spot_img
Homeຂ່າວທ້ອງຖິ່ນກອງທັບ​ຕັກ​ກະ​ແຕນ ​ຍັງ​ສືບ​ຕໍ່​ທຳລາຍ​ຜົນ​ຜະລິດ​ຢ່າງ​ຫນັກ​ໜ່ວງ​ ຢູ່​ແຂວງ​ຫລວງ​ພະ​ບາງ!

ກອງທັບ​ຕັກ​ກະ​ແຕນ ​ຍັງ​ສືບ​ຕໍ່​ທຳລາຍ​ຜົນ​ຜະລິດ​ຢ່າງ​ຫນັກ​ໜ່ວງ​ ຢູ່​ແຂວງ​ຫລວງ​ພະ​ບາງ!

Published on

takkataen

ຫວ່າງບໍ່ດົນມານີ້ ຢູ່ເມືອງໂພນທອງແຂວງຫຼວງພະບາງແມ່ນໄດ້ເກີດສະ ພາບການລະບາດ ຈາກສັດຕູພືດ​ໂດຍສະເພາະແມ່ນຕັກກະແຕນທຳ ລາຍຜົນຜະ ລິດຂອງປະຊາຊົນ ເຊີ່ງມາຮອດປະຈຸບັນແມ່ນທຳລາຍໄປແລ້ວ ໃນເນື້ອທີ່ປະມານ 800 ເຮັກຕາ ກວມເອົາ 15 ບ້ານໃນເຂດອ້ອມຮອບເທດສະບານເມືອງ, ພືດທີ່ ຖືກຕັກກະແຕນທຳລາຍນີ້ ເປັນປະເພດພືດຕະກຸນໃບລ້ຽງດຽວເຊັ່ນ: ເຂົ້າ, ສາລີ, ໃບໄຜ່ ແລະ ອື່ນໆ, ການລະບາດຂອງຕັກກະແຕນແມ່ນໄດ້ສ້າງຄວາມເສຍ ຫາຍ ໃຫ້ແກ່ປະຊາຊົນຢ່າງຫຼວງຫຼາຍ, ນອກຈາກເມືອງໂພນທອງແລ້ວຍັງມີເມືອງວຽງຄຳເຊີ່ງເປັນເມືອງທີ່ມີຊາຍແດນຕິດຈອດ ກັນກໍ່ໄດ້ຖືກຜົນກະທົບດັ່ງກ່າວ ສຳລັບເມືອງວຽງຄຳແມ່ນໄດ້ຖືກຕັກກະແຕນທຳລາຍຜົນຜະລິດໃນເນື້ອທີ່ 265 ເຮັກຕ່າ,

