spot_img
Homeຂ່າວເຫດການຜົນສຳເລັດກອງປະຊຸມ ຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ IX

ຜົນສຳເລັດກອງປະຊຸມ ຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ IX

Published on

choummaly

ນັບ​ແຕ່​ວັນ​ທີ 11-26 ພຶດສະ​ພາ 2015 ທີ່​ສຳນັກງານ ​ສູນ​ກາງ​ພັກ-ຫລັກ 6, ນະຄອນຫລວງ​ວຽງ​ຈັນ,  ຄະນະບໍ ​ລິ​ຫານ​ງານສູນ​ກາງ​ພັກ ​ໄດ້​ດຳ​ເນີນ​ກອ​ງປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 10 ສະ​ໄໝ​ທີ IX ພາຍ​ໃຕ້​ການ​ເປັນ​ປະທານ ຂອງ ສະຫາຍ ຈູມ​ມາລີ​ ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ.

ກອງ ​ປະຊຸມ​ຄັ້ງ​ນີ້ ​ໄດ້ດຳ​ເນີນ​ໄປ​ໃນ​ທ່າມກາງ​ບັນຍາກາດ ທີ່​ທົ່ວ​ພັກ, ທົ່ວກອງທັບ ​ແລະ ​ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ ມີ​ຄວາມ​ເອກອ້າງ​ພາກພູມ​ໃຈ​ຕໍ່​ຜົນ​ງານ ​ແລະ​ໄຊຊະນະ ​ແຫ່ງ​ການ​ນຳພາ ຂອງ​ພັກ​ເຮົາ ໃນ​ຕະຫລອດ​ໄລຍະ 60 ປີຜ່ານມາ ​ໂດຍ​ສະ​ເພາະ ​ແມ່ນ​ຕໍ່​ໝາກຜົນ​ການຈັດ​ຕັ້ງ​ປະຕິບັດ​ ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 9 ຂອງ​ພັກ ​ແລະ ​ແຜນ​ພັດທະນາ ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ VII ​ໄລຍະ​ມ້ວນທ້າຍ, ຕິດ​ພັນ​ກັບ​ຂະ​ບວນການ​ແຂ່ງຂັນ “ຮັກ​ຊາດ ​ແລະ​ ພັດທະ​ນາ”, ການ​ຫ້າງ​ຫາ​ກະກຽມ ​ແລະ ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ອົງຄະ​ນະ​ພັກ​ແຂວງ, ນະຄອນຫລວງ​ວຽງ​ຈັນ, ກະຊວງ, ອົງການ ກໍ່​ຄື ສ້າງ​ຂະ​ບວນຄຳນັບ​ຮັບ​ຕ້ອນ​ ການ​ກະກຽມ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ​ແລະ ວັນ​ຊາດທີ 2 ທັນວາ ​ເຮົາ​ຄົບຮອບ 40 ປີ ຢ່າງ​ເປັນ​ຂະ​ບວນການ​ຟົດ​ຟື້ນ ​ແລະ ​ກ້ວາງ​ຂວາງ.

