Homeວິທະຍາສາດ-ວິທະຍາການໝາກເຜັດ​ຊ່ວຍ​ລຸດ​ຄວາມ​ເຈັບ​ປວດ​ໄດ້​ແບບໃດ

ໝາກເຜັດ​ຊ່ວຍ​ລຸດ​ຄວາມ​ເຈັບ​ປວດ​ໄດ້​ແບບໃດ

Published on

ສານ​ເຄ​ມີ​ທີ່​ໃຫ້​ລົດ​ຊາດ​ເຜັດ​ຮ້ອນ​ໃນ​ໝາກເຜັດ​​ນັ້ນ​ຄື ແຄບ​ໄຊ​ຊິນ ແຕ່​ນັກ​ວິທະຍາ​ສາດ​ຮູ້​ມາ​ເປັນ​ເວລາ​ດົນ​ແລ້ວ​ວ່າ​ເມື່ອ​ສານ​ເຄ​ມີ​ນີ້​ໂດນ​ຜິວໜັງຂອງເຮົາ ສານ​ເຄ​ມີ​ຊະນິດ​ນີ້​ສາມາດ​ຫຼຸດ​ອາການ​ເຈັບ​ປວດ​ໄດ ໃນ​ຄວາມ​ຈິງ​ແລ້ວ ບາງ​ຄົົນທີ່​ມີ​ອາການ​ເຈັບ​ປວດ​ບໍລິເວນ​ກ້າມ​ເນື້ອ​ ຫຼື ​ຂໍ້​ຕໍ່​ກໍ​ຈະ​ໃຊ້​ສານ​ແຄບ​ໄຊ​ຊິນນີ້ ແຕ່​ສານ​ເຄ​ມີ​ຕົວ​ນີ້​ເຂົ້າໄປ​ຊ່ວຍ​ບັນ​ເທົາ​ອາການ​ເຈັບ​ປວດ​ໄດ້​ແບບໃດ ຍັງ​ຄົງ​ເປັນ​ປິດສະ​ໜາ​ຢູ່​ຈົນກະທັ້ງ​ເຖິງ​ຕອນນີ້

Tibor Rohacs ຈາກ Rutgers New Jersey Medical School ໃນ Newark ແລະ​ລູກ​ທີມ​ຂອງ​ພວກເຂົາ​ໄດ້​ຄົ້ນ​ພົບ​ວ່າ ແຄບ​ໄຊ​ຊິນ​ເຮັດວຽກ​ຜ່ານ​ການ​ຄວບ​ຄຸມ​ຢ່າງ​ເປັນ​ລະບົບ​ຂອງ​ຂັ້ນ​ຕອນ​ທາງ​ຊີວ​ະພາບ ​ພວກເຂົາ​​ຕີ​ພິມ​ຜົນ​ງານ​ການ​ຄົ້ນ​ພົບ​ຂອງ​ພວກ​ເຂົາ​ໃນ​ວາລະສານ​ທາງ​ວິ​ຊາ​ການ​ລະ​ດັບ​ນານາ​ຊາດ Science Signaling ໃນ​ວັນທີ່ 10 ກຸມ​ພາ

ພາຍ​ໃນ​ຮ່າງກາຍ​ຂອງ​ເຮົາ ແຄບ​ໄຊ​ຊິນ​ຈະ​ເຂົ້າ​ເກີດ​ປະຕິ​ກິ​ລິ​ຍາ​ລູກ​ໂຊ່ ໂດຍ​ຂັ້ນ​ຕອນ​ທຳອິດໃນ​ປະຕິ​ກິ​ລິ​ຍາ​ລູກ​ໂຊ່​ນັ້ນ​ເປັນ​ທີ່​ຮູ້​ຈັກ​ກັນ​ເປັນ​ຢ່າງດີ ຊຶ່ງ​ແຄບ​ໄຊ​ຊິນ​ຈະ​ເຂົ້າໄປ​ຍກ່ຽວຂ້ອງກັບ​ໂປ​ຕີນ Trpv1 ຊຶ່ງ​ຮັບ​ຮູ້​ຄວາມ​ຮູ້ສຶກ​ຮ້ອນ ຫນ້າທີ່​ຂອງ​ໂປ​ຕີນ​ໂຕ​ນີ້​ຊ່ວຍ​ອະທິບາຍ​ໄດ້​ວ່າ ເປັນຫຍັງ​ເວລາ​ທີ່​ເຮົາ​ທາ​ຄີມ​ບັນ​ເທົາ​ອາການ​ປວດ​ທີ່​ມີ​ສານ​ແຄບ​ໄຊ​ຊິນ​ເທິງ​ຜິວ​ຈື່ງຮູ້ສຶກ​ຮ້ອນ

