Homeຄວາມຮູ້ກ່ຽວກັບ AECສື່ຕ້ອງເຮັດຫຍັງ​ກັບ “ເອອີ​ຊີ”?

ສື່ຕ້ອງເຮັດຫຍັງ​ກັບ “ເອອີ​ຊີ”?

Published on

ເມື່ອໄລຍະທ້າຍເດືອນກຸມພາ ທີ່ຜ່ານມາ, ຜູ້ຂຽນໄດ້ມີໂອກາດ ເຂົ້າຮ່ວມກອງ​ປະຊຸມ​ສໍາ​ມະ​ນາ​ໃຫ້​ແກ່​ສື່​ມວນ​ຊົນ ກ່ຽວ​ກັບ​ການ​ກ້າວ​ສູ່ປະຊາ​ຄົມ​ອາ​ຊຽນ (​ເອອີ​ຊີ) ​ໃນ​ທ້າຍ​ປີ 2015 ​ແລະ ຄວາມ​ພ້ອມຂອງ​ລາວ​ເຮົາ ​ໃນ​ການ​ເປັນ​ປະທານ​ອາ​ຊຽນ ​ໃນ​ປີ 2016 ນີ້ ຢູ່​ທີ່​ສູນ​ຝຶກ​ອົບຮົມ ​ແລະ ຮ່ວມ​ມື​ສາກົນ (​ໄອ​ຊີ​ທີ​ຊີ) ນະຄອນຫຼວງ​ວຽງ​ຈັນ ພາຍ​ໃຕ້​ການ​ເປັນ​ປະ ທານ​ຮ່ວມ ລະຫວ່າງ​ທ່ານ ອາລຸນ​ແກ້ວ ກິດ​ຕິ​ຄຸນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕ່າງ ປະ​ເທດ ທັງ​ເປັນ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ອາ​ຊຽນ ຂອງ​ລາວ​ເຮົາ ກັບ​ທ່ານ ສະຫວັນຄອນ ຣາຊມຸນ ຕຣີ, ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວ.

ງານ​ດັ່ງກ່າວ ​ເປັນ​ການ​ຮ່ວມ​ມື​ກັນຈັດ​ຂຶ້ນ​ ລະຫວ່າງບັນດາພະນັກງານ​ວິຊາ​ການ ກໍ​ຄື​ເຈົ້າ​ໜ້າ​ທີ່ ຈາກສາມກະຊວງ​ຫຼັກ ​ເຊິ່ງມີ​ບົດບາດ​ຮັບຜິດຊອບ​ການ​ກຽມ​ຄວາມ​ພ້ອມ​ກ້າວ​ສູ່​ເອອີ​ຊີ ທັງສາມ​ເສົາ​ຄໍ້າ ຂອງ​ລາວ​ເຮົາ ຄື: ກະຊວງ​ການ​ຕ່າງປະ​ເທດ (ຮັບຜິດຊອບ​ປະຊາ​ຄົມ​ການ​ເມືອງ-ຄວາມ​ໝັ້ນຄົງອາ​ຊຽນ), ກະຊວງ​ອຸດສາຫະກໍາ-ການ​ຄ້າ (ຮັບຜິດຊອບປະຊາ​ຄົມ​ເສ​ດຖະກິດອາ​ຊຽນ) ​ແລະ ກະຊວງ​ຖະ​ແຫຼ​ງຂ່າ​ວ-ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ (ຮັບຜິດ ຊອບ​ປະ​ຊາ​ຄົມ​ວັດທະນະ​ທໍາ-ສັງຄົມ​ອາ​ຊຽນ) ພ້ອມ​ທັງ​ຖັນ​ແຖວສື່​ມວນ​ຊົນ ທີ່ຢູ່​ອ້ອມ​ຂ້າງ​ສູນ​ກາງເຂົ້າຮ່ວມ​ຢ່າງ​ພ້ອມພຽງ.

