ​ການ​ຮ່ວມ​ສ້າງ​ຄວາມ​ຮູ້​ທາງ​ການ​ແພດ

ອັບ​ດັບທີ່ 4 Virginia Apga r

Virginia Apgar ແພດ​ຍິງ​ຊາ​ວອາເມ​ລິ​ກັນ​ທີ່​ມີ​ຊື່​ສຽງ ນາງ​ເປັນ​ທີ່​ຮູ້​ຈັກ​ກັນ​ເປັນ​ຢ່າງ​ດີ​ໃນ​ຖານະ​ຜູ້​ບຸກ​ເບີກ​ຂອງ​ໃນ​ການ​ໃຊ້ “Apgar Score” ມັນ​ຄື​ເກນ​ການ​ວັດ​ຄວາມ​ສົມບູນ​ຂອງ​ເດັກນ້ອຍ​ແຮກ​ເ​ກີດ ເຊຶ່ງ​ສາມາດ​ຫຼຸດ​ອັດຕາ​ການ​ເສຍຊີວິດ​ຂອງ​ເດັກ​ລົງ​ໄດ້​ຢ່າງ​ມະຫາ​ສານ

ອັບ​ດັບທີ່ 5 Rachel Carso n

ລາ​ເຊລ ຫຼຸຍສ໌ ຄາລ໌​ສັນ ຊາ​ວອາ​ເມ​ລິ​ກັນ ນັກ​ທຳມະຊາດ​ວິທະຍາ​ແລະ​ນັກ​ລົນນະ​ລົງນາງ​ມີ​ຜົນ​ງານ​ຂຽນ​ອອກ​ມາ​ຫຼາຍ​ ໂດຍ​ສະເພາະ​ຫນັງສື​ທີ່​ກ່ຽວກັບ​ຊີວ​ະວິທະຍາ​ທາງ​ທະ​ເລ​ສົ່ງ​ອິດທິພົນ​ສູງ​ ຫນັງສື​ເຫຼັ້ມ​ສຳຄັນ​ຊື່ ຄວາມ​ງຽບ​ໃນ​ລະດູ​ໃບ​ໄມ້​ຫຼົ່ນ (The Silent Spring) ໄດ້​ສ້າງ​ຜົນ​ກະທົບ​ສູງ​ສຸດ​ຕໍ່​ສາທາລະນະ​ຊົນ​ໃນ​ດ້ານ​ການ​ຕະ​ໜັກ​ເຖິງ​ຜົນ​ກະທົບ​ແລະ​ໄພ​ຂອງ​ຢາ​ຂ້າແມງໄມ້ ​ທີ່​ໃຊ້​ຫຼາຍ​ໃນ​ພາກ​ການກະເສດຂອງສະຫາລັດ ສົ່ງ​ຜົນ​ໃຫ້​ມີ​ການ​ລົນ​ນະລົງດ້ານ​ສິ່ງ​ແວດ​ລ້ອມ​ຢ່າງ​ກວ້າງ​ຂວາງ​ໄປ​ທົ່ວ​ສະ​ຫາລັດ ແລະ​ທົ່ວ​ໂລກ​ໂດຍ​ມີ​ລາ​ເຊນ​ເປັນ​ຜູ້​ນຳ​ຄົນ​ສຳ​ຄັນ ເປັນ​ຜົນ​ໃຫ້​ລິ​ຊາລ໌ດ ນິກ​ສັນ ຕ້ອງ​ຈັດ​ຕັ້ງ​ຫນ່ວຍ​ງານ​ໃໝ່​ຂຶ້ນ​ມາ​ເພື່ອ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ໃນ​ລະ​ດັບ​ຊາດ​ໃນປີ ພ.ສ. 2512ຫນັງສື​ຊື່ The Silent Spring ໄດ້ຮັບ​ການ​ຈັດ​ເປັນ​ໜັງ​ສື 1 ໃນ 100 ເຫຼັ້ມ​ທີ່​ດີ​ທີ່ສຸດ​ຂອງ​ໂລກ​ຂອງ​ຄິດຕ໌​ທົດສະ​ວັດທີ່ 20 ສະພາ​ວິ​ໄຈ​ແຫ່ງ​ຊາດ​ໄດ້​ຈັດ​ແປ​ຫນັງສື​ເຫຼັ້ມນີ້​ມາ​ດົນ​ກ່ອນ​ໜ້ານີ້ ໂດຍ​ໃຊ້​ຊື່​ວ່າເງົາ​ມະ​ລືດຕະຍູ

