Homeປ່ອງຢ້ຽມດວງດາວນາຊາ (NASA) ເຜີຍພາບດາວພູໂຕຈາກຍານນິວຮໍໄລຊັນສ໌ ພື້ນຜິວເຮັດມຸມເປັນຮູບຫົວໃຈເປະ

ນາຊາ (NASA) ເຜີຍພາບດາວພູໂຕຈາກຍານນິວຮໍໄລຊັນສ໌ ພື້ນຜິວເຮັດມຸມເປັນຮູບຫົວໃຈເປະ

Published on

NASA เผยภาพหัวใจบนพลูโต

NASA เผยภาพหัวใจบนพลูโต

ຄວາມພະຍາຍາມ​ໃນ​ການສຶກສາ​ອາວະ​ກາດ​ຂອງ​ມະນຸດ​ຍັງ​ດຳ​ເນີນ​ໄປ​ຢ່າງ​ບໍ່​ຢຸດ​ຍັ້ງ ແລະ​ໜຶ່ງ​ໃນ​ນັ້ນ​ຄື​ການສຶກສາ​ດາວ​ພູ​ໂຕ ດາວ​ເຄາະ​ຂະໜາດ​ນ້ອຍ​ທີ່​ຢູ່​ຫ່າງ​ໄກ​ຈາກ​ດວງ​ອາທິດ​ໄປ​ຫລາຍ​ທີ່ສຸດ​ໃນ​ລະບົບ​ສຸ​ລິຍະກ່ອນ​ຖືກ​ຕັດ​ອອກຈາກ​ລະບົບ​ສຸ​ລິ​ຍະ​ໃນ​ເວລາ​ຕໍ່​ມາ ລ່າ​ສຸດ ອົງຄ໌​ການ​ນາ​ຊາ ໄດ້​ເຜີຍ​ພາບ​ຖ່າຍ​ດາວ​ພູ​ໂຕ​ທີ່​ໄດ້​ຈາກ​ຍານ​ສຳ​ລວດ​ອາວະ​ກາດ​ນິວ​ຮໍ​ໄລ​ຊັນສ໌ (New Horizon) ທີ່​ຖືກ​ສົ່ງ​ອອກ​ປະຕິບັດ​ພາລະ​ກິດ​ສຳ​ລວດ​ດາວ​ພູ​ໂຕ ໂດຍ​ພາບ​ທີ່​ໄດ້​ຍັງ​ເບິ່ງເຫັນ​ພື້ນ​ຜິວ​ຂອງ​ດາວ​ເຄາະ​ດວງ​ນີ້​ເຮັດ​ມຸມ​ເປັນ​ຮູບ​ຫົວ​ໃຈ​ຢູ່ບໍລິເວນ​ຂວາ​ມື​

ดาวพลูโตและดวงคารอน (Charon) 1 ใน 3 ของดวงจันทร์บริวาร ถ่ายเมื่อวันที่ 8 กรกฎาคม 2558 ขณะนิวฮอไรซันส์อยู่ห่างจากดาวพลูโตประมาณ 6 ล้านกิโลเมตร

ດາວ​ພູ​ ໂຕ ຖືກ​ຄົ້ນ​ພົບ​ໃນ​ປີ 2473 ແລະ​ຖືກ​ຈັດ​ໃຫ້ເປັນ​ດາວ​ເຄາະ​ດວງ​ທີ່ 9 ຂອງ​ລະບົບ​ສຸ​ລິຍະ ເຊຶ່ງ​ຢູ່​ຫ່າງ​ຈາກ​ດວງ​ອາທິດ​ອອກ​ໄປ​ຫລາຍ​ທີ່ສຸດ​ຖັດ​ຈາກ​ດາວ​ເນບ​ຈູນ ແຕ່​ຢ່າງໃດ​ກໍ​ຕາມ​ຫລັງ​ຈາກ​ມີ​ການສຶກສາ​ເລື່ອ​ງອາວະ​ກາດ​ຫລາຍ​ຂຶ້ນ​ເຮັດໃຫ້​ພົບ​ວ່າ ດາວ​ພູ​ໂຕ​ມີ​ຄຸນສົມບັດ​ຫລາຍ​ປະ​ການ​ບໍ່​ສອດ​ຄ້ອງ​ກັບ​ດາວ​ເຄາະ​ໃນ​ລະບົບ​ສຸ​ລິ​ຍະ​ດວງ​ອື່ນໆ ໃນ​ທີ່ສຸດ​ເມື່ອ​ປີ 2519 ທີ່​ປະ​ຊຸມ​ສະ​ຫະ​ພັນທ໌​ດາ​ລາ​ສາດ​ສາກົນ​ໄດ້​ມີ​ການ​ຕັດ​ດາວ​ພູ​ໂຕ​ອອກຈາກ​ລະບົບ​ສຸ​ລິ​ຍະ​ ໄປ ແລະ​ໃຫ້​ຖື​ວ່າ​ດາວ​ພູ​ໂຕເປັນ​ດາວ​ເຄາະ​ນ້ອຍ

NASA เผยภาพหัวใจบนพลูโต

NASA เผยภาพหัวใจบนพลูโต

ດາວ​ພູ​ໂຕແລະ​ດວງ​ຄາ​ລອນ (Charon) 1 ໃນ 3 ຂອງ​ດວງຈັນ​ບໍລິວານ ໃນຄະນະ​ນິວ​ຮໍ​ໄລ​ຊັນສ໌​ຢູ່​ຫ່າງ​ຈາກ​ດາວ​ພູ​ໂຕ​ປະ​ມານ 6 ລ້ານ​ກິ​ໂລ​ແມັດ
             ສຳລັບ​ຍານ​ສຳ​ລວດ​ອາວະ​ກາດ​ນິວ​ຮໍ​ໄລ​ຊັນສ໌ ຖືກ​ປ່ອຍ​ຂຶ້ນ​ຈາກ​ໂລກ​ເມື່ອ​ວັນທີ່ 19 ປີ 2549 ເພື່ອ​ປະຕິບັດ​ພາລະ​ກິດ​ສຳ​ລວດ​ດາວ​ພູ​ໂຕ ຫລັງ​ໃຊ້​ເວລາ​ເດິນທາງ​ຫລາຍກວ່າ 9 ປີ ໃນ​ຕອນ​ນີ້​ຍານ​ນິວ​ຮໍ​ໄລ​ຊັນສ໌​ກຳ​ລັງ​ເຄື່ອນ​ເຂົ້າ​ໃກ້​ດາວ​ເຄາະ​​ດວງ​ນີ້​ຫລາຍ​ຂຶ້ນເລື່ອຍ​ໆ ແລະ​ສົ່ງ​ພາບ​ຖ່າຍ​ກັບ​ມາຍັງ​ໂລກ​ເປັນ​ໄລຍະ ຄາດການວ່າ​ຍານ​ນິວ​ຮໍ​ໄລ​ຊັນສ໌​ຈະ​ເຄື່ອນ​ເຂົ້າ​ໃກ້​ດາວ​ພູ​ໂຕ​ຫລາຍ​ທີ່ສຸດ​ໃນ​ ອັນ​ຈະ​ເຮັດໃຫ້​ນັກ​ດາ​ລາ​ສາດ​ແລະ​ຊາວ​ໂລກ​ໄດ້​ເຫັນ​ພື້ນ​ຜິວ​ດາວ​ພູ​ໂຕລວມ​ທັງ​ດວງ​ຈັນ​ ເປັນ​ເທື່ອ​ທຳອິດໃນ​ປະຫວັດສາດ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...