Homeສຸຂະພາບ ແລະ ສີ່ງແວດລ້ອມລັດຖະບານ ເພີ່ມຄວາມເອົາໃຈໃສ່ ປ້ອງກັນພະຍາ MERS-Cov, ຄໍຕີບ ແລະ ໄຂ້ເລືອກອອກ!

ລັດຖະບານ ເພີ່ມຄວາມເອົາໃຈໃສ່ ປ້ອງກັນພະຍາ MERS-Cov, ຄໍຕີບ ແລະ ໄຂ້ເລືອກອອກ!

Published on

republic+health

ວັນທີ 7 ກໍລະກົດນີ້, ທ່ານ ສາ ສະດາຈານ ດຣ ເອກສະຫວ່າງ ວົງວິຈິດ ລັດຖະ ມົນຕີວ່າການກະ ຊວງສາທາລະນະສຸກ, ໄດ້ຖະແຫຼ່ງຕໍ່ສື່ມວນ ຊົນກ່ຽວກັບການເ ພີ່ມທະວີເອົາໃຈໃສ່ໃນການປ້ອງກັນ ພະຍາດລະບົບຫາຍໃຈ(MERS-Cov), ຄໍຕີບ ແລະ ໄຂ້ເລືອດອອກ ວ່າ: ຜ່ານມາກະຊວງສາທາລະນະສຸກໄດ້ເອົາໃຈໃສ່ ຢ່າງຕໍ່ເນື່ອງ, ແຕ່ຈາກສະພາບການລະບາດຂອງພະຍາດລະບົບຫາຍໃຈຢູ່ບັນ ດາປະເທດຕາເວັນ ອອກກາງ, ກໍຄື ສ.ເກົາ ຫຼີ ໃນປັດຈຸບັນແມ່ນຍັງບໍ່ມີທ່າທີວ່າ ຈະຫຼຸດລົງ, ຍັງມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດເພີ່ມຂື້ນເລື້ອຍ ແລະ ປະເທດເຮົາກໍຖືເປັນປະເທດໜຶ່ງ ທີ່ມີຄວາມສ່ຽງ ຈາກພະຍາດນີ້ເນື່ອງ ຈາກຍັງມີການເດີນທາງໄປມາ ໂດຍກົງລະຫວ່າງປະເທດທີ່ມີການລະບາດ, ດັ່ງນັ້ນ ມັນມີຄວາມຈຳ
ເປັນຢ່າງຍິ່ງທີ່ຈະຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການເຝົ້າລະ ວັງ ແລະ ປ້ອງກັນພະຍາດດັ່ງກ່າວ ໃຫ້ເຂັ້ມງວດຂຶ້ນຕື່ມ, ໂດຍສະ ເພາະແມ່ນຢູ່ດ່ານສາກົນສະໜາມ ບິນວັດໄຕ, ສະໜາມບິນຫຼວງພະ ບາງ ແລະ ດ່ານສາກົນອື່ນໆ, ພ້ອມ ສືບຕໍ່ຕິດ ຕາມ ແລະ ແນະນຳວິທີ ປ້ອງກັນຕົນເອງໃຫ້ແກ່ຜູ້ທີ່ເດີນ ທາງເຂົ້າ-ອອກປະເທດທີ່ມີການລະບາດຂອງພະຍາດດັ່ງກ່າວເຊັ່ນ: ວິ ທີປ້ອງກັນໂດຍພື້ນຖານຄື ການ ຮັກສາອະນາໄມຕົນເອງເປັນປະ ຈຳ, ລ້າງມືເປັນປະຈຳ, ໃຊ້ຜ້າອັດ ປາກ, ຫຼີກເວັ້ນການສຳ ຜັດກັບຜູ້ ຕິດເຊື້ອພະຍາດດັ່ງກ່າວ, ຫຼີກເວັ້ນ ການບໍລິໂພກຊີ້ນດິບ, ນົມດິບ ຫຼືຜະ ລິດຕະພັນອາຫານທີ່ບໍ່ທັນຄົວສຸກ. ນອກຈາກເອົາໃຈໃສ່ປ້ອງກັນພະ ຍາດັ່ງກ່າວແລ້ວ, ປັດຈຸບັນປະເທດ ເຮົາຍັງມີການລະບາດຂອງພະ ຍາດຄໍຕີບ, ຊຶ່ງມີຜູ້ຕິດ ເຊື້ອແລ້ວ ຈຳນວນໜຶ່ງ, ພະຍາດດັ່ງກ່າວ ເປັນພະຍາດຊຶມເຊື້ອຊະນິດໜຶ່ງທີ່ມີສາເຫດມາຈາກເຊື້ອຈຸລິນຊີ ແລະ ສາມາດ ແຜ່ລະບາດໄດ້ໂດຍຜ່ານ ລະບົບທາງເດີນຫາຍໃຈເຊັ່ນ: ການໄອ, ຈາມ ແລະ ສຳຜັດກັບຜູ້ ຕິດເຊື້ອໂດຍກົງ, ດັ່ງນັ້ນ ທຸກຄົນ ຕ້ອງໄດ້ເພີ່ມຄວາມເອົາໃຈໃສ່ໃນ ການປ້ອງກັນພະຍາດນີ້ເຊັ່ນກັນ, ສ່ວນວິທີປ້ອງກັນທີ່ດີສຸດແມ່ນການສັກວັກແຊັງກັນພະ ຍາດ ແລະ ຕ້ອງ ນຳລູກຫຼາຍຂອງຕົນໄປສັກຢາ ປ້ອງກັນໃຫ້ຄົບຖ້ວນ ແລະ ໃຫ້ປະຕິ ບັດຕາມຫຼັກການອະນາໄມ 3 ສະ ອາດ ແລະ ມາລະຍາດການໄອ ຈາມໃຫ້ດີ, ສະເພາະຂະແໜງສາ ທາລະນະສຸກກໍໃຫ້ສືບຕໍ່ເຮັດວຽກ ໂຄສະນາສຸຂະສຶກສາໃນເຂດ ທີ່ມີຄວາມສ່ຽງ, ພ້ອມທັງສັກຢາປິ່ນ ປົວ ແລະ ປ້ອງກັນໃຫ້ແກ່ປະຊາ ຊົນໄດ້ທົ່ວເຖິງ ແລະ ນອກຈາກພະ ຍາດດັ່ງກ່າວ ແລ້ວກໍຕ້ອງໄດ້ເອົາ ໃຈໃສ່ເຝົ້າລະວັງພະຍາດໄຂ້ເລືອກອອກ (ໄຂ້ຍຸງລາຍ) ເນື່ອງຈາກ ປັດຈຸບັນໄດ້ເລີ່ມກ້າວເຂົ້າສູ່ລະດູ ຝົນ, ຊຶ່ງເປັນເງື່ອນໄຂໃຫ້ຍຸງລາຍ ຂະຫຍາຍພັນ, ດັ່ງນັ້ນ ການເອົາໃຈ ໃສ່ທຳລາຍແຫຼ່ງເພາະພັນຂອງຍຸງຖືເປັນວິທີປ້ອງ ກັນທີ່ດີສຸດຈາກພະ ຍາດນີ້, ດັ່ງນັ້ນ ຮຽກຮ້ອງໃຫ້ທຸກ ຄົນພ້ອມກັນເປັນເຈົ້າການທຳລາຍແຫຼ່ງເພາະພັນຂອງໜອນນ້ຳຍຸງ   ລາຍ, ໂດຍສະເພາະແມ່ນໃຫ້ປະຕິ ບັດຕາມຄຳຂັວນ 5 ປ ທີ່ກະຊວງ ສາທາວາງອອກຢ່າງເຂັ້ມງວດຄື:1. ປິດຝາພາຊະນະທີ່ມີນ້ຳໃນ ເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ ຍຸງມາໄຂ່ໃສ່, 2 ປ່ຽນນ້ຳ ແລະ ພັດ ຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳ ຮອງຕີນຕູ້, ຖ້ານຮອງຈອກນ້ຳ, 3. ປ່ອຍປາຫາງນົກຍຸງເພື່ອກິນ ໜອນນ້ຳຍຸງລາຍ, 4. ປັບປຸງບໍ່ໃຫ້ ມີນ້ຳຄ້າງຂັງກະໂປະ, ກະປອງ, ຮາງລິນ, ຢາງຕີນລົດເກົ່າ ແລະ 5 ປະຕິບັດເປັນປະຈຳທຸກອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ ໂຮງໝໍ ຫຼື ສຸກສາລາໄກ້ບ້ານເພື່ອ ບໍ່ໃຫ້ເກີດການລະບາດຂອງພະ ຍາດນີ້ດັ່ງທີ່ເຄີຍເປັນມາ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...