spot_img
Homeຄວາມງາມແບບທົດສອບຄວາມເຈົ້າຊູູ້ໃນໂຕທ່ານ

ແບບທົດສອບຄວາມເຈົ້າຊູູ້ໃນໂຕທ່ານ

Published on

ຖ້າຖາມວ່າທ່ານເປັນຄົນເຈົ້າບໍ?…ຫລາຍຄົນຄົງປະຕິເສດຢ່າງແນ່ນອນ ນັ້ນເຮົາລອອອງມາທຳນາຍຈາກແບບທົດສອບກັນດີກວ່າວ່າທ່ານເຈົ້າຊູ້ປານໃດ 

ສົມມຸດວ່າໃນບ່າຍວັນອາທິດວັນໜຶ່ງທີ່ແສງແດດອົບອຸ່ນ ແລະທ້ອງຟ້າແສນຈະສົດໃສ ທ່ານກຳລັງຍ່າງຫລີ້ນໄປເລື່ອຍໆ ບັງເອີນຍ່າງຜ່ານສວນລີ້ນຈີ່ແຫ່ງ

ໜຶ່ງ (ຖ້າບໍ່ໝັກລີ້ນຈີ່ກໍ່ຈີນຕະນາການເຖີງໝາກໄມ້ອີ່ນໆກໍ່ໃດ້ທີ່ທ່ານມັກ) ທ່ານຫລຽວຊ້າຍຫລຽວຂວາ ບໍ່ເຫັນໃຜຈັກຄົນ ນ້ຳລາຍເລີ່ມແຕກເມື່ອເຫັນລີ້ນຈີ່ໝາກ

ໃຫຍ່ໆງາມໆ ເຕັມຕົ້ນ ທ່ານຕັດສີນໃຈແນ່ວແນ່ທີຈະປະຕິບັດລັກໝາກລີ້ນຈີ່ ທີ່ຢູ່ໃນສວນຂ້າງທາງ ເຊິ່ງມີຮົ້ວກັ້ນຢູ່

 

 

1. ທ່ານຄິດວ່າຮົ້ວລີ້ນຈີ່ຈະສູງເທົ່າໃດ?

ກ. ລະດັບສູງເກີນຫົວເຂົ່າ
ຂ. ສູງເກີນຫົວເຂົ່າຂື້ນໄປແຕ່ບໍ່ເກີນບະດັບແອວ
ຄ. ສູງເກີນລະດັບແອວຂື້ນໄປ

2. ທ່ານຫລັກເກັບລີ້ນຈີ່ກີນໄປຈັກລູກ? (ຕ້ອງບອກຕົວເລກ)

3. ມີເຈົ້າຂອງສວນມາເຫັນແລະດ່າທ່ານ ທ່ານຈະເວົ້າແບບໃດ?

4. ຫລັງຈາກຈົບວິກີດນາທີນັ້ນແລ້ ທ່ານຄິດວ່າລົດຊາດລີ້ນຈີ່ເປັນແບບໃດ

ກ. ກໍແຊບຊື່ນໃຈດີ
ຂ. ກໍເໝືອນທຳມະດາທົ່ວໄປ
ຄ. ແຊບສຸດຍອດ
ງ. ບໍ່ເຫັນຈະແຊບຫວານຫອມບ່ອນໃດ

5. ທ່ານຮູ້ສືກແນວໃດກັບເຫດການຄັ້ງນັ້ນ

ກ. ຕື່ນເຕັ້ນ ມ່ວນດີ
ຂ. ໂອຍ.. ເກືອບໄປແລ້ວເຮົາ
ຄ. ຂໍຊີມທໍ່ນີ້ ເຮັດເປັນໂວຍວາຍ
ງ. ບໍ່ໜ້າເລີຍເຮົາ ບໍ່ເອົາອີກແລ້ວ
ຈ. ດີແລ້ວ ທີ່ເຮົາບໍ່ລັກເກັບຂອງເຂົາກີນ

————————–——ຂຽນຄຳຕອບເສັດແລ້ວມາເບິ່ງຄຳສະເລີຍເດີ່-—————————————–

 

ຂໍ້ 1 
ກ. ຄວາມສູງຂອງຮົ້ວໜ້າຈະຕ່ຳທໍ່ເຄີ່ງໜ້າແຂ້ງ ຫລືສູງເທົ່າໃດກໍ່ໃດ້ ແຕ່ບໍ່ສູງເກີນຫົວເຂົ່າ ສະແດງວ່າທ່ານບໍ່ເຄີຍ