ອັນ​ດັບທີ່ 6 Gertrude Belle Elio n

Gertrude B. Elion ນັກ​ວິທະຍາ​ສາດ​ຍິງ​ຊາ​ວອາເມ​ລິ​ກັນ ຜູ້​ຫລາຍ​ຄວາມ​ສາມາດ​ຜົນ​ງານ​ຂອງ​ນາງ​ຫລາຍ​ຊິ້ນ​ນັບ​ເປັນ​ປະ​ໂຫຍດ ແກ່​ວົງ​ການ​ແພດ​ຢ່າງ​ຫລາຍ​ນາງ​ເປັນ​ເຈົ້າ​ຂອງ​ລາງ​ວັນ​ໂນ​ເບນ​ໃນປີ 1988 ນາງ​ບໍ່​ໄດ້​ຈົບ​ການສຶກສາ​ໃນ​ລະ​ດັບ​ປະລິນ​ຍາ​ເອກ ແຕ່​ຜົນ​ງານ​ຂອງ​ນາງ​ເປັນ​ສິ່ງ​ຢືນຢັນ​ຄວາມ ສາມາດ​ໄດ້​ເປັນ​ຢ່າງດີ

ອັນ​ດັບທີ່ 7 Jane Goodal l

ເຈນ ກູດ​ດອນລ໌ ນັກ​ສັດ​ວິທະຍາ ມະນຸດວິທະຍາ​ ແລະ ​ວາ​ນອນ​ວິທະຍາ​ຊາວ​ອັງ​ກິດ ມີ​ຊື່​ສຽງ​ຈາກ​ໂຄງ​ການສຶກສາ​ພຶດຕິກຳ​ທາງ​ສັງຄົມ​ແລະ​ຄອບຄົວ​ຂອງ​ລິງຊິມ​ແປນຊີ ທີ່​ອຸດ​ທະຍານ​ແຫ່ງ​ຊາດ​ກອມ​ເບ ສະຕີມ ປະເທດ​ແທນ​ຊາ​ເ​ນຍ ໂດຍ​ເລີ່ມ​ຈາກ​ການ​ເປັນ​ຜູ້​ຊ່ວຍ​ຂອງ ດລ. ຫລຸຍສ໌ ລີກຄີ ນັກ​ບັບ​ຊີ​ວິນ​ວິທະຍາ​ຊື່​ດັ່ງ​ຊາວ​ເຄນ​ຍາ

