spot_img
Homeຂ່າວເຫດການສານທ່ານນາຍົກລັດຖະມົນຕີ ໃນໂອກາດວັນຕ້ານຢາເສບຕິດ 26 ມິຖຸນາ

ສານທ່ານນາຍົກລັດຖະມົນຕີ ໃນໂອກາດວັນຕ້ານຢາເສບຕິດ 26 ມິຖຸນາ

Published on

40104125660880776804
(ພາບປະກອບ)

ພີ່ນ້ອງ​ຮ່ວມ​ຊາດ ທີ່​ຮັກ​ແພງ​ທັງຫລາຍ; 

ມື້ນີ້ ພວກ​ເຮົາ ​ໄດ້​ພ້ອມ​ກັບ​ບັນດາປະເທດໃນ​ທົ່ວ​ໂລກ ສະ​ເຫລີມສະຫລອງ​ ວັນ​ສາກົນ​ຕ້ານຢາ​ເສບ​ຕິດ ຄົບຮອບ28 ປີ ​ເຊິ່ງບັນຫາດັ່ງກ່າວນີ້ ສປປ ລາວ ກໍໄດ້ຈັດຕັ້ງ ສະເຫລີມສະຫລອງ ໃນແຕ່ລະປີ​ ​ຕະຫລອດ​ໄລຍະ​ຫລາຍ​ປີ ຜ່ານມາ.

ບັນດາທ່ານ ທີ່ຮັກແພງ;

