ນັກວິໄຈພົບວ່າ ເດັກທີ່ຖືກຍົກຍໍແລະປະເມີນຄ່າສູງເກີນໄປນັ້ນສາມາດນຳໄປສູ່ການພັດທະນາຂອງພະຍາດຫລົງໃຫລໃນໂຕເອງ (narcissism) ໄດ້
ການສຶກສາເຊີ່ງຕີພິມໃນວາລະສານທາງວິຊາການລະດັບນານາຊາດ Proceedings of the National Academy of Science ໄດ້ຕອບຄຳຖາມທີ່ຍາວນານວ່າ ການພັດທະນາຂອງພະຍາດຫລົງໂຕເອງນັ້ນເປັນຜົນມາຈາກຄວາມໃສ່ໃຈ ຂອງຄອບຄົວທີ່ຫລາຍເກີນໄປ ຫຼື ນ້ອຍເກີນໄປ
ພະຍາດຫລົງໂຕເອງນັ້ນຖືກ ຕັ້ງຊື່ໂດຍ ເທບນິຍາຍຂອງກຣິກນາມ Narcissus ເຊີ່ງຕົກຂຸມຮັກພາບສະທ້ອນຂອງຕົວເອງທີ່ປາກົດໃນສະນ້ຳ ແລະໃນທີ່ສຸດພວກເຂົາກໍຕົກລົງໄປໃນສະນ້ຳນັ້ນ
ຜູ້ນຳການວິໄຈແລະນັກວິໄຈຫຼັງວິໄຈປະລິນຍາເອກ Eddie Brummelman ກ່າວວ່າ “ພວກເຂົາເລີ່ມຫລົງໄຫຼກັບພະຍາດຫລົງໂຕເອງໃນເດັກນ້ອຍ ແລະຕ້ອງການທີ່ຈະຄົ້ນຫາວ່າມັນເກີດຂຶ້ນໄດ້ແບບໃດ
“ກໍຄືເດັກທີ່ຮູ້ສຶກວ່າໂຕເອງນັ້ນດີກວ່າຄົນອື່ນໆ ແຕ່ພວກເຂົາກໍຍັງຕ້ອງການຄວາມສົນໃຈແລະການຊື່ນຊົມຈາກຄົນອື່ນໆ ອີກ” Brummelman ກ່າວ
“ທີ່ຈິງແລ້ວພວກເຂົານັ້ນຢູ່ໃນຄວາມສ່ຽງຢ່າງຫຼາຍ” Burmmelman ກ່າວ
“ຍົກຕົວຢ່າງເຊັ່ນ ເມື່ອພວກເຂົາຖືກວິຈານ ຫຼື ເຮັດໃຫ້ຮູ້ສຶກຂາຍໜ້າ ພວກເຂົາມີແນວໂນ້ມທີ່ຈະເກີດອາການຂີ້ດື້ ແລະ ມີນິໄສທີ່ບໍ່ດີ”
ມີຢູ່ສອງທິດສະດີທີ່ກ່ຽວຂ້ອງກັບອິດທິພົນຂອງຜູ້ປົກຄອງກ່ຽວກັບພະຍາດຫລົງໂຕເອງ ໜຶ່ງໃນນັ້ນແນະນຳວ່າພະຍາດຫລົງໂຕເອງພັດທະນາມາຈາກກົນໄກການປ້ອງກັນທີ່ເກີດຈາກການຂາດ ຄວາມອົບອຸ່ນພາຍໃນຄອບຄົວໃນຄະນະທີ່ອີກອັນໜຶ່ງເປັນຜົນທີ່ເກີດມາຈາກການຍົກຍໍທີ່ຫລາຍຈົນເກີນໄປ
“ທິດສະດີການຮຽນຮູ້ທາງສັງຄົມກ່າວວ່າ ພະຍາດຫລົງໂຕເອງນັ້ນພັດທະນາໄດ້ເມື່ອຜູ້ປົກຄອງເຊື່ອວ່າ ລູກຂອງພວກເຂົາມີຄວາມສຳຄັນຫລາຍກວ່າຄົນອື່ນໆ ຫຼື ພິເສດຫລາຍກວ່າຄົນອື່ນໆ” Brummelman ກ່າວ