ນາງ​ເປັນ​ຜູ້​ກໍ່​ຕັ້ງ​ສະ​ຖາ​ບັນ​ເຈນ ກູດ​ດອນລ໌​ເພື່ອ​ສະໜັບສະໜູນ​ການ​ວິ​ໄຈ ປົກ​ປ້ອງ​ຖິ່ນ​ທີ່​ຢູ່​ອາ​ໄສ ແລະ​ປ້ອງ​ກັນ​ລີງຊິມ​ແປນ​ຊີ​ຈາກ​ການ​ຖືກ​ລ່າ ນາງ​ໄດ້ຮັບ​ພະ​ລາດຊະທານ​ເຄື່ອງ​ລາດ​ອິ​ສິ​ຢາ​ພົນນ໌ “Dame Commander of the British Empire” ຈາກ​ສົມ​ເດັດ​ພະ​ລາ​ຊິ​ນີ​ນາ​ຖໍ​ລິ​ຊາ​ເບດທີ່ 2 ເມື່ອປີ ພ.ສ. 2547 ແລະ​ໄດ້ຮັບ​ຈາກ​ການ​ແຕ່ງ​ຕັ້ງ​ຈາກ​ອົງຄ໌​ການ​ສະ​ຫະ​ປະ​ຊາ​ຊາດ​ໂດຍ​ນາຍ​ໂຄຟີ ອັນ​ນັນ ໃຫ້ເປັນ​ທູດ​ສັນ​ຕິ​ພາບ ຕັ້ງ​​ແຕ່ ພ.ສ. 2545 ກູດ​ດອນລ໌ ເປັນ​ທີ່​ຮູ້​ຈັກ​ວ່າ​ເປັນ​ໜຶ່ງ​ໃນ​ສາມ “ນາງ​ຟ້າ​ຂອງ​ລີກຄີ” (Leaky’s Angels) ເປັນ​ສາ​ຢາ​ທີ່​ຕັ້ງ​ຮຽນ​ແບບ​ລາຍ​ການ​ໂທລະທັດ “ນາງ​ຟ້າ​ຊາລ໌ລີ” (Charlie’s Angels) ທີ່​ໂດ່ງ​ດັ່ງ​ໃນປີ ພ.ສ. 2519-2524 ຮ່ວມ​ກັບ​ໄດ​ແອນ ຟອດ​ຊີ ເຊຶ່ງ​ສຶກ​ສາ​ເລື່ອງ​ກໍ​ລິລ່າ ແລະ​ບີ​ລູ​ເຕ ກັນ​ດີ​ກັດສ໌ ເຊຶ່ງ​ສຶກ​ສາ​ເລື່ອງ​ອຸ​ລັງ​ອຸ​ຕັງ

ອັນ​ດັບທີ່ 8 Ada Lovelac e

ເອດາ ໄບ​ລ່ອນ ເລີບເລດ ຊາວ​ອັງ​ກິດ ນາງ​ຄື​ໂປ​ແກມ​ເມີລ໌​ຄົນທຳອິດ​ຂອງ​ໂລກ ນາງ​ຖືກ​ລ້ຽງ​ໃຫ້ເປັນ​ຜູ້ຍິງ​ສະໄໝ​ໃໝ່​ແລະ​ໃຫ້​ສຶກ​ສາ​ດ້າ​ນຄະ​ນິດ​ສາດ​ແລະ​ວິທະຍາ​ສາດ​ຕ່າງ​ໄປ​ຈາກ​ກຸນ​ຜູ້ຍິງໃນ​ຕະກູນ​ໃຫຍ່ໆ ຂອງ​ອັງ​ກິດທົ່ວໄປ

ນາງ​ສົນ​ໃຈ​ແນວ​ຄິດ​ນີ້​ຂອງ ຊາລ໌​ລສ ແບບ​ເບຈ໌ ວ່າ “what if a calculating engine could not only foresee but could act on that foresight” (ຈະ​ເປັນ​ແນວໃດ ຖ້າ​ຫາກ​ເຄື່ອງ​ຄິດໄລ່​ບໍ່​ພຽງ​ແຕ່ສາມາດ​ຮັບຮູ້​ໄດ້ ຫາກ​ແຕ່​ສາມາດ​ຕອບສະຫນອງ​ຕໍ່​ການ​ຢາກ​ຮູ້​ນັ້ນ​ໄດ້​ ຈົນ​ອາ​ສາ​ທີ່​ຈະ​ຊ່ວຍ​ພັດ​ທະນາ ໂດຍ​ສິ່ງ​ທີ່​ນາງ​ເຮັດ​ຄື ການສ້າງ​ພາສາ​ສຳລັບ​ເຄື່ອງ​ວິ​ເຄາະ (analytical engine) ຂອງ​ແບບ​ເບຈ ຫລັງ​ຈາກ​ທີ່​ນາງ​ແຕ່ງ​ງານ​ທັງ​ເອ​ດາ​ແລະ​ແບບ​ເບຈ ຍັງ​ເປັນ​ໝູ່​ກັນ​ທາງ​ຈົດ​ໝາຍ ແລະ​ແລກ​ປ່ຽນ​ຄວາມ​ເຫັນ​ເລື່ອງ​ເຄື່ອງ​ວິ​ເຄາະ​ຢ່າ​ງສະໝ່ຳສະເໝີ

