spot_img
Homeລົດຍົນ-ຍານພາຫະນະລົດ​ເກ​ຍ​ອໍ​ໂຕ​ຂັບ​ແບບ​ໃດ​ໃຫ້​ມີ​ຄວາມ​ທົນ​ທານ

ລົດ​ເກ​ຍ​ອໍ​ໂຕ​ຂັບ​ແບບ​ໃດ​ໃຫ້​ມີ​ຄວາມ​ທົນ​ທານ

Published on

automatic_shifter

​ເຖິງ​ແມ່ນ​ວ່າ​ລົດ​ເກ​ຍອັດຕະ​ໂນ​ມັດ​ຈະ​ມີ​ຄຸນ​ນະ​ສົມບັດ​ຕ່າງໆທີ່​ດີ​ຂຶ້ນ ​ແຕ່​ໃນ​ແງ່ໜຶ່ງທີ່ຫຼາຍຄົນ​ບໍ່ສາມາດ​ປະຕິ​ເສດ​ໄດ້​ຄື ມັນ​ມີ​ຄວາມ​ທົນ​ທານໜ້ອຍກວ່າ​ລະບົບ​ເກ​ຍທຳ​ມະ​ດາ, ​ເຊິ່ງສ່ວນໜຶ່ງກໍ​ມາ​ຈາກ​ອາຍຸ​ການ​ໃຊ້​ງານ ​ແຕ່​ໃນ​ອີກ​ດ້ານ​ແມ່ນ​ການທີ່​ບໍ່​ເຂົ້າ​ໃຈ ​ແລະ ຂັບ​ຂີ່​ບໍ່ຖືກຕ້ອງ ກໍ​ເປັນຕົ້ນຕໍ​ສຳຄັນ​ທີ່​ເຮັດ​ໃຫ້​ລະບົບ​ເກ​ຍ​ເປ່​ເພ​ກ່ອນ​ເວລາ​ທີ່​ກຳນົດ ​ແລະ ມັນ​ກໍໝາຍ​ເຖິງທ່ານ​ອາດ​ຈະ​​ໄດ້​ເສຍ​ຄ່າ​ສ້ອມ​ແປງຫຼາຍພໍ​ສົມຄວນ ​ແຕ່​ເລື່ອງ​ທັງໝົດສາມາດຫຼີກລ່ຽງ​ໄດ້ ຖ້າ​ຫາກ​ທ່ານ​ຮູ້ຈັກ​ວິທີ​ການ​ເຮັດ​ໃຫ້​ມັນ​ຍືດອາຍຸ​ການ​ໃຊ້​ງານ​ໃຫ້​ໃຊ້​ໄດ້​ດົນ.

1. ​ໃຫ້​ຈື່​ໄວ້​ສະ​ເໝີ​ໃຫ້​ເບ​ກກ່ອນ​ປ່ຽນ​ເກ​ຍ: ຫຼາຍໆຄົນ​ມັກ​ບໍ່ຮູ້​ວ່າ​ລົດ​ເກ​ຍອັດຕະ​ໂນ​ມັດ​ຄວນ​ຈະ​ຢຽບ​ເບກກ່ອນ​ທີ່​ເຮົາ​ຈະ​ປ່ຽນ​ເກ​ຍ ​ໂດຍ​ສະ​ເພາະ​ຈາກ​ຕຳ​ແໜ່ງທີ່​ລົດ​ຢຸດ​ຢູ່​ໄປ​ສູ່​ຕຳ​ແໜ່ງ​ເຄື່ອນ​ທີ່ ​ເຊິ່ງການ​ຢຽບ​ເບ​ກນັ້ນຈະ​ຊ່ວຍ​ໃຫ້ ລະບົບ​ສົ່ງ​ກຳລັງ​ບໍ່​ເກີດ​ການ​ດຶງກັບ ​ແລະ ການ​ທີ່​ບໍ່ດຶງ​ກັບກໍໝາຍ​ເຖິງ​ການ​ທີ່​ລະບົບ​ເກ​ຍ​ເຮັດ​ວຽກຢ່າງ​ລື່ນ​ໄຫຼ ​ເຊິ່ງ​ເປັນ​ສິ່ງ​ດຽວທີ່​ກ່ຽວ​ໂຍງ​ກັນ​ໂດຍ​ກົງຕໍ່ການຫຼຸ້ຍຫ້ຽນຂອງລະບົບ​ເກ​ຍ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ໃນ​ລະບົບ​ເກ​ຍ​ໃໝ່ໆຄື CVT ​ເຊິ່ງມີ​ຄວາມ​ອ່ອນ​ບາງ​ທາງ​ດ້ານ​ກົນ​ໄກ​ພໍ​ສົມຄວນ.

