Homeຂ່າວພາຍ​ໃນນັກວິເຄາະຍີ່ປຸ່ນຊີ້ ສປປ ລາວ ຈຳເປັນຕ້ອງປັບປຸງຫລາຍດ້ານ ເພື່ອດຶງດູດການລົງທຶນ!

ນັກວິເຄາະຍີ່ປຸ່ນຊີ້ ສປປ ລາວ ຈຳເປັນຕ້ອງປັບປຸງຫລາຍດ້ານ ເພື່ອດຶງດູດການລົງທຶນ!

Published on

japan

ຂປລ. ບັນດາ​ນັກ​ລົງທຶນ ​ແລະ ນັກວິ​ເຄາະ​ຍີ່ປຸ່ນ ສະ ​ເໜີ​ໃຫ້​ລັດຖະບານ​ລາວ ​ເພີ່ມ​ຄວາມ​ພະຍາຍາມ​ຫລາຍ​ຂຶ້ນ ​​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ ​ທີ່​​ເອື້ອ​ອຳນວຍ​ໃຫ້​ແກ່​ ການ​ລົງທຶນ​ທີ່​ດີຂຶ້ນ ​ໃນ​ນີ້​ລວມທັງ​ການ​ລົງທຶນ​ເຂົ້າໃນ ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ໃຫ້​ຫລາຍ​ຂຶ້ນ​ ​ແລະ ​ການ​ພັດທະນາ ​ຊັບພະຍາກອນ​ມະນຸດ ທີ່​ມີ​ຄຸນ​ນະພາ​ບ​ໃນ​ຕໍ່ໜ້າ.

​ ໃນຊຸມປີຜ່ານມາ ຈຳນວນບໍລິສັດຍີ່ປຸ່ນ ທີ່ລົງທຶນໃນ ສປປ ລາວ ໄດ້ເພີ່ມຂຶ້ນຢ່າງແຂງແຮງ ຈາກ 60 ບໍລິສັດ ໃນປີ 2011 ມາເປັນ 111 ບໍລິສັດ ໃນປີ 2014. ທັງນີ້ກໍເນື່ອງຈາກ ປະກົດການທີ່ເອີ້ນກັນວ່າ “Thai + 1” ຫລື ​“ໄທ+1” ​ເຊິ່ງໝາຍ​ຄວາມ​ວ່າ​ ນອກຈາກ​ປະ​ເທດ​ໄທ ​ແລ້ວ ນັກ​ລົງທຶນ​ຍີ່ປຸ່ນ​ ຈະ​ຕ້ອງ​ເລືອກ​ເອົາ​ອີກ​ປະ​ເທດ​ໜຶ່ງ​ ໃນ​ຂົງ​ເຂດ​ແມ່ນ້ຳຂອງ ​ເປັນ​ຖານ​ການ​ຜະລິດ​ສຳຮອງ​ ເພື່ອ​ກະຈາຍ​ຄວາມ​ສ່ຽງ​ ທາງ​ດ້ານ​ການ​ລົງທຶນ​ຂອງ​ຕົນ ​ໃນ​ຂົງ​ເຂດດັ່ງກ່າວອັນ​​ໃນ​ນັ້ນ ລວມມີ: ສປປ ​ລາວ, ກຳ​ປູ​ເຈຍ, ມຽນມາ ​ແລະ ຫວຽດນາມ.  

ສາ ​ເຫດ​ທີ່​ກໍ່​ໃຫ້​ເກີດ​ມີ​ປະກົດ​ການ “​ໄທ+1” ສ່ວນ​ໜຶ່ງ​ກໍ​​ເນື່ອງ​ຈາກ ​ເຫດການ​ໄພ​ນ້ຳຖ້ວມຄັ້ງ​ໃຫຍ່ ຢູ່​ປະ​ເທດ​ໄທ​ ໃນ​ປີ 2011 ​ແລະ ຄ່າ​ແຮງ​ງານ​ທີ່ຍັງ​ສືບ​ຕໍ່ເພີ່ມ​ຂຶ້ນ ຢູ່​ໃນ​ປະ​ເທ​ດ​ໄທ ​ເຊິ່ງ​ເປັນ​​ສະພາບ​ການ​ທີ່​ຄ້າຍ​ຄື​ກັນ​ກັບ​ຢູ່​ ສປ ຈີນ ໃນຫລາຍ​ສິບ​ປີ​ກ່ອນ ​ຄ່າ​ແຮງ​ງານ​ຢູ່​ ສປ ຈີນ ​ແມ່ນ​ຕ່ຳ ​ແຕ່​​ໃນປະຈຸ​ບັນ​ ກໍ​ມີ​ການ​ເພີ່ມ​ຂຶ້ນຫລາຍ.