​ເປັນ​ທີ່​ຊາບ​ນໍາ​ກັນ​ແລ້ວ​ວ່າ ບັນຫາ​ຢາ​ເສບ​ຕິດ ​ແມ່ນ​ບັນຫາ​ທີ່​ເປັນ​ໄພ​ອັນຕະລາຍ​ ຢ່າງ​ຮ້າຍ​ແຮງ​ຕໍ່​ມວນ​ມະນຸດ, ​ເປັນ​ອຸປະສັກ​ກົດ​ໜ່ວງ​ຖ່ວງດຶງ​ ການ​ສ້າງສາ​ພັດທະນາ ຂອງ​ແຕ່ລະ​ປະ​ເທດ, ​ເປັນ​ບໍ່​ເກີດ​ຂອງການ​ກໍ່​ອາ​ຊະ​ຍາ​ກຳ, ການ​ສໍ້​ລາດ​ບັງ​ຫລວງ ​ແລະ ຍັງ​ໄດ້​ນຳ​ເອົາ​ຄວາມ​ເຊື່ອມເສຍ ​ມາສູ່​ຊີວິດ, ຊັບສິນ ​ແລະ ຄອບຄົວ ຂອງຜູ້ທີ່ພົວພັນ ກັບຢາ​ເສບ​ຕິດ. ຍ້ອນ​ແນວ​ນັ້ນ, ​ພັກ ​ແລະ ລັດຖະບານ ຈຶ່ງ​ໄດ້​ຖື​ເອົາ​ການ​ສະກັດ​ກັ້ນ ແລະ ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ ​ເປັນ​ໜ້າ​ທີ່​ສຳຄັນ ແລະ ຈໍາເປັນ ໂດຍຊີ້ນຳ-ນຳພາ ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂບັນຫານີ້ຢ່າງຈິງຈັງ ຕະຫລອດ​ມາ. ກ່ຽວກັບມາດຕະການ ແກ້ໄຂບັນຫາດັ່ງກ່າວ ພວກ​ເຮົາ​ໄດ້​ເອົາ​ໃຈ​ໃສ່​​ສຶກສາ​ ອົບຮົມປະຊາຊົນ ໂດຍສະເພາະ ແມ່ນ​ຊາວ​ໜຸ່ມ-​ເຍົາວະ​ຊົນ ໃຫ້​ຮັບ​ຮູ້ ແລະ ​ເຂົ້າ​ໃຈ​ ​ກ່ຽວ​ກັບພິດ​ໄພ ​ແລະ ຜົນ​ຮ້າຍ​ຂອງ​ຢາ​ເສບຕິດ ດ້ວຍການໂຄສະນາ​ເຜີຍ​​ແຜ່​ແນວທາງ​ນະ​ໂຍບາຍ, ລະບຽບ​ກົດໝາຍ ​ແລະ ມະຕິ​-ຄຳ​ສັ່ງຕ່າງໆ ກ່ຽວກັບ​ບັນຫາ​ຢາ​ເສບ​ຕິດ ​ຢ່າງເປັນ​ປົກກະຕິ. ພ້ອມກັນນັ້ນ ກໍໄດ້ຊ່ວຍເຫລືອ ແລະ ສ້າງເງື່ອນໄຂໃຫ້​ປະຊາຊົນ​ ຢູ່​ເຂດ​ພູດ​ອຍ ຫ່າງໄກສອກຫລີກ ​ໄດ້​ມີ​ຊີວິດ​ການ​ເປັນ​ຢູ່ດີ​ຂຶ້ນ ດ້ວຍ​ການ​ຫັນ​ໄປ ​ປະກອບ​ອາຊີບ​ອື່ນ​ທີ່​ໝັ້ນຄົງ ​ແທນ​ການປູກ​ຝິ່ນ; ໄດ້​ປິ່ນປົວ, ຟື້ນຟູ​ສຸຂະພາບ ແລະ ຝຶກ​ວິຊາ​ຊີບ​ໃຫ້​ຜູ້​ຖືກ​ເຄາະ​ຮ້າຍ​ ຈາກ​ຢາ​ເສບ​ຕິດ​ໃນ​ແຕ່ລະ​ປີ ເປັນ​ຈຳນວນ​ຫລາຍ​ສົມຄວນ; ສຳລັບການ​ປະຕິບັດ​ມາດ​ຕະການ ​ທາງ​ດ້ານ​ກົດໝາຍ​ ຫລາຍ​ທ້ອງ​ຖິ່ນກໍເຮັດໄດ້ດີ ເປັນຕົ້ນ ແມ່ນເຈົ້າໜ້າທີ່ໄດ້​ມ້າງ​ຄະດີ ແລະ ຈັບ​ຄຸມ​ຜູ້​ລະ​ເມີດ​ກົດໝາຍ ດ້ວຍການຢຶດຢາ​ເສບ​ຕິດ​ປະ​ເພດ​ຕ່າງໆ ໄດ້​ເປັນຈຳນວນຫລວງຫລາຍ. ການ​ປະຕິບັດ​ວຽກ​ງານ 3 ສ້າງ ເປັນຕົ້ນແມ່ນ​ການສ້າງ​ບ້ານ ແລະ ​ໂຮ​ງຮຽນ​ປອດ​ຢາ​ເສບ​ຕິດ​ ໃນ​ແຕ່ລະ​ທ້ອງ​ຖິ່ນ ກໍ​ໄດ້​ເຮັດຢ່າງເປັນຂະບວນ ແລະ ເກີດມີໂຮງຮຽນ ຕົວແບບປອດຢາເສບຕິດ ຢູ່ຫລາຍທ້ອງຖິ່ນ. ນອກຈາກນັ້ນ ກໍໄດ້ເອົາໃຈໃສ່​ປະຕິບັດ​ພັນທະ ​ແລະ ສົນທິສັນຍາ​ສາກົນ ທີ່ ສປປ ລາວ ​ເປັນ​ພາຄີ ​ເຊິ່ງອັນ​ນີ້ ກໍແມ່ນ​ໝາກຜົນຂອງ​ການ​ປະກອບສ່ວນ ຂອງ​ທຸກ​ພາກສ່ວນ​ໃນ​ສັງຄົມ ກໍຄື ການ​​ຮ່ວມ​ມື​ຊ່ວຍເຫລືອ ຂອງບັນດາ​ປະ​ເທດ​ເພື່ອນ​ມິດ ​ແລະ ອົງການ​ຈັດຕັ້ງ ສາກົນຕ່າງໆ ຢ່າງມີໝາກມີຜົນຕົວຈິງ.

ໃນນາມລັດຖະບານ ຂ້າພະ​ເຈົ້າ ຂໍ​ຖືໂອກາດນີ້ ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ ທຸກ​ພາກສ່ວນທັງຢູ່​ຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ ກໍຄື​ ປະຊາຊົນ​ບັນເຜົ່າ ໃນ​ທົ່ວປະເທດ ທີ່​ໄດ້​ປະກອບສ່ວນຢ່າງຫ້າວຫັນ ​ເຂົ້າ​​ໃນ​ການ​ສະກັດ​ກັ້ນ ແລະ ​ແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດ​ ຢູ່ປະ​ເທດ​ເຮົາ.

ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ ​ມາ​ຍັງ​ບັນດາ​ປະ​ເທດ​ເພື່ອນ​ມິດ, ອົງການ​ຈັດຕັ້ງສາກົນ, ສະ​ຖາ​ບັນ​ການ​ເງິນ​ ລະຫວ່າງ​ປະ​ເທດ, ອົງການຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ ກັບ​ລັດຖະບານ ແລະ ຜູ້ປະກອບ​ການ​ທັງ​ພາຍ​ໃນ ແລະ ຕ່າງປະ​ເທດ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ ແລະ ​ຊ່ວຍ​ເຫລືອ​ແກ່​ ສປປ ລາວ ​ໃນ​ການ​ແກ້​ໄຂບັນຫາຢາເສບຕິດຕະຫລອດມາ.

ພີ່ນ້ອງ​ຮ່ວມ​ຊາດ ທີ່ຮັກແພງ ​ທັງຫລາຍ;  

ການຜະລິດ ​ແລະ ຈຳໜ່າຍ​ຢາ​ເສບ​ຕິດ ​ໄດ້​ກາຍ​ເປັນ​ຂະ​ບວນການ​ຂ້າມ​ຊາດ, ​ເຖິງວ່າ​ຫລາຍ​ປະ​ເທດ ​ໄດ້​ເພີ່ມ​ທະວີ​ມາດ​ຕະການ ແລະ ຄວາມ​ພະຍາຍາມ​ໃນ​ການ​ປ້ອງ​ກັນ ແລະ ​ແກ້​ໄຂ​ບັນຫາ​ນີ້​ປານ​ໃດ​ກໍ່ຕາມ ​ແຕ່​ການ​ເຄື່ອນໄຫວ ກ່ຽວກັບບັນຫາດັ່ງກ່າວ ກໍຍັງ​ມີ​ທ່າ​ອ່ຽງຂະຫຍາຍຕົວ ​ແລະ ​ເພີ່ມ​ທະວີ​ຄວາມ​ຮຸນ​ແຮງ​ຂຶ້ນຢ່າງ​. ສະນັ້ນ, ຈຶ່ງຮຽກຮ້ອງ​ໃຫ້ທຸກພາກສ່ວນ ໃນສັງຄົມ ກໍຄື ອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດ ຢູ່ໃນໂລກ ຈົ່ງຮ່ວມມືກັນ ເພື່ອແກ້ໄຂບັນຫາຢາເສບຕິດນີ້ ຢ່າງຈິງຈັງ.

ສຳລັບ​ຢູ່ ສປປ ລາວ, ການ​ຄ້າຂາຍ​ຢາ​ເສບ​ຕິດ ກໍໄດ້​ແຜ່​ລາມ​ຈາກ​ຕົວເມືອງ ​ໄປ​ສູ່​ເຂດ​ຊົນນະບົດ ຫ່າງ​ໄກ​ສອກຫລີກຢ່າງໄວວາ ​ແລະ ​ມີ​ຊາວ​ໜຸ່ມ, ​ນັກຮຽນ-ນັກ​ສຶກສາ ແລະ ​ກຳມະກອນ ຈຳນວນ​ບໍ່​ໜ້ອຍ ​ໄດ້​ຕົກ​ເປັນ​ທາດ​ຂອງ​ຢາ​ເສບ​ຕິດ ​ເຊິ່ງຜູ້​ໄດ້​ຮັບ​​ເຄາະ​ຮ້າຍ​ເຫລົ່ານີ້ ໄດ້​ສ້າງ​ບັນຫາໃຫ້ແກ່ສັງຄົມ ແລະ ຄອບຄົວຕົນເອງ, ກາຍເປັນ​ປະກົດ​ການຫຍໍ້​ທໍ້ຢູ່​ໃນ​ສັງຄົມ ເປັນຕົ້ນ ແມ່ນ​​ຂີ້ລັກ​ງັດ​ແງະ, ​ປຸ້ນ​ຈີ້ຊີງ​ຊັບ, ອຸບັດເຫດ​ທ້ອງ​ຖະໜົນ, ການ​ກໍ່​ອາ​ລະວາ​ດຕີ​ກັນ ແລະ ອື່ນໆ.

