Homeຂ່າວການສຶກສານັກຮຽນມ. ເຮຮາ ກະຊວງສຶກສາ ມອບໃຫ້ແຂວງອອກໃບປະກາດ

ນັກຮຽນມ. ເຮຮາ ກະຊວງສຶກສາ ມອບໃຫ້ແຂວງອອກໃບປະກາດ

Published on

20140320150808

ນັບເປັນເວລາດົນນານ ຕັ້ງແຕ່ປະເທດລາວເລິ່ມີການສຶກສາ ລະດັບມັດທະຍົມ ການອອກໃບປະກາສະນິຍະບັດ ຈົບຊັ້ນມັດທະຍົມປາຍ ແມ່ນອອກໂດຍກະຊວງສຶກສາຯ ທີ່ມີສຳນັກງານຕັ້ງຢູ່ ນະຄອນຫຼວງວຽງຈັນ (ນະຄອນຫຼວງຂອງປະເທດ) ບ່ອນດຽວ ຈຶ່ງເຮັດໃຫ້ນັກຮຽນມັດທະຍົມ ທີ່ມີພູມລຳເນົາຢູ່ໃນເຂດຫ່າງໄກສອກຫຼີກ ຫຼືຕ່າງແຂວງ ທີ່ຈະເດິນທາງໄປຕິດຕໍ່ ເຮັດແລະຮັບໃບປະກາດຈົບ ມ.ປາຍ ຈຶ່ງມີຄວາມຫຍຸ້ງຍາກ ເຖິງຂັ້ນນັກຮຽນຈົບມັດທະຍົມຫຼາຍຄົນ ບໍ່ມີໂອກາດໄດ້ເຫັນໃບປະກາດຈົບ ມັດທະຍົມຂອງໂຕເອງເລີຍ.

ແນວໃດກໍຕາມ, ຕົກມາສົກຮຽນ 2014-2015 ນີ້ເປັນຕົ້ນໄປ ທາງກະຊວງສຶກສາທິການແລະກິລາ ໄດ້ມອບໜ້າທີ່ ໃຫ້ແກ່ພະແນກສຶກສາທິການແລະກິລາແຂວງ /ນະຄອນຫຼວງ ເປັນຜູ້ອອກໃບປະກາສະນິຍະບັດ ຊັ້ນມັດທະຍົມຕອນຕົ້ນແລະຕອນປາຍ ທັງພາສາລາວແລະພາສາອັງກິດ ໃນຂອບເຂດແຂວງ/ນະຄອນຫຼວງ ທີ່ຕົນຮັບຜິດຊອບຢູ່. ການປ່ຽນແປງດັ່ງກ່າວນີ້ ໄດ້ສ້າງຄວາມສະດວກສະບາຍ ໃຫ້ແກ່ນ້ອງໆ ນັກຮຽນທີ່ຮຽນຈົບມັດທະຍົມຕອນຕົ້ນ ແລະຕອນປາຍຂຶ້ນຕື່ມ.

ຂອບໃຈຂ່າວຈາກ:

laopost22

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...