spot_img
Homeຂ່າວພາຍ​ໃນປະຫວັດ ທ່ານ ປີເຕີຈັນ ເສດຖີໃຈບຸນຂອງລາວ (ຫຍໍ້ໆ)

ປະຫວັດ ທ່ານ ປີເຕີຈັນ ເສດຖີໃຈບຸນຂອງລາວ (ຫຍໍ້ໆ)

Published on

profile 1
ທ່ານ ສັກໄຊ ວົງມາລາສິດ (ປີເຕີຈັນ)(ຊ້າຍ) ແລະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ສປປລາວ (ຂວາ)

ທ່ານ ປີເຕີຈັນ ມີຊື່ແທ້ວ່າ ທ່ານ ສັກໄຊ ວົງມາລາສິດ, ເປັນຄົນລາວເຊື້ອສາຍຈີນ ເກີດຢູ່ເມືອງປາກເຊ ແຂວງຈຳປາສັກ ເປັນນັກທຸລະກິດໃຫຍ່ລະດັບພາກພື້ນ ມີທຸລະກິດຢູ່ຫຼາຍປະເທດ ໂດຍສະເພາະແມ່ນຢູ່ ຈີນ, ຈີນຮົງກົງ, ຝຣັ່ງ, ໄທ, ລາວ…

ທຸລະກິດຢູ່ຕ່າງປະເທດສ່ວນຫຼາຍ ຈະເປັນປະເພດທຸລະກິດສົ່ງອອກ ແລະຕັງແຟ. ສິນຄ້າສົ່ງອອກທີ່ຄົນລາວຮູ້ຈັກດີ ຢ່າງໜຶ່ງທີ່ຕັ້ງຢູ່ປະເທດໄທແມ່ນ ຜະລິດຕະພັນກະທິ “ອະຣ່ອຍດີ” ແລະສຳລັບຢູ່ລາວ ທ່ານເປັນເຈົ້າຂອງກຸ່ມບໍລິສັດລາວເວີນ ເຊິ່ງປະກອບມີສູນການຄ້າລາວ-ໄອເຕັກ, ສູນການຄ້າສະຫວັນ-ໄອເຕັກ, ສູນການຄ້າໄອເຕັກມໍ, ບ້ານດົງປ່າສັກ, ບໍລິສັດກໍ່ສ້າງ ແລະອື່ນໆ ທີ່ສຳຄັນບໍລິສັດລາວເວີນ ໄດ້ເຂົ້າສູ່ຕະຫຼາດຫຼັກຊັບລາວແລະເປີດຂາຍຫຸ້ນ ເມື່ອປີ 2014 ທີ່ຜ່ານມາ.

ທ່ານ ປີເຕີຈັນ ເປັນຄົນມີວິໄສທັດກວ້າງໄກ, ມີນ້ຳໃຈໂອບເອື້ອອາລີ, ເວົ້າແທ້ເຮັດຈິງ, ມັກຊ່ວຍເຫຼືອສັງຄົມຢູ່ເລື້ອຍໆ ທີ່ຮູ້ຈັກກັນດີແມ່ນ ການໃຫ້ສະຖານທີ່ຄ້າ-ຂາຍແກ່ຊາວຄ້າຂາຍຕະຫຼາດທົ່ງຂັນຄຳ (ຍ້ອນຖືກໄຟໄໝ້) ໂດຍການສ້າງຕະຫຼາດໃໝ່ແບບຊົ່ວຄາວໃຫ້ຢູ່ເດິ່ນສູນການຄ້າລາວ-ໄອເຕັກ ແລະການປະກາດຈະສ້າງຂົວຂ້າມນ້ຳງື່ມທີ່ທ່ານາບົງແລະຂົວຂ້າມຮ່ອງແຊງເຂດຫຼັງວິທະຍາໄລລາວອາເມລິກາ ເມື່ອຕົ້ນເດືອນມິຖຸນານີ້.

ຄວາມສຳເລັດທາງດ້ານການເຮັດທຸລະກິດທີ່ກ້າວໜ້າ ແລະການໃຫ້ຄວາມຊ່ວຍເຫຼືອສັງຄົມ ໃນລະດັບຕ່າງໆ ຂອງທ່ານ ປີເຕີຈັນ ເຮັດໃຫ້ພັກແລະລັດຖະບານລາວກໍໃຫ້ຄວາມເຊື່ອໝັ້ນຕໍ່ທ່ານ ແລະປະຊາຊົນລາວຕ່າງກໍຍ້ອງຍໍຊົມເຊີຍ ແລະອວຍພອນໃຫ້ທ່ານ ພ້ອມທັງຍົກຍ້ອງວ່າທ່ານ ປີເຕີຈັນ ຫຼື ທ່ານ ສັກໄຊ ວົງມາລາສິດ ເປັນເສດຖີໃຈບຸນຂອງລາວ.

ສັງຮວມແລະລາຍງານໂດຍ: ທີມຂ່າວ ລາວໂພສຕ໌

profile 3

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...