ສະນັ້ນ, ​ເພື່ອ​ສະກັດ​ກັ້ນບໍ່​ໃຫ້​ບັນຫາ​ຢາ​ເສບ​ຕິດ ​ແຜ່​ລະບາດ​ອອກ​ສູ່​ວົງ​ກວ້າງ ​ແລະ ​ເພີ່ມ​ທະວີ​ຄວາມ​ຮຸນ​ແຮງ​ຂຶ້ນຕື່ມ​ນັ້ນ, ຂ້າພະ​ເຈົ້າ ຂໍ​ສະ​ເໜີ​ໃຫ້​ທຸກ​ພາກສ່ວນໃນສັງຄົມ ຈົ່ງ​ເອົາ​ໃຈ​ໃສ່​ບາງບັນຫາ​ຕົ້ນຕໍ ​ດັ່ງນີ້:

1. ໃຫ້​ສືບຕໍ່​ເປີດ​ຂະ​ບວນການສຶກສາ​ອົບຮົມ ​ແລະ ​ໂຄສະນາ​ເຜີຍ​ແຜ່​ຢ່າງ​ກວ້າງ​ຂວາງ ​ດ້ວຍ​ຫລາຍ​ຮູບ​ການ ໂດຍຜ່ານ​ສື່​ມວນ​ຊົນ​ ​ລວມທັງ​ການ​ປະຊຸມ-ສຳ​ມະ​ນາ, ການສ້າງ​ຂະ​ບວນການ​ກິລາ, ການສະແດງສິນລະປະ ວັນນະ ຄະດີ ແລະ ການສ້າງຂະບວນການອື່ນໆ ເພື່ອ​ສ້າງ​ຈິດສໍານຶກ​ໃຫ້ທຸກ​ຄົນ​ ເຫັນ​ໄດ້​ພິດ​ໄພ ​ແລະ ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດ ທັງປຸກລະດົມ​ໃຫ້​ເຂົາ​ເຈົ້າຕື່ນ​ຕົວ ແລະ ສະໝັກ​ໃຈ​ເຂົ້າ​ຮ່ວມ​ຂະ​ບວນການ​ແກ້​ໄຂ​ຢາ​ເສບ​ຕິດ​ຢ່າງຕັ້ງໜ້າ.

2. ເອົາ​ໃຈ​ໃສ່​ຕິດຕາມ​ກວດກາ, ສຶກສາ​ອົບຮົມ ​ແລະ ຊ່ວຍ​ເຫລືອ​ປະຊາຊົນ ​ທີ່​ໄດ້​ຢຸດ​ເຊົາ​ປູກ​ຝິ່ນແລ້ວນັ້ນ ​ໃຫ້​ມີ​ເງື່ອນ​ໄຂ​ປະກອບ​ອາຊີບອື່ນ​ທີ່​ໝັ້ນຄົງ ພ້ອມ​ກັນນັ້ນ ກໍໃຫ້ເອົາໃຈໃສ່ຕິດຕາມ​ຢ່າງ​ໃກ້ຊິດ ​ເພື່ອ​ບໍ່​ໃຫ້​ເຂົາ​ເຈົ້າ​​ກັບຄືນໄປ​ປູກ​ຝິ່ນອີກ.

3. ໃຫ້​ສືບຕໍ່​ເອົາໃຈໃສ່ ການ​ບໍາບັດ​ປິ່ນປົວ, ຟື້ນຟູ​ສຸຂະພາບ ​ແລະ ຝຶກ​ວິຊາ​ຊີບ ​ໃຫ້​ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ຢາ​ເສບ​ຕິດ​ປະ​ເພດ​ຕ່າງໆ ໃຫ້​ຄືນ​ສູ່​ສະພາບ​ປົກກະຕິ, ​ຄືນ​ສູ່​ສັງຄົມ, ມີ​ວຽກ​ເຮັດ​ງານ​ທຳ ​ແລະ ກາຍ​ເປັນ​ພົນລະ​ເມືອງ​ດີ​ຂອງ​ຊາດ. ​ຄຽງຄູ່ກັນ​ນັ້ນ ກໍຕ້ອງ​ໄດ້​ປັບປຸງ ​ແລະ ຍົກ​ລະດັບ​ບັນດາ​ສູນ​ປິ່ນ​ປົວ​ທີ່​ມີ​ແລ້ວ ​ໃຫ້​ໄດ້​ມາດຕະຖານ ເພື່ອ​ບໍລິ ການ​ຮັບ​ໃຊ້​ສັງຄົມ​ ໃຫ້​ດີ​ກວ່າ​ເກົ່າ.

