Homeຂ່າວພາຍ​ໃນກະຊວງການເງິນຊີ້ແຈງ ຂໍ້ຊັກຖາມປະຊາຊົນ ເຫດພະນັກງານພາສີ - ອາກອນ ຮັ່ງມີຜິດປົກກະຕິ!

ກະຊວງການເງິນຊີ້ແຈງ ຂໍ້ຊັກຖາມປະຊາຊົນ ເຫດພະນັກງານພາສີ – ອາກອນ ຮັ່ງມີຜິດປົກກະຕິ!

Published on

financial

ທ່ານ ສີລາ ວຽງແກ້ວ ລັດຖະ ມົນຕີຊ່ວຍວ່າການກະຊວງການ ເງິນໄດ້ອອກມາຊີ້ ແຈງກ່ຽວກັບຄຳສະເໜີ ແລະ ຊັກຖາມຂອງປະຊາ ຊົນຜ່ານສາຍດ່ວນ 165 ໃນວາລະ ດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດ ທີ VII, ເຊິ່ງມີປະຊາຊົນສະເໜີ ກ່ຽວກັບພະນັກງານຮັ່ງມີລ້ຳລວຍຜິດປົກກະຕິ, ໂດຍສະເພາະພະນັກ ງານພາສີມີການໃຊ້ຈ່າຍຫລີ້ນກິນ ຟູມເຟືອຍຈະມີວິທີການ ແລະ ມາດ ຕະການຄຸ້ມຄອງ, ແກ້ໄຂແນວໃດ ພ້ອມຮັບປະກັນບໍ່ໃຫ້ເງິນຂອງລັດ ຮົ່ວໄຫລ.

ຕໍ່ບັນຫາດັ່ງກ່າວ ທ່ານລັດຖະ ມົນຕີຊ່ວຍຕອບວ່າ: ໃນໄລຍະຜ່ານ ມາກະຊວງການເງິນໄດ້ເອົາໃຈໃສ່ກວດກາ ແລະ ຕ້ານບັນດາປະກົດ ການຫຍໍ້ທໍ້ໃນຖັນພະນັກງານຂະ ແໜງການເງິນຕະຫລອດມາ, ໂດຍສະເພາະຂົງເຂດພາສີ ແລະ ອາກອນ, ຊຶ່ງໄດ້ມີການລົງກວດ ກາຕິດຕາມໃນ 2 ລັກສະນະຄື: ກວດກາຕິດຕາມແບບປົກກະຕິ ເຊັ່ນ: ການດຳເນີນວຽກງານແຈ້ງ ຊັບສິນຂອງພະນັກງານ, ການ ເປີດບັ້ນດຳເນີນຊີວິດການເມືອງ, ກວດກາການປະຕິບັດວຽກງານຂອງບັນດາດ່ານພາສີຊາຍແດນ ເພື່ອໃຫ້ການເກັບລາຍຮັບໄດ້ຕາມ ແຜນການ, ຊຶ່ງຕິດພັນກັບຄວາມ ຮັບຜິດຊອບຂອງແຕ່ລະບຸກຄົນ ແລະ ການຈັດຕັ້ງກ່ຽວຂ້ອງ ແລະ ກວດກາຕາມປະກົດການ ແລະ ຫາງສຽງຂອງແຕ່ລະບຸກຄົນເຊັ່ນ: ໄດ້ມີການສົມທົບກັບຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງ ທ້ອງຖິ່ນ, ຊຶ່ງຜ່ານມາກໍສາມາດ ປະຕິບັດວິໄນພະນັກງານຜູ້ທີ່ກະທຳຜິດໄດ້ຫລາຍຄະດີ.

ມາຮອດປັດຈຸບັນນີ້ ລັດຖະ ບານກໍໄດ້ມີລະບຽບລັດຖະກອນ ເພື່ອເປັນບ່ອນອີງໃຫ້ແກ່ອົງການ ຈັດຕັ້ງລັດໃນການຄຸ້ມຄອງ ແລະ ຕິດຕາມກວດກາພະນັກງານລັດ, ຊຶ່ງລວມມີການກວດສອບ ແລະ ການປະຕິບັດຕໍ່ລັດຖະ ກອນຜູ້ກະ ທຳຜິດ. ນອກຈາກນີ້ ໃນຂົງເຂດ ພະນັກງານການເງິນຍັງໄດ້ກຳນົດວິໄນ 9 ຂໍ້, ຊຶ່ງເປັນວິໃນ ແລະ ຂໍ້ ຫ້າມສຳລັບພະນັກງານ. ສະນັ້ນ ເພື່ອເຮັດໃຫ້ວຽກງານພາສີ ແລະ ອາກອນມີຄວາມເຂັ້ມແຂງ ແລະ ໂປ່ງໃສຈຶ່ງຮຽກຮ້ອງມາຍັງທຸກ ພາກສ່ວນໃນສັງຄົມຈົ່ງໄດ້ຊ່ວຍກັນຕິດຕາມກວກກາ ແລະ ປະກອບ ສ່ວນຢ່າງຈິງຈັງແຈ້ງຂໍ້ມູນ ຫລື ປະກົດການທີ່ເຫັນວ່າເປັນການກະທຳຜິດທາງກົດໝາຍພາສີ, ທັງເຈົ້າ ໜ້າທີ່ພາສີ ແລະ ຜູ້ປະກອບການ ທີ່ມີການສົມຮູ້ຮ່ວມຄິດໃນການກະທຳຜິດເພື່ອຈະໄດ້ພ້ອມກັນກວດກາ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນ ຂົງເຂດວຽກງານດັ່ງກ່າວມີປະສິດທິຜົນສູງ.

 

ແຫລ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...