ແອລົດຂອງທ່ານເຖິງເວລາລ້າງຫຼືຍັງ?

101

ມີຫຼາຍຄຳ​ຖາມ​ທີ່ຫຼາຍຄົນ​ຍັງ​ໄດ້​ຮັບ​ຂໍ້​ມູນ​ມາ​ຕ່າງ​ກັນ​ວ່າ ​ເມື່ອ​ໃດ​ຄວນ​ທີ່​ຈະ​ລ້າງ​ແອ​ລົດ​ຂອງ​ທ່ານ ຄຳ​ຕອບ​ທີ່​ຖືກຕ້ອງ​ແມ່ນ​ຂຶນຢູ່​ກັບ​ການ​ໃຊ້​ງານ​ຂອງ​ລົດ​ຂອງ​ແຕ່ລະຄົນ​ເຊັ່ນ: ​ເສັ້ນທາງ​ການ​ໃຊ້​ງານ ມີ​ສະພາບ​ຫົນທາງ​ແບບ​ໃດ ຂີ້ຝຸ່ນຫຼາຍ ຫຼື ບໍ່? ​ໄດ້ລຸຍ​ນ້ຳບໍ່ ​ແຕ່​ຕາມ​ປົກກະຕິ​ແມ່ນ​ປະມານ 1 ປີ​ຂຶ້ນ​ໄປ ຫຼື 20.000 ກິ​ໂລ​ແມັດ​ຂຶ້ນ​ໄປ.

ສ່ວນ​ທີ່​ວ່າ​ຈະ​ຮູ້​ແນວ​ໃດ​ວ່າ​ຕູ້​ແອ​​ເຖິງ​ເວລາ​ລ້າງ​ແລ້ວ ​ໃຫ້​ສັງ​ເກດ​ກິ່ນ​ຂີ້ຝຸ່ນ ຖ້າ​ເອົາ​ດັງ​ໄປ​ດົມ​ເບິ່ງ​ຄ່ອຍໆ​ໃນ​ຊ່ອງ​ລົມ​ແອ​ແລ້ວ​ມີ​ກິ່ນ​ອັບ ​ແມ່ນ​ມັນ​ເຖິງ​ເວລາ​ທີ່​ທ່ານ​ຈະ​ຕ້ອງ​ໄດ້​ລ້າງ​ແລ້ວ.

ສຳລັບ​ວິທີ​ການ​ທຳ​ຄວາມ​ສະອາດ​ຕູ້​​ແອ​ມີ 4 ວິທີ​ດັ່ງນີ້:

1. ລ້າງ​ຕູ້​ແອ​ແບບ​ຖອດ​ຕູ້ ຕ້ອງ​ຮື້​ຕູ້​ແອ ​ແລ້ວ​ເອົາ​ຄອຍລ໌​ເຢັນ​ມາ​ລ້າງ​ຢູ່​ທາງນອກ, ນ້ຳຢາ​ທຳ​ຄວາມ​ສະອາດ​ກໍ​ໃຊ້​ແບບ​ແຕກ​ຕ່າງ​ກັນ​ໄປ​ແລ້ວ​ແຕ່​ຊ່າງ​ວ່າ​ຈະ​ໃຊ້​ແບບ​ໃດ ​ຖ້າ​ຢາກ​ປະຢັດ​ຕົ້ນທຶນ ​ແບບ​ລາຄາ​ຖືກ​ກໍ​ສາມາດ​ໃຊ້​ສະບູ​ຝຸ່ນ ຫຼື ​ໂຊດາ​ໄຟ ປະມານ​ນີ້ກໍ​ໄດ້ ​ເພາະ​ວ່າ​ພວກ​ນີ້ຈະ​ລ້າງ​ອອກ​ຍາກ. ດັ່ງນັ້ນ ​ເວລາ​ປະກອບ​ຄືນ ​​ແລ້ວເປີດ​ແອຈະ​ຮູ້ສຶກ​ວ່າ​ມີ​ກິ່ນ​ສະບູຝຸ່ນນັ້ນ ສະ​ແດງ​ວ່າ​ທ່ານ​ລ້າງ​ອອກບໍ່ສະອາດ​ ​ເຊິ່ງມັນ​ອາດ​ຫຼຸ້ຍຫ້ຽນຄອຍລ໌​ເຢັນ​ໄດ້ ​ແລະ ​ເມື່ອ​ດົມ​ເຂົ້າ​ໄປ ກໍ​ບໍ່ສົ່ງ​ຜົນ​ດີ​ຕໍ່ລະບົບ​ຫາຍ​ໃຈ ຖ້າ​ເປັນ​ຄົນ​ທີ່​ມັກ​ແພ້ອາກາດ ກໍອາດ​ຈະ​ແສບ​ຕາ ​ແສບ​ດັງ​ໄດ້. ການ​ຖອດ​ລ້າງ​ຕູ້​ແອ​ແບບ​ນີ້ຕ້ອງ​ໄດ້​ເຕີມ​ນ້ຳຢາ​ແອ​ໃໝ່ ​ແລະ ຕ້ອງ​ໄດ້​ປ່ຽນ​ໄດ​ເອີ​ກັບ​ວາວ​ຄວາມດັນ ຖ້າ​ຫາກ​ປະຢັດ​ງົບບໍ່ປ່ຽນທໍ່​ແອອາດ​ຈະ​ຮົ່ວ​ໄດ້​ເພາະ​ຄວາມ​ຊຸ່ມ​ເຂົ້າ​ໄປ​ຢູ່​ໃນ​ລະບົບ​ຈາກ​ການ​ຖອດ​ຕູ້​ແອ.

