spot_img
Home​ຂ່າວທ່ອງທ່ຽວບຸນປີໃຫມ່ລາວ

ບຸນປີໃຫມ່ລາວ

Published on

kkkkkkkkkkkkk

ຕຸດ​ສົງ­ການ ຫມາຍ​ເຖິງ​ພະ​ອາທິດ​ໄດ້​ເຄື່ອນ​ຍ້າຍ​ຈາກ​ປີ​ເກົ່າ​ເຂົ້າສູ່​ປີ​ໃຫມ່, ຕຸດຫມາຍ​ເຖິງ​ຕັດ ຫລື ສິ້ນ​ໃຫ້​ຫມົດ​ໄປ, ສົງ­ການຫມາຍເຖິງ​ການ​ເຄື່ອນ​ຍ້າຍ ໂດຍ​ເພິ່ນ​ຖືເອົາ​ສຸ­ລິ­ຍະ​ຄະ­ຕິ​ກົງ​ກັບ​ວັນ​ທີ 13-14 ແລະ 15 ຄ່ຳ ເດືອນ​ເມ­ສາ​ຂອງທຸກໆ​ປີ​ເປັນ​ວັນ​ຈັດ​ງານ​ບຸນ­ປີ­ໃຫມ່ລາວ, ຂໍ​ຢ່າ​ຊູ​ເວົ້າ “ກຸດ” ເຊິ່ງ​ມັນມີ​ຄວາມ​ວ່າ ກຸດ​ຫ້ຽນ​ໄປ​ເລີຍ, ທັງແມ່ນ​ພາ­ສາ​ເວົ້າ​ຂອງ​ຈີນ ແລະ ຫວຽດ­ນາມ, ສ່ວນ​ຄຳ​ວ່າ “ຕຸດ” ນັ້ນ​ແມ່ນ​ພາ­ສາ​ເວົ້າ​ເດີມ​ຂອງ​ລາວແທ້. ເພິ່ນ​ເຄີຍ​ເວົ້າ​ມາ​ແຕ່​ດຶກ​ດຳບັນ ເຊິ່ງ​ມີ​ຄວາມ​ຫມາຍ­ວ່າ: “ຢຸດຢູ່​ກ່ອນ” ສ່ວນ​ສົງ­ການ​ແມ່ນ​ເຄື່ອນຍ້າຍ​ໄປ​ສິ້ນ​ປີ​ເກົ່າ​ແລ້ວສົງ­ການ​ປີໃຫມ່​ກ້າວ​ເຂົ້າ​ມາ​ແທນ​ຕາມ​ສຸ​ລິຍະ​ຄະ­ຕິ ດັ່ງ​ວ່າ ສົງ­ການ ເປັນ​ມື້​ທີຫວ່າງ​ກາງ​ປີ​ເກົ່າ​ກັບ​ປີ​ໃຫມ່​ນັ້ນເປັນ​ມື້​ຕຸດ​ຢູ່​ນີ້​ເອງ.

