spot_img
Homeຄວາມຮູ້ກ່ຽວກັບ AECແຮງງານລາວກຽມພ້ອມຫຍັງແດ່ ເພື່ອເຂົ້າເອອີຊີທ້າຍປີນີ້?

ແຮງງານລາວກຽມພ້ອມຫຍັງແດ່ ເພື່ອເຂົ້າເອອີຊີທ້າຍປີນີ້?

Published on

c75121f9-fa00-43f7-8594-5b51f8855539

ເອອີຊີ (AEC) ຫຍໍ້​ມາຈາກ​ຄໍາສັບ​ພາສາ​ອັງກິດ​ວ່າ ASEAN Economic Com munity ເຊິ່ງມີຄວາມ​ຫມາຍ​ແປເປັນ​ພາສາລາວ​ວ່າ: ປະຊາ​ຄົມ​ເສດຖະກິດອາ​ຊຽນ, ເອ​ອີ​ຊີ ຫຼື ປະຊາ​ຄົມ​ເສດຖະ​ກິດ​ອາ​ຊຽນ​ ແມ່ນ​ໜຶ່ງ​ໃນ​ຜົນສຳເລັດ​ແຫ່ງ​ການເຊື່ອມໂຍງ ເຊິ່ງຈະ​ພ້ອມ​ກັນປະຕິ​ຮູບ​ອາ​ຊຽນ​ໃຫ້​ເປັນ​ພາກພື້ນ​ທີ່​ຫມັ້ນຄົງ, ອຸດົມ​ຮັ່ງມີ ແລະ ສາມາດ​ແຂ່ງຂັນ​ໄດ້​ສູງ​ພຽບພ້ອມ​ໄປ​ດ້ວຍ​ການ​ພັດທະນາທາງ​ດ້ານ​ເສດຖະກິດ​ຢ່າງ​ເທົ່າທຽມ​ກັນ, ຫລຸດຜ່ອນ​ຄວາມທຸກ​ຈົນ ແລະ ຄວາມ​ແຕກ​ຕ່າງກັນ​ທາງ​ດ້ານ​ເສດຖະກິດŒ-ສັງຄົມ.

ຕໍ່ໜ້າສະພາບດັ່ງກ່າວ, ເອ​ອີ​ຊີ ຈະ​ສ້າງ​ໃຫ້​ອາ​ຊຽນເປັນ​ຕະຫລາດ ແລະ ຖານ​ການຜະລິດ​ຫນຶ່ງ​ດຽວ​ເຮັດ​ໃຫ້​ອາຊຽນ​ມີ​ຄວາມ​ຄ່ອງ​ແຄ້ວ​ໃນ​ການແຂ່ງຂັນ​ດ້ວຍ​ກົນ​ໄກ ແລະ ມາດຕະການ​ໃຫມ່​ຕ່າງໆ​ ເພື່ອ​ໃຫ້ການຈັດ​ຕັ້ງ​ປະຕິບັດ​ຂໍ້​ລິ​ເລີ່ມ​ຕ່າງໆທີ່​ຍັງ​ຄົງ​ຄ້າງ, ໃຫ້​ເຂັ້ມແຂງຊ່ວຍ​ໃຫ້ການ​ເຊື່ອມ​ໂຍງ​ທາງດ້ານ​ເສດຖະກິດ​ໃນ​ຂະແຫນງການ​ທີ່​ເປັນ​ບຸລິມະສິດ​ໄວ​ຂຶ້ນ, ສົ່ງເສີມ​ການເຄື່ອນໄຫວ​ໃຫ້​ແກ່ນັກທຸລະກິດ, ສີມື​ແຮງ​ງານ ແລະ ຜູ້​ມີ​ພອນ​ສະຫວັນ, ໃຫ້​ກົນ​ໄກ​ສະຖາ​ບັນ​ຂອງ​ອາ​ຊຽນ​ເຂັ້ມແຂງໃນ​ບາດກ້າວ​ທຳ​ອິດ ​ເພື່ອ​ກ້າວໄປ​ເຖິງ​ການ​ບັນລຸ​ປະຊາ​ຄົມ​ເສດຖະ​ກິດ​ອາ​ຊຽນ.

ອີງຕາມຂໍ້ມູນຈາກສະກຸ໊ບ (ລາຍງານພິເສດ) ຂອງໜັງສືພິມເສດຖະກິດ-ການຄ້າ ສະບັບປະຈໍາວັນພະຫັດ ທີ 26 ມີນາ 2015 ໃຫ້ຮູ້ວ່າ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ວາງທິດທາງ ແລະ ຄາດໝາຍສູ້ຊົນ ໃນໄລຍະ 5 ປີ (2016-2020) ໄວ້ ໂດຍໄດ້ຕັ້ງເປົ້າໝາຍທີ່ຈະສ້າງລະບົບຂໍ້ມູນ-ຂ່າວສານຕະຫຼາດແຮງງານ ເພື່ອເປັນບ່ອນອີງໃຫ້ແກ່ການສ້າງແຜນການ ແລະ ດັດສົມມະຫາພາກດ້ານແຮງງານ; ສ້າງລະບົບການພັດທະນາສີມືແຮງງານ ທີ່ປະກອບດ້ວຍການສ້າງມາດຕະຖານສີມືແຮງງານ, ຫຼັກສູດການຝຶກສີມືແຮງງານ, ການທົດສອບ, ການອອກໃບຢັ້ງຢືນ ແລະ ການແຂ່ງຂັນສີມືແຮງງານ ດ້ວຍການມີສ່ວນຮ່ວມ ຂອງຫົວໜ່ວຍແຮງງານ ແລະ ສັງຄົມ.

