Homeຂ່າວພາຍ​ໃນຕະຫລາດຫລັກຊັບລາວ ຈະເຕີບໂຕຢ່າງກ້າວກະໂດດ ຫລັງເປີດປະຊາຄົມເສດຖະກິດອາຊຽນ!

ຕະຫລາດຫລັກຊັບລາວ ຈະເຕີບໂຕຢ່າງກ້າວກະໂດດ ຫລັງເປີດປະຊາຄົມເສດຖະກິດອາຊຽນ!

Published on

Laos-stock-exchange-700x472

ສາດສະດາຈານ ດຣ ເດດພູວັງ ມູລຣັຕ໌ ອະດີດປະທານຄະນະຜູ້ບໍລິຫານຕະຫລາດຫລັກຊັບ ລາວ(ຕລຊລ)ໄດ້ໃຫ້ສຳພາດນັກ ຂ່າວພວກເຮົາໃນໂອກາດເຂົ້າຮ່ວມກອງປະຊຸມສຳມະນາຫົວຂໍ້ “ສປປ ລາວໂອກາດແຫ່ງການກ້າວກະໂດດ”ເມື່ອວັນທີ 15 ມິຖຸນາຜ່ານມາທີ່ຕະຫລາດ ຫລັກຊັບ ລາວວ່າ: ປີນີ້ແມ່ນພໍດີຄົບຮອບ 5 ປີຂອງການສ້ງຕັ້ງຕະຫລາດຫລັກຊັບລາວ, ພາຍຫລັງລັດຖະບານ ໄດ້ຫລິງເຫັນຄວາມສຳຄັນຂອງການມີຕະຫລາດທຶນເພື່ອເປັນ ແຫລ່ງລະດົມທຶນໃໄລຍະຍາວເພື່ອ ການພັດທະນາເສດຖະກິດ-ສັງຄົມ ແລະ ກາຍເປັນແຫລ່ງລະດົມທຶນທີ່ມີມາດຕະຖານສາກົນຄື: ເພີ່ຜະລິດຕະພັນໃນ ຕລຊລ ໂດຍຕັ້ງເປົ້າໝາຍຮອດປີ 2020 ຈະໃຫ້ມີ 25 ບໍລິສັດເຂົ້າມາຈົດ ທະບຽນ, ໂດຍຜ່ານປັດ​ໄຈສະໜັບສະໜູນຫລາຍດ້ານຄື: ປັດ​ໄຈອັນທຳອິດແມ່ນນະໂຍບາຍພາກ ລັດທີ່ຊຸກຍູ້ສົ່ງເສີມໃຫ້ບໍລິສັດຂອງຄົນລາວລະດົມທຶນຜ່ານຕະຫລາດຫລັກຊັບ, ພ້ອມທັງຊຸກດັນໃຫ້ລັດວິສາຫະກິດ ຂອງລາວຫັນເປັນມະຫາຊົນ, ເຊິ່ງປັດຈຸບັນເຫັນວ່າມີຫລາຍກວ່າ 30 ລັດວິສາຫະກິດແມ່ນມີຄວາມ ອາດສາມາດເຂົ້າຈົດທະ

ບຽນໃນຫລາດດັ່ງກ່າວ, ປັດ​ໄຈອັນທີສອງແມ່ນການຂະຫຍາຍຕົວຂອງເສດຖະກິດລາວສະເລ່ຍໃນລະດັບ 7-8% ຕໍ່ປີ, ສະນັ້ນ ບັນດາບໍລິສັດຕ່າງໆລ້ວນແຕ່ມີຄວາມຈຳເປັນນຳໃຊ້ທຶນຫລວງຫລາຍເພື່ອຮອງຮັບການເຕີບໂຕດັ່ງກ່າວ ແລະ ປັດ​ໄຈອັນທີສາມແມ່ນຄວາມຮັບຮູ້ເຂົ້າໃຈຂອງສັງຄົມຕໍ່ວຽກງານການລົງທຶນໄດ້ຄ່ອຍໆສູງຂຶ້ນ.