2, ການ​ລ້າງ​ແບບ​ບໍ່ຖອດ​ຕູ້ ​ເພື່ອ​ຊ່ວ​ຍໃຫ້ທຳ​ຄວາມ​ສະອາດ​ໄດ້​ງ່າຍ​ຂຶ້ນ ​ແລະ ​ແລ້ວ​ໄວ ທາງ​ຮ້ານ​ກໍ​ໄດ້​ເງິນ​ໄວ ​ໂດຍ​ທົ່ວ​ໄປ​ເຄື່ອງ​ລ້າງ​ຕູ້​ແອ​ຈະ​ກຳນົດ​ນ້ຳຢາ​ທີ່​ຕ້ອງ​ໃຊ້​ສະ​ເພາະ​ສຳລັບ​ການ​ລ້າງ ​ແຕ່​ບາງ​ເທື່ອ​ກ​ເອົາ​ສະບູຝຸ່ນ ​ຫຼື ​ໂຊດາ​ໄຟ ປະສົມ​ລົງ​ໄປ​ເພື່ອ​ໃຫ້​ນ້ຳຢາ​ໃຊ້​ໄດ້ຫຼາຍຂຶ້ນ. ​ເວລາ​ທີ່​ລ້າງ​ນ້ຳຢາ​ອອກ​ຈະ​ມີ​ບັນຫາ ​ເພາະ​ເຄື່ອງ​ບໍ່​ໄດ້​ຖືກ​ກຳໜົດ​ໃຫ້ລ້າງ​ດ້ວຍ​ສະບູຝຸ່ນ ຫຼື ​ໂຊດາ​ໄຟ ຜົນ​ທີ່​ໄດ້​ທ່ານ​ອາດ​ຈະ​ຄາດ​ບໍ່​ເຖິງ. ການ​ລ້າງ​ແບບ​ນີ້​ເໝາະກັບ​ລົດ​ໃໝ່ ລົດ​ທີ່​ລ້າງ​ແອ​ປີ​ລະ 1 ຄັ້ງ ຫຼື ​ເໝາະກັບ​ລົດ​ທີ່​ດູ​ແລ​ຕູ້​ແອ​ເປັນ​ປະຈຳ​ຖ້າ​ໃຊ້​ມາ 7-8 ປີ​ແລ້ວ ຊ່າງ​ແອບໍ່ຄ່ອຍ​ຢາກ​ຈະ​ລ້າງ​ດ້ວຍ​ວິທີ​ນີ້ ​ເພາະ​ຕູ້​ແອ​ອາດ​ຈະ​ຮົ່ວ​ຢູ່​ແລ້ວ ​ແຕ່​ຂີ້ຝຸ່ນ​ໄປ​ຕັດຮູ​ຮົ່ວ​ໄວ້ ພໍ​ເຮົາ​ລ້າງ​ຂີ້ຝຸ່ນ​ອອກ ​ເຮົາ​ກໍ​ຈະ​ເຫັນ​ຮອຍ​ຮົ່ວ​ທັນທີ.