ການສຶກສາ ເຮັດການສຶກສານັກຮຽນຊາວດັດທ໌ຈຳນວນກວ່າ 565 ຄົົນທີ່ມີອາຍຸລະວ່າງ 7-11 ປີ ແລະຢ່າງນ້ອຍໜຶ່ງຄອບຄົວ ບອກພວກເຂົາວ່າ ມັນເປັນການສຶກສາພາບຂອງຕົວເອງແລະການຍ້ອງຍໍຂອງຜູ້ປົກຄອງກັບເດັກນ້ອຍ
ເດັກນ້ອຍ ຈະຖືກໃຫ້ແບບສອບຖາມທີ່ອອກແບບເພື່ອໃຊ້ໃນການວັດຄວາມຫມັ້ນໃຈ ຂອງຕົວເອງ ແລະກໍ່ການປະເມີນອອກມາວ່າ ຄວາມຮັກທີ່ພວກພວກເຂົາໄດ້ຮັບຈາກຄອບຄົວນັ້ນມີຫລາຍນ້ອຍເທົ່າໃດ ໃນຂະນະທີ່ຜູ້ປົກຄອງຈະເຮັດການເຮັດແບບສອບຖາມທີ່ອອກແບບມາ ເພື່ອກວດສອບການປະເມີນຄ່າທີ່ຫລາຍຈົນເກີນໄປກັບເດັກນ້ອຍ ແຕ່ຍັງມີການກວດສອບຄວາມຮັກຂອງຄອບຄົວທີ່ມີໃຫ້ຕໍ່ເດັກ
“ແບບສອບຖາມນັ້ນມີຂໍ້ມູນເຊັ່ນ ເດັກຂອງຂ້ອຍມີຄວາມພິເສດຫລາຍກວ່າຄົນອື່ນໆ ຫຼືເດັກຂອງຂ້ອຍເປັນຕົວຢ່າງທີ່ດີສຳລັບຄົນອື່ນໆ ໃຫ້ພວກເຂົາເຮັດຕາມ” Brummelman ກ່າວ
ຫລັງຈາກນັ້ນນັກວິໄຈໄດ້ຖາມຜູ້ປົກຄອງ ໃຫ້ປະເມີນຄວາມສະຫລາດຂອງເດັກໆ ຂອງພວກເຂົາວ່າມີເທົ່າໃດ ແລະ ປຽບທຽບກັບໄອຄິວຂອງເດັກແທ້ໆ ແຕ່ຍັງມີການທົດສອບວ່າ ຜູ້ປົກຄອງນັ້ນປະເມີນລະດັບຄວາມຮູ້ຂອງເດັກຫລາຍນ້ອຍຊ່ຳໃດ
“ພວກເຮົາຈະເຫັນໄດ້ວ່າ ຜູ້ປົກຄອງທີ່ມີການປະເມີນຄ່າທີ່ຫລາຍເກີນໄປນັ້ນ ພວກເຂົາຈະບອກວ່າ ເດັກໆນັ້ນມີຄວາມຮູ້ໃນທຸກໆ ຫົວຂໍ້ທີ່ແຕກຕ່າງກັນອອກໄປ ລວມໄປເຖິງຫົວຂໍ້ທີ່ບໍ່ໄດ້ມີຢູ່ໃນນັ້ນນຳອີກ”
ພວກເຮົາພົບວ່າ ມີຄວາມສຳພັນທີ່ສຳຄັນລະຫວ່າງການປະເມີນຄ່າທີ່ຫລາຍເກີນໄປຂອງຄອບຄົວ(ການຍົກຍ້ອງ) ແລະພະຍາດຫລົງໂຕເອງໃນເດັກ ໆເຫລົ່ານັ້ນ ແຕ່Brummelman ເນັ້ນວ່າ ມັນເປັນຄວາມສຳພັນທີ່ເລັກນ້ອຍຫລາຍ
“ມັນເປັນເລື່ອງທີ່ດີສຳລັບຜູ້ປົກຄອງທີ່ຈະຮູ້ວ່າ ພວກເຂົາບໍ່ຕ້ອງເພີ່ມຄວາມສ່ຽງໃນການສ້າງພະຍາດຫລົງໂຕເອງ”
“ມັນເປັນຄວາມສຳພັນລະດັບກາງໆ ແຕ່ມັນສະແດງໃຫ້ເຫັນວ່າ ເມື່ອເວລາຜ່ານ ໄປ ການປະເມີນຄ່າທີ່ຫລາຍເກີນໄປ (ການຍົກຍ້ອງ) ສາມາດເຮັດໃຫ້ເກີດການເຊື່ອມໂຍງທີ່ສຳຄັນໄດ້ແລະນຳໄປສູ່ການພັດທະນາຂອງພະຍາດຫລົງໂຕເອງ ແຕ່ມັນອາດຈະບໍ່ແມ່ນສາເຫດພຽງສາເຫດດຽວເທົ່ານັ້ນ”