ຫັກຫ້າມໃຈເລີຍຖ້າເກີດມັກໃຜຂື້ນມາ ພ້ອມທີ່ຈະນອກໃຈແຟນໃດ້ງ່າຍດ້າຍ

ຂ. ສູງເກີນຫົວເຂົ່າຂື້ນໄປ ແຕ່ບໍ່ເກີນລະດັບແອວສະແດງວ່າຄວາມຢັບຢັ້ງຊັ້ງໃຈຂອງທ່ານຢູ່ໃນລະດັບປານກາງ  ຄືເຈົ້າຊູ້ເໝືອນກັນ ແຕ່ກໍ່ບໍ່ປັນໃຈໃຫ້ໃຜງ່າຍໆ

ຄ.ສູງເກີນລະດັບແອວຂື້ນໄປ ສະແດງວ່າທ່ານມີຄວາມມັ່ນຄົງໃນຮັກຫຼາຍ ແມ້ຖືກຢົ່ວຢວນຢ່າງໃດ ກໍ່ບໍ່ນອກໃຈແຟນງ່າຍໆ

ໜ້າທືງຫຼາຍ! 2.ຈຳນວນລີ້ນຈີ່

ຂໍ້ 2 
– ຖ້າຕອບ 1-3 ລູກ ສະແດງວ່າຖ້າທ່ານຈະເຈົ້າຊູ້ ແຕ່ກໍ່ບໍ່ແມ່ນເຈົ້າຊູ້ຍັກ ທ່ານສາມາດຈະແອບປີ້ງຄົນອື່ນໃດ້ ພ້ອມໆ ກັນ 1-3 ຄົນແລະສາມາດຄົບຫາຄູ່ປີ້ງ ໃດ້ປະມານ 1-3 ຄົນ ໂດຍສະລັບລາງໄປມາ ໃດ້ຢ່າງໜ້າອິດສາ

– ຖ້າຕອບ 3-10 ລູກ ສະແດງວ່າທ່ານເຈົ້າຊູ້ຫຼາຍໃຈຫຼາຍ ຖ້າມັກໃຜແລະຄົບຫາໃຜໃດ້ຫຼາຍໆຄົນພ້ອມກັນ

– ຖ້າຕອບເກີນ 10 ລູກ ສະແດງວ່າທ່ານຄືເຈົ້າຊູ້ໂຕຈິ່ງ ທີ່ເຫັນການນອກໃຈແຟນເປັນເລື່ອງສະນຸກ ທ່ານຕາມໃຈຕົວເອງ

ຕະຫຼອດແລະບໍ່ແຄເລື່ອງຮັກແທ້ເທົ່າໃດ

– ຖ້າຕອບວ່າ 0 ລູກ ສະແດງວ່າທ່ານນັ້ນບໍ່ສົນໃຈເລື່ອງຄວາມຮັກມັກຈະຮັກຊີວິດສັນໂດດຫຼາຍກ່ວາ.

ຂໍ້ 3
ຈາກການທົດສອບ ດ້ວຍຄຳຖາມນີ້ ເຄີຍມີຜູ້ຕອບວ່າເຖີງຈະປີນຮົ້ວເຂົ້າໄປໃນສວນໃດ້ແລ້ວ ຈະບໍ່ເກັບລີ້ນຈີ່ກີນເລີຍແມ້ແຕ່

ລູກ ຖ້າທ່ານຕອບເຊັ່ນນີ້ສະແດງວ່າທ່ານເປັນຄູ່ຮັກທີ່ໜ້າອິດສາທີ່ສຸໃນໂລກ ທ່ານຈະບໍ່ມີວັນນອກໃຈແຟນເລີຍທັ້ງໆທີມີໂອ

ກາດ ທ່ານມີພູມຄຸ້ມກັນຄວາມຢົ່ວຢວນ ໃດ້ແຂງແກ່ງຫຼາຍ ເຖີງວ່າໂດຍລືກໆ ແລ້ວທ່ານອາດຈະເຈົ້າຊູ້ຢູ່ ແອບເບິ່ງຄົນນັ້ນ

ຄົນນີ້ຢູ່ ແຕ່ກໍ່ຢ່າຫວັງວ່າທ່ານອາດຈະແວະໄປຂໍເບີໂທໃຜ ຫຼືແອບໄປທ່ຽວກັບໃຜເພາະຫົວໃຈທ່ານມັ່ນຄົງຕໍ່ແຟນຂອງທ່ານ  ຄົນດຽວ

ແລະຄຳແກ່ຕົວເມື່ອເຈົ້າຂອງສວນໂຜ່ອອກມາຕອນທີ່ທ່ານກຳລັງເດັດລີ້ນຈີ່ ກີນຢ່າງແຊບ ເຈົ້າຂອງສວນເອະອະໂວຍວາຍ

ດ່າວ່າທ່ານຕ່າງໆນານາຄຳເວົ້າທີ່ທ່ານເວົ້າອອກມານັ່ນແລະ ຄືຄຳແກ້ໂຕທີ່ທ່ານຈະໃຊ້ເມື່ອຖືກຈັບໃດ້ວ່ານອກໃຈ