ໄຊຊະນະ ໄຊຍະກອນ

​ໃນ​ພິທີ​ດັ່ງກ່າວ, ທ່ານ ໄຊຊະນະ ໄຊຍະກອນ, ຮອງຫົວໜ້າກົມນະໂຍບາຍການຕ່າງ ປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ​ໄດ້​ເປີດເຜີຍໃຫ້ຮູ້ວ່າ: ທີ່​ຜ່ານ​ມາ ບັນດາ​ສື່​ມວນ​ຊົນ​ເຮົາ ​ເຮັດ​ພາລະ​ບົດບາດ​ນໍາ​ສະ​ເໜີ​ຂ່າວ “​ເອອີ​ຊີ” ​ໄດ້​ດີ​ພໍ​ສົມຄວນ, ​ແຕ່​ໃນ​ຕໍ່ໜ້າ ກໍ​ຢາກ​ຮຽກຮ້ອງ​ໃຫ້​ເພີ່ມ​ທະວີ​ການ​ນໍາ​ສະ​ເໜີ​ຂ່າວ “​ເອອີ​ຊີ” ຕື່ມ​ອີກ ​ໂດຍ​ການ​ສອດ​​ແຊກ​ເລື່ອງ​ດັ່ງກ່າວ ​ເຂົ້າ​ທຸກ​ຂົງ​ເຂດ​ວຽກ​ງານ ທີ່​​ເຮົາ​ຈະນໍາ​ສະ​ເໜີ​ຕໍ່​ສັງຄົມ (ຕ້ອຍ​​ເລື່ອງ “​ເອອີ​ຊີ” ໃສ່​ໜ້ອຍ​ໜຶ່ງກໍ​ໄດ້), ​ຕ້ອງໃຊ້​ສັບ​ພາສາອະທິບາຍ​ໃຫ້​ຄົນ​ເສບ​ຂ່າວເຂົ້າ​ໃຈງ່າຍ, ທີ່​ສໍາຄັນ​ຕ້ອງ​ກ່າວ​ເຖິງຄວາ​ມໝາຍ​ຂອງ “​ເອອີ​ຊີ” ​ແມ່ນ​ຫຍັງ​? ​ຜົນ​ໄດ້-ຜົນ​ເສຍ​ຂອງ​ປະຊາຊົນ​ເຮົາ​ເດ ພາຍຫຼັງ​ເຂົ້າ “​ເອອີ​ຊີ”? ​ຕ້ອງ​ນໍາ​ສະ​ເໜີ​ບັນຫາ​ໃກ້​ຕົວ​ພົວພັນ​ເຖິງ​ສັງຄົມ​ເຮົາ​ແດ່ ​ເຂົາ​ເຈົ້າຈຶ່ງມີ​ຄວາມ​ສົນ​ໃຈ​ຢາກ​ຮູ້ ແລະ ຕ້ອງ​ໄຂ​ຂໍ້​ຂ້ອງ​ໃຈ ຕໍ່ບາງ​ເລື່ອງທີ່​ຫຼາຍ​ຄົນ​ໃນ​ສັງຄົມຢາກ​ຮູ້ຫຼື​ຍັງ​ເຂົ້າ​ໃຈ​​ແບບ​ຄາດ​ເຄື່ອນວ່າບໍ່​ຟ້າວ​ຊື້​ລົດ​ໃນ​ຕອນ​ນີ້ ຖ້າ​​ເຮົາເຂົ້າ “​ເອອີ​ຊີ” ປອດ​ພາສີນໍາ​ເຂົ້າ ​ແລ້ວລາຄາ​ລົດ​ລາງ​ພາຫະນະ ຊິ​ມີ​ລາຄາ​ຖືກ​ລົງ​ຈຶ່ງ​ຊື້ ​ເລື່ອງ​ນີ້​ແມ່ນແທ້ຫຼື​ບໍ? ​ຖ້າ​ບໍ່​ແມ່ນ​ຄວາມ​ຈິງ​ເດ ຍ້ອນ​ສາ​ເຫດ​ຫຍັງ ປອດ​ພາສີ​ນໍາ​ເຂົ້າ​ແລ້ວ ຍັງ​ເລື່ອງ​ອາກອນ​ນໍາ​ໃຊ້​ເດ? ທັງ​ໝົດ​ນີ້ ສື່​ມວນ​ຊົນ​​ເຮົາຈະ​ຕ້ອງ​ເປັນ​ຂົວ​ຕໍ່​ນໍາ ເອົາ​ຂໍ້​ມູນ​ຕົວ​ຈິງ​ຈາກພາ​ກສ່ວນ​ກ່ຽວຂ້ອງ​ມາ​ນໍາ​ສະ​ເໜີຕໍ່​ສັງຄົມ.

