spot_img
Homeວິທະຍາສາດ-ວິທະຍາການຮູ້ຫຼືບໍ່!!! ເດັກນ້ອຍເກີດໃໝ່ເບິ່ງເຫັນພາບແບບໃດ

ຮູ້ຫຼືບໍ່!!! ເດັກນ້ອຍເກີດໃໝ່ເບິ່ງເຫັນພາບແບບໃດ

Published on

ເດັກ​ເກີດ​ໃໝ່​ສາມາດ​ເບິ່ງ ເຫັນ​ການ​ສະແດງ​ອອກ​ທາງ​ສີ​ໜ້າ​ຂອງ​ພໍ່​ແມ່​ໄດ້​ພຽງແຕ່ໄລ​ຍະ 30 ເຊນ​ຕິ​ແມັດ​ເທົ່າ​ນັ້ນນັບ​ເປັນ​ເທື່ອ​ທຳອິດ​ທີ່​ນັກ​ວິທະຍາ​ສາດ​ໄດ້​ຂໍ້​ມູນ​ການ​ຮັບ​ຮູ້​ພາບ​ຂອງ​ສິ່ງ​ທີ່​ເກີດ​ຂຶ້ນ ເທິງ​ໂລກ​ຂອງ​ເດັກ​ນ້ອຍເກີດໃໝ່

ນັກ ວິທະຍາ​ສາດ​ປະສົມ​ຜະ​ສານ​ຄວາມ​ຮູ້​ທາງ​ເທກ​ໂນ​ໂລ​ຍີ ຄະ​ນິດ​ສາດ​ ແລະ ​ຄວາມ​ຮູ້​ກ່ຽວກັບ​ການ​ເບິ່ງ-ເຫັນ​ຂອງ​ເດັກ​ນ້ອຍເກີດໃໝ່ ຈົນ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ສະແດງ​ໃຫ້​ຜູ້ໃຫຍ່​ເຫັນ​ວ່າ ເດັກ​ເດັກນ້ອຍ​ເກີດໃໝ່​ນັ້ນ​ເບິ່ງ-ເຫັນ​ສິ່ງ​ແວດ​ລ້ອມ​ຫລາຍ​ນ້ອຍ​ພຽງ​ໃດ ຜົນ​ການສຶກສາ​ເທື່ອ​ນີ້​ບອກ​ເຮົາ​ວ່າ ເດັກ​ເດັກນ້ອຍ​ອາ​ຍຸ 2-3 ມື້​ສາມາດ​ຮັບ​ຮູ້​ໜ້າ​ຕາ​ແລະ​ອາດຈະ​ຮັບ​ຮູ້​ການ​ສະແດງ​ອາລົມ​ທາງ​ສີ​ໜ້າ​ໄດ້​ຫາກ-ວ່າ​ຢູ່​ໃນໄລ​ຍະ 30 ເຊນ​ຕິ​ແມັດ​ຈາກ​ສາຍ​ຕາ ເຊຶ່ງ​ອາດຈະ​ເປັນ​ໄລ​ຍະ​ທີ່​ແມ່​ ເບິ່ງໜ້າລູກອ່ອນ​ ຫາ​ກໄ​ຍໄກ​ກວ່າ​ນັ້ນ ພາບ​ທີ່​ເຫັນ​ຈະ​ເບີໆ ຈົນ​ເບິ່ງບໍ່ເຫັນ​ໜ້າ ​ຫຼື ​ການ​ສະແດງ​ສີ​ໜ້າ​ຫຍັງ​ເລີຍ

ງານ ວິ​ໄຈ​ເທື່ອ​ນີ້​ເກີດ​ຈາກ​ຄວາມ​ຮ່ວມ​ມື​ຂອງ​ນັກ​ວິ​ໄຈ​ຈາ​ກ ສະຖາບັນຈິດຕະວິທະຍາ ມະຫາ​ວິທະຍາ​ໄລ​ອອດສ໌​ໂລ ນອລ໌​ເວີ໌ຍ ໂດຍ​ໄດ້ຮັບ​ຄວາມ​ຮ່ວມ​ມື​ຈາກ​ມະຫາ​ວິທະຍາ​ໄລ​ອັບປ໌​ຊານາ ແລະ​ອີ​ຄິບ ອອບ​ຕິກສ໌ ໃນ​ກຸ​ງສະ​ຕອກ​ໂຮລ໌​ມ ສະ​ວີ​ເດນ

