spot_img
Homeຂ່າວການພັດທະນາທົ່ວປະເທດເຂົ້າຮ່ວມປ່ອຍປາ 13 ກໍລະກົດ ຢ່າງເປັນຂະບວນຟົດຟື້ນ!

ທົ່ວປະເທດເຂົ້າຮ່ວມປ່ອຍປາ 13 ກໍລະກົດ ຢ່າງເປັນຂະບວນຟົດຟື້ນ!

Published on

fish

ວັນທີ 13 ກໍລະກົດນີ້ ເຊິ່ງເປັນວັນປ່ອຍປາແຫ່ງຊາດ ທີ່ລັດຖະບານເຮົາໄດ້ເອົາ ວັນດັ່ງກ່າວເປັນມື້ສິລິມຸງຄຸນໃນໂອ ກາດລະນຶກວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ແລະ ກໍໃນມື້ນີ້, ປະຊາຊົນ ແລະ ອຳນາດການປົກຄອງແຂວງ, ນະຄອນ ຫລວງຕ່າງກໍໄດ້ຮ່ວມກັນຈັດພິທີປ່ອຍປາລົງສູ່ວັງນ້ຳທຳມະຊາດ ດ້ວຍບັນຍາກາດ ອັນຟົດຟື້ນ ເພື່ອແນໃສ່ຮັບປະກັນທາງດ້ານສະບຽງອາຫານໃຫ້ມີຄວາມ ຍືນຍົງຕະ ຫລອດໄປ.

ໃນວັນປ່ອຍປາປີນີ້ ສຳລັບຢູ່ນະຄອນຫລວງວຽງຈັນ ໂດຍການຮ່ວມມືກັບກະ ຊວງກະສິກຳ ແລະ ປ່າໄມ້ ໄດ້ປ່ອຍປາຈຳນວນແສນກວ່າໂຕລົງສູ່ວັງສະຫງວນນ້ຳຕອນ ເຂດບ້ານນາເລີດ ເມືອງສັງທອງ ເຊິ່ງເປັນບ້ານສາມສ້າງຂອງນະ ຄອນຫລວງ ໂດຍມີທ່ານ ດຣ. ເພັດ ພົມພິພັກ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ບັນດາພະແນກການອ້ອມຂ້າງ ແລະ ປະຊາຊົນພາຍ ໃນເມືອງດັ່ງກ່າວເຂົ້າຮ່ວມເປັນຈຳນວນຫລາຍ.

ໃນພິທີໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍສຳຄັນຂອງວັນດັ່ງກ່າວ ນອກຈາກຈະສ້າງຄວາມອຸດົມສົມບູນໃຫ້ແກ່ທຳມະຊາດ ແລ້ວ ຍັງເປັນການລະນຶກເຖິງວັນຄ້າຍວັນເກີດຂອງທ່ານປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາ ເຜົ່າ ແລະ ກໍເປັນວັນປະຕິບັດກົດໝາຍວ່າດ້ວຍການປະມົງ ໃຫ້ມີຜົນສັກສິດ ເຊິ່ງຄາດວ່າໃນປີນີ້ ທາງກະ ຊວງກະສິກຳ ໄດ້ວາງແຜນປຸກລະດົມທົ່ວສັງຄົມໃຫ້ປ່ອຍປາລົງສູ່ວັງນ້ຳທຳມະຊາດໃຫ້ໄດ້ 15 ລ້ານໂຕ ເພີ່ມຈາກປີກ່ອນ 5 ລ້ານໂຕ. ສຳລັບປາທີ່ນຳໄປປ່ອຍລົງວັງນ້ຳຕອນໃນມື້ນີ້ມີປາຊ່ອຍຂາວ, ປານິນ, ປາປາກ, ປາໄນ ຈຳນວນ 1 ແສນກວ່າໂຕ. ໃນວັນດຽວ ກັນຢູ່ແຂວງໄຊຍະບູລີ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະ ຢູ່ບ່ອນອື່ນໆ ກໍໄດ້ຈັດພິທີປ່ອຍປາລົງສູ່ນ້ຳທຳມະຊາດ ບ່ອນລະ 50-1 ແສນກວ່າໂຕ ແລະ ສຳລັບເອກະຊົນຢູ່ເຂດເມືອງປາກງື່ມຄອບຄົວໜຶ່ງສາມາດປ່ອຍໄດ້ 1,5 ລ້ານໂຕ. ຕະຫລອດລະດູການປ່ອຍປາປີນີ້ ນັບແຕ່ເດືອນກໍລະກົດຫາເດືອນກັນຍາ ເຊິ່ງເປັນລະດູປະສົມພັນຂອງປາ. ດັ່ງນັ້ນ ລັດຖະບານ ໄດ້ຫ້າມຈັບປາແບບດັບສູນ ເນື່ອງຈາກວ່າເປັນໄລຍະທີ່ຝູງປາຂຶ້ນວາງໄຂ່ຢູ່ຕາມຫ້ວຍ ຮ່ອງຄອງບຶງ ແລະ ແມ່ນ້ຳລຳເຊຕ່າງໆເປັນເດັດຂາດ ເພື່ອແນໃສ່ປົກປັກຮັກສາສັດນ້ຳໃຫ້ມີການແຜ່ຫລາຍໃນແຕ່ລະປີ. ຕາມຜູ້ລາຍງານຂ່າວໃຫ້ຮູ້ ວ່າ: ຂະບວນການປ່ອຍປາໃນປີນີ້ເດັ່ນກວ່າໝູ່ແມ່ນຢູ່ແຂວງໄຊຍະບູລີ ໄດ້ປ່ອຍປາລົງສູ່ວັງນ້ຳທຳມະຊາດແລ້ວຫລາຍກວ່າ 1 ລ້ານໂຕ, ສ່ວນແຂວງອື່ນໆກໍໄດ້ສະເໜີແຜນປ່ອຍປາໃຫ້ໄດ້ກວ່າ 2 ລ້ານໂຕ. ຕາມການລາຍງານຂອງກົມລ້ຽງສັດ ແລະ ການປະມົງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ສູນຄົ້ນຄວ້າການປະມົງທີ່ຂຶ້ນກັບສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ໂດຍ ໄດ້ຮັບການສະໜັບສະໜູນຈາກໂຄງການທົດລອງລ້ຽງປາພື້ນເມືອງ Aquacul tuer of Indigenous Mekong Fish Species Project (AIMS) ເຊິ່ງເປັນໂຄງການຊ່ວຍເຫລືອລ້າຈາກຄະນະກຳມາທິການແມ່ນ້ຳຂອງສາກົນ (MRC) ໄດ້ສຶກສາຄົ້ນຄວ້າທົດລອງລ້ຽງປາພື້ນເມືອງຂອງລາວ 6 ຊະນິດ ຄືປາປາກ, ປາແກງ, ປາເພັ້ຍ, ປາເໝັ້ນ, ປາສະກາງ ແລະ ປາດຸກ. ໂຄງການດັ່ງກ່າວແມ່ນໄດ້ຮັບຜົນສຳເລັດໃນການປະສົມພັນທຽມປາ 6 ຊະນິດດັ່ງກ່າວ ແລະ ໄດ້ຖ່າຍທອດ ເຕັກນິກໃນການລ້ຽງໃຫ້ແກ່ສະຖານີ ແລະ ຟາມລ້ຽງປາຢູ່ແຂວງຫລວງພະບາງ, ນະຄອນຫລວງວຽງຈັນ ແລະ ແຂວງຈຳປາສັກຢ່າງໄດ້ຮັບຜົນດີ.

 

ແຫລ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...