ກອງ ​ປະຊຸ​ມ ​ໄດ້​ລົງ​ເລິກ​ຄົ້ນ​ຄວ້າ, ປຶກສາ​ຫາລື, ​ໃຫ້​ທັດສະນະ ​ແລະ​ ທິດ​ຊີ້​ນຳ​ຕໍ່​ບັນຫາ​ສຳ​ຄັນ​ຈຳນວນໜ່ຶ່ງ ຄື: ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ​ໃນ​ຂົງ​ເຂດ​ການ​ເມືອງ​ໃນ​ປີ 2014-2015.​ ແຜນ​ພັດທະນາ​ ເສດຖະກິດ-ສັງຄົມ, ​ແຜນ​ງົບປະມານ ​ແລະ​ ແຜ​ນ​ເງິນຕາ 6 ​ເດືອນ​ຕົ້ນ​ປີ ​ແລະ ​ວຽກ​ງານ​ຈຸດ​ສຸມ 6 ​ເດືອນ​ທ້າຍສົກ​ປີ 2014-2015 ​ແລະ ​ທິດ​ທາງວຽກ​ງານ​ ຮອບດ້ານ​ໃນ​ສົກ​ປີ 2015-2016; ບັນຫາ​ການປັບປຸງ​ລັດຖະ​ທຳ​ມະ​ນູນ; ການ​ກະກຽມ​ເນື້ອ​ໃນ​ຮ່າງ​ລາຍ​ງານ​ການ​ເມືອງ, ຮ່າ​ງແຜນພັດທະນາ​ ເສດຖະກິດ-ສັງຄົມ ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII, ຮ່າງ​ກົດ​ລະບຽບ​ຂອງ​ພັກ ສະ​ໄໝ​ທີ X. ນອກ​ນັ້ນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຍັງ​ໄດ້​ດຳ​ເນີນ​ການ​ສຳ​ຫລວດ, ກວດກາ​ການ​ປະຕິບັດ​ໜ້າ​ທີ່, ຄວາມ​ຮັບຜິດຊອບ​ການ​ເມືອງ​ ຂອງ​ບັນດາສະຫາຍ ​ກຳມະການ​ສູນ​ກາງ​ພັກ ​ໃນ​ໄລຍະ 1 ປີ ຜ່ານມາ.

