spot_img
Homeຂ່າວເຫດການອົງການຈັດຕັ້ງມະຫາຊົນຊີ້ ສສຊ ຍັງປະຕິບັດໜ້າທີ່ ບໍ່ເຕັມສ່ວນ!

ອົງການຈັດຕັ້ງມະຫາຊົນຊີ້ ສສຊ ຍັງປະຕິບັດໜ້າທີ່ ບໍ່ເຕັມສ່ວນ!

Published on

tong

ຂປລ. ຕົວ​ແທນຈາກອົງການ ​ແນວ​ລາວ​ສ້າງ​ຊາດ ​ແລະ ອົງການ​ຈັດ​ຕັ້ງ​ມະຫາຊົນ ຊີ້​ໃຫ້​ເຫັນ​ວ່າ: ​ໃນ​ສົກ​ປີຜ່ານມາ ສະພາ​ແຫ່ງ​ຊາດ ກໍ​ຄື ສະມາຊິກ​ສະພາ​ແຫ່ງ​ຊາດ​ ສສຊ ທຸກເຂດ​ເລືອກ​ຕັ້ງ ​ໄດ້​ປະຕິບັດໜ້າທີ່​ເປັນ​ຕົວ​ແທນ​ແຫ່ງ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​​ທຳ ​​ແກ່​ປະຊາຊົນ​ບັນດາ​ເຜົ່າ ​ໃນ​ທົ່ວ​ປະ​ເທດ​​ໄດ້ເປັນ​ຢ່າງ​ດີ, ຢ່າງ​ໃດ​ກໍ​ຕາມ ກໍຍັງ​ມີ ສສຊ ຈຳນວນໜຶ່ງຢູ່​ບາງ​ເຂດ​ເລືອກ​ຕັ້ງ ບໍ່ທັນ​ປະຕິບັດໜ້າທີ່​ຂອງ​ຕົນ ​ຢ່າງ​ເຕັມ​ສ່ວນ​ເປັນ​ຕົ້ນ: ການ​ລົງ​ພົບ​ປະ​ຢ້ຽມຢາມ ​ແລະ ຮັບ​ຊາບ​ຂໍ້​ຄິດ​ເຫັນ​ຂອງ​ປະຊາຊົນ ບໍ່​ເປັນ​ປົກກະຕິ ​ແລະ ທົ່ວ​ເຖິງ ​ໂດຍ​ສະ​ເພາະ​ ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ​ ທຸລະກັນດານ ຫລື ​ເຂດ​ພູດ​ອຍ ພິ​ເສດ​ແມ່ນ​ເຂດ​ພື້ນຖານ​ ການ​ປະຕິວັດ ​ແລະ ​ເຂດ​ວິລະ​ຊົນຕ່າງໆ ​ເພື່ອ​ນຳສະ​ເໜີ ຄວາມ​ມຸ່ງ​ມາດ​ປາຖະໜາ ​ແລະ ຄວາມ​ຕ້ອງການ​ຊ່ວຍ​ເຫລືອ ​ໃນ​ທຸກ​ດ້ານ.

ທ່ານ ຕົງ​ ​ເຢີ​ທໍ ຜູ້​ປະຈຳການ-ຮອງ​ປະທານ​ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ໄດ້​ສະ​ເໜີ​ເຫດຜົນ​ສຳຄັນ​ດັ່ງ ກ່າວ​ຕໍ່ທີ່​ປະຊຸມ​ສະ​ໄໝສາມັນ​ ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ ​ຊຸດ​ທີ VII ພ້ອມຍັງ​ໄດ້ຮຽກຮ້ອງ​ໃຫ້ ສສຊ ​ຕັ້ງໜ້າລົງ​ຕິດຕາມ​ກວດກາ ​ບັນດາ​ໂຄງການ​ລົງທຶນ​ຂອງ​ລັດ ​ເຊັ່ນ: ການກໍ່ສ້າງ​ລະບົບ​ຊົນລະປະທານ, ​ເສັ້ນທາງ​ຄົມມະນາຄົມ, ອາຄານ​ສຳນັກງານ​ຂອງ​ລັດ ​ຢູ່​ທ້ອງ​ຖິ່ນ ​ແລະ ອື່ນໆ ທີ່ ​ມີ​ມູນ​ຄ່າ​ສູງ​ເກີນ​ຄວນ ​ແຕ່​ຄຸນ​ນະພາ​ບຕ່ຳ, ອາຍຸ​ການ​ນຳ​ໃຊ້​ສັ້ນ ​ເຮັດ​ໃຫ້​ລັດ​ສູນ​ເສຍ​ງົບປະມານ​ ຢ່າງ​ຫລວງຫລາຍ ​ແຕ່​ບຸກຄົນ ​ແລະ ນິຕິບຸກຄົນ ຈຳນວນ​ບໍ່ໜ້ອຍພັດ​ຮັ່ງມີ​ຂຶ້ນ​ແບບ​ຜິ​ດປົກກະຕິ. ນອກ​ນີ້​ຍັງ​ມີ​ສະມາຊິກ​ພັກ ​ແລະ ພະນັກງານ​ຈຳນວນໜຶ່ງ ຢູ່​ບາງ​ຂະ​ແໜງການ ​ແລະ ທ້ອງ​ຖິ່ນ ໄດ້​ປ່ຽນ​ແປງຕົນ​ເອງ ​ໄປ​ໃນ​ທາງ​ທີ່​ບໍ່ຖືກຕ້ອງ. ຄວາມ​ສາມັກຄີ, ຄວາມສະ​ເໝີພາບ​ ​ແລະ ຄວາມ ​ຍຸຕິ​ທຳໃນ​ສັງ ຄົມຢູ່​ຫລາຍ​ທ້ອງ​ຖິ່ນ ​ເຖິງ​ວ່າ​ມີ​ຄວາມໜັກ​ແໜ້ນ ​ແຕ່​ເມື່ອ​ສົມທຽບກັບ​ແນວທາງ​ນະ​ໂຍບາຍ​ ການ​ປ່ຽນ​ແປງ​ໃໝ່ ຂອງ​ພັກ ​ແລະ ກົດໝາຍຂອງ​ລັດ ​ເຫັນ​ວ່າ​ຍັງ​ມີ​ຫລາຍ​ດ້ານ ​ຕ້ອງ​ເພີ່ມ​ທະວີ​ການ​ປັບປຸງ​ແກ້​ໄຂ ​ໃຫ້​ສອດຄ່ອງ ​ແລະ ທັນ​ການ.