ໃນເບື້ອງຕົ້ນແມ່ນມີພຽງ 7 ບ້ານທີ່ຖືກຜົນກະທົບ, ແຕ່ມາຮອດປະຈຸບັນ ຕັກກະແຕນໄດ້ແຜ່ລາມອອກເປັນວົງກ້ວາງອັນ ໄດ້ເຮັດເຂດທີ່ຖືກຜົນກະທົບເພີ້ມເປັນ 12 ບ້ານ, ນອກນັ້ນ ເມືອງວຽງຄຳຍັງມີໜູຂີລະບາດຕື່ມ ເຊີ່ງໄດ້ທຳລາຍຜົນຜະລິດຂ ອງຊາວກະສິກອນໄປແລ້ວ 735 ເຮັກຕາ ເຮັດໃຫ້ຜົນລະປູກຊາວກະສິກອນຖືກທຳລາຍເສຍຫາຍຢ່າງໜັກ. ຕໍ່ກັບບັນຫາ ດັ່ງກ່າວພະແນກກະສິກຳແລະປ່າໄມ້ແຂວງ ໄດ້ປະກາດໃຫ້ທັງສອງເມືອງເປັນເຂດໄພພິບັດຈາກການສັດຕູພືດ ທຳລາຍຜົນຜະ ລິດ, ເຊີ່ງມາຮອດປະຈຸບັນພາກສ່ວນກ່ຽວຂ້ອງຂອງທັງສອງເມືອງໄດ້ປຸກລະດົມໃຫ້ປະຊາຊົນ ພ້ອມກັນເປັນເຈົ້າການທຳລາຍ ຕັກກະແຕນໃນເບື້ອງຕົ້ນ ພ້ອມທັງໄດ້ຮັບການຮ່ວມມືຈາກ ວິຊາການຂອງ ສປຈີນ ໃນການສະໜອງຢາປາບສັດຕູພືດທີ່ ມີຜົນກະທົບຕໍ່ທຳມະຊາດໜ້ອຍທີ່ສຸດ ສ່ວນປະຊາຊົນແມ່ນໃຊ້ວິທີພື້ນບ້ານໃນການຈັບຕັກກະແຕນມາທຳລາຍຖີ້ມ ໃນນີ້ ສະເພາະເມືອງໂພນທອງ ສາມາດຈັບຕັກກະແຕນມາທຳລາຍໄດ້ 7 ໂຕນກ່ວາ ຫຼື ປະມານ 43 ລ້ານກວ່າໂຕ. ເຖີງວ່າຈະມີກ ານປາບປາມແລະສະກັດກັ້ນກໍ່ຕາມໃນສອງເມືອງດັ່ງກ່າວນີ້ຍັງມີຄວາມສ່ຽງທີ່ຕັກກະແຕນຈະສືບຕໍ່ລະບາດ ຕື່ມອີກ ຢ່າງເປັນວົງກ້ວາງ ແລະ ຄາດວ່າຈະເຄື່ອນທີ່ໄປຫາບັນດາເມືອງຂອງແຂວງໃກ້ຄຽງຕື່ມອີກ. ເນື່ອງຈາກວ່າ ຕັກກະແຕນໄດ້ທຳ ລາຍຜົນຜະລິດໝົດແລ້ວມັນຈະເຄື່ອນຍ້າຍໄປຕາມກະແສລົມ. ມາຮອດປະຈຸບັນຊາວກະສິກອນທັງສອງເມືອງແມ່ນ ພົບຄວາມຫຍຸ້ງຍາກຫຼາຍດ້ານ ກ່ອນອື່ນແມ່ນຕ້ອງການແນວພັນພືດເພື່ອນຳໄປປູກທົດແທນພືດທີ່ຖືກທຳລາຍ ສ່ວນອຳນາດການປົກຄອງເມືອງ ແມ່ນຕ້ອງການງົບປະມານເພື່ອສົ່ງພະນັກງານລົງໄປຕິດຕາມ ແລະ ແກ້ໄຂສະພາບ ການຕົວຈີງ. ດ້ວຍຄວາມເປັນຮ່ວງເປັນຫ່ວງຕໍ່ສະພາບການທີ່ເກີດຂື້ນ ດຣ ຄຳແພງ ໄຊສົມແພງ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ລົງຕິດຕາມສະພາບການຕົວຈີງ ພ້ອມທັງໄດ້ລົງພົບປະປະຊາຊົນຢູ່ພື້ນທີ່ທີ່ຖືກຜົນກະທົບ ແລະ ນຳເອົາເງີນໄປຊ່ວຍເຫຼືອເບື້ອງຕົ້ນ ເມືອງລະ 15 ລ້ານກີບ, ໂອກາດນີ້ ທ່ານເຈົ້າແຂວງໄດ້ເນັ້ນໃຫ້ຄະນະພັກ ອຳນາດການປົກຄອງຂອງເມືອງພ້ອມກັນສືບຕໍ່ ສຸມໃສ່ແກ້ໄຂສະພາບການເບື້ອງຕົ້ນ ພ້ອມທັງ ປຸກລະດົມໃຫ້ປະຊາຊົນນຳເອົາພືດທີ່ຫາໄດ້ຕາມທຳມາຊາດມາປູກທົດແທນພືດທີ່ຖືກທຳລາຍກ່ອນ ແລະ ປຸກລະດົມໃຫ້ປະຊາຊົນບໍ່ໃຫ້ມີແນວຄິດຄອນແຄນແລະທໍ້ຖອຍໃນການດຳລົງຊີວິດ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...