HomeBaby-ແມ່ແລະເດັກແມ່​ລູກອອ່ນໄປເຮັດວຽກ ສາມາດປ້ຳ​ນົມ​ເກັບ​ໄວ້​ໃຫ້​ລູກ​ໄດ້​

ແມ່​ລູກອອ່ນໄປເຮັດວຽກ ສາມາດປ້ຳ​ນົມ​ເກັບ​ໄວ້​ໃຫ້​ລູກ​ໄດ້​

Published on

204_20150522155426.

       ນົມ​ແມ່​ເປັນ​ນົມ​ທີ່​ດີ​ທີ່ສຸດ​ສຳລັບ​ລູກ​ນ້ອຍ ຄວນ​ໃຫ້​ລູກ​ໄດ້ຮັບ​ນົມ​ແມ່​ໃຫ້​ດົນ​ທີ່ສຸດສຳລັບ​ແມ່​ທີ່​ຕ້ອງ​ກັບ​ມາ​ເຮັດວຽກ​ກໍ​ສາມາດ​ໃຫ້​ນົມ​ແມ່​ກັບ​ລູກ​ໄດ້ ໂດຍ​ການ​ປ້ຳ​ນົມ​ເກັບ​ໄວ້ໃກ້​ຈະ​ໄດ້​ເວລາ​ຕ້ອງ​ກັບ​ມາ​ເຮັດວຽກ​ແລ້ວ​ຕ້ອງ​ຕຽມ​ຕົວ​ກັນ​ແລ້ວ​ ລູກ​ນ້ອຍ​ຈະ​ໄດ້​ມີ​ນົມ​ແມ່​ໄວ້​ກິນ​ໄດ້​ອີກ​ດົນ​ໆ
1. ກຽມ​ເບີ່ງ​ຫາ​ແນວ​ປ້ຳ​ນົມ
ກ່ອນ​ຈະ​ຊື້​ຄວນ​ສຶກ​ສາ​ຂໍ້​ມູນ​ເຄື່ອງ​ປ້ຳ​ນົມ​ໃນ​ແຕ່​ລະ​ແບບ,ແຕ່​ລະ​ຍີ່​ຫໍ້​ໃຫ້​ດີ ວ່າ​ເໝາະ​ກັບທ່ານ​ແບບໃດບາງ​ລຸ້ນ​ສາມາດ​ໃສ່​ຖ່ານ​ໄດ້ພົກ​ພາ​ໄດ້​ສະ​ດວກ ແຕ່​ຢາກ​ຈະ​ແນະ​ນຳ​ໃຫ້​ໃຊ້​ປ້ຳ​ໄຟ​ຟ້າ​ແບບ​ຄູ່​​ເພາະ​ປະ​ຫຍັດ​ເວລາ​ໃນ​ການ​ປ້ຳ ເຮັດໃຫ້​ປ້ຳໄດ້​ພ້ອມ​ກັນ​ທັງ 2 ຂ້າງເຮັດໃຫ້​​ແມ່​ລຸດ​ອາການ​ຂີ້ຄ້ານ​ໃນ​ການ​ປ້ຳ​ລົງ​ໄດ້ ເບິ່ງ​ຄວາມ​ເໝາະ​ສົມ​ໃນ​ສະຖານ​ທີ່​ເຮັດວຽກເລືອກ​ແບບ​ທີ່​ໃຊ້​ແບດ​ໄດ້ຫລື​ມີ​ທີ່​ສຽບ​ຊາລ໌​​ໄດ້
2. ວາງ​ແຜນ​ໃນ​ການ​ປ້ຳ​ນົມ
