spot_img
Homeຂ່າວການພັດທະນາທາງການລາວກັບຈີນ ຄາດວ່າ ຈະເລີ່ມລົງມື ກໍ່ສ້າງທາງລົດໄຟ ເຊື່ອມຕໍ່ຈາກເມືອງຄຸນໝິງຂອງຈີນ ມານະຄອນຫຼວງວຽງຈັນ ໃນເດືອນຕຸລາປີນີ້ ດ້ວຍເງິນລົງທຶນສະໜັບສະໜຸນ ແລະ ກູ້ຢືມ ຈາກທະນາຄານຂອງຈີນ.

ທາງການລາວກັບຈີນ ຄາດວ່າ ຈະເລີ່ມລົງມື ກໍ່ສ້າງທາງລົດໄຟ ເຊື່ອມຕໍ່ຈາກເມືອງຄຸນໝິງຂອງຈີນ ມານະຄອນຫຼວງວຽງຈັນ ໃນເດືອນຕຸລາປີນີ້ ດ້ວຍເງິນລົງທຶນສະໜັບສະໜຸນ ແລະ ກູ້ຢືມ ຈາກທະນາຄານຂອງຈີນ.

Published on

ກອງປະຊຸມຄະນະກຳມະທິການຮ່ວມມືດ້ານເສດຖະກິດ ການຄ້າ ແລະເທັກນິກລະຫວ່າງລາວ-ຈີນ ຄັ້ງທີ 7 ທີ່ນະຄອນຫຼວງວຽງຈັນ ເມື່ອທ້າຍເດືອນພຶດສະພາທີ່ຜ່ານມາ ໂດຍມີທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດເສດຖະກິດການຜະລິດ ແລະຈາລະຈອນ, ທ່ານນາງ ເກົາຫຍຽນ ລັດຖະມົນຕີຊ່ວຍວ່າການ ກະຊວງການຄ້າຂອງຈີນ ເປັນປະທານ ໃນກອງປະຊຸມຮ່ວມກັນ ໄດ້ບັນລຸຂໍ້ຕົກລົງຮ່ວມກັນວ່າ ຈະຊຸກຍູ້ໃຫ້ມີການເລີ່ມລົງມື ກໍ່ສ້າງທາງລົດໄຟ ເພື່ອເຊື່ອມຕໍ່ຈາກເມືອງຄຸນໝິງ ຂອງຈີນມາຍັງນະຄອນຫຼວງວຽງຈັນ ໃຫ້ໄດ້ຢ່າງເປັນຮູບປະທຳໃນເດືອນຕຸລາ 2015 ນີ້.
ໂດຍທາງການຝ່າຍຈີນໄດ້ໃຫ້ການຢືນຢັນໃນກອງປະຊຸມວ່າການກໍ່ສ້າງທາງລົດໄຟຕາມກຳນົດດັ່ງກ່າວນີ້ ຈະເປັນການເລີ່ມລົງມືພ້ອມກັນ ທັງຢູ່ເບື້ອງລາວ ເພື່ອເປັນການຮ່ວມສະເຫຼີມສະຫຼອງ ໃນໂອກາດການສະຖາປະນາ ສປປ ລາວ ຄົບຮອບ 40 ປີ ໃນວັນທີ 2 ທັນວາ ທີ່ຈະເຖິງນີ້ ແຕ່ວ່າກ່ອນທີ່ຈະເລີ່ມລົງມືກໍ່ສ້າງ ໃນພາກຕົວຈິງໄດ້ນັ້ນ ກໍຈະຕ້ອງຈັດທຳສັນຍາລົງທຶນ ຮ່ວມກັນໃຫ້ແລ້ວສຳເລັດເສຍກ່ອນ.
ທັງນີ້ໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ຄາດໝາຍວ່າລັດຖະບານລາວກັບຈີນຈະບັນລຸຂໍ້ຕົກລົງກ່ຽວກັບການກໍ່ສ້າງທາງລົດໄຟດັ່ງກ່າວ ພາຍໃນເດືອນມິຖຸນາ 2015 ນີ້ ແລະ ຫລັງຈາກນັ້ນ ກໍຈະສະເໜີຂໍ້ຕົກລົງ ເພື່ອຂໍການອະນຸມັດຈາກສະພາແຫ່ງຊາດລາວໃນໄລຍະທີ່ຕໍ່ເນື່ອງກັນ.
ທ່ານ ສົມສະຫວາດ ໄດ້ໃຫ້ການຢືນຢັນດ້ວຍວ່າ ຮູບແບບຂອງການຮ່ວມມືລະຫວ່າງ ລັດຖະບານລາວກັບຈີນ ໃນການ
ກໍ່ສ້າງທາງລົດໄຟດັ່ງກ່າວນີ້ ຈະເປັນການຮ່ວມລົງທຶນດ້ວຍການສ້າງຕັ້ງບໍລິສັດຂຶ້ນມາ ເພື່ອຮັບຜິດຊອບການກໍ່ສ້າງ ແລະ
ບໍລິຫານໂຄງການທັງໝົດ, ໂດຍໃນປັດຈຸບັນ ຄະນະຮັບຜິດຊອບຂອງທັງສອງຝ່າຍ ຍັງສືບຕໍ່ການເຈລະຈາເພື່ອຕົກລົງກັນ ກ່ຽວກັບແບບກໍ່ສ້າງ ແລະ ກຳນົດສັດສ່ວນ ຂອງການລົງທຶນ ລວມທັງການຫາແຫລ່ງເງິນທຶນກູ້ຢືມດ້ວຍ ດັ່ງທີ່ທ່ານໄດ້ໃຫ້ການຊີ້ແຈງວ່າ:
ເລັ່ງປຶກສາຫາລືກັນ ເຖິງການເຂົ້າຫາແຫລ່ງທຶນ ກັບການລົງທຶນເບື້ອງຕົ້ນ ຂອງ
ບໍລິສັດຮ່ວມລາວ-ຈີນ ເຮົາຄວນເອົາເທົ່າໃດ ຈະເອົາ 30 ເປີເຊັນບໍໍ່ 40
ເປີເຊັນບໍ່ ກະຍັງຢູ່ໃນຂັ້ນປຶກສາກັນເລື້ອງນີ້ຢູ່.”

