Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕຳຫລວດໄທ ຈັບຊາວ​ລາວ 2 ຄົນ ລັກລອບຂົນ​ກັນຊາ 310 ​ແທ່ງເຂົ້າປະເທດ!

ຕຳຫລວດໄທ ຈັບຊາວ​ລາວ 2 ຄົນ ລັກລອບຂົນ​ກັນຊາ 310 ​ແທ່ງເຂົ້າປະເທດ!

Published on

kunsa

ອີງ​ຕາມ​ເວ​ບ​ໄຊ​ຂອງ​ສຳນັກ​ຂ່າວ​ໄທ ລາຍ​ງານ​ໃຫ້​ຮູ້​ວ່າ: ​​ເມື່ອ​ເວລາ 09:00 ​ໂມງ ຂອງ​ວັນ​ທີ 22 ມິຖຸນາ, ພົນ​ຕຳຫລວດ​ເອກ ສິປະ​ນັນ ສັນ​ຄຸນ​ແກ້ວ ຫົວໜ້າ​ຕຳຫລວດ​ຊາຍ​ແດນ ​ເປີດ​ເຜີຍ​ວ່າ: ​​ເມື່ອ​ເວລາ 20:00 ​ໂມງ ຄື​ນວັນ​ທີ 21 ມິຖຸນາ ​ໄດ້​ຮັບ​ແຈ້ງ​ຈາກ​ສາຍ​ຂ່າວ​ວ່າ​ຈະ​ມີ​ຂະ​ບວນການ​ລັກລອບຂົນ​ຢາ​ເສບ​ຕິດ​ຈາກ​ປະ​ເທດ​ເພື່ອນ​ບ້ານ ​ເຂົ້າ​ມາ​ໃນ​ພື້ນທີ່​ເມືອງທ່າ​ອຸ​ເທ​ນ ຈຶ່ງ​ສັ່ງ​ໃຫ້ພົນ​ຕຳຫລວດ​ເອກ ທະ​ນາ​ພົນ ທ້າວ​ໜູ ຮອງ​ຫົວໜ້າ​ຕຳຫລວດ​ຊາຍ​ແດນ, ພົນ​ຕຳຫລວດ​ໂທ ທະວີ ສາ​ຣະການ ວາງ​ແຜນ​ເຂົ້າຈັບ​ກຸມ.

ພົນ​ຕຳຫລວດ​ໂທ ທະວີ ກ່າວ​ວ່າ: ພາຍຫລັງ​ຮູ້​ຂໍ້​ມູນ ຈຶ່ງ​ວາງ​ແຜນ​ຈັດ​ເຈົ້າໜ້າ​ແບ່ງ​ກຳລັງ​ອອກ 4 ຊຸດ ພ້ອມ​ກຳລັງ​ພົນ 20 ຄົນ ດັກ​ຊຸ່ມ​ບໍລິ​ເວນ​ແຄມ​ຝັ່ງ​ແມ່ນ້ຳຂອງບ້ານ​ຊຽງ​ຍືນ ​ແລະ ​ຕໍ່​ມາ​ກວດພົບ​ເຮືອ​ຫາງ​ຍາວ 1 ລຳ ​ຂີ່​ມາ​ຈາກ​ບ້ານ​ເນ​ໄຊ​ຢອນ ເມືອງ​ທ່າ​ແຂກ ​ແຂວງ​ຄຳ​ມ່ວນ ມາ​ຈອດ​ແຄມ​ຝັ່ງ​ຫ່າງ​ຈາກ​ຝັ່ງ​ໄທ​ປະມານ 100 ​ແມັດ ​ໂດຍ​ພາຍ​ໃນ​ເຮືອ​ເຫັນ​ຜູ້​ຊາຍ 4 ຄົນ ຊ່ວຍ​ກັນ​ລຳລຽງ​ວັດຖຸ​ສີດຳ​ຂະໜາດ​ໃຫຍ່​ອອກ​ຈາກ​ເຮືອ​ມາ​ວາງ​ໄວ້​ແຄມ​ຝັ່ງ, ຊຸດ​ຈັບ​ກຸມ​ຈຶ່ງ​ໄດ້​ສະ​ແດງ​ຕົວ​ຂໍ​ກວດຄົ້ນ ​ແຕ່​ຄົນ​ຮ້າຍ​ທັງ​ໝົດ​ໄດ້​ແລ່ນ​ຫລົບ​ໜີ ຈຶ່ງ​ໄລ່​ຈັບ​ກຸມ​ໄດ້​ພຽງ​ທ້າວ ​ແອັດ ພິມ​ມະ​ຈັກ ອາຍຸ 30 ປີ ​ແລະ ທ້າວ ​ໄຂ ສີຂຽວ ອາຍຸ 30 ປີ ຊາວ​ລາວ​ໄດ້​ໃນ​ຈຸ​ດເກີດ​ເຫດ, ສ່ວນ​​ອີກ 2 ຄົນ​ອາ​ໄສ​ຄວາມ​ມືດ​ຫລົບໜີ​ໄປ​ໄດ້.

ຈາກ​ການກວດ​ສອບ​ພົບ​ເປົາ​ປຸ໋ຍສີຂາວ 8 ​ເປົາ ຫຸ້ມ​ດ້ວຍ​ຖົງ​ປລາສຕິກ ພາຍ​​ໃນ​ບັນຈຸ​ກັນຊາ​ແຫ້ງ ຈຳນວນ 310 ​ແທ່ງ ຄິດ​ເປັນ​ມູນ​ຄ່າ​ກວ່າ 1 ລ້ານ​ບາດ ຈຶ່ງ​ກວດ​ຢຶດ​ເຮືອ ​ແລະ ຂອງ​ກາງ​ໄວ້​ເປັນ​ຫລັກ​ຖານ.

ສອບ​ສວນ​ເບື້ອງຕົ້ນຜູ້​ຕ້ອງ​ຫາ​ທັງ​ສອງ​ຄົນ​ຮັບ​ສາລະພາບ​ວ່າ: ​ໄດ້​ຮັບ​​ຄ່າ​ຈ້າງ​ຄົນ​ລະ 2.000 ບາດ ຈາກ​ນາຍທຶນ​ໃຫ້​ຂົນ​ເປົາ​ປຸ໋ຍຂຶ້ນ​ເຮືອ​ຈາກ​ຝັ່ງ​ລາວ​ມາ​ວາງ​ໄວ້​ຢູ່​ຈຸດ​ນັດ​ພົບ ຫລັງ​ຈາກ​ນັ້ນຈະ​ມີ​ຄົນ​ມາ​ຮັບ​ອີກ​ເທື່ອ​ໜຶ່ງ.

ຫລັງ​ຈາກ​ນັ້ນ​ເຈົ້າໜ້າ​ທີ່​ຈຶ່ງ​ນຳ​ຕົວ​ສົ່ງ​ພະນັກງານ​ສືບສວນ​ທ່າ​ອຸ​ເທ​ນ ​ເພື່ອ​ດຳ​ເນີນ​ຄະດີ ​ໂດຍ​ແຈ້ງ​ຂໍ້​ຫາ​ຮ່ວມ​ກັນ​ມີ​ຢາ​ເສບ​ຕິດ​ໃຫ້​ໂທດ​ປະ​ເພດ 5 (ກັນຊາ) ​ເຂົ້າມາ​ໃນຣາຊະ​ອານາຈັກ​ໂດຍ​ຜິດ​ກົດໝາຍ ​ແລະ ລັກລອບ​ຫລົບ​ໜີ​ເຂົ້າ​ເມືອງ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...