ໄລຍະຜ່ານ​ມາ ສະພາ ​ແຫ່ງ​ຊາດ ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ໃນ​ຂົງ​ເຂດ​ຕ່າງໆ ຫລາຍ​ສະບັບ ​ແລະ ​ໄດ້​ຈັດ​ຕັ້ງ​ການ​ເຜີຍ​ແຜ່​ ກົດໝາຍ​ເຫລົ່າ​ນັ້ນ​ຢ່າງ​ຕໍ່​ເນື່ອງ​ ແຕ່​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍດັ່ງກ່າວ ​ບໍ່ທັນ​ໄດ້​ດີ​ເທົ່າ​ທີ່​ຄວນ ​ເຊິ່ງ ສະ​ແດງ​ອອກ​ ທີ່​ຄວາມ​ຮັບ​ຮູ້ ​ແລະ ສະຕິ​ເຄົາລົບ​ກົດໝາຍ ຂອງພະນັກງານ-ລັດຖະກອນ, ທະຫານ-ຕຳຫລວດ ​ແລະ ປະຊາຊົນ​ທຸກ​ຊັ້ນ​ຄົນໂດຍ​ສະ​ເພາະ​ແມ່ນ​ຊາວໜຸ່ມ, ນັກ​ສຶກສາ ຜູ້​ທີ່​ເປັນ​ອະນາຄົດ​ຂອງ​ປະ​ເທດ​ຊາດ ​ກໍຍັງ​ບໍ່ທັນ​ດີ, ປະກົດ​ການ​ຍໍ້​ທໍ້​ໃນ​ສັງຄົມ ກໍ​ຍັງ​ເກີດ​ຂຶ້ນ​ຢ່າງ​ຫລວງຫລາຍ. ດ້ວຍ​ເຫດ​ນີ້ ຈຶ່ງ​ສະ​ເໜີ ​ໃຫ້ ສສຊ ຊ່ວຍ​ພິຈາລະນາ ​ແລະ ດຳ​ເນີນ​ການ​ຕາມ​ພາລະ​ບົດບາດ ​ແລະ ສິດໜ້າທີ່ ​ເປັນ​ຕົວ​ແທນ​ປະຊາຊົນ ​ໃນ​ການ​ຕິດຕາມ​ກວດກາ​ ຊອກ​ເຫັນ​ຈຸດ​ບົກ​ຜ່ອງ ​ໃນ​ການ​ປະຕິບັດໜ້າທີ່​ຂອງ​ລັດຖະບານ ​ເພື່ອ​ນຳ​ໄປ​ແກ້​ໄຂ​ຢ່າງ​ທັນ​ການ. ນອກ​ນີ້ ຕົວ​ແທນ​ຂອງ​ອົງການ​ຈັດ​ຕັ້ງ​ມະຫາຊົນ ຍັງ​ໄດ້​ນຳ​ເອົາ​​ຄຳ​ຄິດ​ເຫັນຈາກ​ພາກສ່ວນ​ຕ່າງໆ​ໃນ​ສັງຄົມ 22 ຂໍ້ ມາສະ​ເໜີຕໍ່ກອງ​ປະຊຸມ ສະພາຄັ້ງ​ນີ້ ​ເພື່ອພິຈາລະນາ​​ແກ້​ໄຂ​ໃນຕໍ່ໜ້າ​ເຊິ່ງມີ​ຄວາມ​ສຳຄັນ ​ແລະ ກວມ​ເອົາ​ທຸກ​ຂົງ​ເຂດວຽກງານ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...