spot_img
Homeຂ່າວພາຍ​ໃນຖ້າລຸ້ນນຳກັນ ຕອນແລງນີ້ ປ້າຍລົດໃຜຊິໄດ້ຮັບລາງວັນຈາກ ລາວໂພສຕ໌

ຖ້າລຸ້ນນຳກັນ ຕອນແລງນີ້ ປ້າຍລົດໃຜຊິໄດ້ຮັບລາງວັນຈາກ ລາວໂພສຕ໌

Published on

ເວັບໄຊລາວໂພສຕ໌ ໄດ້ຈັດກິດຈະກຳ ຕິດສະຕິກເກີລາວໂພສຕ໌ ລຸ້ນຮັບລາງວັນ. ເພື່ອເປັນການສົ່ງເສີມໃຫ້ຄົນລາວໄດ້ພາກພູມໃຈ ທີ່ຄົນລາວເຮົາມີເວັບໄຊຂ່າວ-ວາໄລຕີ້ ເປັນພາສາລາວຂອງຄົນລາວ ແລະເພື່ອຄົນລາວ ໄວ້ອ່ານຂ່າວແລະສາລະຕ່າງໆ. ດັ່ງນັ້ນ, ເວັບໄຊລາວໂພສຕ໌ ຈຶ່ງໄດ້ຈັດກິດຈະກຳຂຶ້ນ ເພື່ອໃຫ້ຜູ້ຄົນໃນສັງຄົມ ໄດ້ຮັບຮູ້ແລະເຂົ້າອ່ານເວັບໄຊລາວໂພສຕ໌ຂອງພວກເຮົາ ດ້ວຍການຕິດສະຕິກເກີລາວໂພສຕ໌ ໃສ່ທ້າຍລົດຂອງຕົນເອງ.

ກະຕິກາງ່າຍໆ ຄື ເອົາສະຕິກເກີລາວໂພສຕ໌ ຕິດໃສ່ທ້າຍລົດຂອງຕົນ ແລ້ວຖ່າຍຮູບສົ່ງໃຫ້ທີມງານລາວໂພສຕ໌ ທາງເຟສບຸກເພຈ Laopost ຫຼືຖ້າທີມງານພວກເຮົາໄປພົບເຫັນຢູ່ໃສ ກໍຈະຖ່າຍຮູບເອົາມາ ເພື່ອຈັບສະຫຼາກແລະມອບໂຊກໃຫ້ຜູ້ໂຊກດີ.

ຕະຫຼອດໄລຍະ 2 ອາທິດທີ່ຜ່ານມາ ໄດ້ມີແຟນໆ ເລິ່ມຕິດສະຕິກເກີແລ້ວ ແລະໄດ້ຖ່າຍຮູບສົ່ງໃຫ້ທີມງານພວກເຮົາຈຳນວນໜຶ່ງ ແລະຍັງອີກຈຳນວນຫຼວງຫຼາຍທີ່ຕິດແລ້ວ ແຕ່ບໍ່ໄດ້ສົ່ງຮູບໃຫ້ພວກເຮົາ ແຕ່ບໍ່ເປັນຫຍັງທ່ານບໍ່ຖ່າຍມາ ເຮົາກໍຈະຖ່າຍໃຫ້ທ່ານເອງ.

ວ່າແລ້ວ ມື້ນີ້ກໍໄດ້ເລີກງາມຍາມດີທີ່ຈະປະກາດ ຮູບແລະທະບຽນລົດທີ່ໄດ້ຮັບລາງວັນ ປະຈຳເດືອນມິຖຸນາ ໃນຕອນແລງຂອງມື້ນີ້ ວັນທີ 3 ມິຖຸນາ 2015 ຢ່າລືມຕິດຕາມເວັບໄຊ ແລະເຟສບຸກເພຈຂອງເຮົາ ແລ້ວຈະຮູ້ວ່າເລກທະບຽນລົດຂອງໃຜໄດ້ຮັບລາງວັນ.

1535736_644924502275695_5384171523923307575_n 10431453_644924482275697_897322582261888911_n 10431453_644924555609023_6796499607422482888_n 10570390_644924765609002_7313485013569152935_n 10957478_644924438942368_8662716218534456742_n 10986568_644924335609045_6158860920228765251_n 11012023_644924425609036_1911480214145593850_n 11035683_644924638942348_8757958499739971913_n 11061711_644924615609017_2116421510921521654_n 11098292_644924872275658_5729580033988897300_n 11138137_644924785609000_1495118345487422087_n 11181751_644924375609041_1943434675766503705_n 11206109_644924858942326_6066223507480723570_n 11214121_644924595609019_5116638150277672676_n 11228898_644924688942343_5762240304665615039_n 11329748_644924455609033_7557918804236912603_n 11329876_644924525609026_4550182741558826965_n 11329881_644924822275663_2727767579875324849_n 11350428_644924748942337_5862696566922122662_n 11351154_644924888942323_1048693777119694900_n 11390123_644924662275679_6980613952530406186_n 11390229_644924965608982_671214042494924612_n 11391243_644924908942321_6118919374083362175_n 11391545_644924712275674_7994344770677482225_n 11393218_644924362275709_5842326857450792634_n

 

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...