spot_img
Homeຂ່າວການສຶກສາເຊັນສັນຍາແລ້ວ ການປຸກສ້າງອາຄານຮຽນ ບ້ານນາຄົກ ເມືອງງາ ແຂວງອຸດົມໄຊ

ເຊັນສັນຍາແລ້ວ ການປຸກສ້າງອາຄານຮຽນ ບ້ານນາຄົກ ເມືອງງາ ແຂວງອຸດົມໄຊ

Published on

ໃນວັນທີ 11 ກໍລະກົດ 2015 ຜ່ານມານີ້, ຢູ່ທີ່ໂຮງຮຽນມັດທະຍົມບ້ານນາຄົກ ເມືອງງາ ແຂວງອຸດົມໄຊ, ໄດ້ມີພິທີເຊັນສັນຍາການປຸກສ້າງອາຄານຮຽນຫຼັງໃໝ່ຂອງໂຮງຮຽນມັດທະຍົມບ້ານນາຄົກຂື້ນ, ຕາງໜ້າຝ່າຍເຈົ້າຂອງໂຄງການເຊັນໂດຍແມ່ນ ທ່ານ ໄມ່ຕາ ພົມມະໃຈ ປະທານບ້ານນາຄົກ ແລະ ຝ່າຍຜູ່ຮັບເໝົາເຊັນໂດຍແມ່ນ ທ່ານ ຈານຄໍາ ຈັນທະພານິດ ອໍານວຍການບໍລິສັດວັງຄໍາກໍ່ສ້າງ.

ເຂົ້າຮ່ວມມີ ທ່ານ ຈິນດາວົງ ສົມສາມາດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ, ທ່ານ ບຸນເພັງ ແລງສຸທິພົງ ຮອງຫົວໜ້າຫ້ອງການບໍລິຫານ ຜູ່ຮັບຜິດຊອບວຽກງານກໍ່ສ້າງ ພະແນກສຶກສາທິການ ແລະ ກິລາ, ພ້ອມດ້ວຍ ຄະນະພັດທະນາການສຶກສາຂັ້ນເມືອງ, ຂັ້ນບ້ານ ແລະ ຄູອາຈານ ເຂົ້າຮ່ວມນໍາ.

ອາຄານຮຽນຫຼັງໃໝ່ທີ່ຈະໄດ້ຮັບການປຸກສ້າງໃນຄັ້ງນີ້, ເປັນອາຄານຮຽນແບບເຄິ່ງຖາວອນ 1 ຫຼັ້ງ, ມີ 4 ຫ້ອງຮຽນ, ຂະໜາດ 32,4 x 8 ແມັດ, ໃນມູນຄ່າ 290 ລ້ານກີບ. ພາຍຫຼັງເຊັນສັນຍາກັນແລ້ວ ແມ່ນຈະໄດ້ເລີ່ມລົງມືດໍາເນີນການກໍ່ສ້າງ ຊ້າສຸດແມ່ນໃນກາງເດືອນ ກໍລະກົດ ນີ້, ໂດຍກໍານົດໄລຍະເວລາການກໍ່ສ້າງ 3 ເດືອນ ຄາດວ່າ ຮອດທ້າຍເດືອນ ກັນຍາ 2015 ແມ່ນໃຫ້ສໍາເລັດ 100%, ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກອົງການວັນໃໝ່ ປະເທດຝຣັ່ງ ເປັນຜູ່ໃຫ້ທຶນ ເພື່ອຊ່ວຍພັດທະນາພື້ນຖານໂຄງລ່າງການສຶກສາແຂວງອຸດົມໄຊ.

11745827_1601089416808546_6771858185815295889_n

11745422_1601089656808522_5824812494875637068_n

11350802_1601089040141917_8931330682812279652_n

11112810_1601089213475233_4839063547827029539_n

11063423_1601089700141851_8767711268166944849_n

11036298_1601089283475226_171543267814919810_n

11709399_1601089576808530_6315539933116380870_n

11709221_1601089683475186_6274165865511555975_n

20403_1601089500141871_6695166972722873841_n

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...