spot_img
Homeຂ່າວພາຍ​ໃນລະເບີດບໍ່ທັນແຕກວມເອົາພື້ນທີ່ກະສິກຳ 2.000 ກວ່າເຮັກຕາຢູ່ແຂວງຫລວງພະບາງ

ລະເບີດບໍ່ທັນແຕກວມເອົາພື້ນທີ່ກະສິກຳ 2.000 ກວ່າເຮັກຕາຢູ່ແຂວງຫລວງພະບາງ

Published on

11401087_1452409601742456_5458856415739516939_n

ຂປລ. ໃນວັນທີ 11-13 ມິຖຸນາ 2015 ຜ່ານມາ, ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ(ຄກລຊ) ນຳໂດຍ ທ່ານ ພູຂຽວ ຈັນທະສົມບູນ, ຫົວໜ້າຫ້ອງການ ຄກລຊ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງພະບາງ ເພື່ອຊຸກຍູ້ວຽກງານການເກັບກູ້ລະເບີດທີ່ບໍ່ທັນແຕກ ທີ່ຕົກຄ້າງໃນປາງສົງຄາມ.
ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຄັ້ງນີ້,ທ່ານ ພູຂຽວ ຈັນທະສົມບູນພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານສະພາບຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫລວງພະບາງ ໂດຍສະເພາະແມ່ນການແກ້ໄຂບັນຫາລູກລະເບີດບໍ່ທັນແຕກ ແລະ ຜົນກະທົບຈາກລູກລະເບີດ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍ່ຄື ການດຳລົງຊີວິດຂອງພໍ່ແມ່ປະຊາຊົນແຂວງຫລວງພະບາງ ແຂວງຫລວງພະບາງ ເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກລະເບີດໃນປາງສົງຄາມພໍສົມຄວນເຮັດໃຫ້ມີລູກລະເບີດຕົກຄ້າງມາຈົນຮອດທຸກວັນນີ້ຍັງສືບຕໍ່ສ້າງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ ຊາວແຂວງຫລວງພະບາງ ໃນຈຳນວນ 12 ເມືອງ, 2.258 ບ້ານ, ກວມເອົາເນື້ອທີ່ 3.259ເຮັກຕາ ໃນນີ້, ກວມເອົາພື້ນທີ່ກະສິກຳ 2.549 ເຮັກຕາ ແລະ ພື້ນທີ່ພັດທະນາ 710 ເຮັກຕາ. ໄລຍະຜ່ານມາ ໄດ້ມີຜູ້ເຄາະຮ້າຍຖືກລູກລະເບີດດັ່ງກ່າວແຕກໃສ່ ທັງໝົດ149 ຄົນ, ໃນນັ້ນ ເສຍຊີວິດ 54 ຄົນ, ບາດເຈັບ 8 ຄົນ ແລະ ເສຍອົງຄະ 87 ຄົນ. ພ້ອມດຽວກັນນັ້ນ, ຍັງໄດ້ສົ່ງຜົນກະທົບຕໍ່ຄອບຄົວ ແລະ ຍາດຕິພີ່ນ້ອງຂອງຜູ້ເຄາະຮ້າຍ ເຮັດໃຫ້ເຂົາເຈົ້າສູນເສຍຜູ້ເປັນຫົວຈັກຫຼັກແຫຼ່ງຂອງຄອບຄົວໄປ, ບໍ່ມີຜູ້ອູ້ມຊູຍູ້ໜູນ ຫຼື ຊອກຢູ່ຫາກິນເພື່ອລ້ຽງຄອບຄົວ. ຍິ່ງໄປກວ່ານັ້ນ, ຕໍ່ຜູ້ເສຍອົງຄະ ບໍ່ສາມາດອອກແຮງງານໄດ້ ແມ່ນໄດ້ສ້າງພາລະໃຫ້ແກ່ຄອບຄົວ ແລະ ຍາດຕິພີ່ນ້ອງ.
ສຳລັບການເກັບກູ້ລະເບີດທີ່ບໍ່ທັນແຕກນັ້ນ, ໄລຍະທີ່ຜ່ານມາ ພັກ-ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ມີຄວາມເອົາໃຈໃສ່ ແກ້ໄຂບັນຫາດັ່ງກ່າວ ຢ່າງເປັນເຈົ້າການ ໂດຍສະເພາະ ນັບແຕ່ປີ 1989-2015 ແມ່ນສາມາດທຳລາຍລະເບີດໄດ້ທັງໝົດ 139.501 ລູກ. ໃນນີ້ ມີບົ່ມໃຫຍ່ 307 ລູກ, ບົ່ມບີ່5.171ລູກ, ມິ່ນ 381 ລູກ ແລະ ອາວຸດເສິກສົງຄາມອື່ນໆ.

ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າມີຄວາມຊັກຊ້າ ຖ້າທຽບໃສ່ແຜນການຕາມຈຸດສຸມພັດທະນາ ໂດຍມີສາເຫດຕົ້ນຕໍ ມາຈາກສະພາບພື້ນທີ່ທີ່ໄດ້ຮັບຜົນກະທົບ ກໍ່ຄືພື້ນທີ່ ທີ່ຍັງມີລະເບີດຕົກຄ້າງນັ້ນ ເສັ້ນທາງຄົມມະນາຄົມຂົນສົ່ງບໍ່ສະດວກ, ບາງພື້ນທີ່ລົດໄປບໍ່ຮອດ, ເນື້ອທີ່ການກວດກູ້ ສ່ວນຫລາຍເປັນເນື້ອທີ່ຄ້ອຍຊັນ, ລະເບີດຈຳນວນຫລວງຫລາຍ ຖືກທັບຖົມຢູ່ໃຕ້ດິນ, ງົບປະມານຮັບໃຊ້ວຽກງານເກັບກູ້ລະເບີດ ຂອງແຂວງມີຈຳກັດແລະ ອຸປະກອນຮັບໃຊ້ການກວດກູ້ ແລະ ທຳລາຍລະເບີດ ເປັນເຄື່ອງເກົ່າ ບໍ່ມີຄວາມທັນສະໄໝ ຕ້ອງໄດ້ໃຊ້ເວລາ ແລະ ບຸກຄະລະກອນ ພໍສົມຄວນ.
ໃນໂອກາດເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ, ທາງ ຄກລຊ ໄດ້ເຄື່ອນໄຫວຢ້ຽມຢາມຜູ້ຖືກເຄາະຮ້າຍຈາກລູກລະເບີດ ພ້ອມທັງ ລົງເກັບກຳຂໍ້ມູນ ສະພາບການເກັບກູ້ ແລະ ທຳລາຍລະເບີດຕົວຈິງ ຢູ່ພາກສະໜາມເຂດຈຸດພັດທະນາ ລ້ອງນ້ຳເຊືອງ ເມືອງປາກອູ; ຈຸດພັດທະນາກຸ່ມບ້ານນາຍາງ,ບ້ານປາກຂັນ ກຸ່ມນ້ຳດວນ ທີ່ຂຶ້ນກັບເມືອງນໍ້າບາກ.

ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...