​​ທ່ານ ຮິ​ເດະກາ​ຊຶ ​ໂອ​ຊິຕະ ​ເລຂາທິການ​ໃຫຍ່ ຄະນະ​ກຳມາ​ທິການ​ຮ່ວມ​ມື​ ທຸລະ​ກິດ​ຍີ່ປຸ່ນ-​ແມ່ນ້ຳຂອງ ຂອງ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ ປະ​ເທດ​ຍີ່ປຸ່ນ ​​ໄດ້​ເວົ້າໃຫ້​ຮູ້​ວ່າ ມີ​ຂໍ້​ແນະ​ນຳ​ຫລາຍ​ຢ່າງ​ສຳລັບ​ ສປປ.ລາວ ​ຊິ່ງຂໍ້​ແນະນຳ​ເຫລົ່າ​ນີ້​ ບໍ່​ພຽງ​ແຕ່​ເປັນ​ຜົນດີ​ສຳລັບ​ການ​ດຶງ​ດູດ​ ເອົາ​ບັນດາ​ບໍລິສັດ​ຍີ່ປຸ່ນ ​ເທົ່າ​ນັ້ນ ​ແຕ່​ຍັງ​ເປັນ​ຜົນ​ດີ​ສຳລັບ ການຂະຫຍາຍຕົວ​ທາງ​ດ້ານ​ເສດຖະກິດ ໃນ​ອະນາ​ຄົດ​ຂອງ ສປປ ລາວ ອີກ​ດ້ວຍ​.

ທ່ານ ​ໂອ​ຊິຕະ ​ໃຫ້​ຮູ້​ຕື່ມ​ອີກ​ວ່າ ເພື່ອ​ສ້າງ​ບັນຍາກາດ​ທີ່​ເອື້ອ​ອຳນວຍ ຕໍ່​ການ​ລົງທຶນ​ຂອງ​ຍີ່ປຸ່ນ ​ໃນສປປ ​ລາວ ​ນັ້ນພື້ນຖານ​ໂຄງລ່າງ​ ເປັນ​ຕົ້ນ​ແມ່ນ​ເສັ້ນທາງ​ໃນ ​ ສປປ.ລາວ ຕ້ອງ​ມີ​ຄຸນ​ນະພາ​ບສູງ ​ແລະ ການ​ສ້າງທາງ​ລົດ ​ແລະ ທາງ​ລົດ​ໄຟ​ ເຊື່ອມ​ຕໍ່ລະຫວ່າງ​ ບັນດາ​ເຂດ​ອຸດສາຫະກຳ​ຂອງ​ໄທ​ ​ໃຫ້ເຂົ້າ​​ໃກ້ກັບ​ຕົວ​ເມືອງ​ໃຫຍ່ໆ​ຂອງ ສປປ ​ລາວ ກໍ​ຈະ​ເປັນ​ການ​ປະ​ກອບ​ສ່ວນ​ອີກ​ອັນ​ໜຶ່ງ​ ໃຫ້​ແກ່​ການ​ຂະຫຍາຍຕົວ ​ຂອງ​ເສດຖະກິດ​ຂອງ​ ສປປ ລາວ.

ທ່ານ ​ໂອ​ຊິຕະ ຍັງຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ ສປປ ລາວ ​ຈະ​ຕ້ອງ​ມີ​ລະບົບ​ສະໜອງ​ພະລັງງານ ​ທີ່​ສະ​ໝ່ຳສະ​ເໝີ ​ແລະ ໝັ້ນ​ທ່ຽງ ລວມ​ເຖິງ​ວິທີການ​ຜະ​ລິດ​ພະລັງງານ ​ທີ່​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ມີ​ປະສິດທິ​ພາບອີກ​ດ້ວຍ. ຢ່າງ ​ໃດ​ກໍ​ຕາມທ່ານ​ ຍັງໃຫ້​ຮູ້​ອີກວ່າ ບັນຫາການ​ລົງທຶນ​ເຂົ້າ​ໃນ​ ລະບົບ​ພື້ນຖານ​​ໂຄງ​ລ່າງ ​ແລະ ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ໃນ​ບັນດາ​ປະ​ເທດ​ຂົງ​ເຂດ​ແມ່ນ້ຳຂອງ​ ແມ່ນ​ມັກ​ຈະຖືກ​ຍົກ​ຂຶ້ນ​ມາ​ປຶ​ກສາ​ຫາລື​ເປັນ​ປະຈຳ ​ໃນ​ເວທີ​ປະຊຸມ​ລະຫວ່າງ ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ຂອງ​ຍີ່ປຸ່ນ ​ແລະ ບັນດາ​ບໍລິສັດ​ເອກະ​ຊົນ​ ຍີ່ປຸ່ນ. 