2. ຂັບ​ແບບ​ສະ​ມູດ​ລົດ​ດຶງ​ກັບ: ທຸກ​ມື້ນີ້ຄົນ​ຈຳນວນຫຼາຍ​ເຂົ້າ​ໃຈ​ຜິ​ດກ່ຽວກັບ​ລະບົບ​ເກ​ຍອັດຕະ​ໂນ​ມັດຫຼາຍພໍ​ສົມຄວນ ​ໂດຍ​ສະ​ເພາະ​ການ​ໃຊ້​ວິທີ​ຄິກດາວ​ເກືອບ​ທຸກ​ເທື່ອ​ທີ່​ຕ້ອງການ​ເລັ່ງ​ແຊງ ຫຼື ​ເມື່ອ​ຕ້ອງການ​ກຳລັງ ການ​ຄິກດາວ​ອາດ​ຈະ​ເປັນ​ໂປຼ​ແກຼມໜຶ່ງທີ່​ເຮັດໜ້າທີ່​ໃນ​ການຫຼຸດຕຳ​ແໜ່ງ​ເພື່ອ​ໃຫ້​ໄດ້​ອັດຕາ​ເລັ່ງທີ່​ຕອບ​ສະໜອງ​ໄດ້​ໄວ​ຂຶ້ນ, ​ເຊິ່ງອາດ​ຈະ​ບໍ່​ໄດ້ໝາຍ​ເຖິງການຫຼຸ້ຍຫ້ຽນ​ໂດຍ​ກົງ ​ແຕ່​ເມື່ອ​ທ່ານ​ໃຊ້​ມັນ​ເປັນ​ປະຈຳ ​ແລະ ​ເຮັດ​ໃຫ້​ເກ​ຍມີ​ຮອບ​ເຄື່ອນ​ທີ່​ສູງ​ຢູ່​ຕະຫຼອດ​ເວລາ​ກໍ​ຈະ​ມີ​ຄວາມ​ຮ້ອນ​ສະ​ສົມ​ໃນ​ນ້ຳມັນ​ເກ​ຍ ​ເຊິ່ງ​ເຮັດ​ໃຫ້​ນ້ຳມັນ​ເສື່ອ​ມສະພາບ​ໄວ ​ແລະ ມັນກໍໝາຍ​ເຖິງ​ເກ​ຍລົດ​ຂອງ​ທ່ານ​ຈະ​ເສື່ອ​ມສະພາບ​ນັ້ນ​ເອງ.

3. ​ເບິ່ງ​ຕຳ​ແໜ່ງອື່ນໆ: ທຸກ​ມື້ນີ້ລະບົບ​ເກ​ຍອໍ​ໂຕ​ບໍ່​ໄດ້​ມີ​ພຽງ​ແຕ່ P R N D ​ເທົ່ານັ້ນ. ​ແຕ່​ບາງ​ເທື່ອ​ຍັງ​ມີ​ຕົວ​ເລືອກ​ຕ່າງ​ມາ​ໃຫ້ ​ເຊິ່ງຕົວ​ເລືອກ​ຕ່າງໆທີ່​ອອກ​ມາສະໜອງຄວາມ​ຕ້ອງການ​ນີ້ ສ່ວນໜຶ່ງກໍ​ເພື່ອ​ຍືດອາຍຸ​ການ​ໃຊ້​ງານ​ອີກ​ດ້ວຍ ລອງ​ຮຽນ​ໃຊ້​ພວກ​ມັນ​ລອງ​ເຍິ່ງ​ເຊັ່ນ​ວ່າ S ອາດ​ຈະ​ເປັນ​ໂໝດສະປອດ ​ແຕ່​ສາມາ​ດປະ​ຍຸກ​ເພື່ອ​ໃຊ້​ຂັບ​ໃນ​ທາງ​ທີ່​ມີ​ຄວາມ​ຊັນ ​ໂດຍ​ທີ່​ຮອບ​ເຄື່ອງ​ຈັກ​ບໍ່ສູງ​ເກີນ​ໄປຫຼາຍ.