ນັກ​ວິທະຍາ​ສາດ​ສົງ​ໄສ​ມາ​ດົນແລ້ວ​ວ່າ​ເດັກ​ເດັກນ້ອຍ​ເບິ່ງ-ເຫັນ​ພາບ​ຢ່າງໃດ ຄຳ​ຕອບ​ຂອງ​ຄຳ​ຖາມ​ນີ້​ອາດຈະ​ຊ່ວຍ​ຕອບ​ຄຳ​ຖາມ​ໄດ້​ວ່າ​ເດັກ​ນ້ອຍ​ສາມາດ​ຮຽນ​ແບບ​ການ​ສະແດງ​ອອກ ທາງ​ສີ​ໜ້າ​ຂອງ​ຜູ້ໃຫຍ່​ໃນ​ຊ່ວງ​ມື້​ທຳອິດ ​ຫລື​ອາທິດ​ທຳອິດ ຂອງ​ຊີວິດ​ໄດ້ ​ຫຼື ບໍ່ເພາະ​ຫລັງ​ຈາກ​ນັ້ນ​ສາຍ​ຕາ​ຈະ​ເລີ່ມ​ພັດທະນາ​ຈົນ​ເຫັນ​ສິ່ງ​ແວດ​ລ້ອມ

“ກ່ອນ​ໜ້ານີ້ ເມື່ອ​ນັກ​ວິ​ໄຈ​ພະຍາຍາມ​ຄາດການວ່າ​ເດັກ​ເກີດ​ໃໝ່​ເບິ່ງ-ເຫັນ​ຢ່າງ​ໃດ ກໍ​ມັກ​ຈະ​ໃຊ້​ພາບ​ນິ່ງ​ໃນ​ການສຶກສາ ແຕ່​ໂລກ​ຄວາມ​ຈິງ​ທຸກ​ຢ່າງ​ບໍ່​ໄດ້​ຢຸດ​ນິ່ງ ແນວ​ຄິດ​ຂອງ​ເຮົາ​ຄື​ເຮົາ​ຈະ​ໃຊ້​ພາບ​ທີ່​ເຄື່ອນ​ໄຫວ” ສາດ​ສະດາ​ຈານຍ໌ ສະ​ເຫວນ ແມກ​ນັດ​ເຊນ ແຫ່​ງສະຖາ​ບັນ​ຈິດ​ວິທະຍາ ກ່າວວ່າ

ໃນ​ຊ່ວງ​ທຳອິດຂອງ​ຊີວິດ​ ການວິ​ໄຈ​ຂອງ ສ. ແມກ​ນັດ​ເຊນ ນັ້ນ ເລີ່ມ​ສຶກ​ສາ​ລະບົບ​ການ​ຮັບ​ຮູ້​ດ້ວຍ​ສາຍ​ຕາ​ຂອງ​ມະນຸດ ຈົນ​ເມື່ອ 15 ປີ​ກ່ອນ ສ. ແມກ​ນັດ​ເຊນ​ໄດ້​ລົມກັບ​ເພື່ອນ​ຮ່ວມ​ງານ​ກ່ຽວກັບ​ບັນຫາ​ໃນ​ການ​ທົດສອບ​ວ່າ​ເດັກ​ເກີນ​ໃຫ່ມນັ້ນ​ສາມາດ​ຮັບ​ຮູ້​ການ​ສະແດງ​ອອກ​ທາງ​ສີ​ໜ້າ​ໄດ້ ​ຫຼື ບໍ່ ນັກ​ວິ​ໄຈ​ເຊື່ອ​ກົງ​ກັນ​ວ່າ​ເດັກ​ເດັກນ້ອຍ​ໜ້າ​ຈະ​ເບິ່ງ-ເຫັນ​ແລະ​ຮຽນ​ແບບ​ການ​ສະແດງ​ອອກ​ທາງ​ສີ​ໜ້າໄດ້​ແທ້ໆ

