Homeຂ່າວຕ່າງປະເທດຜູ້ຊ່ຽນຊານລະບຸ ບາງກອກຈະຈົມນ້ຳ ກາຍເປັນເມືອງບາດານ ພາຍໃນ 85 ປີຕໍ່ຈາກນີ້!

ຜູ້ຊ່ຽນຊານລະບຸ ບາງກອກຈະຈົມນ້ຳ ກາຍເປັນເມືອງບາດານ ພາຍໃນ 85 ປີຕໍ່ຈາກນີ້!

Published on

EyWwB5WU57MYnKOuXuYiUr7c0zanyLa2k4KIBLx8g1d3FlVDDbqHEp

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ກໍລະກົດນີ້ ໂດຍລະບຸວ່າ ນະຄອນຫລວງບາງກອກ ຫລື ກຸງເທບມະຫານະຄອນຂອງໄທ ເຊິ່ງມີປະຊາກອນອາໄສຢູ່ເກືອບ 10 ລ້ານຄົນ ອັນເປັນພື້ນທີ່ເຊິ່ງດິນເປັນລັກສະນະຜຸຜຸ່ຍ ແລະ ຊຸ່ມນ້ຳ ແຕ່ມີການກໍ່ສ້າງຕຶກອາຄານໂຄງສ້າງເຫລັກ ແລະ ຄອນກຣີດຢ່າງມະຫາສານ ເຮັດໃຫ້ປຽບທຽບຄ້າຍຄືກັບສ້າງຕຶກຢູ່ເທິງກ້ອນເຄັກ ໂດຍຜູ້ຊ່ຽວຊານໄດ້ເຕືອນວ່າ ບາງກອກກຳລັງຈະຈົມຫາຍລົງຢູ່ໃຕ້ນ້ຳ ຄືກັບຊະຕາກຳຂອງເກາະແອັດແລນຕິກ ທີ່ຈົມລົງຢູ່ໃຕ້ມະຫາສະໝຸດແອັດແລນຕິກ ຕັ້ງແຕ່ສະໄໝດຶກດຳບັນ.

ເວັບໄຊ towleroad.com ໄດ້ລະບຸວ່າ ຜູ້ຊ່ຽວຊານດ້ານໄພພິບັດທາງທຳມະຊາດຫລາຍຄົນໃນໄທບອກວ່າ ບາງກອກຈະຈົມລົງຕ່ຳກ່ວາລະດັບນ້ຳທະເລເຖິງ 5 ຟຸດ (ປະມານ 1,52 ແມັດ) ພາຍໃນປີ 2030 ຫລື ອີກ 15​ ປີຂ້າງໜ້າ ແລະ ຍັງໄດ້ລະບຸອີກວ່າ ກ່ອນໜ້ານີ້ມີການຄາດໝາຍວ່າ ນະຄອນຫລວງບາງກອກ ກຳລັງຈົມນ້ຳຫລາຍຂຶ້ນທຸກໆປີ ປີລະກ່ວາ 3 ນິ້ວ (7.62 ຊັງຕີແມັດ) ແຕ່ສຳລັບຂໍ້ມູນໃໝ່ນີ້ພົບວ່າ ມັນຈະຈົມລົງໄວຂຶ້ນໃນລະດັບ 4 ນິ້ວ (10.16 ຊັງຕີແມັດ) ເຊິ່ງສາມາດທຳນາຍອານາຄົດຂອງບາງກອກໄດ້ວ່າ ໃນອີກ 85 ປີຂ້າງໜ້ານີ້ ຫລື ພາຍໃນປີ ຄ.ສ 2100 ເມືອງທັງເມືອງຈະຈົມລົງຢູ່ໃຕ້ນ້ຳທະເລທັງໝົດ ແລະ ຈະບໍ່ສາມາດອາໄສຢູ່ໄດ້ອີກຕໍ່ໄປ.

ແຫລ່ງຂ່າວຍັງໄດ້ລະບຸອີກວ່າ ຈາກສະພາວະໂລກຮ້ອນຄືດັ່ງໃນປັດຈຸບັນນີ້ ແມ່ນຍິ່ງຈະເຮັດໃຫ້ກາຍເປັນປັດໄຈເພີ່ມລະດັບນ້ຳທະເລສູງຂຶ້ນ ແລະ ບາງກອກກໍຈະຈົມຢູ່ໃຕ້ນ້ຳທະເລໃນລະດັບທີ່ຮຸນແຮງຂຶ້ນ.

ແນວໃດກໍຕາມ ຜູ້ຊ່ຽວຊານໄດ້ໃຫ້ການແນະນຳທາງອອກຢູ່ 2​ ທາງເລືອກຄື ທາງເລືອກທີໜຶ່ງ ແມ່ນກໍ່ສ້າງກຳແພງກັ້ນນ້ຳໂດຍກົງ ເຊິ່ງຈະໃຊ້ງົບປະມານສູງເຖິງ 3 ຕື້ໂດລາ ຫລື ຄິດເປັນເຄິ່ງໜຶ່ງຂອງຈີດີພີຂອງປະເທດ, ສ່ວນທາງເລືອກທີສອງ ແມ່ນການອົບພະຍົບປະຊາຊົນ ຂຶ້ນໄປອາໄສຢູ່ບ່ອນທີ່ສູງກ່ວານີ້.

NjpUs24nCQKx5e1D7IMNZ1DEHIBfoWisOUxrZe6n22m

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...