spot_img
Homeຂ່າວພາຍ​ໃນບໍລິສັດລາວ ແລະ ຍີ່ປຸ່ນ ຮ່ວມມືຜະລິດຖ່ານຂາວ ສົ່ງອອກຂາຍຕ່າງປະເທດ!

ບໍລິສັດລາວ ແລະ ຍີ່ປຸ່ນ ຮ່ວມມືຜະລິດຖ່ານຂາວ ສົ່ງອອກຂາຍຕ່າງປະເທດ!

Published on

20150608114714

ບໍລິສັດ ​ຮ່ວມ​ພັດທະນາ​ກະ​ສິກຳ ຂາ​ອອກ-ຂາ​ເຂົ້າ ຈຳກັດ​ຜູ້​ດຽວ (UD Farm) ແລະ ບໍລິສັດ KEIZAN (ປະເທດ​ຍີ່ປຸ່ນ) ໄດ້​ລົງນາມ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ນຳກັນ​ ເພື່ອ​ຮ່ວມ​ທຸລະ​ກິດ​ປູກ​ໄມ້​ຕິ້ວ ເປັນ​ວັດຖຸ​ດິບ​ໃນ​ການ​ຜະລິດ​ຖ່ານຂາວ ​ເພື່ອ​ສົ່ງ​ອອກ​ໄປ​ຕ່າງປະເທດ ພາຍຫຼັງ​ທີ່​ທັງ​ສອງ​ບໍລິສັດ​ໄດ້​ມີການ​ສຶກ​ສາ ແລະ ແລກປ່ຽນ​ປະສົບ​ການ​ນຳ​ກັນ​ໃນ​ໄລຍະ​ຜ່ານ​ມາ​ ເຫັນ​ວ່າ​ມີ​ທ່າແຮງ ແລະ ມີຄວາມ​ເປັນ​ໄປ​ໄດ້​ສູງ​ສຳລັບ​ການຮ່ວມ​ມື.

ພິທີ​ລົງ​ນາມ​ບົດ​ບັນທຶກ​ຄວາມເຂົ້າໃຈ​ດັ່ງກ່າວ ໄດ້​ມີ​ຂຶ້ນ​ວັນ​ທີ 6 ມິຖຸນາ 2015 ຢູ່ UD Farm ລະຫວ່າງ​ທ່ານ ນິດ​ສະຫວັນ ຫຼວງໂຄດ ​ປຣະ​ວົງ​ວຽງ​ຄຳ ປະທານ UD Farm ທ່ານ ເຄ​ອິ​ຈິ ອາ​ທຸໂມະ ປະທານ​ບໍລິສັດ KEIZAN ພ້ອມ​ດ້ວຍ​ຫົວໜ້າ​ຫ້ອງ​ວ່າການປົກຄອງ​ແຂວງ ຫົວໜ້າ​ພະ​ແນກກະສິກຳ ແລະ ປ່າໄມ້​ແຂວງ ແລະ ຫົວໜ້າ​ພະ​ແນກ​ອຸດ​ສາ​ຫະກຳ​ແຂວງ​ວຽງ​ຈັນ ໂດຍ​ຊ້ອງ​ໜ້າທ່ານ ​ດຣ. ເພັດ ພົມ​ພິ​ພັກ ລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະ​ສິກຳ ແລະ ປ່າໄມ້ ທ່ານ​ນາງ ສິງຄຳ ຄົງ​ສະຫວັນ ຮອງ​ເຈົ້າແຂວງວຽງ​ຈັນ ພ້ອມ​ດ້ວຍ​ທ່ານ​ທູດ​ລາວ ປະຈຳ​ຍີ່ປຸ່ນ ທ່ານ​ທູດ​ຍີ່ປຸ່ນ ປະຈຳລາວ ແລະ ແຂກ​ຖືກ​ເຊີນ​ເຂົ້າຮ່ວມ.

ທ່ານ ນິດ​ສະຫວັນ ຫຼວງ​ໂຄດ ປຣະ​ວົງ​ວຽງ​ຄຳ ໄດ້​ກ່າວ​ວ່າ: UD Farm ມີ​ຫຼາຍ​ໜ້າ​ວຽກ​ທີ່​ຈະ​ສຸມໃສ່​ຈັດ​ຕັ້ງ​ປະຕິບັດ ປັດຈຸບັນ ແມ່ນ​ກຳລັງ​ຊອກ​ທິດ​ທາງ​ທີ່​ຈະພັດທະນາ ການ​ລົງ​ນາມ​ຄັ້ງ​ນີ້ ທາງ​ຝ່າຍ​ບໍລິສັດ KEIZAN ຈະໃຫ້​ທຶນຮອນ​ອັນ​ຈຳເປັນ ທັງ​ເຮັດໜ້າທີ່​ການ​ຕະຫຼາດ​ໃຫ້​ພ້ອມ ສ່ວນ UD Farm ຈະ​ເປັນ​ຜູ້​ຈັດຫາ​ເນື້ອທີ່​ປູກ​ໄມ້​ໃນ​ຂອບ​ເຂດແຂວງ​ວຽງ​ຈັນ ແລະ ເຂດ​ອື່ນໆແຮງ​ງານ ແລະ ວຽກ​ງານ​ຕ່າງໆໃນ​ທ້ອງຖິ່ນ ສົ່ງເສີມ​ການ​ປູກ​ໄມ້ຕິ້ວ​ໃຫ້​ມີ​ຄຸນະພາບ ​ເພື່ອ​ບັນລຸ​ເປົ້າໝາຍ​ໃນ​ແຕ່​ລະ​ໄລຍະ ເຊິ່ງ​ຄາດວ່າ​ຫຼັງ​ການ​ປູກ​ໄດ້ 5 ປີ ຈະ​ສາມາດ​ຕັດ​ນຳໄປ​ຜະລິດ​ເປັນ​ຖ່ານຂາວ​ສົ່ງ​ອອກ​ໄດ້.

ພາຍຫຼັງ​ການ​ລົງ​ນາມ​ຄັ້ງ​ນີ້ ຍັງ​ໄດ້​ມີ​ພິທີ​ປູກ​ໄມ້​ຕິ້ວ ແລະ ປ່ອຍປາ​ຈຳນວນ​ໜຶ່ງ ເພື່ອ​ເປັນ​ການເອົາ​ເລີກ​ເອົາ​ໄຊ​ໃນ​ການ​ເລີ່ມ​ຕົ້ນ ການ​ຮ່ວມ​ມືລະຫວ່າງສອງ​ບໍ​ລິສັດ ທັງ​ເປັນ​ການ​ສະເຫຼີມ​ສະຫຼອງ​ເນື່ອງ​ໃນ​ໂອກາດ​ວັນ​ປູກ​ຕົ້ນໄມ້​ແຫ່ງ​ຊາດ ວັນເດັກນ້ອຍ​ສາກົນ ແລະ ວັນ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ ລະຫວ່າງ ລາວ-ຍີ່ປຸ່ນ ຄົບຮອບ 60 ປີ ອີກ​ດ້ວຍ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...