ກອງ​ປະ​ຊຸມ​ ໄດ້​ເປັນ​ເອກະພາບ ​ແລະ ​ຕີ​ລາຄາ​ວ່າ, ​ໃນ​ໄລຍະໜຶ່ງປີຜ່ານມານີ້ ເຖິງ​ສະພາບ​ການ​ສາກົນ ​ແລະ ​ພາກ​ພື້ນ ຍັງ​ສືບ​ຕໍ່​ຜັນ​ແປ​ຢ່າງ​ໄວວາ ​ແລະ​ ສັບສົນ, ບາງ​ຂົງ​ເຂດ​ມີ​ຄວາມ​ຮຸນ​ແຮງ​ຂື້ນ ອັນ​​ໄດ້​ສົ່ງ​ຜົນ​ກະທົບ​ບໍ່​ໜ້ອຍ​ຕໍ່​ປະ​ເທດ​ເຮົາ, ສະພາບ​ພາຍ​ໃນ​ປະເທດ​ເຮົາ​ກໍ່​ຍັງ​ມີ​ຄວາມ​ຫຍຸ້ງຍາກ ​ໃນ​ບາງ​ດ້ານ ​ໂດຍ​ສະ​ເພາະແມ່ນ​ດ້ານ​ເສດຖະກິດ-ການ​ເງິນ, ລາຍ​ຮັບ​-ລາຍ​ຈ່າຍ ງົບປະມານ, ບັນຫາ​ໝີ້ສິນ ກໍ່​ຄື ປະກົດການ​ຫຍໍ້​ທໍ້​ໃນ​ສັງຄົ​ມ ຍັງ​ມີ​ຫລາຍ​ດ້ານ ທີ່​ຍັງ​ເປັນ​ສິ່ງ​ທ້າ​ທາຍ ຕໍ່​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ເສດຖະກິດ-ສັງຄົມ ກໍ່ຕາມ, ​ແຕ່​ດ້ວຍ​ການ​ເສີມ​ຂະຫຍາຍ​ ຄວາມ​ສາມັກຄີ​ປອງ​ດອງ​ເປັນ​ປຶກ​ແຜ່ນ, ຈິດ​ໃຈ​ບຸກບືນ, ການ​ເຊີດ​ຊູຄວາມ​ເປັນ​​ເຈົ້າຂອງ​ ທົ່ວ​ປວງ​ຊົນ​ລາວ​ບັນດາ​ເຜົ່າ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກນັ້ນ. ປະ​ເທດ​ຂອງພວກ​ເຮົາ ຍັງ​ສືບ​ຕໍ່​ຮັກສາ​ໄດ້​ສະຖຽນ​ລະ​ພາບ ​ທາງ​ດ້ານ​ການເມືອງ ຢ່າງ​ໝັກ​ແໝ້ນ, ສັງຄົມ​ມີ​ຄວາມ​ສະຫງົບ ​ແລະ​ ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ໂດຍ​ພື້ນ​ຖານ ເສດຖະກິດ​ມະຫາ​ພາກ ຂະຫຍາຍ​ໃນ​ລະດັບ 7,5 % ; ການ​ພັດທະນາ​ຊົນ​ນະ​ບົດ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ ໄດ້​ມີ​ຄວາມ​ຄືບໜ້າ ​ແລະ​ ມີ​ຜົນສຳ​ເລັດ, ຊິວິດ​ການ​ເປັນ​ຢູ່​ທາງດ້ານ​ວັດຖຸ ​ແລະ​ ຈິດ​ໃຈ​ຂອງ​ປະຊາຊົນ ​ໄດ້​ຮັບ​ການ​ປົວ​ແປງ ​ແລະ ​ພັດທະນາ​ຫລາຍ​ຂຶ້ນ, ປັດຈຸ​ບັນ​ອັດຕາ​ສ່ວນຄອບຄົວ​ທຸກ​ຍາກ ​ໄດ້​ຫລຸດ​ລົງ​ຕາມ​ຄາດໝາຍ, ການ​ປະຕິບັດ​ເປົ້າ​ໝາຍ​ ສະຫັດ​ສະ​ວັດ ດ້ານ​ການ​ພັດທະນາ ມີ​ຜົນສຳ​ເລັດ​ໃນ​ຫລາຍ​ດ້ານ, ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ ໃນ​ລະບົບ​ການ​ເມືອງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຕັ້ງ​ໜ້າ ຊຶ່ງ​ໄດ້​ຍູ້​ແຮງ​ການ​ສ້າງ​ບັນຍາກາດ​ທີ່​ດີ ​ແລະ ​ຂະ​ບວນການ​ດ້ານ​ຕ່າງໆ ​ໃຫ້​ແກ່​ການສະ​ເຫລີມສະຫລອງ 2 ວັນ​ປະຫວັດສາດ ກໍ່ຄື​ ການ​ກະກຽມ​ກອງ​ປະຊຸມ​ໃຫຍ່​ຂອງ​ບັນດາ​ອົງຄະນະ​ພັກ​ກະຊວງ-ອົງການ ຂອງ​ບັນດາ​ແຂວງ-ນະຄອນຫລວງ ​ແລະ​ ການ​ກະກຽມ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ X ຂອງ​ພັກ​​ໃຫ້ມີ​ຄວາມ​ຟົດ​ຟື້ນ ​ແລະ ​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ.
ສຳລັບ ​ທິດ​ທາງ​ວຽກ​ງານ ​ໃນ 6 ​ເດືອນຕໍ່​ໜ້າ ກໍ່​ຄື ​ສົກ​ປີ 2015-2016, ​ເຊິ່ງ​ເປັນ​ໄລຍະ​ເວລາ​ທີ່​ມີ​ຄວາມ​ໝາຍ​ສຳຄັນ ​ເພາະ​ເປັນ​ປີ​ມ້ວນທ້າຍ ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ IX ຂອງ​ພັກ ​ແລະ​ ເຊື່ອມ​ຕໍ່​ການຈັດ​ຕັ້ງ​ຜັນ​ຂະຫຍາຍ ​ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ X ຂອງ​ພັກ, ກອງ​ປະຊຸມຮຽກຮ້ອງ​ຄະນະ​ພັກ, ອົງການ​ປົກຄອງ​ແຕ່ລະ​ຂັ້ນ ຕ້ອງ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ການ​ເມ​ຶອງຂຶ້ນ​ຕື່ມ ​ເພ່ື່ອ​ເປັນ​ກຳລັງ​ແຮງ​ຕັດສິນ ​ແລະ ຮັບປະກັນ​ຜົນສຳ​ເລັດ​ ຂອງ​ການຈັດ​ຕັ້ງ​ປະຕິບັດ​ແນວທາງ​ການ​ເມືອງ ທີ່​ພັກ​ວາງ​ອອກ; ຮັບປະກັນ​​ໃຫ້​ປະ​ເທດ​ເຮົາ​ສືບ​ຕໍ່​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງຢ່າງ ​ໜັກ​ແໜ້ນ, ສັງຄົມ​ມີ​ຄວາມ​ສະຫງົບ ​ແລະ​ ເປັນ​ລະບຽບຮຽບຮ້ອຍ, ສ້າງ​ບັນຍາກາດ​ທີ່​ດີ​ ​ໃຫ້​ແກ່​ການ​ລົງ​ທືນ ​ແລະ ​ພັດທະນາ​ເສດຖະກິດ-ສັງຄົມ. ​ເຮັດ​ໃຫ້​ເສດຖະກິດ​ມະຫາ​ພາກ ມີ​ຄວາມ​ໝັ້ນ​ທ່ຽງ, ​ເສດຖະກິດ​ສືບ​ຕໍ່​ຂະຫຍາຍຕົວ, ລະບົບ​ການ​ເມືອງ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ປອດ​ໃສ, ​ເຂັ້ມ​ແຂງ ​ແລະ​ ໜັກ​ແໜ້ນ​ , ເຮັດ​ໃຫ້​ຂົງ​ເຂດ​ວຽກ​ງານ​ຕ່າງໆ ລ້ວນ​ແຕ່​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງ​ໜ້າ ​ໃນ​ນີ້​ ໃຫ້​ສຸມ​ໃສ່​ຊີ້​ນຳ​ວຽກ​ງານ​ຈຳນວນ​ໜຶ່ງ​ດັ່ງນີ້:

