ອົງການປົກຄອງ ນ.ວ ຫາລືຈັດສັນຄວາມເປັນລະບຽບ ໃນຕະຫຼາດ ແລະ ສູນການຄ້າ

20150608150419

ເພື່ອ​ເປັນ​ການ​ສົ່ງເສີມ​ໃຫ້​ຫົວໜ່ວຍ​ທຸລະ​ກິດ ​ບັນດາ​ຜູ້​ປະກອບການ​ຕະຫຼາດ ​ສາມາດ​ເຄື່ອນ​ໄຫວທຸລະ​ກິດ​ໄດ້​ຢ່າງ​ເຕັມ​ເມັດ​ເຕັມໜ່ວຍ ແກ້​ໄຂ​ສິ່ງ​ທີ່​ເປັນ​ອຸປະສັກ ແລະ ບຸກ​ບືນ​ກ້າວ​ຂຶ້ນ​ແຂ່ງຂັນ​ກັບນະຄອນ​ໃຫຍ່ ກໍ່​ຄື​ນະຄອນຫຼວງຂອງ​ບັນດາ​ປະເທດ​ອາ​ຊຽນ ພ້ອມ​ດຽວ​ກັນ​ກໍ່​ເພື່ອ​ເປັນ​ການປຶກສາ​ຫາລື ແລະ ຜັນ​ຂະຫຍາຍມະຕິ​ຕົກລົງ​ຂອງ​ກອງ​ປະຊຸມ​ລັດຖະ​ບານ ແລະ ຂອງ​ອົງການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ກ່ຽວກັບ​ການ​ຈັດ​ສັນ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ ໃນ​ທົ່ວ​ນະຄອນຫຼວງ​ວຽງ​ຈັນ ເວົ້າ​ລວມ ເວົ້າ​ສະເພາະ​ແມ່ນ​ສູນ​ການ​ຄ້າ ຕະຫຼາດ ເຊິ່ງ​ທັງ​ໝົດ​ແມ່ນ​ເພື່ອ​ແນໃສ່​ເຮັດໃຫ້​ນະຄອນຫຼວງ​ກາຍເປັນ​ເມືອງ ໜ້າ​ຢູ່​ພັດທະນາ​ທີ່​ຍືນ​ຍົງ​ສົມ​ກັບທີ່​ເປັນ​ເມືອງ​ຫຼວງ​ຂອງ​ປະເທດ.

ໃນ​ວັນ​ທີ 8 ມິຖຸນາ 2015 ຢູ່ທີ່​ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້ານະຄອນຫຼວງ ໄດ້​ຈັດກອງ​ປະຊຸມ​ການ​ຈັດ​ສັນ​ຄວາມເປັນ​ລະບຽບ​ຮຽບ​ຮ້ອຍ ​ໃນ​ຂົງເຂດຕະຫຼາດ ແລະ ສູນ​ການ​ຄ້າ​ທົ່ວນະຄອນຫຼວງ​ວຽງ​ຈັນ​ຂຶ້ນ ພາຍໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ແກ້ວ​ພິລາ​ວັນ ອາ​ໄພ​ລາດ ຮອງເຈົ້າ​ຄອງ​ນະຄອນຫຼວງ ເຊິ່ງ​ມີທ່ານ​ເຈົ້າເມືອງ ຮອງ​ເຈົ້າເມືອງ 4 ເມືອງ​ໃນ ແລະ ບັນດາ​ຜູ້​ປະກອບ​ການ​ທຸລະ​ກິດ​ເຂົ້າ​ຮ່ວມ.