ເຫດ­ຜົນ ແລະ ຄວາມ​ເປັນ​ມາຂອງ​ບຸນ­ປີ­ໃຫມ່​ລາວ (ບຸນ​ຕຸດ​ສົງການ​ລາວ) ແມ່ນ​ອີງ­ໃສ່​ນິ­ທານ​ພື້ນເມືອງ ແຕ່​ກ່ອນ​ຍັງ​ມີ​ຊາຍ​ຄົນ​ຫນຶ່ງຊື່­ວ່າ: ທຳ​ມະ​ບານ​ກຸມ­ມານ (ຄຳປາ­ລີ = ທຳ​ມະ​ປະ­ລະ) ເປັນ​ລູກຊາຍ​ຂອງ​ມະ­ຫາ​ເສດ­ຖີ​ຢູ່​ເມືອງຫນຶ່ງ (ບໍ່​ຊາບ​ຊື່) ມີ​ຜາ­ສາດ​ເຈັດຊັ້ນ, ຕັ້ງ​ຢູ່​ແຄມ​ແມ່­ນ້ຳ, ທຳ​ມະບານ​ການ​ກຸມ­ມານ​ຮຽນ​ຈົບ​ໄຕເພັດ (ມະ­ນຸດ, ສັດ, ສັງ­ຄົມ​ສາດ) ເປັນ​ຄົນ​ຮອບ​ຮູ້​ສະ­ຫລາດ​ເປັນ​ນັກປາດ​ອາ­ຈານ​ເກ່ງ​ກ້າ ​ຊື່​ສຽງ​ລືນາມ​ປາ­ກົດ​ໄປ​ທົ່ວ​ພົມ​ມະ​ໂລກ, ເທວະ​ໂລກ, ມະ­ນຸດ­ສະ­ໂລກ​ຈົນ​ສົ່ງຜົນ​ສະ­ທ້ອນ​ຮອດ​ກະ­ບິນ​ລະ​ພົມຜູ້ເປັນ​ເຈົ້າ​ພົມ​ມະ​ໂລກ ເຊິ່ງ​ມີ​ຄວາມເກ່ງ​ກ້າ​ສາ­ມາດມີ​ຊື່​ສຽງ​ຮຽງນາມ​ເຫມືອນ​ກັນເມື່ອ​ໄດ້​ຍິນ​ແນວນັ້ນ ກະ­ບິນ​ລະ​ພົມ ບໍ່​ຍອມ​ເສຍປຽບ​ໃຫ້​ໃຜ​ມາ​ກ່ອນຈິ່ງ​ເກີດ​ມີຄວາມ​ສົນ­ໃຈ​ຢາກ​ລົງ​ມາ​ພົບ ແລະ ທົດ​ສະ­ຫມອງ​ລອງ​ປັນ­ຍາ​ກັບ​ທຳມະ​ບານ​ກຸມ­ມານ​ນັ້ນ​ເບິ່ງ,ມີ​ມື້ ຫນຶ່ງ​ກະ­ບິນ​ລະ​ພົມ ກໍ່​ໄດ້​ມີ​ໂອ­ກາດ  ບິນ​ແອ່ນ​ລົງ​ມາ­ສູ່​ມະ­ນຸດ​ສາ​ໂລກ ແລ້ວ​ກໍ່​ເຂົ້າ​ພົບ​ທຳ​ມະ​ບານ​ກຸມມານຢູ່​ທີ່​ຜາ­ສາດ​ເຈັດ​ຊັ້ນ​ນັ້ນ​ໂລດ. ກະ­ບິນ​ລະ​ພົມ​ກໍ່​ໄດ້​ທັກ​ທາຍ​ປາ​ໄສກັບ​ທຳ​ມະ​ບານ​ກຸມ­ມານ​ແບບ​ກົງໄປ​ກົງ​ມາ​ອັນ​ສຳ­ຄັນ​ແມ່ນ​ມາ​ທົດລອງ​ຖາມ​ຕອບ​ບັນ­ຫາ​ກັນ​ເຖາະ! ບັນ­ຫາ​ທີ່​ກະ­ບິນ​ລະ​ພົມຕັ້ງ​ໃຫ້​ທຳ ມະ​ບານ​ກຸມ­ມານ ເປັນ​ຜູ້​ຕອບ​ມີ​ຢູ່ສາມ​ຂໍ້​ຄື: 1. ຕອນ​ເຊົ້າ ລາ­ສີ (ສີລິ) ຂອງ​ຄົນ​ຢູ່​ໃສ?, 2. ຕອນ​ທ່ຽງ ລາ­ສີ (ສີ​ລິ) ຂອງ​ຄົນ​ຢູ່​ໃສ?, 3. ຕອນ​ຄ່ຳ​ລາ­ສີ (ສີ​ລິ) ຂອງ​ຄົນ​ຢູ່ ໃສ?. ຖ້າ​ທຳ​ມະ​ບານ​ກຸມ­ມານຕອບ​ໄດ້​ໃຫ້​ຕັດ​ຄໍກະ­ບິນ​ລະ​ພົມ ໂລດ, ແຕ່​ຖ້າ​ຕອບ​ບໍ່​ໄດ້ກາ​ບິນ​ລະ ພົມ ຈະ​ລົງ​ມາ​ຕັດ​ຄໍທຳ​ມະ​ບານກຸມ­ມານ​ເຫມືອນ​ກັນ, ນັດ​ກັນ​ພາຍໃນ​ເຈັດ​ວັນ.