– ເພີ່ມທະວີ​ຄວາມ​ເປັນ​ເຈົ້າ​ການ ໃນ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ ​ໃຫ້​ເຂົ້າ​ສູ່​ລວງ​ເລິກ​ກວ່າ​ເກົ່າ, ຕັ້ງ​ໜ້າ​ຜັນ​ຂະຫຍາຍ​ບັນດາ​ສັນຍາ ​ກໍ່​ຄືໂຄງການ​ຮ່ວມ​ມື​ຕ່າງໆ ​ທີ່​​ໄດ້​ຕົກລົງ​ກັນ​ໃຫ້​ເປັນ​ຈິງ; ​ເພີ່ມ​ທະວີ​ເປັນ​ເຈົ້າ​ການ​ກວ່າ​ເກົ່າ ​ໃນ​ການ​ສືບ​ຕໍ່​ກະກຽມ​ຄວາມ​ພ້ອມ​ ເຂົ້າ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ແລະ ​ຄົ້ນ​ຄວ້າກະກຽມ​ການ​ເຂົ້າ​ຮ່ວມ​ຈັດ​ຕັ້ງ​ປະຕິບັດ ການ​ຮ່ວມ​ມື​ຍຸດ​ທະ​ສາດ​ເສັ້ນທາງ​ສາຍ​ໄໝ,  ກະກຽມ​ກອງ​ປະຊຸມ​ ສຸດ​ຍອດ​ອາ​ຊຽນ​ໃນ​ປີ 2016 ​ແລະ​ ກອງ​ປະຊຸມ​ປີ່​ນອ້ອມ​ຕ່າງໆ ​ໃຫ້​ມີ​ຜົນສຳ​ເລັດ.