ທ່ານ ເດດພູວັງ ກ່າວວ່າ: ປັດຈຸບັນມີ 3 ບໍລິສັດທີ່ຈົດທະບຽນໃນຕະຫລາດຫລັກຊັບລາວແລ້ວຄື: ບໍລິສັດຜະລິດ ໄຟຟ້າລາວມະຫາຊົນ (EDL-GEN), ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL) ແລະ ບໍລິສັດ ລາວເວີນ ມະຫາຊົນ(LWBC) ແລະ ຄາດວ່າຈະມີບໍລິສັດອີກຈຳນວນໜຶ່ງພວມກະກຽມຈະເຂົ້າຈົດທະບຽນໃນໄວໆນີ້, ສະນັ້ນ ເພື່ອເພີ່ມຖານນັກລົງທຶນໃຫ້ຫລາຍຂຶ້ນໃນ ຕລຊລ ຕ້ອງໄດ້ມີການປັບປຸງບັນດານິຕິກຳ, ລະບຽບຫລັກການ ແລະ ລະບົບໃຫ້ສອດຄ່ອງກວ່າເກົ່າ, ໂດຍສະເພາະແມ່ນເລັ່ງໃສ່ການພັດທະນາລະບົບການຊື້-ຂາຍ ທີ່ອຳນວຍຄວາມສະດວກ ສະບາຍແກ່ນັກລົງທຶນເປັນຕົ້ນ: ຈັດຕັ້ງສູນຝາກຫລັກຊັບ, ປັບປຸງລະບົບການຊຳລະສະສາງເພື່ອໃຫ້ນັກລົງ ທຶນມີເວລາ ໃນການໜູນເງິນລົງທຶນ ແລະ ການບໍລິການບັນຊີເງິນໃຫ້ກູ້ຢືມເພື່ອຊື້ຫລັກຊັບເຫລົ່ານີ້ເປັນຕົ້ນ. ນອກຈາກນີ້, ຕລຊລ ຈະມີແຜນປັບເກນການສົ່ງຄຳສັ່ງຊື້-ຂາຍຮຸ້ນຂັ້ນຕ່ຳຈາກປັດຈຸບັນຄຳສັ່ງຊື້-ຂາຍຂັ້ນຕ່ຳ 1 ຮຸ້ນ ແລະ ອະນາຄົດ

ຈະປັບເປັນ 200 ຮຸ້ນ ເພື່ອເພີ່ມສະພາບຄ່ອງ ແລະ ສະທ້ອນລາຄາທີ່ແທ້ຈິງຕາມຄວາມຕ້ອງການຂອງຕະຫລາດ ລວມທັງປັບເກນການເຄື່ອນໄຫວຂອງລາຄາຮຸ້ນເພີ່ມຂຶ້ນລົງໄດ້ຊ່ວງລະ 50 ກີບໃຫ້ກາຍເປັນຊ່ວງລະ 100-200 ກີບ, ເຊິ່ງຈະຊ່ວຍເພີ່ມມູນຄ່າການຊື້-ຂາຍ ແລະ ຂະຫຍາຍຖານນັກລົງທຶນໃຫ້ ຕລຊລ ມີບັນຍາກາດຄືກຄື້ນໃນອະນາຄົດ.

ທ່ານ ເດດພູວັງ ກ່າວວ່າ: ຂ້າພະເຈົ້າເຊື່ອວ່າ ພາຍຫລັງເປີດປະຕູກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນ (AEC) ໃນທ້າຍປີ 2015 ນີ້, ຕະຫລາດຫລັກຊັບລາວຈະເຕີບໂຕຢ່າງກ້າວກະໂດດ ເນື່ອງຈາກບັນດາບໍລິສັດຕ່າງໆລວມທັງປະ ຊາຊົນລາວມີຄວາມຕື່ນຕົວໃນການລົງທຶນຫລາຍຂຶ້ນ, ສະນັ້ນ ສິ່ງສຳຄັນທີ່ສຸດແມ່ນທຸກຝ່າຍຕ້ອງໄດ້ກະກຽມຕົວ ແລະ ຄວາມພ້ອມໃຫ້ດີເພື່ອສ້າງຄວາມເຂັ້ມແຂງຮອບດ້ານໃຫ້ສາມາດແຂ່ງຂັນໃນເງື່ອນໄຂດັ່ງກ່າວໄດ້.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...