ຈາກ​ນັ້ນ, ກາ​ບິນ​ລະ​ພົມ ກໍ່​ໄດ້ບິນ​ແອ່ນ​ສະ­ເດັດ​ຂຶ້ນ​ເມືອ​ສູ່​ພົມ​ມະໂລກ, ສ່ວນ​ທຳ​ມະ​ບານ​ກຸມ­ມານກໍ່​ຍັງ​ຢູ່​ຫໍ­ຜາ­ສາດ​ເຈັດ​ຊັ້ນ​ນັ້ນ. ແຕ່ລະ​ວັນ​ກໍ່​ມີ​ແຕ່​ຄິດ​ຫາກ​ບໍ່​ເຂົ້າ​ບໍ່ອອກ​ຍ້ອນ​ບໍ່​ຮູ້, ນອກ​ກໍ່​ບໍ່​ຫລັບ​ກິນບໍ່​ໄດ້, ເກີດ​ເປັນ​ມື້​ເປັນ​ວັນ​ມາ​ມີ​ແຕ່ຄິດ​ຕອບ​ບັນ­ຫາ​ຂອງ ກະ­ບິນ​ລະພົມ ຈົນ​ຮ່າງ­ກາຍ​ຈ່ອຍ​ຈົນ​ຜອມ. ຈົນ​ຮອດ​ມື້​ທີ​ຫົກຈິ່ງ​ອອກ​ຈາກ​ຜາສາດ​ເພື່ອ​ຈະ​ຂ້າ​ໂຕ​ເອງ​ຕາຍ, ບໍ່ຍອມ​ໃຫ້ ກະ­ບິນ​ລະ​ພົມຕັດ​ຄໍ​ຕົນ, ໄປ​ຕາມ​ໄປ​ກໍ່​ເລີຍ​ໄປ​ຮອດ​ທົ່ງ​ນາທົ່ງ​ຫນຶ່ງ​ຢູ່​ຫົວ​ນາ​ທົ່ງ​ນັ້ນມີ​ກົກຕານ​ໃຫຍ່ 2 ກົກ, ທຳ​ມະ​ບານ​ກຸມມານ ໄດ້​ໄປ​ລີ້​ຊົ້ນ​ຢູ່​ກ້ອງ​ກົກ​ຕານຫວັງ​ຈະ​ໃຫ້​ຕາຍ​ຢູ່​ທີ່​ນັ້ນ. ພໍ​ຮອດຫົວ​ແລງ​ຂອງ​ມື້​ນັ້ນ​ໄດ້​ມີ​ແຮ້ງ​ເຖົ້າຜົວ​ເມຍ​ຄູ່​ຫນຶ່ງ​ບິນ​ມາ​ເຊົາ​ຢູ່​ເທິງກົກ​ຕານ​ນັ້ນ, ເດິກ​ມາ​ແຮ້ງ​ເຖົ້າ​ຜົວເມຍ​ຄູ່​ນັ້ນ​ລົມ​ກັນ​ວ່າ: “ມື້­ອື່ນ​ນີ້ເຮົາ​ຈະ​ກິນ​ຫຍັງ? ຊາກ​ງົວ​ຊາກຄວາຍ​ຕາຍ​ກໍ່​ຫມົດ​ແລ້ວ“ ໂຕ​ເມຍຖາມ, ໂຕ​ຜົວ​ຕອບ​ວ່າ: “ບໍ່​ຍາກດ໋ອກ ມື້­ອື່ນ​ນີ້​ເຮົາ​ຈະ​ໄດ້​ກິນ​ຊີ້ນ​ຄົນເພາະ­ວ່າ​ມື້­ອື່ນ​ເປັນ​ມື້​ຖ້ວນ​ເຈັດ​ວັນຂອງ​ການ​ນັດ​ກັນ​ລະ­ຫວ່າງກະບິນ​ລະ​ພົມກັບທຳ​ມະ​ບານ​ກຸມ ມານເພື່ອ​ຕອບ​ບັນ­ຫາ​ກັນ. ແຕ່​ຖ້າທຳ​ມະ​ບານ​ກຸມ­ມານ​ຕອບ​ບັນ­ຫາກະ­ບິນ​ລະ​ພົມ​ບໍ່​ໄດ້ຈະ​ຖືກ​ຕັດ​ຄໍແທ້ໆ.,” ໂຕ​ເມຍ​ຖາມ​ຕໍ່​ໄປ​ວ່າ: “ບັນ­ຫາ​ທີ່​ກະ­ບິນ​ລະ​ພົມ​ຖາມ​ນັ້ນມີ​ຫຍັງ​ແດ່? “ໂຕ​ຜົວ​ເວົ້າ​ວ່າ: “ຕອນ​ເຊົ້າ​ລາ­ສີ (ສີ​ລິ) ຂອງ​ຄົນ ຢູ່​ໃສ?, ຕອນ​ທ່ຽງ​ລາ­ສີ (ສີ​ລິ) ຂອງ​ຄົນ​ຢູ່​ໃສ?, ຕອນ​ຄ່ຳ​ລາ­ສີ (ສີ​ລິ) ຂອງ​ຄົນ​ຢູ່​ໃສ, ຂ້ອຍ​ຄິດ​ວ່າ ທຳ​ມະ​ບານ​ກຸມ­ມານ​ຕອບ​ບໍ່​ໄດ້ດອກ ເພາະ​ມັນ​ຍາກ​ໂພດ”. ໂຕເມຍ​ຖາມ​ຕໍ່​ໄປ​ອີ​ກວ່າ: “ຄັນ​ຈັ່ງຊັ້ນ​ເຈົ້າ​ຮູ້​ຄຳ​ຕອບ​ສາມ​ບັນ­ຫາ​ນັ້ນບໍ ແມ່ນ​ຫຍັງ​ກັນ​ແທ້?”. ໂຕ​ຜົວ ຈິ່ງ​ເວົ້າ​ວ່າ: “ມັນ​ຊິ​ຍາກ​ຫຍັງ!, ຕອນ​ເຊົ້າ​ລາ­ສີ (ສີ​ລິ) ຂອງ​ຄົນ​ກໍ່ຢູ່​ທີ່​ຫນ້າ ເພາະ­ວ່າ​ຕື່ນ​ເຊົ້າ​ມາ​ຄົນຕ້ອງ​ໄດ້​ລ້າງ​ຫນ້າ​ຂອງ​ຕົນເພື່ອຄວາມ​ຊຸ່ມ​ເຢັນ ແລະ ສວຍ​ງາມ, ຕອນ​ທ່ຽງ​ລາ­ສີ (ສີ​ລິ) ຂອງ​ຄົນ​ຢູ່ທີ່​ເອິກ ເພາະ­ວ່າ​ເມື່ອ​ຮ້ອນ​ມາ​ຄົນຈະ​ມັກ​ເອົາ​ນ້ຳ​ມາ​ລູບ​ເອິກ ເພື່ອ ຜ່ອນ​ຄວາມ​ຮ້ອນ ແລະ ການ​ຫົນຫວຍ​ກະ­ວົນ­ກະ­ວາຍ, ຕອນ​ຄ່ຳ ລາ­ສີ (ສີ​ລິ) ຂອງ​ຄົນ​ກໍ່​ຢູ່​ທີ່​ຕີນເພາະ­ວ່າກ່ອນ​ຈະ​ເຂົ້າ​ບ່ອນ​ນອນຄົນ​ຈະ​ລ້າງ​ຕີນ​ໃຫ້​ສະ­ອາດ​ເສຍກ່ອນ”. ພໍ​ແຕ່​ທຳ​ມະ​ບານ​ກຸມ­ມານໄດ້​ຍິນ ແລະ ເຂົ້າ­ໃຈ​ດີ​ແລ້ວ​ກໍ່​ຜຸດລຸກ­ຂຶ້ນ​ແລ້ວ​ຮີບ​ແລ່ນ​ເມືອ​ຫາ​ຜາສາດ​ເຈັດ​ຊັ້ນ​ຂອງ​ຕົນ ເພື່ອ​ລໍ­ຖ້າກະ­ບິນ​ລະ​ພົມຈະ​ສະ­ເດັດ​ລົງ​ມາພົບເພາະ​ຮອດ​ມື້​ນັດ​ຫມາຍ​ຕອບບັນ­ຫາ. ຮອດ​ມື້​ນັດ​ຫມາຍ ກະ­ບິນລະ​ພົມ ກໍ່​ສະ­ເດັດ​ລົງ​ມາ​ແທ້, ແລ້ວກໍ່​ເຂົ້າ​ໄປ​ພົບ ທຳ​ມະ​ບານ​ກຸມ­ມານຢູ່​ຫໍ­ຜາ­ສາດ​ເຈັດ​ຊັ້ນ​ຕາມ​ນັດຫມາຍ​ແລ້ວ ທຳ​ມະ​ບານ​ກຸມ­ມານ ກໍ່​ໄດ້​ຕອບ​ບັນ­ຫາ​ທັງ​ສາມ​ຂໍ້​ຂອງ ກະ­ບິນ​ລະ​ພົມນັ້ນ​ຖືກ​ຫມົດ ບໍ່​ມີ​ຜິດຈັກ​ຫນ້ອຍ​ເລີຍ. ກະ­ບິນ​ລະ​ພົມ ຍອມ­ຮັບ​ຄວາມ​ພ່າຍ​ແພ້​ຂອງ​ຕົນແລ້ວຕົກ­ລົງ​ໃຫ້ ທຳ​ມະ​ບານ​ກຸມມານ ຕັດ​ຄໍ​ຕົນ​ຕາມ​ສັນ­ຍາ. ກ່ອນຈະ​ຖືກ​ຕັດ​ຄໍ​ກະ­ບິນ​ລະ​ພົມ​ໄດ້ເອີ້ນ​ລູກ​ສາວ​ທັງ​ເຈັດ​ມາ​ພົບ​ແລ້ວໃຫ້​ເອົາ​ຂັນ​ຮອງ­ຄໍ​ພໍ່​ເພື່ອ​ບໍ່​ໃຫ້ຫົວ​ຕົກ­ລົງ​ໄປ​ທົ່ວ­ທີບ​ຈະ​ເປັນ​ເຫດຮ້າຍ​ຕໍ່​ມະ­ນຸດ​ໂລກ ເພາະ­ວ່າ​ຖ້າ ຫົວ​ພໍ່​ຕົກ­ລົງ​ດິນ ດິນ​ຈະ​ຖືກ​ແຫ້ງແລ້ງ​ເກີດ​ໄຟ​ໄຫມ້​ເຜົາ, ຖ້າ​ຕົກ​ໃສ່ມະ­ຫາ​ສະ­ຫມຸດ​ກໍ່​ຈະ​ບົກ​ແຫ້ງກາຍ­ເປັນ​ພູ­ຜາ​ປ່າ­ໄມ້, ຖ້າ​ຕົກ​ຢູ່ສະ­ຫວັນ​ຊັ້ນ​ຟ້າ​ກໍ່​ຈະ​ກາຍ­ເປັນພະ­ຍຸ​ລົມ­ແດງ, ຝົນ­ຕົກ ແລະ ມີ​ຫິ­ມະ​ກ້າມ​ຕະ­ຫລອດ​ໄປ.