ໂດຍ​ຈົດຫມາຍ​ຂອງ​ທັງ​ສອງ​ຖືກ​ເກັບ​ໄວ້​ຢ່າງ​ດີ​ໃນ​ຍຸກນີ້ ເພາະ​ມີ​ຂໍ້​ມູນ​ໜ້າ​ສົນ​ໃຈ​ຫຼາຍ (ທັງ​ເລື່ອງ​ຈິງ ແລະ​ຈິ​ນຕະ​ນາ​ການ) ເຊັ່ນ ເອ​ດາ​ບອກ​ວ່າ ນາງ​ເຊື່ອ​ວ່າ​ຕໍ່ໄປ​ເຄື່ອງ​ມື​ອັນນີ້ ຈະ​ມີ​ຄວາມ​ສາມາດ​ທີ່​ຈະ​ແຕ່ງ​ເພງ​ທີ່​ຊັບ​ຊ້ອນ ສ້າງ​ພາບ​ກາ​ບຟິກ ນຳ​ມາ​ໃຊ້​ເພື່ອ​ການ​ຄິດໄລ່​ຂັ້ນ​ສູງ ແລະ​ພັດທະນາ​ວົງ​ການ​ວິທະຍາ​ສາດ​ໄດ້ ໃນ​ຈົດຫມາຍ​ສະບັບ​ໜຶ່ງ ເອ​ດາ​ແນະ​ນຳ​ແບບ​ເບຈ໌ວ່າ ໃຫ້​ລອງ​ຂຽນ​ແຜນ​ການເຮັດວຽກງານ​ຂອງ​ເຄື່ອງ​ມື​ອັນນີ້ ໃຫ້​ສາມາດ​ຄຳ​ນ​ວນ Bernoulli numbers ຂຶ້ນ​ມາ ຕໍ່ມາແຜນ​ການເຮັດວຽກງານ​ທີ່​ແບບ​ເບຈ໌​ຂຽນ​ຂຶ້ນ​ມາ​ຊິ້ນ​ນັ້ນ ກໍ​ຖືກ​ຍົກ​ຍ້ອງ​ວ່າ​ເປັນ ໂປ​ແກມ​ຄອມພິວເຕີ​ທຳອິດ​ຂອງ​ໂລກ ນາງ​ຈຶ່ງ​ໄດ້ຮັບ​ການ​ຍົກ​ຍ້ອງ​ວ່າ​ເປັນ​ໂປ​ແກມ​ເມີລ໌​ຄົນທຳອິດ​ຂອງ​ໂລກ

ຕໍ່ມາໃນປີ ພ.ສ. 2522 (ຄ.ສ. 1979) ກະ​ຊວງ​ກາ​ລາໂຫມຂອງສະຫາລັດ ສ້າງ​ພາສາ​ຄອມພິວເຕີ​ມາ​ຕົນ​ຖານ ISO ຂຶ້ນ​ມາ​ ພ້ອມ​ຕັ້ງຊື່​ເພື່ອ​ເປັນ​ກຽດ​ແກ່ ເລດີ້ ເອດາ ວ່າພາດາ “ADA” ໃນ​ຊ່ວງ​ທີ່​ຍັງມີ​ຊີວິດ​ຢູ່ ເອ​ດາ​ໄດ້​ຮູ້​ຈັກ ແລະ​ອາ​ສາ​ຊ່ວຍ​ງານ ພ້ອມ​ທັງ​ອຸປະຖຳ ນັກ​ວິທະຍາ​ສາດ​ ນັກ​ຄະ​ນິດ​ສາດ​ ລວມ​ທັງ​ນັກ​ຂຽນ​ຫລາຍ​ຄົນ ເຊັ່ນ Sir David Brewster ຄົນ​ຄິດ​ຄາ​ໄລ​ໂດດ​ໂຄປ, ຊາລ໌​ລສ ວີ​ສະໂຕນ, ຊາລ໌​ລສ ດິກ​ເກ້ນສ໌, ແລະ ໄມ​ເຄິລ ຟາ​ລາ​ເດຍ໌