ທ່ານ ຮິ​ກຸ​ຈິ ຮາ​ຈິ​ເມະ, ຮອງ​ຫົວໜ້າ​ພະ​ແນ​ກ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ປາຊີ​​ຟິກ ຂອງ​ອົງການ​ຮ່ວມ​ມື​ສາກົນ​ ປະ​ເທດ​ຍີ່ປຸ່ນ (JICA) ຜູ້​ຮັບຜິດຊອບ​ວຽກ​ງານ​ກ່ຽວ​ກັບ ສປປ ລາວ ​ໄດ້​ກ່າວ​ວ່າ:  “ປະຈຸ ​ບັນ​ຄົນ​ລາວ ມີ​ຄວາມ​ອຸທິດ​ຕົນ​ສູງ ​ແລະ ມີ​ທັກ​ສະການ​ຜະລິດ​ຫັດຖະກຳ​ທີ່​ດີ​ຫລາຍ ​ແຕ່​ວ່າ​ຖ້າ ​ສປປ ລາວ ຕ້ອງການ​ໃຫ້​ມີ​ການ​ລົງທຶນ​ເຂົ້າ​ມາ​ໃນ​ປະ​ເທດຫລາຍ​ຂຶ້ນ ຂ້າພະ ​ເຈົ້າ​ຄິດ​ວ່າ ​ສິ່ງ​ສຳຄັນ​ແມ່ນ​ເລື່ອງ​ການ​ສຶກສາ ​ແລະ ​ການ​ສຶກສາ​ໃນ​ຂັ້ນ​ມັດ​ທະ​ຍົມ ​ທີ່​ມີ​ຄຸນ​ນະພາ​ບນັ້ນ​ແມ່ນ ​ເປັນ​ສິ່ງ​ສຳຄັນສຳລັບ​ການ​ສ້າງ​ກຳລັງ​ແຮງ​ງານ ​ທີ່​ມີ​ຄຸນ​ນະພາ​ບ.”

​ໃນ​ປະຈຸ​ບັນ​ເຫັນ​ວ່າ​ມີ​ພຽງ​ແຕ່ 60% ຂອງ ​ຈຳນວນ​ເດັກນ້ອຍ ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ​ ໄດ້​ຮັບ​ການ​ສຶກສາ​ໃນ​ລະດັບ​ມັດທະຍົມ ດັ່ງ​ນັ້ນ​ຕົວ​ເລກ​ດັ່ງກ່າວ​ ຄວນ​ສູງ​ກວ່າ​ນີ້ ຈຶ່ງ​ຈະ​ເປັນ​ການ​ສົ່ງ​ເສີມ​ການ​ຂະຫຍາຍຕົວ ​ທາງ​ດ້ານ​ເສດຖະກິດ ​ແລະ ດຶງ​ດູດ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ.  

ບັນດາ ​ບໍລິສັດ​ຂອງ​ຕ່າງປະ​ເທດ ​ຍັງ​ພົບ​ວ່າ​ແຮງ​ງານ​ໃນ​ເຂດ​ ແຂວງ​ພາກ​ໃຕ້ ຂອງ ສປປ ລາວ ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ ອັນ​ພື້ນຖານ​ທີ່​ສຳຄັນ ​ໃນ​ລະດັບ​ມັດ​ທະ​ຍົມ ອັນ​ລວມທັງ​ພາສາ​ອັງກິດ​ ແມ່ນ​ຍັງ​ມີ​ໜ້ອຍ​ກວ່າປະ​ເທດ​ເພື່ອນ​ບ້ານ​.
ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...