ຂໍ້ 4 
ກ. ຕອບວ່າ ກໍ່ແຊບຊື່ນໃຈດີສະແດງວ່າທ່ານຮູ້ສືກວ່າການນອກໃຈແຟນຄັ້ງນີ້ຫວານຊື່ນຈັບໃຈດີເໝືອນກັນ

ຂ.  ຕອບວ່າ ກໍ່ເໝືອນທຳມະດາທົ່ວໄປສະແດງວ່າທ່ານວ່າການນອກໃຈແຟນຄັ້ງນີ້ກໍ່ບໍ່ໃດ້ພົບກັບສິ່ງວິເສດຫຍັງ ຫູາຍ

ຄ.  ຕອບວ່າ ແຊບດີສຸດຍອດ ສະແດງວ່າທ່ານມັກຫຼາຍກັບການນອກໃຈແຟນ ທ່ານຄິດທຳການລັກລອບມີຊູ້ຮັກ

ເປັນປະສົບການທີ່ທ່ານຫຼົງໄຫຼຕິດໃຈຫຼາຍ

ງ. ຕອບວ່າ ບໍ່ເຫັນຈະແຊບຫວານບ່ອນໃດ ສະແດງວ່າທ່ານບໍ່ໃດ້ຫຼົງໄຫຼ ໄປກັບການນອກໃຈແຟນໃນຄັ້ງນີ້ເລີຍ!

ຂໍ້ 5 
ก.ຕອບໃນລັກຊະນະທີວ່າ ຕື່ນເຕັ່ນດີ ມ່ວນຫຼາຍ ສະແດງວ່າທ່ານບໍ່ຮູ້ສືກວ່າການນອກໃຈແຟນຄັ້ງນີ້ເປັນຄວາມ

ຜິດ ແຕ່ທ່ານກັບຄິດວ່າເປັນປະສົບການທີ່ແປກໃໝ່ ເລົ້າໃຈ ຄົນທີ່ຕອບທຳນອງນີ້ມີແນວໂນ້ມທີ່ຈະນອກໃຈແຟນໃດ້

ອີກ 100%

ຂ.ຕອບວ່າ ແຫ.. ເກືອບໄປແລ້ວສິເຮົາ ສະແດງວ່າທ່ານຍັງຫວາດໆ ຫວັ່ນຢູ່ກັບການນອກໃຈແຟນຈະເປັນເລື່ອງ

ໃຫຍ່ໂຕຂື້ນມາແຕ່ທ່ານກໍ່ດີໃຈທີ່ຜ່ານພົ້ນມາໃດ້ຄົນທີ່ຕອບໃນທຳນອງນີ້ກໍ່ບໍ່ຄ່ອຍຮູ້ສືກຜິດແລະກໍ່ອາດຈະນອກ

ໃຈແຟນໃດ້ອີກ 70%

ຄ.ຕອບວ່າຂໍ້ກີນທໍ່ນີ້ເຮັດເປັນໂວຍວາຍສະແດງວ່ານອກຈາກທ່ານບໍ່ຮູ້ສືກຜິດແລ້ວທ່ານຍັງຄິດອີກວ່າການນອກໃຈແຟນເປັນເລື່ອງເລັກນ້ອຍເຫື້ອເກີນ ເປັນເລື່ອງທຳມະດາທີ່ເກີດຂື້ນໃດ້ໂດຍບໍ່ຈຳເປັນຈະຕ້ອງສຳນືກຜິດຫຼືຖືກ

ຕໍ່ວ່າຕໍ່ຂານເລີຍ ເຊື່ອໃດ້ເລີຍວ່າຖ້າມີໂອກາດເໝາະ ທ່ານຕ້ອງຫາທາງນອກໃຈແຟນແນ່ນອນ

ງ. ຕອບວ່າ ບໍ່ໜ້າເລີຍເຮົາ ບໍ່ເອົາອີກແລ້ວ ສະແດງວ່າທ່ານກໍ່ຮູ້ສືກວ່າການນອກໃຈແຟນເປັນສິ່ງທີ່ບໍ່ດີແມ້ການ

ເຮັດຜິດໄປແລ້ວທ່ານອາດຈະມັກນ້ອຍໆ ແຕ່ທ່ານກໍ່ຮູ້ວ່າບໍ່ຄຸ່ມຄ່າດອກ

ຈ.ຕອບວ່າ ດີແລ້ວ ທີ່ເຮົາບໍ່ລັກເກັບກີນຂອງເພີ່ນ ສະແດງວ່າທ່ານພູມໃຈໃນໂຕເອງສະເໝີວ່າ ທ່ານມີຮັກ

ດຽວໃຈດຽວຢ່າງມັ່ນຄົງ ຈຶ່ງບໍ່ຖືກໃຜມາດ່າວ່າໃຫ້ເສຍອາລົມ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...