“ຍ້ອນ​ກັບ​ໄປ​ຕອນ​ນັ້ນ ເຮົາ​ບໍ່​ມີ​ອຸປະກອນ ​ຫຼື ເທັກ​ນິກ​ໃດໆ​ ເລີຍ​ທີ່​ຈະ​ມາ​ທົດສອບ​ແນວ​ຄິດ​ຂອງ​ພວກ​ເຮົາ​ເລີ່ມ​ກໍ່ການ​ຂູດ​ຄົ້ນ ດັ່ງ​ນັ້ນຜົນ​ການສຶກສາ​ຂອງ​ເຮົາ​ມາ​ຈາກ​ຄວາມ​ສົງ​ໄສ​ເກົ່າ​ໆ ​ທີ່​ບໍ່​ມີ​ໃຜ​ເຄີຍ​ທົດສອບ​ມາ​ກ່ອນ”

ຄຳຖາມຄື ແມ່ນຫຍັງ​ເຮັດໃຫ້​ເດັກ​ເຂົ້າໃຈ​ການ​ສະແດງ​ທາງ​ສີ​ໜ້າ ໃນ​ການ​ຕອບ​ຄຳ​ຖາມນີ້ ນັກ​ວິ​ໄຈ​ໄດ້​ລວມ​ເອົາ​ເທັກ​ນິກ​ທາງ​ການ​ຈຳ​ລອງ​ການ​ເບິ່ງ-ເຫັນ​ຂອງ​ເດັກນ້ອຍ ໂດຍ​ໄດ້​ຂໍ້​ມູນ​ສຳຄັນ​ກ່ຽວກັບ​ການ​ຮັບ​ຮູ້​ແສງ​ທີ່​ຕັດ​ກັນ​ແລະ​ຄວາມ​ລະອຽດ​ເຊີງ​ພື້ນທີ່ ຈາກ​ງານ​ວິ​ໄຈ​ໃນ​ທົດ​ສະວັດ​ທີ່ 1980 ໃນ​ເທື່ອ​ນັ້ນ ມີ​ການ​ທົດລອງ​ເຮັດໃຫ້​ເດັກ​ຫັນ​ໄປ​ເບິ່ງພາບ

“ຮູບພາບ​ເປັນ​ຮູບ​ທີ່​ເກີດ​ຈາກ​ການ​ໃຊ້​ເສັ້ນ​ລາຍ​ຂາວດຳ ເມື່ອ​ປັບ​ຄວາມ​ກວ້າງ​ຂອງ​ແຖບ​ຂາວ​ດຳ​ແລະ​ຄວາມຖີ່ ບໍລິເວນ​ນັ້ນ​ຈະ​ປ່ຽນ​ໄປ​ເປັນ​ສີ​ຂາວ​ຄືກັນ​ໝົດ​ແລະ​ເດັກ​ກໍ​ຈະ​ບໍ່​ເບິ່ງ​ໄປ​ທີ່​ພາບ ການສຶກສາ​ເທື່ອ​ນັ້ນ​ຈຶ່ງ​ເຮັດໃຫ້​ເຮົາ​ໄດ້​ຮູ້​ຂໍ້​ມູນ​ວ່າລະ​ດັບ​ການ​ຕັດ​ກັນ​ຂອງ​ແສງ​ແລະ​ຄວາມ​ລະອຽດ​ເຊີງ​ພື້ນ​ທີ່​ທີ່​ຈະ​ເຮັດໃຫ້​ເດັກ​ຫັນ​ມາ​ສົນ​ໃຈ​ພາບ ນັ້ນ​ຄວນ​ຈະ​ເປັນ​ເທົ່າ​ໃດ” ສ. ແມກ​ນັດ​ເຊ​ນໍ​ ອະທິ​ບາ