– ເອົາໃຈ​ໃສ່​ຕິດຕາມ​ສະພາບ​ການ​ຜັນ​ແປຂອງ​ເສດຖະກິດ​ໂລກ ​ແລະ​ ພາກ​ພື້ນ, ພ້ອມ​ກັນ​ນັ້ນ ກໍ່​ກະກຽມ​ຄວາມ​ພ້ອມ ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ ທີ່​ຈະ​ມີ​ຜົນ​ກະທົບ ​ຕໍ່​ເສດ​ຖະກິດ​ປະ​ເທດ​ເຮົາ; ປັບປຸງ​ແຜນ​ງານ​ຜະລິດ​ທັນ​ຍາ​ຫານ, ​ເອົາ​ໃຈ​ໃສ່​ຕໍ່​ການ​ລົງ​ທືນ ສ້າງ​ສູນ​ສົ່ງ​ເສີມກະສິກຳ ​ໂດຍ​ອີງໃສ່​ບົດຮຽນ ​ແລະ ​ບັນດາ​ໜໍ່​ແໜງປັດ​ໄຈ​ໃໝ່​ທີ່​ເກີດ​ຂຶ້ນ ຢູ່​ແຕ່​ລະ​ພາກ ​ແລະ ​ບັນດາ​ແຂວງ, ຊຸກຍູ້​ສົ່ງ​ເສີມ​ໃຫ້​ບັນດາ​ເສດຖະກິດ​ຂອງ​ລັດ ​ແລະ ​ພາກສ່ວນ​ເສດຖະກິດ​ອື່ນໆ​ ເຂົ້າ​ຮ່ວມ​ໃນ​ການ​ລົງ​ທຶນພັດທະນາ​ ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫລີກ ດ້ວຍ​ຮູບ​ການ​ອັນ​ເໝາະ​ສົມ; ຄົ້ນ​ຄວ້ານະ​ໂຍບາຍ​ສິນ​ເຊື່ອ ​ເພື່ອ​ສົ່ງ​ເສີມ​ການ​ຜະລິດ​ສິນຄ້າ​ໃຫ້​ເໝາະ​ສົມ; ​ເພີ່ມ​ຄວາມ​ເຂັ້ມ​ງວດ ​ແລະ ຄວາມ​ເດັດຂາດ​ໃນ​ການ​ສະກັດ​ກັ້ນ ​ການ​ຮົ່ວ​ໄຫລ ດ້ານ​ລາຍ​ຮັບ-ລາຍ​ຈ່າຍ​ງົບປະມານ; ຈຳກັດ​ການ​ສ້າງໜີ້ສິນເກີນ​ຂີດ​ຄວາມ​ສາມາດ​ແບກ​ຫາບຂອງ​ງົບປະມານ​ລັດ ຕິດ​ພັນ​ກັບ​ການ​ຊຳລະ​ສະ​ສາງ​ໜີ້ເກົ່າ ​​ໃຫ້​ຕົກ​ໄປ​ເປັນ​ກ້າວໆ. ​ພ້ອມ​ກັນ​ນັ້ນ​ ກໍສຸມ​ໃສ່​ການ​ປະຕິບັດ​ນະ​ໂຍບາຍ​ປະຢັດ ​ແລະ ​ສະ​ສົມ​ແຫ່ງ​ຊາດ​​ ໃຫ້​ເຂົ້າ​ສູ່​ຕົວ​ຈິງ ​ແລະ ​ເກີດ​ເປັນ​ຮູບ​ປະ​ທຳ.

– ສືບ​ຕໍ່​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການ​ເມືອ​ງ ​ເພື່ອ​ບັນລຸ 4 ​ເນື້ອ​ໃນ 4 ຄາດໝາຍ, ປັບປຸງ​ລະບົບ​ການ​ເມືອງ​ຢູ່​ຮາກ​ຖານ​​​ໃຫ້​ໜັກ​ແໜ້ນ, ​ເປັນ​ຫລັກແຫລ່ງນຳພາ​ເຕົ້າ​ໂຮມ​ກຳລັງ​ແຮງ​ສັງ​ລວມ ຂອງ​ປະຊາຊົນ ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ​ພັດທະນາ​ບ້ານ​ຊ່ອງ ​​ໃຫ້​ເປັນ​ຂະ​ບວນກ້ວາງ​ຂວາງ​ກວ່າ​ເກົ່າ, ສູ້​ຊົນ​ເພື່ອ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະວັດ ​ດ້ານ​ການ​ພັດທະນາ​​ ໃຫ້​ມີ​ຜົນສຳ​ເລັດ, ສຸມ​ໃສ່​ເຮັດ​ຢ່າ​ງຕັ້ງ​ໜ້າ ການ​ພັດທະນາ​ຊົນນະບົດ ​ແລະ​ ແກ້​ໄຂ​ຄວາມ​ທຸກ​ຍາກຂອງ​ປະຊາຊົນ​ ໂດຍ​ສະ​ເພາະ​ ແມ່ນ​ເຂດ​ພູດ​ອຍຊົນ​ເຜົ່າ, ພື້ນ​ຖານ​ຂອງ​ການ​ປະຕິວັດ, ​ເພີ່ມ​ທະວີ​ການ​ຊີ້​ນຳ-ນຳພາ ຕໍ່​ການ​ແກ້​ໄຂ​ສະພາບ​ຫຍໍ້​ທໍ້​ໃນ​ສັງຄົມ ດ້ວຍ​ມາດ​ຕະການ​ ທີ່​ເປັນ​ລະບົບ​ຄົບ​ຊຸດ, ຕໍ່​ເນື່ອງ ​ແລະ ​​ໃຫ້​ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ.