automatic_transmission

4. ຢຽບ​ເບ​ກຄ້າງ D ມີ​ຂໍ້​ເສຍຫຼາຍກວ່າ​ຂໍ້​ດີ: ທຸກ​ມື້ນີ້ຜູ້​ທີ່​ຂັບ​ລົດ​ເກ​ຍອັດຕະ​ໂນ​ມັດ ສ່ວນ​ໃຫຍ່​ເບິ່ງ​ວ່າການ​ຂັບ​ຂີ່​ເກ​ຍອັດຕະ​ໂນ​ມັດ​ແບບ ຂັບໆ​ເບ​ກໆງ່າຍໆ ສະບາຍ​ແບບ​ນີ້ ​ເຮັດ​ໃຫ້ຫຼາຍຄົນ​ຕິດ​ກັບ​ການ​ໃຊ້​ເບ​ກ ​ເຖິງ​ແມ່ນວ່າ​ລົດ​ຈະ​ຕິດຕໍ່​ເນື່ອງ​ເປັນ​ເວລາ​ດົນ​ນານ ກໍ​ຈະ​ຄົງ​ຕຳ​ແໜ່ງ​ໄວ້​ທີ່​ເກ​ຍ D ​ແລ້ວ​ຢຽບ​ເບ​ກ​ເອົາ​ໄວ້​ເພື່ອ​ພ້ອ​ມ​ໃຊ້​ງານ​ເມື່ອ​ລົດ​ເຄື່ອນ​ທີ່. ຄວາມ​ຈິງ​ແລ້ວ​ໃນ​ການ​ເຮັດ​ໃນ​ລັກສະນະ​ດັ່ງກ່າວ​ບໍ່ຜິດ ​ແຕ່​ຈະ​ມີ​ຜົນ​ເສຍ​ໃນ​ໄລຍະ​ຍາວຫຼາຍກວ່າ ຕໍ່ຊິ້ນສ່ວນ ​ໂດຍ​ສະ​ເພາະ​ແມ່ນ​ຊຸດ Torque Converter ​ເຊິ່ງ​ເຮັດໜ້າທີ່​ຮັບ​ກຳລັງ​ຈາກ​ເຄື່ອງ​ຈັກ​ໂດຍ​ກົງ ​ໂດຍ​ດ້ານໜຶ່ງຕິດ​ກັບ​ເຄື່ອງ​ຍົນ ອີກ​ດ້ານ​ໜຶ່ງຕິດ​ກັບຊຸດ​ເກ​ຍ ​ເຊິ່ງການ​ທີ່​ເຮົາ​ເບ​ກຄື​ການ​ທີ່​ເຮົາ​ຢຸດ​ລົດບໍ່​ໃຫ້​ເຄື່ອນ​ທີ່​ໄປ​ທາງໜ້າ ​ແຕ່​ໃນ​ຊຸດ​ເກ​ຍນັ້ນຍັງ​ຄົງ​ເຮັດ​ວຽກຢູ່ ​ແລະ ຈະ​ມີ​ແຮງ​ສະ​ສົມຫຼາຍ ດ້ວຍ​ແຮງ​ດັນ​ນ້ຳມັນ​ທີ່​ໝຸນວົນ​ຕະຫຼອດ​ເວລາ ​ເຊິ່ງໝາຍ​ເຖິງ​ຄວາມ​ຮ້ອນ​ທີ່​ເພີ່ມ​ຂຶ້ນອີກ​ດ້ວຍ. ດັ່ງນັ້ນ ທາງ​ທີ່​ດີ​ຄວນ​ຈະ​ປົດ​ກັບ​ມາສູ່​ເກ​ຍ N ​ເພື່ອ​ຫຼຸດພາວະນັ້ນ ​ໂດຍ​ສະ​ເພາະ​ເມື່ອ​ລົດ​ຕິດ​ດົນ​ກວ່າ 2 ນາທີ​ຂຶ້ນ​ໄປ.