ຈາກ​ນັ້ນ​ລູກ​ສາວ​ທັງ​ເຈັດ​ກໍ່ໄດ້​ເອົາ​ພາ​ຂັນ​ມາ​ຮອງ­ຄໍ​ພໍ່​ຕົນ ແລ້ວ​ໃຫ້​ທຳ​ມະ​ບານ​ກຸມ­ມານ​ຕັດ​ຄໍລົງ​ໃສ່​ພາ​ຂັນ​ນັ້ນ ແລ້ວ​ລູກ​ສາວ​ໄດ້ ເອົາ​ໄປ​ແຫ່​ອ້ອມ​ເສົາ​ສະ­ເຫມນສາມ​ຮອບ ແລ້​ວຈິ່ງ​ເອົາ​ໄປ​ໄວ້​ພູເຂົາ​ໄກ­ລາດ​ຢູ່​ແດນ​ໄກ. ພໍ​ເຖິງຂອບ​ປີ (ເດືອນ​ຫ້າ​ລາວ) ມາຮອດ​ແລ້ວລູກ​ສາວ​ທັງ​ເຈັດກໍ່​ຜັດປ່ຽນ​ກັນ​ໂຈມ​ພາ​ຂັນ​ອອກ​ມາ​ລ້າງສ່ວຍ​ໃຫ້​ຊຸ່ມ​ເຢັນ ແລະ ສະ­ອາດເປັນ​ປະ­ຈຳ. ແຕ່​ນັ້ນ​ມາ​ບ່າວ​ໄພ່ລາດ​ສະ​ດອນ​ເຫັນ​ວ່າ​ຈົບ­ງາມ​ດີແທ້​ຈິ່ງ​ຈັດ​ຕັ້ງ​ກັນ​ເອົາ​ນ້ຳ­ອົບ​ນ້ຳຫອມ ຫລື ນ້ຳ​ສະ­ອາດ​ມາ​ຫົດສົງ​ກັນ (ເອີ້ນ​ວ່າ: ບຸນ​ຫົດ​ນ້ຳ) ຈົນ​ເທົ່າ​ທຸກ​ວັນ​ນີ້. ສ່ວນ­ວ່າ​ນາງສັງ­ຂານ ຫລື ການ​ແຫ່​ສັງ­ຂານນັ້ນ​ກໍ່​ແມ່ນ​ແຫ່​ລູກ​ສາວ​ທັງ​ເຈັດຂອງກະ­ບິນ​ລະ​ພົມ ທີ່​ຜັດ­ປ່ຽນ​ກັນອອກ​ມາ​ໃນ​ແຕ່​ລະ​ປີ​ນັ້ນ​ດ້ວຍ.