ກ່າວ​ຄື ນັກ​ວິ​ໄຈ​ໄດ້​ຂໍ້​ມູນ​ທີ່​ແມ່ນ​ຍຳ​ກ່ຽວກັບ​ການ​ເບິ່ງ-ເຫັນ​ຂອງ​ເດັກ​ແລ້ວ ແຕ່​ສິ່ງ​ທີ່​ພວກ​ພວກເຂົາ​ບໍ່​ຮູ້​ຄື ພາບ​ຕາມ​ໂລກ​ຄວາມ​ເປັນ​ຈິງ​ນັ້ນ​ຈະ​ປາກົດ​ຕໍ່​ເດັກ​ຢ່າງ​ໃດ ​ເດັກນ້ອຍ​ເກີດ​ໃໝ່​ຈະ​ເບິ່ງ-ເຫັນ​ໃບ​ໜ້າ​ຂອງ​ຜູ້ໃຫຍ່​ທີ່​ກຳ​ລັງ​ກົ້ມ​ລົງ​ເບິ່ງ​ພວກ​ເຂົາ ຫຼື ບໍ່

“ສິ່ງ​ສຳຄັນ​ທີ່​ຕ້ອງ​ຈື່​ໄວ້​ຄື ເຮົາ​ສຶກ​ສາ​ແຕ່ວ່າ​ເດັກ​ເກີດ​ໃໝ່​ຈະ​ເບິ່ງ-ເຫັນ​ຢ່າງໃດ ບໍ່​ໄດ້​ສົນ​ໃຈ​ວ່າ​ເດັກ​ຈະ​ຄິດ​ຢ່າງໃດ​ຕໍ່” ສ. ແມກ​ນັດ​ເຊນ​ ກ່າວ

ກ່ອນໜ້າ​ນີ້​ເຄີຍ​ມີ​ການ​ພະຍາຍາມ​ຈຳ​ລອງ​ການ​ເບິ່ງ-ເຫັນ​ຂອງ​ເດັກເກີດໃໝ່ ຊຶ່ງ​ມັກ​ຈະ​ໃຊ້​ພາບ​ນິ່ງ​ ຫຼື ​ພາບ​ເບີໆ ສ. ແມກ​ນັດ​ເຊນ​ຍອມ​ຮັບ​ວ່າ​ຄ່ອນ​ຂ້າງ​ປະ​ຫລາດ​ໃຈ​ທີ່​ບໍ່​ມີ​ໃຜ​ກ່ອນ​ໜ້າ​ນີ້​ໃຊ້​ຂໍ້​ມູນ​ການ ເບິ່ງ-ເຫັນ​ຂອງ​ເດັກ​ມາ​ໃຊ້​ໃຫ້​ເກີດ​ປະໂຫຍດ​ເລີຍ ດັ່ງ​ນັ້ນ ການ​ວິ​ໄຈ​ເທື່ອ​ນີ້​ຈຶ່ງ​ເປັນ​ການ​ ຄາດເດົາຂໍ້​ມູນ​ພາບ​ທີ່​ເດັກ​ເບິ່ງ-ເຫັນ​ເປັນ​ເທື່ອ​ທຳອິດ

ສ. ແມກ​ເນດ​ຊັດ​ແລະ​ທີມ​ວິ​ໄຈ​ຮູ້ສຶກ​ດີ​ໃຈ​ທີ່​ຕອບ​ຄຳ​ຖາມ​ທີ່​ຕ້ອງ​ຍ້ອນ​ໄປ​ເມື່ອ 15 ປີ​ກ່ອນ​ໄດ້ ກ້າວ​ຕໍ່ໄປ​ຄື​ການ​ປັບ-ປຸງ​ຜົນ​ໃຫ້​ດີ​ຂຶ້ນ

“ງານ ວິ​ໄຈ​ເທື່ອ​ນີ້ ຫຼາຍໆ​ສາ​ຂາ​ໄດ້​ເຂົ້າ​ມາ​ມີ​ສ່ວນ​ກ່ຽວ​ຂ້ອງ ຈຸດ​ຍືນ​ຂອງ​ເຮົາ​ຄືເຮົາ​ໄດ້​ຄົ້ນ​ພົບ​ແລ້ວ ຫາກ​ນັກ​ວິ​ໄຈ​ຄົນ​ໃດ​ຕ້ອງ​ການ​ຈະ​ສານ​ຕໍ່ ກໍ​ຂຶ້ນ​ຢູ່​ກັບ​ພວກ​ພວກເຂົາ”

 

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...