Homeຄວາມຮູ້ກ່ຽວກັບ AEC​​ເຂົ້າ “ເອອີ​ຊີ” ​ທ້າຍ​ປີ​ນີ້ ລາຄາ​ລົດຊິ​ຖືກ​ລົງ​ບໍ?

​​ເຂົ້າ “ເອອີ​ຊີ” ​ທ້າຍ​ປີ​ນີ້ ລາຄາ​ລົດຊິ​ຖືກ​ລົງ​ບໍ?

Published on

4187344643_62880bd4ef-564x272

ປັດຈຸບັນ, ຕະຫຼາດ​ລົດ​ລາງພາຫະນະ ຢູ່​ບ້ານ​ເຮົາ​ພວມ​ຄຶກຄັກ ຍ້ອນ​ມີຕົວ​ເລືອກ​ຫຼາຍ​ຂຶ້ນ ດ້ວຍ​ລົດ​ຫຼາກ​ຍີ່​ຫໍ້ ຫຼາຍ​ປະ​ເພດ ຕ່າງ​ກໍ​ພາກັນ​ແກ່ງ​ແຍ່ງ​ແຂ່ງຂັນ​ກັນ​​ເຮັດ​ທຸລະ​ກິດ​ການ​ຕະຫຼາດ (ຊື້-ຂາຍ). ​ໃນ​ຂະນະ​ທີ່ ​ຄົນ​ລາວ​ເຮົາກໍ​ມີ​ກໍາລັງ (​ເງິນ) ຊື້ນັບ​ມື້​ເພີ່ມ​ຂຶ້ນ ບວກ​ກັບ​ນະ​ໂຍບາຍ​ການ​ດາວ​ໜ້ອຍ-ຜ່ອນ​ຍາວ​ນານ-ອັດຕາ​ດອກ​ເບ້ຍ​ຕໍ່າ (ບາງ​ຄ້າຍ-ບາງ​ຍີ່​ຫໍ້ ກໍ​ຄື​ບາງ​ບໍລິສັດ​ນໍາ​ເຂົ້າ ຫຼື​ເປັນ​ຕົວ​ແທນ​ຈໍາໜ່າຍ ​ໃຈ​ໃຫຍ່​ປັບ​ດອກ​ເບ້ຍ​ລົງ​ເປັນ 0% ກໍ​ມີ).

​ແຕ່​ເຖິງ​ແນວ​ໃດ​ກໍ​ຕາມ, ຍັງ​ມີ​ຄົນ​ຈໍານວນ​ໜຶ່ງ ທີ່​ພວມ​ມີ​ແຜນ​ຢາກ​ຊື້​ລົດ​ລາງ​ພາຫະນະ​ມາ​ນໍາ​ໃຊ້ ຕ່າງ​ກໍ​ເຮັດ​ໃຈ​ເຢັນ​ອົດ​ເອົາ​ກ່ອນ ​ໂດຍ​ມີ​ຄວາມ​ຫວັງ​ໃຫ້​ລົດ​ມີ​ລາຄາ​ຖືກ​ລົງ​ກວ່າ​ນີ້ ຈຶ່ງ​ຈະຊື້, ​ຕັ້ງໜ້າ​ຕັ້ງ​ຕາລໍ​ຄອຍ​ການ​ເຂົ້າ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ໃນ​ທ້າຍ​ປີ​ນີ້ ຫຼື​ທີ່​ເພິ່ນ​ພາກັນ​ເອີ້ນ​ຕິດ​ຫູ​ກັນ​ວ່າ “​ເອອີ​ຊີ” ​ເຊິ່ງຈະສ້າງໃຫ້ອາຊຽນເປັນຕະຫຼາດ ແລະ ຖານການຜະລິດໜຶ່ງດຽວ ເຮັດໃຫ້ອາຊຽນມີຄວາມຄ່ອງແຄ້ວໃນການແຂ່ງຂັນດ້ວຍກົນໄກ ແລະ ມາດຕະການໃໝ່ຕ່າງໆ. ​ໃນ​ນັ້ນ, ພາສີ​ນໍາ​ເຂົ້າ​ສິນຄ້າ ລວມທັງ​ລົດ​ລາງ​ພາຫະ​ນະ ຈະ​ເປັນ 0% ​ເຊິ່ງນັ້ນກໍ​ໝາຍ​ຄວາມ​ວ່າ​ລາຄາ​ລົດ ​ເມື່ອ​ບໍ່​ບວກ​ພາສີ​ນໍາ​ເຂົ້າ​ໃສ່​ຄື​ທີ່​ຜ່ານ​ມາ ​ແນ່ນອນ​ມັນ​ກໍຈະມີ​ລາຄາ​ຖືກ​ລົງຫຼາຍ.