5. ຖອຍ​ກັບຫຼັງ​ແລ້ວ​ເດີນໜ້າ ​ຢ່າ​ເຮັດ​ເດັດຂາດ: ທຸກ​ມື້ນີ້ອາລົມ​ສະປອດ​ມັກ​ຈະ​ເຂົ້າສິງຫຼາຍໆຄົນ ​ໂດຍ​ສະ​ເພາະ​ແມ່ນ​ການ​ຂັບ​ຂີ່​ຖອຍຫຼັງ ທີ່​ບາງ​ເທື່ອ​ການ​ຟ້າວ​ຝັ່ງ​ເຮັດ​ໃຫ້​ເຮົາ​ລືມ​ຢຸດ​ໄປ​ເລີຍ​ແລ້ວ​ປົດ​ເກ​ຍ​ເພື່ອ​ເດີນໜ້າ ​ແຕ່​ໃຊ້​ວິທີ​ລັດ​ໂດຍ​ຖອຍຫຼັງ​ແລ້ວ​ເດີນໜ້າທັນທີ ການ​ເຮັດ​ແບບ​ນັ້ນບໍ່​ເຄີຍ​ມີ​ຜົນ​ດີ​ຕໍ່ລະບົບ​ເກ​ຍ​ເລີຍ ​ເພາະ​ແຮງ​ທີໝຸນສວນ​ທາງ​ກັນ​ຢ່າງ​ຮຸນ​ແຮງ ຈະ​ເປັນອັນຕະລາຍ​ຮ້າຍ​ແຮງ​ຕໍ່ຊຸດ​ເຟື​ອງ, ສາຍພານ ​ແລະ ລູກປືນ​ຕ່າງໆ. ​ແລ້ວ​ຍັງ​ເຮັດ​ໃຫ້​ມີ​ອາຍຸ​ສັ້ນລົງ ດັ່ງນັ້ນ ສິ່ງ​ທີ່​ສຳຄັນ​ຄື​ການ​ທີ່​ຈະ​ເຮັດ​ຫຍັງ​ກໍ​ຕາມ​ແຕ່​ຢ່າ​ລັດ​ຂັ້ນຕອນ​ມັນ ​ເພາະ​ມັນ​ອາດ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໄດ້ຫຼາຍກວ່າ​ທີ່​ທ່ານ​ຄິດ​ເສຍ​ອີກ.

≠ ລະບົບ​ເກ​ຍອັດຕະ​ໂນ​ມັດ ​ເຖິງ​ແມ່ນ​ວ່າ​ຈະ​ມີ​ການ​ຂັບ​ຂີ່​ທີ່​ດີ ​ແລະ ງ່າຍ ​ແຕ່​ຢ່າງ​ລືມ​ວ່າການ​ໃຊ້​ງານ​ລົດ​ປະ​ເພດ​ນີ້ຢ່າງ​ຖືກຕ້ອງ​ນັ້ນ ກໍ​ເປັນ​ເລື່ອງ​ທີ່​ສຳຄັນ​ບໍ່​ໜ້ອຍ​ເລີຍ ​ໃນ​ການ​ທີ່​ຈະ​ຍືດອາຍຸ​ການ​ໃຊ້​ງານ​ຂອງ​ລົດ ລວມ​ເຖິງ​ການ​ດູ​ແລ​ຮັກສາທີ່​ຕ້ອງໝັ່ນຈັດການ​ເມື່ອ​ເຖິງ​ເວລາ ​ເຊິ່ງຈະ​ຊ່ວຍ​ໃຫ້​ເກຍນັ້ນຢູ່​ໄປ​ກັບ​ທ່ານ​ອີກ​ດົນ​ເລີຍ​ລະ!

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...