– ສືບ​ຕໍ່ຄົ້ນ​ຄວ້າ​ປັບປຸງ​ລັດຖະທຳ​ມະ​ນູນ,  ສ້າ ​ງ​ເງື່ອນ​ໄຂ​ດ້ານ​ຕ່າງໆ ​ເພື່ອ​ຮັບປະກັນ​​ໃຫ້​ແກ່​ການ​ສ້າງ​ຕັ້ງ ​ແລະ ​ການ​ເຄື່ອນ​ໄຫວ​ວຽກ​ງານ ຂອງ​ສະພາ​ປະ​ຊາ​ຊົນ​ຂັ້ນ​ທ້ອງ​ຖີ່​ນ,  ສືບ​ຕໍ່​ຄົ້ນ​ຄວ້າປັບປຸງ​ວຽກ​ງານ​ຂົງ​ເຂດ​ສານ, ອົງການ​ໄອ​ຍະ​ການ​ປະຊາຊົນ ​ແລະ ອົງການ​ປົກ​ປ້ອງ​ກົດໝາຍ ​​ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ​ເຂັ້ມ​ແຂງ​ໃນ​ທຸກ​ດ້ານ, ຮັບປະກັນ​ຄວາມ​ຍຸຕິ​ທຳ​ໃນ​ສັງຄົມ.

– ​ ເສີມຂະຫຍາຍ​ມູນ​ເຊື້ອ​ສາມັກຄີ, ຄວາມ​ເປັນ​ປືກ​ແຜ່ນ​ແໜ້ນ​ໜາ​ພາຍ​ໃນ​ຊາດ ​ຢູ່​ອ້ອມຂ້າງພັກ ຂອງປະຊາຊົນ​ບັນດາ​ເຜົ່າ, ບັນດາ​ຊັ້ນ​ຄົນ, ​ເພຸດ​ໄວ​ຕ່າງໆ ປະກອບສ່ວນ​ເຂົ້າ​ຮ່ວມ​ຂະບວນການ​ ແຂ່ງຂັນ​ຮັກ​ຊາດ ​ແລະ ພັດທະນາ, ການ​ພັດທະນາ​ຊົນນະບ​ົດ, ແກ້​ໄຂ​ຄວາມທຸກ​ຍາກ, ຊຸກຍູ້​ຂະ​ບວນການ​ຜະລິດ​ເປັນ​ສິນຄ້າ ໃຫ້​ກາຍ​ເປັນ​ຂະ​ບວນການ ຢ່າງ​ກ້ວາງ​ຂວາງ ​ແລະ ​ແຂງ​ແຮງ​ຕໍ່​ເນື່ອງ.