ຕໍ່​ກັບ​ບັນຫາ​ດັ່ງກ່າວ, ຈຶ່ງ​ເປັນ​ບັນ​ຫາ​ທີ່​ມະຫາຊົນ ກໍ​ຄື​ຄົນ​ທັງຫຼາຍ​ໃນ​ສັງຄົມ​ໃຫ້​ຄວາມ​ສົນ​ໃຈ​ວ່າ ລາຄາ​ລົດ​ຊິ​ຖືກ​ລົງ​ແທ້​ຫຼື​ບໍ? ດັ່ງ​ນັ້ນ, “ຈານ​ຈ່ອຍ” ​ໃນ​ນາມຜູ້​ຂຽນປະ​ຈໍາ​ຄໍ​ລໍາ “ມະຫາຊົນ​ຄວນ​ຮູ້” ຈຶ່ງ​ໄດ້​ໄປ​ສອບ​ຖາມ ນັກວິຊາການ ກໍ​ຄື​ຜູ້​ຊ່ຽວຊານ​ທ່ານໜຶ່ງ ຈາກ​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​​ເພິ່ນ​ຊີ້​ແຈງ​ໃຫ້​ຮູ້​ວ່າ: ​ເຖິງ​ແມ່ນ​ວ່າ​ເມື່ອ​ລາວ​ເຮົາ​ເຂົ້າ​ເອອີ​ຊີ​ແລ້ວ ພາສີ​ນໍາ​ເຂົ້າ​ສິນຄ້າຕ່າງໆ​ຫຼາຍ​ລາຍການ​ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ປະ​ເພດ​ລົດ​ລາງ​ພາຫະນະ ຈາກ​ຕ່າງປະ​ເທດຈະ​ປອດ​ພາສີ (ພາສີ 0%) ກໍ​ຕາມ, ​ແຕ່​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ລົດລາງ​ພາຫະນະ​ຊິ​ມີ​ລາຄາ​ຖືກ​ລົງ​ຫຼາຍ ຈົນ​ຫຼາຍ​ຄົນ​ເຂົ້າ​​ໃຈ​ວ່າ​ຊິຫຼຸດ​ລົງ​ເຄິ່ງຕໍ່​ເຄິ່ງ​ເລີຍ, ​ເພາະ​ເມື່ອ​ບໍ່​​ໄດ້​ຄິດ​ໄລ່​ຄ່າ​ພາສີ​ນໍາ​ເຂົ້າ​ຄື​ຕອນ​ນີ້ ທີ່​ຍັງ​ບໍ່​ທັນ​ໄດ້​ເຂົ້າ​ເອອີ​ຊີ ​ແຕ່​ກໍ​ຍັງ​ຕ້ອງ​ໄດ້​ຄິດ​ໄລ່ຄ່າ​ອາກອນ​ຊົມ​ໃຊ້ບວກ​ໃສ່​ລາຄາ​ຕົວ​ຈິງ​ຂອງ​ລົດ​ອີກ ​ເຊິ່ງ​​ແບ່ງ​ຕາມ​ປະ​ເພດ​ ຕາມ​ຍີ່​ຫໍ້ ຕາມ​ຄວາມ​ແຮງ​ (ຊີ​ຊີ) ຂອງລົດຄັນ​ດັ່ງກ່າວ, ຍົກ​ຕົວຢ່າງ​ງ່າຍໆ​ວ່າ​ລົດ​ຍີ່​ຫໍ້​ດັງ ຫຼູຫາ ຄົນ​ນິຍົມ​​ໃຊ້ຫຼາຍ ​ມີ​ຄວາມແຮງສູງ ຄ່າ​ສິ້ນ​ເປືອງ​ໃນ​ການຂົນ​ສົ່ງລົດ​ມາ​ຈາກ​​ໂຮງງານ​ຜະລິດ ​ເຊິ່ງຫ່າງ​ໄກ​ຈາກ​ປະ​ເທດ​ເຮົາ​ຫຼາຍ… ​ແນ່ນອນ​ອາກອນ​ຊົມ​ໃຊ້​ກໍ​ຕ້ອງ​​ໄດ້​ເກັບ​ສູງຕາມ​ສະພາບ ກໍ​ຄື​ເງື່ອນ​ໄຂ​ຕົວ​ຈິງ.

