spot_img
Homeຂ່າວເຫດການກະຊວງປ້ອງກັນຄວາມສະຫງົບ ຕອບຂໍ້ຂ້ອງໃຈກ່ຽວກັບການດຳເນີນຄະດີ

ກະຊວງປ້ອງກັນຄວາມສະຫງົບ ຕອບຂໍ້ຂ້ອງໃຈກ່ຽວກັບການດຳເນີນຄະດີ

Published on

policee

ໃນອາທິດຜ່ານມາ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຄວາມສະຫງົບ ທ່ານ ພົຈວ ກົງທອງ ພົງວິຈິດ ໄດ້ຂຶ້ນຕອບຂໍ້ຂ້ອງໃຈຂອງສະມາຊິກສະພາແຫ່ງຊາດທີ່ສະ ເໜີຜ່ານກອງປະຊຸມສະ ໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ກ່ຽວກັບບັນຫາການດຳເນີນຄະດີຂອງເຈົ້າໜ້າທີ່ຕຳຫລວດກັບຜູ້ຕ້ອງ ຫາເປັນຕົ້ນ ແມ່ນການນຳໃຊ້ວິທີການສືບສວນ-ສອບສວນ, ການຊັນນະສູດສະຖານທີ່ເກີດເຫດ ແລະ ການໃຫ້ສິດແກ່ທະນາຍຄວາມ ຫລື ຜູ້ປົກປ້ອງອື່ນໆໃນການ ເຂົ້າຮ່ວມການ ດຳເນີນຄະດີ.

ຕໍ່ບັນຫາທີ່ກ່າວມາຂ້າງເທິງນັ້ນ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນຄວາມສະຫງົບ, ໄດ້ອະທິບາຍຢ່າງກົງໄປ ກົງມາວ່າ: ການສືບສວນ-ສອບສວນ ເພື່ອໃຫ້ໄດ້ຫລັກຖານຜູກມັດຜູ້ຖືກຫານັ້ນ, ພາຍຫລັງໄດ້ຮັບຄຳຮ້ອງຟ້ອງແລ້ວ ເຈົ້າໜ້າທີ່ໄດ້ມີການສ້າງເປັນແຟມເອກະສານ ແລະໄດ້ຄົ້ນຄວ້າຢ່າງລະອຽດຖີ່ຖ້ວນວ່າເຫດການດັ່ງກ່າວແມ່ນເຫດການ
ທາງອາຍາ ຫລື ບໍ່ ?, ຖ້າບໍ່ແມ່ນເຫດການທາງອາຍາກໍໄດ້ສະຫລຸບລາຍງານຫົວໜ້າອົງການ ສືບສວນ- ສອບສວນ ເພື່ອສົ່ງຄຳຮ້ອງດັ່ງກ່າວໄປຫາພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂຕາມກໍລະນີ, ຖ້າເຫັນວ່າ ເຫດການດັ່ງກ່າວມີຂໍ້ມູນຫລັກຖານໜັກແໜ້ນວ່າເປັນການກະທຳຜິດທາງອາຍາ ກໍໄດ້ອອກຄຳສັ່ງເປີດການສືບສວນ-ສອບສວນ ດຳເນີນຕາມຂັ້ນຕອນຂອງກົດໝາຍ, ການນຳໃຊ້ວິທີການສືບສວນ-ສອບສວນ ເຈົ້າໜ້າທີ່ບໍ່ໄດ້ຖືເອົາຄຳໃຫ້ການຂອງຜູ້ຖືກຫາ ເປັນສິ່ງສຳຄັນໃນການຢັ້ງຢືນການກະທຳຜິດ, ພວກເຮົາໄດ້ຖືເອົາຫລັກຖານເປັນສິ່ງຕັດສິນ ແລະ ຢັ້ງຢືນການກະທຳຜິດ. ຕໍ່ກັບມາດຕະການສະກັດກັ້ນເຊັ່ນ: ການພາຕົວກໍລະນີເຈົ້າໜ້າທີ່ອອກໝາຍຮຽກ 3 ຄັ້ງບໍ່ເຂົ້າມາພົບ ກໍໄດ້ອອກຄຳສັ່ງພາຕົວ, ແຕ່ກໍລະນີທີ່ການກະທຳຜິດມີຄວາມເປັນອັນຕະລາຍຮ້າຍແຮງເຊັ່ນ: ຄາດຕະກຳ, ປຸ້ນ ຫລື ຊິງຊັບ ເຈົ້າໜ້າທີ່ພວກເຮົາອາດອອກຄຳສັ່ງພາຕົວເລີຍໂດຍບໍ່ອອກໝາຍຮຽກ ເພາະຢ້ານຜູ້ຖືກຫາເອົາຕົວຫລົບໜີ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການສືບສວນ-ສອບສວນ, ການກັກຂັງພາງ, ການປ່ອຍຕົວພາງ, ການຄຸມຕົວກັບທີ່ ແລະ ການງົດໜ້າທີ່ຕຳແໜ່ງພວກເຮົາ ກໍໄດ້ປະຕິບັດຕາມກົດໝາຍວ່າດ້ວຍການດຳເນີນຄະດີອາຍາ, ສ່ວນການຊັນນະສູດສະຖານທີ່ເກີດເຫດ ເຈົ້າໜ້າທີ່ພວກເຮົາກໍໄດ້ປະຕິບັດ ຕາມກົດໝາຍວ່າດ້ວຍການດຳເນີນຄະດີອາຍາເຊັ່ນກັນ ເພື່ອແນໃສ່ຊອກໃຫ້ເຫັນຮ່ອງຮອຍການກະທຳຜິດ, ວັດຖຸ, ອາວຸດ ແລະ ອຸປະ ກອນທີ່ນຳໃຊ້ເຂົ້າໃນ ການກະທຳຜິດຕົວຢ່າງ: ຄະດີຄາດຕະກຳ ເຈົ້າໜ້າທີ່ພວກເຮົາຕ້ອງຮູ້ ໄດ້ວ່າບາດແຜຢູ່ຕາມຮ່າງກາຍ ຜູ້ຖືກເຄາະຮ້າຍ ຫລື ຊາກສົບບາດແຜໃດທີ່ພາໃຫ້ເສຍຊີວິດ, ວັດຖຸໃດທີ່ ນຳໃຊ້ເຂົ້າໃນການຄາດຕະກຳ, ຜູ້ໃດເປັນຜູ້ກະທຳຜິດ, ບັນຫາໃດເປັນສິ່ງຈູງໃຈພາໃຫ້ເກີດມີການຄາດຕະກຳ ທຸກຢ່າງທີ່ກ່າວມາຂ້າງ ເທິງລ້ວນແຕ່ໄດ້ບັນທຶກ, ຖ່າຍຮູບ ແລະ ແຕ້ມແຜນວາດຢ່າງຄັກແນ່.