ພິ­ທີ​ຈັດ​ງານ​ບຸນ­ປີ­ໃຫມ່​ລາວ, ຂຶ້ນ 13 ຄ່ຳ​ເດືອນ 5 ກົງ​ກັບ​ວັນ​ທີ 13 ເມ­ສາ ແມ່ນ​ວັນ​ສົ່ງ​ທ້າຍ​ປີ​ເກົ່າ. ໃນ​ວັນ​ນີ້ ແຕ່​ລະ​ຄອບ­ຄົວ, ທຸກໆສະ­ຖານ­ທີ່​ພາຍ​ໃນ​ວັດ, ໂຮງ­ຮຽນ, ສຳ­ນັກ­ງານ​ຫ້ອງ­ການຈະ​ມີ​ການຮ່ວມ​ຈິດ​ຮ່ວມ​ໃຈ​ກັນ​ເຮັດ​ອະ​ນາໄມ​ລວມ​ຫມູ່ໃຫ້​ສະ­ຖານ­ທີ່​ຕ່າງໆສະ­ອາດ​ງາມ​ຕາ ແລະ ຢູ່​ຕາມ​ບ້ານເຮືອນຈະ​ມີ​ການ​ຫ້າງ​ຫາ​ກະ­ກຽມດອກ​ໄມ້​ທູບ​ທຽນນ້ຳ­ອົບ​ນ້ຳ​ຫອມ ເພ​ື່ີອ​ຫົດ­ສົງ​ພະ​ພຸດ​ທະ​ຮູບ. ຢູ່​ວັດຈະ​ມີ​ການ​ເຮັດ​ຮ້ານ​ພະ  ພໍ​ເມື່ອຮອດ​ສາມ​ໂມງ​ແລງ​ພະ­ສົງ​ຈະ​ຕີຄ້ອງ​ຮ້ອງ​ປ່າວ​ໃຫ້​ຊາວ­ບ້ານ​ມາໂຮມ​ກັນ​ຢູ່​ວັດ ແລ້ວ​ທຳ​ພິ­ທີ​ໄຫວ້ພະ​ຮັບ​ສິນ, ຟັງ­ເທດ, ຄາ­ລະ­ວະສົມ​ມາ​ສວດ​ໄຊ​ຢັນ​ໂຕ, ຊິດ​ນ້ຳພຸດ​ທະ​ມົນ, ນິ­ມົນ​ພະ​ພຸດ​ທະ​ຮູບລົງ​ຈາກ​ແທ່ນ​ບູ­ຊາ ເພື່ອ​ໃຫ້​ຊາວບ້ານ​ໄດ້​ຫົດ­ສົງ.