ອັນ​ດັບທີ່ 9 Rosalind Frankli n

Rosalind Elsie Franklin ເປັນ​ນັກ​ຟິ​ສິກ-ເຄມີ ແລະ ນັກ​ວິທະຍາ​ສາດ​ຊາວ​ອັງ​ກິດ ທີ່​ສຶກ​ສາ​ກ່ຽວກັບ​ໂຄງ​ສ້າງ​ຂອງ DNA ຈາກ​ການ​ຫັກ​ເຫ​ຂອງ​ລັງສີ x-ray “ໂລດ​ລິນ” ໄດ້​ສຶກ​ສາ DNA ຈາກ​ການ​ຫັກ​ເຫ​ຂອງ​ລັງສີ x-ray ພົບ​ວ່າ​ມີ​ຮູບ​ຮ່າງ​ເປັນ​ກຽວ​ຫລື​ເປັນ​ວົງ​ກົ້ນ​ຫໍ້ຍ (helical) ໂດຍ​ມີ​ກຸ່ມ​ຟອດ​ເຟດ​ເປັນ​ຕົວ​ຈັບ​ເຂົ້າ​ຫາ​ກັນ​ຢູ່​ນອກ​ກຽວນີ້ “ໂລດ​ລິນ” ເຮັດວຽກ​ຮ່ວມ​ກັບ ມົວ​ລິສ ວິນ​ຄິນສ໌ ເລີ່ມ​ໄດ້​ຂໍ້​ມູນ​ສຳຄັນ​ກ່ຽວກັບ​ໂຄງ​ສ້າງ​ຂອງ​ດີ​ເອນ​ເອ​ຈາກ​ການເຮັດ​ທົດ​ລອງ ໂດຍ​ອາໄສ​ເທກ​ນິກ​ເອກ​ຊະ​ເລຍ໌ ຄິດ​ຕັນ​ໂລ​ກາຟີ (x ​ rays crystallography) ພວກ​ເຂົາ​ຄິດໄລ່​ຈາກ​ພາບ​ຟິລ໌​ມະ​ເອກ​ຊະ​ເລຍ໌ ແລະ​ພົບ​ວ່າ ດີ​ເອນ​ເອ​ໜ້າ​ຈະ​ຈັບ​ກັນ​ຫລາຍກວ່າ​ໜຶ່ງ​ສາຍ ແລະ​ມີ​ໂຄງ​ສ້າງ​ເປັນ​ຮູບ​ຊ້ຳໆ ນອກ​ຈາກນີ້ ຍັງ​ອາດຈະ​ມີ​ຮູບ​ແບບ​ການ​ຈັບ​ກັນ​ຫລາຍກວ່າ​ໜຶ່ງ​ແບບ​ອີກ​ນຳ

ອັນ​ດັບທີ່ 10 Anita Robert s

Anita Roberts ຊາ​ວອາ​ເມ​ລິ​ກັນ ນາງ​ເຮັດໃຫ້​ພົບ​ລັກສະນະ​ທີ່​ຊ່ອນ​ຢູ່​ຂອງ​ໂປ​ຕີນ ຊຶ່ງ​ມີ​ບົດ​ບາດ​ສຳຄັນ​ໃນ​ການ​ປິ່ນປົວ​ບາດແຜ​ແລະ​ກະດູກ​ຫັກ

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...