ທ່ານ ເບີ​ລິນ ເພັດ​ຈັນທະ​ຣາດ ຫົວໜ້າ​ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້ານະຄອນຫຼວງ ກ່າວ​ວ່າ: ປັດຈຸບັນ ຕະຫຼາດ​ທົ່ວນະຄອນຫຼວງ​ວຽງ​ຈັນ ​ມີ​ທັງ​ໝົດ 96 ແຫ່ງ ມີ​ຕະຫຼາດ​ຂະໜາດໃຫຍ່ 12 ແຫ່ງ ຂະໜາດ​ກາງ 23 ແຫ່ງ ແລະ ຂະໜາດ​ນ້ອຍ 61 ແຫ່ງ ໃນ​ນັ້ນ ມີ​ຕະຫຼາດ​ກາງຄືນ 1 ແຫ່ງ ຕະຫຼາດ​ຊຸມ​ຊົນ 25 ແຫ່ງ ທຽບໃສ່​ປີ 2001 ເພີ່ມ​ຂຶ້ນ 32 ແຫ່ງ ເທົ່າ​ກັບ 50% ການ​ເພີ່ມຂຶ້ນ​ຂອງ​ຕະຫຼາດ ແລະ ສູນ​ການຄ້າ​ສະແດງ​ໃຫ້​ເຫັນ​ການ​ຂະຫຍາຍ​ຕົວ​ຂອງ​ໂຄງ​ລ່າງ​ດ້ານການ​ຄ້າ ກໍ່​ຄື​ການ​ຂະຫຍາຍຕົວຂອງ​ຕາ​ໜ່າງ​ການ​ຄ້າ ແລະ ບໍ​ລິການ ໃນ​ໄລຍະ​ທີ່​ຜ່ານ​ມາ ຍັງ​ມີບາງ​ບັນຫາ​ຄົງ​ຄ້າງ​ທີ່​ຕິດ​ພັນ​ກັບການ​ສ້າງ ການ​ບໍລິຫານ ການຄຸ້ມ​ຄອງ​ຂອງ​ຕະຫຼາດ ເຊັ່ນ: ການ​ອະນຸຍາດ​ສ້າງ​ຕະຫຼາດ​ທີ່​ບໍ່ໄດ້​ຄຳນຶງ​ເຖິງ​ການ​ຂະຫຍາຍຕົວຂອງ​ຕົວ​ເມືອງ ການ​ເພີ່ມ​ຂຶ້ນ​ຂອງປະຊາກອນ ແລະ ການ​ວາງ​ແຜນພັດທະນາ​ຕົວ​ເມືອງ ການ​ໃຫ້​ສຳປະທານ​ທີ່​ດິນ​ສ້າງ​ຕະຫຼາດ ການອະນຸຍາດ​ປຸກ​ສ້າງ​ຕະຫຼາດ ການຄຸ້ມ​ຄອງ​ຕະຫຼາດ​ແຕ່​ລະ​ພາກສ່ວນ ​ເຮັດ​ຕາມ​ລະບຽບ​ໃຜ​ມັນ ບໍ່ມີ​ການ​ປຶກສາ​ຫາລື​ກັນ ບາງ​ພາກສ່ວນ​ຍັງ​ຖື​ເບົາ ແລະ ບໍ່​ໃຫ້​ຄວາມສຳຄັນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງຕະຫຼາດ ​ຕາມ​ສາຍ​ວິຊາ​ສະ​ເພະ ບໍ່​ວ່າ​ຈະ​ຢູ່​ຂັ້ນ​ນະຄອນຫຼວງ​ວຽງຈັນ ກໍ່​ຄື​ຢູ່​ຂັ້ນ​ເມືອງ ມີ​ຫຼາຍ​ຕະຫຼາດ​ຜູ້​ປະກອບ​ການ​ຂາດ​ການຈັດ​ສັນ​ທີ່​ຖືກຕ້ອງ ການ​ປຸກ​ສ້າງຕໍ່​ເຕີມ ການ​ວາງ​ສິນຄ້າ​ຂາຍແບບ​ຊະຊາຍ ບໍ່​ຄຳນຶງ​ເຖິງ​ຄວາມເປັນ​ລະບຽບ ການ​ຄຸ້ມ​ຄອງ​ບໍ່​ໄດ້​ດີ ເນື້ອທີ່​ຕະຫຼາດ​ມີ​ບໍ່​ພຽງພໍ ​ລວມ​ທັງ​ສະຖານທີ່​ຈອດ​ລົດ​ແມ່ນ​ມີ​ໜ້ອຍ ແລະ ອື່ນໆ.