ຂຶ້ນ 14 ຄ່ຳ ເດືອນ 5 ກົງ​ກັບວັນ​ທີ 14 ເມ­ສາ ແມ່ນ​ວັນ​ເນົາ ຊາວ­ບ້ານ​ທຸກໆ​ຄົນ​ທຸກໆ​ຄອບ­ຄົວຈະ​ຢຸດ​ງານບໍ່​ກະ­ທຳ​ກິດ­ຈະ­ການໃດໆ​ພັກ­ຜ່ອນ​ທ໋ຽວ​ຫລິ້ນ ແລະ ໄປ​ຢ້ຽມ­ຢາມ​ພີ່­ນ້ອງ​ຕະ­ຫລອດ​ມື້, ຕອນ​ແລງ​ເວ­ລາ 4 ໂມງ ພະ­ສົງຈະ​ຕີ​ຄ້ອງ​ຮ້ອງ​ປ່າວ​ໃຫ້​ຊາວ­ບ້ານມາ​ໂຮມ​ກັນ​ຢູ່​ທີ່​ວັດ ເພື່ອ​ໄປ​ເກັບດອກ​ໄມ້​ມາ​ບູ­ຊາ​ພະ ແລະ ຕົກຕອນ​ຄ່ຳ​ມາພໍ​ກິນ​ເຂົ້າ​ແລງ​ແລ້ວ ພະ­ສົງ​ຈະ​ຕີ​ຄ້ອງ​ຮ້ອງ​ປ່າວ​ໃຫ້ຊາວ­ບ້ານ​ມາ​ໂຮມ​ກັນຢູ່​ທີ່​ວັດ ເພື່ອ​ແຫ່​ດອກ​ໄມ້​ທູບ​ທຽນ, ມີ​ການທຳ​ພິ­ທີ​ທາງ​ສາ­ສະ­ຫນາ​ຟັງ­ເທດ ແລະ ການ​ລະ​ຫລີ້ນ​ແບບ​ພື້ນ­ເມືອງຕ່າງໆ​ຂອງ​ບ່າວ​ສາວ​ໄວ​ຄະ­ນອງ, ໄດ້​ເວ­ລາ​ສົມ­ຄວນ​ຈິ່ງ​ເລີກ­ລາເມືອ. ຂຶ້ນ 15 ຄ່ຳ ເດືອນ 5 ກົງ​ກັບວັນ​ທີ 15 ເມ­ສາ ແມ່ນ​ມື້​ໃຫມ່​ຂອງປີ​ໃຫມ່ຕອນ​ເຊົ້າ​ຢູ່​ວັດ​ຈະ​ມີ​ການຕັກ­ບາດຖວາຍ​ບາ­ສີສູ່­ຂວັນ​ແກ່ພະ­ສົງ​ສາ­ມະ­ເນນ ແລະ ອວຍ­ພອນໃຫ້​ເຊິ່ງ​ກັນ ແລະ ກັນ. ນອກ­ຈາກ​ນີ້ ຢູ່​ແຕ່​ລະ​ຄອບ­ຄົວ​ຍັງ​ມີ​ການ​ສູດ​ມົງຄຸນ, ຕັກ­ບາດ​ບາ­ສີ­ສູ່­ຂວັນ​ຢູ່​ເຮືອນໃຜ​ເຮືອນ​ລາວ ເພື່ອ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນ­ຮັບ​ປີ​ໃຫມ່. ພໍ​ຮອດ​ຕອນແລງ ແລະ ຕອນ​ຄ່ຳ​ກໍ່​ຈະ​ໄປ​ເອົາ​ດອກໄມ້​ແຫ່​ວຽນ­ທຽນ​ໃນ​ແຕ່​ລະ​ມື້ຈົນ​ຮອດ​ເດືອນ 6 ເພັງຈິ່ງ​ລາ ເລີກ​ກັນ​ກໍ່​ມີ ນີ້​ແມ່ນ​ຄວາມ​ນິ­ຍົມປະ­ພຶດ​ຂອງ​ບາງ​ບ້ານ.