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຍັງຈະໄດ້ສ້າງ ແລະ ປັບປຸງຕາໜ່າງການບໍລິການຈັດຫາງານໃຫ້ເຂັ້ມແຂງ ແລະ ຫຼາຍຮູບແບບ, ນອກຈາກນັ້ນ ກໍຍັງຈະໄດ້ສ້າງ ແລະ ສົ່ງເສີມສາຍພົວພັນແຮງງານ ຕາມລະບຽບກົດໝາຍ (ກົດໝາຍວ່າດ້ວຍແຮງງານ ແຫ່ງ ສປປ ລາວ) ເພື່ອຮັບປະກັນເງື່ອນໄຂການອອກແຮງງານທີ່ເໝາະສົມ, ປັບປຸງແກ້ໄຂບັນຫາ, ໄກ່ເກ່ຍຂໍ້ຂັດແຍ່ງແຮງງານ ແລະ ກົນໄກການຈັດຕັ້ງປະຕິບັດລະບຽບກົດໝາຍດ້ານແຮງງານໃຫ້ເຂັ້ມແຂງ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດລະຫວ່າງຂອງຜູ້ອອກແຮງງານ (ລູກຈ້າງ) ກັບຜູ້ໃຊ້ແຮງງານ (ນາຍຈ້າງ).

ແນວໃດກໍຕາມ, ໃນລາຍງານດັ່ງກ່າວ ຍັງໄດ້ລະບຸໃຫ້ຮູ້ຕື່ມອີກວ່າ: ເພື່ອເປັນການຮອງຮັບການເຂົ້າສູ່ເອອີຊີໃນທ້າຍປີ 2015 ນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເລັ່ງສ້າງລະບົບການພັດທະນາສີມືແຮງງານ ເພື່ອຮອງຮັບການເຄື່ອນຍ້າຍແຮງງານເສລີໃນຍຸກແຫ່ງການເຊື່ອມໂຍງເອອີຊີ ເຊິ່ງເປັນບົດທ້າທາຍທົດສອບທີ່ສໍາຄັນຕໍ່ແຮງງານລາວ, ໃນນັ້ນ ໄດ້ປັບອັດຕາແຮງງານຂັ້ນຕໍ່າໃໝ່ໃນຮອບ 3 ປີ ທີ່ສະພາແຫ່ງຊາດຕົກລົງອະນຸມັດໃນທ້າຍປີ 2014 ທີ່ຜ່ານມາ ແລະ ຈະເລີ່ມປະຕິບັດຕົວຈິງໃນຕົ້ນເດືອນເມສາ 2015 ນີ້ ຈາກເດີມ 626.000 ກີບ ($78) ເປັນ 900.000 ກີບ ($112) ຫຼືເພີ່ມຂຶ້ນປະມານ 44%.

ຂໍສະແດງຄວາມຍິນດີນໍາມະນຸດເງິນເດືອນທັງຫຼາຍ ກໍຄືແຮງງານລາວໃນທົ່ວປະເທດ ທີ່ຈະໄດ້ຮັບເງິນເດືອນ (ຄ່າແຮງງານ) ຂັ້ນຕໍ່າເດືອນໜຶ່ງບໍ່ຫຼຸດ 900.000 ກີບ. ທີ່ເວົ້າແນວນີ້ ນັ້ນກໍໝາຍຄວາມນາຍຈ້າງ ຫຼືຜູ້ໃຊ້ແຮງງານທັງຫຼາຍ ຕ້ອງໄດ້ເພີ່ມເງິນເດືອນໃຫ້ລູກຈ້າງ ກໍຄືຜູ້ອອກແຮງງານຂອງຕົນ ຢ່າງຕໍ່າໃນຂັ້ນພື້ນຖານ ບໍ່ໃຫ້ໜ້ອຍກວ່າ 900.000 ກີບ (ສໍາລັບໜ້າວຽກ ຫຼືຕໍາແໜ່ງງານຕໍ່າສຸດ) ເຊິ່ງນີ້ອາດເປັນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ຄົນເຮັດວຽກ ຂາຍແຮງງານ ເພື່ອລ້ຽງຊີບຂອງຕົນ ໃຫ້ດີຂຶ້ນກວ່າເກົ່າ ເຖິງວ່າຈະບໍ່ຢູ່ໃນລະດັບທີ່ດີຫຼາຍ ສົມຄູ່ກັບຄ່າຄອງຊີບໃນສັງຄົມປັດຈຸບັນທີ່ສູງ, ແຕ່ກໍຍັງຖືວ່າຢູ່ໃນເກນທີ່ພໍສາມາດຈະແກ້ໄຂຄວາມຝືດເຄືອງຂອງຊີວິດປະຈໍາວັນໄດ້ສ່ວນໃດສ່ວນໜຶ່ງ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...