ຄໍາພູ-ເພຍສາຂາ

​ທາງດ້ານ ທ່ານ ຄໍາ​ພູ ​ເພຍ​ສາຂາ, ຫົວໜ້າ​ພະ​ແນ​ກຮ່ວມ​ມື, ກົມ​ພົວພັນສາກົນ, ກະ ຊວງ​ຖະ​ແຫຼ​ງຂ່າວ-ວັດທະນາ​ທໍາ ​ແລະ ທ່ອງ​ທ່ຽວ ​ຍັງ​ໄດ້ແນະ​ນໍາ​ໃຫ້​ແກ່ສື່​ມວນ​ຊົນ​ເຮົາ ​ໃນ​ການ​ນໍາ​ສະ​ເໜີ​ຂ່າວ “​ເອອີ​ຊີ” ຕື່ມອີກວ່າ: ສໍາລັບ​ເສົາ​ຄໍ້າ​ທີ​ສາມ ກໍ​ຄື​ປະຊາ​ຄົມ​ວັດທະນະ​ທໍາ-ສັງຄົມ​ອາ​ຊຽນ, ສື່​ມວນ​ຊົນ​ເຮົາ​ ກ່ອນ​ອື່ນ​ຕ້ອງ​ທໍາ​ຄວາມ​ເຂົ້າ​ໃຈ ​ແລະ ນໍາ​ສະ​ເໜີ​ກ່ຽວ ກັບ​ບັນຫາ “ຄົນ” ​ເປັນ​ຕົ້ນຕໍກ່ອນ​ບັນຫາ​ອື່ນ​ໃດ ​ແລະ ຄົນທີ່​ວ່າ​ນີ້ ກໍ​ແມ່ນ​ຄົນຢູ່​ໃນ​ສັງຄົມ​ກວ້າງຂວາງ​ບໍ່​ແມ່ນ​ລະດັບ​ປະ​ເທດຫຼື​ລະດັບ​ຊາດ​ເທົ່າ​ນັ້ນ, ​ແຕ່​ມັນ​ໝາຍ​ເຖິງ​ຄົນ​ໃນ​ສັງ​ຄົມ​ໃຫຍ່​ລະດັບ​ພາກ​ພື້ນ (10 ປະ​ເທດ) ​ເຊິ່ງຄົນ​ເຫຼົ່າ​ນີ້ ​ໄດ້​ຕິດ​ພັນ​ກັບ​ຫຼາຍ​ຂົງ​ເຂດ​ວຽກ​ງານ ​ເຊັ່ນ: ການສຶກສາ​ທິການ, ກີລາ, ສາທາລະນະ​ສຸກ, ​ແຮງ​ງານ-ສະຫວັດດີກາ​ນ, ວັດທະນະ​ທໍາ, ການທ່ອງທ່ຽວ… ດັ່ງ​ນັ້ນ ຕ້ອງ​ຄໍານຶງ​ສະ​ເໝີ​ວ່າ ປະຊາ​ຄົມ​ອາ​ຊຽນ ຫຼື “​ເອອີ​ຊີ” ​ແມ່ນ​ການ​​ໂຮມ​ກັນ​ເຂົ້າ​ເປັນ​ໜຶ່ງ​ດຽວ ​​ໂດຍໃຫ້​ໄດ້​ມາ​ເຊິ່ງຄວາມ​ສາມັກຄີ ກໍ​ຄືການຮ່ວມ​ມື​ກັນ ຂອງ​ຄົນ​ຈໍານວນ 600 ກວ່າ​ລ້ານ​ຄົນ ຈາກ 10 ປະ​ເທດ ​ໃນ​ບັນດາຊາດ​ສະມາຊິກ​ອາ​ຊຽນ, ຢາກ​ໃຫ້​ເຂົາ​ເຈົ້າ​ເຫຼົ່ານັ້ນ ມີ​ຄວາມ​ສາມັກ​ຄີ ​ແລະ ຮ່ວມ​ມື​ກັນ, ກ່ອນ​ອື່ນ ກໍ​ຕ້ອງ​ເຮັດ​ແນວ​ໃດ ​ໃຫ້​ຄົນ 600 ກວ່າ​ລ້ານ​ນັ້ນ ​ມີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກັນ​ກ່ອນ ​ແລະ ກ່ອນ​ທີ່ເຂົາ​ເຈົ້າ ຈະ​ເຂົ້າ​ອົກ​ເຂົ້າ​ໃຈ​ກັນ ກໍ​ຕ້ອງ​ຮູ້ຈັກ​ກັນ​ກ່ອນ “ຮູ້​ເຂົາ​ຮູ້​ເຮົາ”. ​ເມື່ອ​ເຊື່​ອມ​ໂຍງ​ກັນ​ແບບ​ນີ້​ແລ້ວ ບັນຫາ​ແຮງ​ງານ​ເດ ຕ່າງ​ຊາດ​ຊິ​ບໍ່​ເຂົ້າ​ມາຍາ​ດ​ແຍ່ງ​ອາຊີບ ກໍ​ຄື​ວຽກ​ເຮັດ​ງານ​ທຳ​ຂອງ​ເຮົາ​ເບາະ? ​ນີ້​ແຫຼະ​ຄື “​ໂຈດ” ທີ່​ສື່​ມວນ​ຊົນ​ເຮົາ​ຈະ​ຕ້ອງ​ແກ້​ໃຫ້​ອອກ ​ເພື່ອນໍາ​ສະ​ເໜີ​ຂ່າວ​ຄາວ​ໃຫ້​ຄວາມກະຈ່າງ​​ແຈ້ງ ຕໍ່​ປະຊາ​ຄົມ​ອາ​ຊຽນ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ ຕໍ່​ສັງ​ຄົມ​ລາວ ກໍ​ຄືຕໍ່ປະຊາຊົນຊາວ​ລາວ​ເຮົາ.​

[ໂດຍ: ຈານ​ຈ່ອຍ]

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...