ໂດຍ​ປົກກະຕິ​​ແມ່​ຈະ​ລາ​ວຽກໄດ້​ປະ​ມານ 3 ເດືອນ​ແມ່ລູກອອ່ນ​ຄວນ​ຈະ​ເລີ່ມ​ປ້ຳ​ນົມ​ຕັ້ງ​ແຕ່​ເດືອນ​ທີ່ 2 ຖ້າ​ລູກ​ນ້ອຍ​ເຂົ້າ​ເຕົ້າ​ນົມ​ແມ່​ຢູ່​ແລ້ວ ໃຫ້​ປ້ຳນົມຫລັງ​ຈາກ​ລູກ​ດູດ​ປະ​ມານ 10 ນາ​ທີ ຖ້າ​ລູກ​ບໍ່​ເຂົ້າ​ເຕົ້ານົມ​ໃຫ້​ແມ່​ປ໊ຳ​ນົມ​ທຸກ 3 ຊົວໂມງ ເມື່ອ​​ແມ່​ກັບ​ມາ​ແຕ່ເຮັດວຽກ​ແລ້ວ ຄວນ​ຄົງ​ຮັກສາ​ຮອບ​ປ້ຳໄວ້​ໃຫ້​ໄດ້ຖ້າ​ບໍ່​ຢາກ​ໃຫ້​ນ້ຳ​ນົມ​ຫົດ​ລົງຄວນ​ວາງ​ແຜນ​ເວລາ​ໃຫ້​ດີ
3. ການ​ເກັບ​ນ້ຳ​ນົມ
ເມື່ອ​​ແມ່ມານໄປ​ເຮັດວຽກ​ຄວນເອົາ​ກະ​ເປົ໋າ​ເກັບ​ຄວາມ​ເຢັນຫລື​ກະ​ຕິກ​ນ້ຳ​ກ້ອນ​ໄປ​ນຳເມື່ອ​ປ້ຳນົມ​ສຳເລັດ​ໃນ​ແຕ່​ລະ​ຮອບຄວນເກັບ​ແນວ​ປ໊ຳ​ແລະ​ນ້ຳ​ນົມ​ໃສ່​ຕູ້​ເຢັນ​ຂອງ​ບ່ອນ​ເຮັດວຽກ (ຖ້າ​ມີ) ຖ້າ​ບໍ່​ມີ​ກໍ​ໃສ່​ກະ​ຕິກ​ທີ່​ເຮົາ​ເອົາ​ໄປນ້ຳ​ນົມ​ພາຍ​ໃນ 24 ຊົວໂມງ.ສາມາດ​ເກັບ​ລວມ​ກັນ​ໄດ້ເມື່ອ​ກັບ​ເຖິງ​ເຮືອນເອົາເຂົ້າ​ຊ່ອງ​ຟິດ​ຫລື​ຈະ​ເກັບ​ໄວ້​ໃຫ້​ລູກ​ກິນ​ມື້​ຕໍ່ໄປ​ໄດ້
4. ກຽມ​ຜ້າ​ຄຸມ​ສຳລັບ​ປ້ຳ​ນົມ
ຖ້າສະຖານ​ທີ່​ອຳ​ນວຍ​ໃຫ້​​ແມ່ມານ​ນັ່ງ​ປ້ຳນົມ​ບ່ອນໂຕະ​ເຮັດວຽກ​ໄດ້ຄວນ​ມີ​ຜ້າ​ຄຸມ​ສຳລັບ​ປ້ຳນົມ​ຫລື​ເສື້ອ​ຄຸມ
5. ການ​ໃຊ້​ນົມສະຕັອກ
ໃຫ້​ໃຊ້​ນົມສະ​ຕັອກ​ຖົງ​ທຳອິດ​ຂອງ​ການ​ປ້ຳກ່ອນເມື່ອ​ເຮົາ​ກັບ​ຈາກ​ເຮັດວຽກ​ກໍ​ເອົາ​ຖົງ​ນົມ​ທີ່​ປ້ຳໄປ​ແຊ່​ທົດ​ແທນກັບ​ມາ​ອາດ​ຈະໃຫ້​ລູກ​ເຂົ້າ​ເຕົ້າຖ້າ​ຕອນເດິກລູກ​ບໍ່​ດູດ ເພື່ອ​ຮັກສາປະລິມານ​ນ້ຳ​ນົມ​ໄວ້​ກໍ​ຄວນ​ລຸກ​ຂຶ້ນ​ມາ​ປ້ຳນົມ​ອີກຮອບ​ ​ແມ່​ຄົງ​ຕ້ອງ​ຍອມ​ເໜື່ອຍ​ແນ່ເ​ພື່ອ​ສຸກ​ຂະພາບ​ທີ່​ແຂງ​ແຮງ​ຂອງ​ລູກ​ນ້ອຍ​

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...