4. ໃຫ້ຖືເອົາ​ການ​ແກ້​ໄຂ ​ບັນຫາ​ຢາ​ເສບ​ຕິດ ​ເຂົ້າ​ເປັນ​ວຽກ​ງານ​ຈຸດ​ສຸມ ​ໃນ​ວຽກງານ​ກໍ່ສ້າງ​ຮາ​ກຖານ​ການ​ເມືອງ ​ແລະ ພັດທະນາ​ຊົນນະບົດ​ຮອບດ້ານ ຢູ່​ຂັ້ນບ້ານ ແລະ ກຸ່ມບ້ານ. ພ້ອມ​ກັນນີ້ ກໍ​ໃຫ້​ສືບຕໍ່ຂຶ້ນບັນຊີ​ບັນດາ​ເປົ້າ​ໝາຍ ທີ່​​ພົວພັນກັບ​ບັນຫາ​ຢາ​ເສບ​ຕິດ ເພື່ອຫາວິທີແກ້ໄຂຢ່າງທັນການ, ສຳລັບຜູ້ຄ້າຂາຍຢາເສບຕິດ ກໍຕ້ອງດຳເນີນຄະດີຕາມ ລະບຽບກົດໝາຍ ຢ່າງເຂັ້ມງວດ.

5. ໃຫ້​ແຕ່ລະແຂວງ ຄົ້ນຄວ້າເພື່ອສ້າງຕັ້ງກອງທຶນ​ຕ້ານ​ຢາ​ເສບ​ຕິດ ດ້ວຍ​ແຫລ່ງທຶນຕ່າງໆຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ.

6. ໃຫ້​ສືບຕໍ່ປັບປຸງ​ກົງຈັກ​ການຈັດ​ຕັ້ງ ຂອງ​ອົງການ​ກວດກາ ​ແລະ ຄວບ​ຄຸມ​ຢາ​ເສບ​ຕິດ ​ໃຫ້​ມີ​ຄວາມ​ເຂັ້ມແຂງ ສາມາດ​ເປັນເສນາ​ທິການ​ໃຫ້​ ພັກ-ລັດ ​ໃນ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ.

7. ເພີ່ມ​ທະວີ​ການ​ພົວພັນ ແລະ ຮ່ວມ​ມື ​ກັບບັນດາ​​ປະ​ເທດ​ເພື່ອນ​ມິດ ​ແລະ ​ອົງການ​ຈັດຕັ້ງສາກົນຕ່າງໆໃຫ້ ຫລາຍຂຶ້ນກວ່າເກົ່າ ​ເພື່ອ​ພ້ອມກັນແກ້​ໄຂ​ການ​ລັກລອບ​ຄ້າ​-ຂາຍ ​ແລະ ລຳລຽງ​ຂົນ​ສົ່ງ​ຢາ​ເສບ​ຕິດ ໄດ້ຢ່າງທັນການ.

ສຸດທ້າຍນີ້, ຂ້າພະ​ເຈົ້າ ຂໍ​ຮຽກຮ້ອງ​ມາ​ຍັງ​ພະນັກງານ, ທະຫານ, ຕຳຫລວດ ​ແລະ ປະຊາຊົນ​ທຸກ​ຊັ້ນຄົນ ຈົ່ງ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ ໃນ​ຂະ​ບວນການ​ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ ​ໃຫ້​ແຂງແຮງກ່ວາເກົ່າ ແລະ ຫວັງ​ວ່າບັນ ດາ​ປະ​ເທດ​ເພື່ອນ​ມິດ ກໍຄື ອົງການ​ຈັດຕັ້ງສາກົນຕ່າງໆ ຈະ​ສືບຕໍ່​ໃຫ້ການ​ສະໜັບສະໜູນ, ຮ່ວມ​ມື ແລະ ຊ່ວຍ​ເຫລືອ​ດ້ານ​ທຶນຮອນ ແກ່​ ສປປ ລາວ ​ເພື່ອ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ ໃຫ້ມີໝາກມີຜົນຕົວຈິງຫລາຍຂື້ນ.

ຂໍຂອບໃຈ

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...