ແນວໃດກໍຕາມ, ສໍາລັບຜູ້ທີ່ຍັງບໍ່ທັນຮັບຮູ້ເລິກເຊິ່ງ ຫຼືຍັງເຂົາໃຈຄາດເຄື່ອນ (ເຂົ້າໃຈຜິດ) ຜູ້​ສັນຖັດ​ກໍ​ລະ​ນີ ຍັງ​ຝາກ​ຜູ້​ຂຽນມາ​ວ່າ: ຈະຕ້ອງ​ໄດ້ທໍາຄວາມເຂົ້າແຈ້ງຕື່ມ ຕໍ່ຄໍາສັບ 2 ຢ່າງລະຫວ່າງ “ພາສີ” ກັບ “ອາກອນ” ແມ່ນຫຍັງກັນທ້? ຄໍາ​ວ່າ “ພາສີ” ໝາຍເຖິງພັນທະເປັນເງິນທີ່ມອບໃຫ້ລັດ ໂດຍບຸກຄົນ,  ນິຕິບຸກຄົນ  ຫຼືການຈັດຕັ້ງທີ່ດຳເນີນການສົ່ງອອກ-ນຳເຂົ້າເຄື່ອງຂອງ  ຜ່ານດ່ານພາສີຢູ່ດ່ານຊາຍແດນ. ສ່ວນ​ຄໍາ​ວ່າ “ອາກອນ” ນັ້ນໝາຍເຖິງພັນທະເປັນເງິນຕ້ອງ​ມອບ​ໃຫ້​ລັດ ​ໂດຍບຸກຄົນ  ຫຼືນິຕິບຸກຄົນ,  ອົງການຈັດຕັ້ງຕ່າງໆ ລວມທັງຕ່າງປະເທດ ທີ່ດໍາເນີນທຸລະກິດ ຫຼືເຄື່ອນໄຫວດ້ານອື່ນໆ ຢູ່ໃນລາວ ເຊິ່ງມີຄວາມສໍາຄັນເນ່ື່ອງຈາກເປັນລາຍຮັບຫຼັກຂອງລັດຖະບານເພື່ອນໍາໄປໃຊ້ຈ່າຍໃນກິດຈະການການບໍລິຫານປະເທດ  ອັນເປັນສາທາລະນະປະໂຫຍດໃຫ້ແກ່ປະເທດຊາດ.

ຖ້າ​ເຂົ້າ​ໃຈ​ແຈ້ງ​ເປັນ​ຄື​ແນວ​ນີ້​ແລ້ວ, ຊຸມ​ເຮົາ​ເຈົ້າ​ຂ້ອຍ​ຕ້ອງ​ໄດ້​ຄິດ​ໃໝ່​ແລ້ວ​ລະ ສໍາລັບ​ຜູ້​ທີ່​ພວມ​ຄອງ​ຄອຍມີ​ແຜນການ​ໄວ້​ວ່າຊິ​ຊື້​ລົດ​ລາງ​ພາຫະນະລາຄາ​ຖືກ​ກວ່າ​ເດີມມາ​ໃຊ້ ​ເຊິ່ງອັນ​ນີ້​ຜູ້​ຂຽນ​ບໍ່​ຂໍ​ມີ​ຄວາມ​ເຫັນ​ນໍາ​ເນີ້ ສິດທິ​ສ່ວນ​ບຸກຄົນ​ແລ້ວ​ແຕ່​ໃຜລາວ “ນານາ​ຈິດ​ຕັງ” ​ເພາະ​ສໍາລັບ​ຜູ້​ຂຽນ​ແລ້ວ​ບໍ່​ຖ້າ​ເຂົ້າ​ເອອີ​ຊີ ​ເນີ້, ມີ​ຄວາມ​ຈໍາ​ເປັນ​ຕ້ອງການ​ມາ​ນໍາ​ໃຊ້​ໃນ​ຄອບຄົວ ກໍ​ຕັດສິນ​ໃຈ​ຊື້​ໂລດ ​​ເຖິງ​ລາຄາ​ຊິ​ແພງ​ແດ່​ກໍ​ຕາມ!

 

[ໂດຍ: ຈານ​ຈ່ອຍ] ຈາກ: ວາລະສານມະຫາຊົນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...