ກິດ­ຈະ­ກຳ​ຕ່າງໆໃນ​ງານ​ບຸນປີ​ໃຫມ່​ລາວ.

1. ບາ­ສີ­ສູ່­ຂວັນ​ພະ­ສົງສາ​ມະເນນ, ສົງ​ພະ​ພຸດ​ທະ​ຮູບ, ສູດ​ມົງຄຸນ​ຕັກ­ບາດ​ເຮືອນ, ບາ­ສີ­ສູ່­ຂວັນອວຍ­ພອນ​ເຊິ່ງ​ກັນ ແລະ ກັນ. ສະເພາະ​ມື້​ສູ່­ຂວັນ​ພະ­ສົງສາ­ມະ­ເນນສຳ­ເລັດ​ແລ້ວ ກໍ່​ກັບ​ຄືນ​ເມືອ​ສູ່­ຂວັນຢູ່​ເຮືອນ​ໃຜ​ເຮືອນ​ລາວ ເມື່ອ​ເຖິງຕອນ​ບ່າຍ 1ໂມງ ຫາ 2 ໂມງ ຊາວ­ບ້ານ​ອອກ​ຕົນ​ຍາດ​ໂຍມ​ຈະພາ­ກັນ​ໄປ​ຂົນ​ເອົາ​ຊາຍ​ມາ​ກອງ​ໄວ້ ເພື່ອ​ຕົບ​ເປັນ​ເຈ­ດີ​ຊາຍ​ໄວ້​ຮອດ 4ໂມງ ພວກ​ອອກ​ຕົນ​ຍາດໂຍມ​ກໍ່​ໄປນຳ​ເອົາ​ດອກ​ໄມ້. ຕອນ​ຄ່ຳເວນກອງ​ຊາຍ ແລະ ແຫ່​ດອກກ​ໄມ້ແລ້ວ​ຈິ່ງ​’ກັບ​ເຮືອນ​ໃຜ​ເຮືອນ​ລາວ.

2. ສົງ​ນ້ຳ​າທ່ານ​ນຜູ້​ໃ້ຫຍ່, ຜູ້​ຊົງຄຸນ​ນະ​ວຸດ, ພໍ່​ແມ່­ເຖົ້າ​ແກ່​ອາ­ວຸ­ໂສເຮັດ­ບຸນ​ກິນ​ທານ​ແດ່​ພໍ່​ແມ່​ຍາດ­ຕິພົງ­ພັນທີ່​ລ່ວງ​ລັບ​ໄປ​ແລ້ວ.