– ເຊີດຊູ​ບົດບາດ ​ແລະ ຄວາມ​ເປັນ​ແບບຢ່າງ​ນຳ​ໜ້າ ຂອງ​ສະມາຊິກ​ພັກ-ພະນັກງານ, ຍົກ​ສູງ​ຄວາມ​ຮັບຜິດຊອບ​ການ​ເມືອງ ​ແລະ ​ຄຸນສົມບັດ​ສິນ​ທຳ​ປະຕິ​ວັດ, ​ແກ້​ໄຂ​ປະກົດ​ກາ​ນຫຍໍ້​ທໍ້​ ໃນ​ກົງຈັກ​ການຈັດ​ຕັ້ງ ​ໃຫ້​ມີ​ການ​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງ, ຕິດ​ພັນ​ກັບ​ການ​ກະກຽມ ​ແລະ ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ ອົງຄະ​ນະ​ພັ​ກ ບັນດາ​ແຂວງ, ນະຄອນຫລວງ​ວຽງ​ຈັນ ​ແລະ​ ກະຊວງ, ອົງການ.

ກ່ຽວກັບຮ່າງລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ກອງ​ປະຊຸມ​ໄດ້​​ໃຫ້​ທິດ​ຊີ້​ນຳ ສືບ​ຕໍ່​ຄົ້ນ​ຄວ້າບັນຫາ ທີ່​ຍັງ​ບໍ່​ທັນ​ຈະ​ແຈ້ງ, ​ໂດຍ​ສະ​ເພາະ​ການ​ສະຫລຸບຕີ​ລາຄາ ການຈັດ​ຕັ້ງ​ປະຕິບັດ​ ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ IX ຂອງພັກ ຄວນ​ຕິດ​ພັນ​ກັບ​ການ​ສະຫລຸບ 30 ປີ ​ແຫ່ງ​ການ​ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່ ​ໂດຍ​ໃຫ້​ເອົາ​ໃຈ​ໃສ່​ສືບຕໍ່ຄົ້ນ​ຄວ້າ, ຖອດ​ຖອນ​ບົດຮຽນ​ ໃຫ້​ຈະ​ແຈ້ງ​ຊັດ​ເຈນ​ຕື່ມອີກ, ຕິດ​ພັນ​ກັບ​ການ​ກຳນົດ​ໄລຍະ​ທາງ​ ຂອງ​ການ​ປັບປຸງ, ກໍ່ສ້າງ​ລະບອບ​ປະຊາທິປະ​ໄຕ​ປະຊາຊົນ ຕາມ​ທິດ​ສັງຄົມ​ນິຍົມ​, ໃຫ້​ສືບ​ຕໍ່​ຄົ້ນ​ຄວ້າ​ລົງ​ເລິກ ບັນດາ​ທັດສະນະ ​ແລະ​ ຫຼັກການ​ພື້ນ​ຖານ ​ໃນ​ການ​ສືບ​ຕໍ່​ຍືດໝັ້ນ​ແນວທາງ​ປ່ຽນແປງ​ໃໝ່​ຮອບດ້ານ ​ທີ່​ມີ​ຫລັກການຂອງ​ພັກ ​ໂດຍ​ສະ​ເພາະ ​ແມ່ນ​ການ​ພັດທະນາ​ເສດຖະກິດ​ຕະຫລາດ ຕາມ​ທິດ​ສັງ​ຄົມ​ນິຍົມ, ການ​ສ້າງ​ລັດ​ປະຊາທິປະ​ໄຕ​ ປະຊາຊົນ ທີ່​ປົກຄ​ອງດ້ວຍ​ກົດໝາຍ ​ແລະ​ ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ ​ສາກົນ​ໃນ​ເງື່ອນ​ໄຂ​ໃໝ່.