ທີ່​ສຳຄັນ​ໄປ​ກວ່າ​ນັ້ນ​ກ່ຽວກັບ​ການ​ຄວບ​ຄຸມ​ຄວາມ​ເຈັບ ຄື​ການ​ກະຕຸ້ນ​ການ​ໄຫຼວຽນຂອງ Trpv1 ທີ່​ໃຊ້​ຮັບ​ຮູ້​ຄວາມ​ເຈັບ​ປວດ​ຮ່ວມ​ກັບ​ແຄຊ່ຽມ ເຊຶ່ງ​ການ​ເພີ່ມ​ຂອງ​ແຄ​ຊ່ຽມ​ເປັນ​ສາ​ເຫດ​ທີ່​ຊ່ວຍ​ໃຫ້​ລະ​ດັບ​ຂອງ​ໄຂ​ມັນ​ສອງ​ຊະນິດ​ນັ້ນ​ຫຼຸດ​ລົງ ເຊຶ່ງ​ຮູ້​ຈັກ​ກັນ​ໃນ​ຊື່ຂອງphosphoinositide ໂດຍ​ໄຂ​ມັນ​ນີ້​ຈະ​ຢູ່​ຂ້າງ​ຝາ​ຂອງ​ເຊວປະສາດ ໃນ​ທາງ​ກັບ​ກັນ ການ​ຫຼຸດລົງ​ຂອງ​ໄຂ​ມັນ​ຈະ​ເຮັດໃຫ້​ໂປ​ຕີນ​ສອງ​ຊະນິດ​ນີ້​ຢຸດ​ການເຮັດ​ວຽກ ເຊຶ່ງ​ເອີ້ນວ່າ Piezo 1 ແລະ 2 ຫນ້າທີ່​ຂອງ​ມັນ​ຄື ການ​ກວດ​ສອບ​ວ່າ​ເຊວລ໌​ເມມ​ເບ​ຣນ​ນັ້ນ​ມີ​ການ​ຍືດ​ຕົວ​ຫຼາຍ​ນ້ອຍ​ຊ່ຳໃດ

ໂປ​ຕີນ Piezo ເຫລົ່າ​ນີ້​ມີ​ຄວາມ​ສຳຄັນ​ຕໍ່​ກະ​ບວນ​ການ​ທາງ​ຊີວະ​ວິທະຍາ​ຫລາຍໆ ຢ່າງ ​​ເຮັດ​ຫນ້າທີ່​ຫລັກ​ໃນ​ການ​ບອກ​ວ່າ ຫລອດ​ເລືອດ​ນັ້ນ​ເກີດ​ການຫົດ​ໂຕ ມັນ​ຍັງມີ​ບົດ​ບາດ​ກ່ຽວກັບ​ການ​ສຳ​ຜັດ​ແລະ​ຄວາມ​ເຈັບ​ປວດ​ອີກ​

ໃນ​ຄວາມ ຈິງ​ແລ້ວ ທີມ​ວິ​ໄຈ​ຂອງ Rohac ໄດ້​ສະແດງ​ໃຫ້​ເຫັນ​ວ່າ ການ​ປິດ​ກັ້ນ​ເຊັນ​ເຊີໂຕ​ວັດ​ການ​ຍືດ​ຕົວ​ຂອງ​ເຊວລ໌​ເມມ​ເບ​ຣນ​ນັ້ນ​ຊ່ວຍ​ຂັດ​ຂວາງ​ສັນຍາ​ນທີ່ ຈະ​ເຂົ້າໄປ​ເຕືອນ​ສະຫມອງ​ໄດ້​ວ່າ​ຮູ້ສຶກ​ເຈັບ​ປວດ​ຢູ່

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...