3. ການ​ສີດ​ສະ​ເປ​ທຳ​ຄວາມ​ສະອາດ​ຕູ້​ແອ ບໍ່ຕ້ອງ​ໄປ​ຮື້ຕູ້​ອອກ​ມາ ສີດ​ສະ​ເປ​ທຳ​ຄວາມ​ສະອາດ​ໃຫ້​ທົ່ວ​ຄອຍລ໌​ເຢັນ ກໍ​ເປັນ​ອັນວ່າ​ຮຽບຮ້ອຍ. ຄາບ​ນ້ຳຢາ​ຈະ​ຄ່ອຍໆອອກ​ມາ​ພ້ອມ​ກັບ​ນ້ຳ​ແອ​ຕາມ​ທໍ່ນ້ຳ​ເສຍ ຖ້າ​ຕູ້​ແອບໍ່​ເປິ​ເປື້ອນຫຼາຍ ວິທີ​ນີ້ກໍ​ພໍ​ໃຊ້​ໄດ້​ແຕ່​ກໍ​ຄົງ​ຕ້ອງ​ໄດ້​ສີດ​ສະ​ເປ​​ເປັນ​ປະຈຳ 2-3 ​ເດືອນ​ຕໍ່ຄັ້ງ ​ເພາະວ່າ​ຢູ່​ໃນ​ເມືອງ​ຈະ​ມີ​ຂີ້ຝຸ່ນຫຼາຍ ສະ​ເປ​ບາງ​ຍີ່​ຫຍໍ້​ຈະ​ຊ່ວຍ​ກຳຈັດ​ກິ່ນ​ອີກດ້ວຍ ລາຄາ​ສີດ​ສະ​ເປ ລວມ​ແລ້ວຫຼາຍກວ່າ​ການ​ລ້າງ​ຕູ້​ແອ ​ແບບ​ທີ 1 ​ແລະ

4. ການ​ໃສ່​ກອງ​ແອ ບໍ່​ແມ່ນ​ລົດ​ທຸກ​ລຸ້ນຈະ​ໃຊ້​ໄດ້ ​ເພາະ​ກອງ​ແອ​ກໍ​ສ້າງ​ມາ​ສຳຫຼັບລົດ​ອີກ​ລະດັບ ຊ່ວກອງ​ຂີ້ຝຸ່ນ​ອີກ​ສິທີໜຶ່ງ ​ແຕ່​ອາຍຸ​ການ​ໃຊ້​ງານ​ກໍ​ປະມານ 5000 ກິ​ໂລ​ແມັດ ກໍ​ຕ້ອງ​ໄດ້​ປ່ຽນອັນ​ໃໝ່ ຖ້າ​ບໍ່ປ່ຽນລົມ​ກໍ​ຈະ​ຜ່ານ​ເຂົ້າຕູ້​ແອບໍ່ສະດວກ ລົມ​ແອ​ທີ່​ອອກ​ມາ​ກໍ​ຈະ​ອ່ອນ​ກຳລັງ​ລົງ ສ່ວນ​ລົມ​ທີ່​ຕີ​ກັບະ​ມີ​ຜົນ​ຕໍ່ຄອມ​ແອ ກອງ​ແອ​ສຳຫຼັບລົດ​ບາງ​ລຸ້ນລາຄາ​ກໍ​ພໍ​ຮັບ​ໄດ້ ​ແຕ່​ບາງ​ລຸ້ນລາຄາກໍປະມານ000-400.000 ກີບ ຖ້າ​ຫາກ​ໃຊ້​ວິທີ​ນີ້​ໃນ​ການ​ທຳ​ຄວາມ​ສະອາດ ​ໃນ​ໄລຍະ 1 ປີ ກໍ​ເສຍ​ຄ່າ​ໃຊ້​ຈ່າຍຫຼາຍກວ່າ​ການ​ທຳ​ຄວາມ​ສະອາດ​ແບ​ທີ່ 1 ​ແລະ 2.

ສ່ວນ​ການ​ປ້ອງ​ກັນ​ໃຫ້​ໃຊ້​ແອ​ໄດ້​ດົນໆ ບໍ່ຈຳ​ເປັນ​ຕ້ອງ​ລ້າງ​ຕະຫຼອດ ວິທີ​ງ່າຍໆ​ເວລາ​ຈະລົງ​ລົດ​ເມື່ອ​ໃດ​ເຄາະ​ຜ້າ​ພົມ​ໃນ​ລົດ​ຕອນ​ນັ້ນ​ໂລດ ​ເພາະ​ພັດ​ລົມ​​ແອ​ຢູ່​ໃກ້​ກັບ​ຜ້າ​ພົມ​ຮອງ​ພື້ນ​ເກີບ​ເຮົາ ຖ້າ​ມັນ​ສະ​ສົມ​ໄວ້​ດົນໆມັນ​ກໍ​ຈະ​ດູ​ເຂົ້າ​ໄປ​ເລື້ອຍໆ ​ເຮັດ​ໃຫ້​ຕູ້​ແອ​ຕັນ​ໄວ ຖ້າ​ເຮັດ​ໄດ້​ເປັນນິ​ໄສ ກໍ​ຈະ​ສາມາດ​ຍືດອາຍຸ​ການລ້າງ​ຕູ້​ແອ​ໄດ້​ເຖິງ 2 ປີ​ພຸ້ນ​ລະ ບໍ່​ເຊື່ອ​ກໍ​ເຮັດ​ລອງ​ເບິ່ງ​ເດີ້!!