ສຳລັບການໃຫ້ສິດແກ່ທະນາຍຄວາມ ຫລື ຜູ້ປົກປ້ອງອື່ນໆ ໃນການເຂົ້າຮ່ວມການດຳເນີນຄະດີກ່ອນອື່ນເຈົ້າ ໜ້າທີ່ຕ້ອງໄດ້ກວດກາຄຳສັ່ງແຕ່ງຕັ້ງທະນາຍຄວາມ ຫລື ຜູ້ປົກປ້ອງອື່ນໆວ່າຜູ້ກ່ຽວໄດ້ຮັບການແຕ່ງຕັ້ງຈາກສະພາທະນາຍ ຄວາມແຫ່ງ ສປປ ລາວ ແທ້ ຫລື ບໍ່ ແລະ ເຈົ້າໜ້າທີ່ເຮົາຍັງໄດ້ໃຫ້ສິດທະນາຍຄວາມຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ແຕ່ບາງຄັ້ງມີບາງລາຍຄະດີທີ່ບໍ່ສາ ມາດຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການຂອງທະນາຍຄວາມ ຫລື ຜູ້ປົກປ້ອງອື່ນໆໄດ້ ຍ້ອນວ່າເປັນຄວາມລັບທີ່ສຸດຂອງຮູບຄະດີ, ຖ້າບອກ ໃຫ້ຮູ້ແລ້ວຈະບໍ່ສາມາດຈັບຕົວຜູ້ເປັນຫົວໂປ່ຕົວການໃນການກະທຳຜິດ, ຖ້າເປັນລາຍຄະດີທີ່ບໍ່ມີຄວາມສ່ຽງ ກໍສາມາດໃຫ້ສິດແກ່ທະນາຍຄວາມ ຫລື ຜູ້ປົກປ້ອງອື່ນໆໄດ້ຕາມທີ່ກົດໝາຍໄດ້ກຳນົດໄວ້. ອີກດ້ານໜຶ່ງ ໄລຍະຜ່ານມາທະນາຍ ຄວາມເຂົ້າຮ່ວມປົກປ້ອງ ລູກຄວາມມີແຕ່ຄະດີສໍ້ໂກງຊັບ, ຍັກຍອກຊັບ, ສ່ວນຄະດີຄາດຕະກຳ, ລັກຊັບ, ຄະດີຢາເສບຕິດ ແມ່ນບໍ່ທັນເຫັນທະນາຍຄວາມເຂົ້າມາພົວພັນກັບເຈົ້າໜ້າທີ່ ໃນການປົກປ້ອງລູກຄວາມ.

 

ແຫລ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...