ໂດຍຄາດໝາຍວ່າ ລັດຖະບານລາວກັບຈີນ ຈະລົງທຶນຂັ້ນເບື້ອງຕົ້ນໃນມູນຄ່າ 840 ລ້ານໂດລາເຖິງ 1,260 ລ້ານໂດລາ ແລະ ຈະກູ້ຢືມຈາກທະນາຄານການຄ້າຂາອອກ-ຂາເຂົ້າຂອງລັດຖະບານຈີນ ໃນມູນຄ່າລວມບໍ່ເຖິງ 5,000 ລ້ານໂດລາ.

ກ່ອນໜ້ານີ້ ທ່ານຫລີ ເກີ້ຈຽງ ນາຍົກລັດຖະມົນຕີຈີນ ໄດ້ໃຫ້ການຢືນຢັນວ່າ ການເຈລະຈາຮອບໃໝ່ຈະມີການກຳນົດຮູບແບບ ການຮ່ວມມື ທີມີປະສິດທິພາບ ທີ່ທຸກຝ່າຍໄດ້ຮັບຜົນປະໂຫຍດ ແລະ ສອດຄ່ອງກັບສະພາບຕົວຈິງ, ໂດຍທາງການຈີນເຫັນວ່າ ລົດໄຟຄວາມໄວສູງອາດບໍ່ເມາະສົມ ກັບສະພາບພູມິປະເທດ ໃນລາວທີ່ສ່ວນໃຫຍ່ເປັນເຂດພູດອຍ ຈຶ່ງສະເໜີໃຫ້ປ່ຽນເປັນລົດໄຟ ຄວາມໄວປານກາງ ລະບົບລາງຄູ່ ທີ່ຂະບວນໂດຍສານ ແລະຂົນສົ່ງສິນຄ້າມີຄວາມໄວ 160 ແລະ 120 ກິໂລແມັດຕໍ່ຊົ່ວໂມງຕາມລຳດັບ.
ນອກຈາກນັ້ນ, ທາງການໄທກັບຈີນ ກໍໄດ້ລົງນາມໃນບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ໃນການກໍ່ສ້າງທາງລົງໄຟລາງຄູ່ຄວາມໄວປານກາງ ເມື່ອທ້າຍປີ 2014 ຢູ່ທີ່ບາງກອກ ໂດຍແນໃສ່ການພັດທະນາທາງລົດໄຟ ເພື່ອເຊື່ອມຕໍ່ກັນ ໃຫ້ໄດ້ພາຍໃນປີ 2022 ດ້ວຍການ ຮ່ວມລົງທຶນເພື່ອກໍ່ສ້າງທາງລົດໄຟລາງຄູ່ ຄວາມໄວປານກາງ 2 ເສັ້ນທາງ ຢູ່ໃນໄທ ດັ່ງທີ່ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ໄດ້ໃຫ້ການຢືນຢັນວ່າ:
“ການລົງນາມບັນທຶກຄວາມເຂົ້າໃຈ ທີ່ເອີ້ນວ່າ MOU ຄວາມຮ່ວມມື່ລະຫວ່າງໄທ ກັບ ສາທາລະນະລັດ ປະຊາຊົນຈີນ ເລື່ອງການພັດທະນາໂຄງສ້າງພື້ນຖານທາງລົດໄຟ ຄວາມໄວປານກາງ 2 ເສັ້ນທາງ ໜອງຄາຍ-ແກ່ງຄອຍ-ມາບຕາພຸດ ແລະ ແກ່ງຄອຍ-ກຸກເທບ ໃນຍຸດທະສາດ 2558-2565 (ປີ 2015-2022) ເປັນໜຶ່ງໃນຍຸດທະສາດ ສຳຄັນຂອງລັດຖະບານ ທີ່ຈະຍົກລະດັບຂອງເຮົາໃຫ້ເປັນ HUB ໃນການເຊື່ອມຕໍ່ໃນກຸ່ມປະເທດເອເຊຍຕາເວັນອອກສຽງໃຕ້ ກັບຈີນໃຫ້ໄດ້.”
ໂດຍເສັ້ນທາງລົດໄຟດັ່ງກ່າວນີ້ ຈະເຊື່ອມຕໍ່ກັບລາວ ແລະຈີນ ທັງກໍຍັງມີເປົ້າໝາຍຈະເຊື່ອມຕໍ່ໃຫ້ໄປເຖິງ ມາເລເຊຍແລະ ສິງກະໂປ ພາຍໃຕ້ແຜນການເຊື່ອມຕໍ່ທາງລົດໄຟລະຫວ່າງ ຈີນກັບອາຊ່ຽນອີກດ້ວຍ.

0A1F1A13-A57D-4A3E-990E-0494FC7F2A9F_mw1024_s_n

86F8F53B-A46D-4DC3-A410-153B80D78934_w640_r1_s

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...