ເຖິງ​ວ່າ​ຈະ​ມີ​ຄວາມ​ຫຍຸ້ງຍາກຫຼາຍ​ເທົ່າໃດ ແຕ່​ລະ​ພາກສ່ວນລວມ​ທັງ​ຜູ້​ປະກອບ​ການ ​ກໍ່​ໄດ້​ມີຄວາມ​ພະຍາຍາມ​ທີ່​ຈະ​ໃຫ້ການປັບປຸງ ດັດສົມ​ຕະຫຼາດ​ທີ່​ມີ​ຢູ່​ໃຫ້ຫັນ​ໄປ​ເປັນ​ຕະຫຼາດ​ທີ່​ສີວິໄລ ໃຫ້ຄົນ​ນະຄອນຫຼວງ​ໄດ້​ຊົມໃຊ້ ແລະ ພ້ອມ​ກັນ​ພັດທະນາ​ນະຄອນຫຼວງວຽງ​ຈັນ ກ່ຽວ​ກັບ​ເລື່ອງ​ຕະຫຼາດທາງ​ພະ​ແນກອຸດສາຫະກຳ ແລະ ການ​ຄ້າ ນວ ແມ່ນ​ໄດ້​ຖືເປັນ​ວຽກ​ບຸລິ​ມາ​ສິດ​ໃນ​ການ​ຊີ້​ນຳ ນຳພາ​ຢ່າງ​ໃກ້ຊິດຕໍ່​ກັບ​ຕະຫຼາດ ທີ່​ຂຶ້ນ​ກັບ​ນະຄອນຫຼວງ​ວຽງ​ຈັນ ຄຸ້ມ​ຄອງ​ມີ​ຕະຫຼາດ​ເຊົ້າ ຕະຫຼາດຊັງ​ຈຽງ ຕະຫຼາດ​ຮົງ​ຢຸ້ຍ ແລະ ຕະຫຼາດ​ອານ​ຊີ ສຳລັບ​ຕະຫຼາດ​ຂັ້ນເມືອງ​ຄຸ້ມ​ຄອງ​ ແມ່ນ​ໄດ້​ຊີ້​ນຳ​ຫ້ອງການ​ອຸດສາຫະກຳ ແລະ ການຄ້າ​ເມືອງ ເປັນ​ເຈົ້າ​ການ​ໃນ​ການເຄື່ອນ​ໄຫວ​ຂອງ​ຄະນະ​ກຳ​ມະການ​ຄຸ້ມ​ຄອງ​ຕະຫຼາດ ​ໃນ​ແຕ່​ລະເມືອງ​ຢ່າງ​ຕໍ່​ເນື່ອງ ​ໃນ​ການ​ປັບປຸງດັດສົມ​ຕະຫຼາດ ໂດຍ​ພາຍ​ໃຕ້ການ​ຊີ້​ນຳ ນຳພາ​ຈາກ​ທ່ານ​ເຈົ້າເມືອງ ເຊິ່ງ​ຫຼາຍ​ເມືອງ​ກໍ່​ໄດ້​ມີການເຄື່ອນໄຫວ​ຈັດ​ຕັ້ງ​ປະຕິບັດຢ່າງ​ຕັ້ງໜ້າ ເປັນຕົ້ນ ຕະຫຼາດ​ສີຂຽວ​ດອນ​ກອຍ ຕະຫຼາດ​ຂົວ​ດິນ ຕະຫຼາດ​ສີ​ໄຄ ຕະຫຼາດ​ພາກ​ເຊົ້າ 1 ແລະ 2 ທົ່ງ​ຂັນ​ຄຳ ຕະຫຼາດ​ໂນນສະຫວ່າງ ຕະຫຼາດ​ທາດຫຼວງ ແລະ ຕະຫຼາດ​ອື່ນໆ.

 

ແຫລ່ງຂ່າວ: ວຽງຈັນໃໝ່