3. ຕົບ​ເຈ­ດີ​ພະ​ທາຍ ຫລື ກໍ່​ເຈ­ດີ​ຊາຍ​ຢູ່​ຕາມ​ວັດ ແລະ ສະຖານ​ທີ່​ຕ່າງໆ.

4. ປ່ອຍ​ສັດ, ໂຜດ​ສັດ​ໃຫ້​ພົ້ນອອກ​ຈາກ​ຄວາມ­ທຸກ, ພົ້ນ​ຈາກ​ສະຖານ​ທີ່​ຄຸມ​ຂັງ, ພົ້ນ​ຈາກ​ຄວາມຕາຍ​ໃຫ້​ມີ​ຄວາມ​ເປັນ​ອິດ­ສະ­ຫລະ ໃນ​ມື້​ຕອນ​ແລງ​ຂອງ​ມື້ 15ຄ່ຳ.

ບາງ​ທ້ອງ­ຖິ່ນການ​ສົງ​ນ້ຳ​ພະພຸດ​ທະ​ຮູບຖືກ​ແກ່­ຍາວ​ໄປ​ແຕ່​ຂຶ້ນ 13 ຄ່ຳ ເດືອນ 5 ຈົນ​ເຖິງ​ຂຶ້ນ 15 ຄ່ຳ ເດືອນ 6 ເພັງ ຈິ່ງ​ສິ້ນ​ສຸດ​ລົງ. ການ​ສົງ​ນ້ຳ​ພະ​ນັ້ນ, ນອກ­ຈາກຈະ​ສົງ​ຢູ່​ຕາມ​ຫົວ​ວັດ​ຕ່າງໆ​ແລ້ວ ເພິ່ນ​ຍັງ​ນິ­ຍົມ​ຈັດ​ຕັ້ງ​ກັນ​ທັງ​ຝ່າຍພະ­ສົງ​ສາ­ມະ­ເນນ ແລະ ຝ່າຍ​ບ້ານເມືອງ​ໄປ​ສົງ​ນ້ຳ​ພະ​ຢູ່​ຕາມ​ສະ­ຖານທີ່​ຕ່າງໆ​ເຊັ່ນ: ຖ້ຳ, ຫ້ວຍ, ພູ, ວັດ​ຮ້າງ ແລະ ສະ­ຖານ­ທີ່​ອື່ນໆ​ທີ່​ມີພະ​ພຸດ​ທະ​ຮູບ​ນັ້ນ​ອີກ.

ທີ່ມາhttp://www.ecom.org.la

ບົດຄວາມຫຼ້າສຸດ

ປຶກສາຫາລື 5 ຫົວຂໍ້ສຳຄັນ ໃນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກຸມພາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 27 ກຸມພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ,...

ເຮືອບິນກອງທັບຊູດານ ເກີດອຸບັດຕິເຫດຕົກໃສ່ເຂດຊຸມຊົນ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

ເສຍຊີວິດເພີ່ມ 46 ຄົນ ຈາກເຫດເຮືອບິນກອງທັບຊູດານຕົກໃນເຂດຊຸມຊົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 26 ກຸມພາ 2025 ເກີດເຫດເຮືອບິນຂອງກອງທັບຊູດານເກີດອຸບັດຕິເຫດຕົກໃນ ເມືອງອອມດູມານ ພາກກາງຂອງປະເທດ ໃນວັນອັງຄານຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 46 ຄົນ...

ທຫລ ປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ລາວ

ທຫລ ປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ລາວ ໃນວັນທີ 26 ກຸມພາ 2025 ນີ້, ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການ ທະນາຄານແຫ່ງ...

ກວດພົບ 2 ສາຍສື່ສານທີ່ບໍ່ມີເຈົ້າຂອງທີ່ ຂົວມິດຕະພາບ ລາວ-ໄທ

ເຈົ້າໜ້າທີ່ ກສທຊ ປະເທດໄທ ກວດພົບ 2 ສາຍສື່ສານບໍ່ມີເຈົ້າຂອງ ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ກຸມພາ 2025 ຜ່ານມາ, ເຈົ້າໜ້າທີ່ ສຳນັກງານຄະນະກຳມະການ ກິດຈະການກະຈາຍສຽງ,...