ກ່ຽວກັບ​ຮ່າງ​ແຜນ​ພັດທະນາ​ ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII, ກ​ອງປະຊຸມ​ໄດ້​ຊີ້​ນຳ​​ໃຫ້​ຄະນະ​ຮັບ​ຜິດ​ຊອບ ລົງ​ເລິກ​ຄົ້ນ​ຄວ້າ​ເບິ່ງ​ຄືນ​ດ້ານ​ຂໍ້​ມູນ​ໃຫ້​ຊັດ​ເຈນ ​ອັນ​ສຳຄັນ​ແມ່ນ​ໃຫ້​ກົມກຽວ​ ໄປ​ຕາມ​ທິດ​ພັດທະນາ​ແບບ​ຍືນ​ຍົງ, ການ​ພັດທະນາ​ເສດຖະກິດ​ ຕະຫລາດ​ຕາມ​ທິດ​ສັງຄົມ​ນິຍົມ ​ແລະ​ ພັດທະນາ​ພື້ນ​ຖານ​ໂຄງ​ລ່າງ​ຕ່າງໆ ທີ່​ເອື້ອ​ອຳນວຍ​ໃຫ້​ແກ່​ການ​ເຊື່ອມ​ໂຍງ​ ກັບ​ພາກ​ພື້ນ ​ແລະ ສາກົນ,  ກຳນົດ ​ແຈ້ງ​ຕື່ມ​ທິດ​ທາງ​ກ່ຽວ​ກັບ​ ການ​ພັດທະນາ​ ເສດຖະກິດ​ພູມ​ປັນຍາ, ການ​ພັດທະນາ​ຕະຫລາດ​ສີນ​ຄ້າ, ຕະຫລາດ​ທຶນ, ຕະຫລາດ​ແຮງ​ງານ, ຕະຫລາດ​​ອະສັງຫາລິມມະ​ຊັບ (ທີ່​ດິນ), ຕະຫລາດ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ. ພ້ອມ​ກັນ​ນັ້ນ​ ໃຫ້​ເບິ່ງ​ຄືນ​ບັນດາ​ຍຸດ​ທະ​ສາດ​ທີ່​ໃດ້ກຳນົດ​ໄວ້​ໃນ​ແຕ່​ລະ​ດ້ານ​ໃຫ້​ຄົບ​ ຖ້ວນ ​ແລະ​ ແທດ​ເໝາະ​ ໂດຍ​ສະ​ເພາະ​ແມ່ນ​ຍຸດ​ທະ​ສາດ​ໃນ​ບັນຫາ​ທີ່​ສຳຄັນ ​ເຊິ່ງພົວພັນ​ເຖິງ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ສັງ​ຄົມ ​ແລະ ​ເສດຖະກິດ ​ເຊັ່ນ: ​ຍຸດ​ທະ​ສາດການ​ພັດທະນາ​ ຊັບພະຍາກອນ​ມະນຸດ, ການ​ພັດທະນາ​ພື້ນ​ຖານ​ໂຄງ​ລ່າງ, ຍຸດ​ທະ​ສາດ​ສ້າງ​ຄວາມ​ໝັ້ນຄົງທາງ​ດ້ານ​ສະບຽງ​ອາຫານ, ດ້ານ​ພະລັງງານ ​ແລະ ​ການ​ປົກ​ປັກ​ຮັກສາ ຊັບພະຍາ​ກອນ​ທຳ​ມະ​ຊາດ, ​ເຊີ່​ງທັງ​ໝົດ​ນັ້ນ ​ແມ່ນ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ ຂອງ​ທຸລະ​ກິດ​ພາຍ​ໃນ​ປະ​ເທດ ​ໃຫ້​ສາມາດ​ແກ້ງ​ແຍ້​ງ​ແຂ່ງຂັນ​ຂອງ​ພື້ນ​ຖານ​ເສດຖະກິດ​ ປະ​ເທດ​ເຮົາ​ໃນ​ຕໍ່​ໝ້າ.

ກ່ຽວກັບການຄົ້ນ ​ຄວ້ າ​ປັບປຸງ​ລັດຖະທຳ​ມະ​ນູນ ກອງປະຊຸມໃຫ້ທັດສະນະວ່າ ການຄົ້ນຄວ້າປັບປຸງລັດຖະທຳມະນູນ​ ໄດ້​ມີ​ບາດກ້າວ​ຄື​ບໜ້າ, ຫລາຍ​ບັນຫາ​ມີ​ຄວາມ​ຈະ​ແຈ້ງ ໃຫ້​ສືບ​ຕໍ່​ຄົ້ນ​ຄວ້າ​ປັບປຸງ​​ໃຫ້​ມີ​ຄວາມ​ຮອບ​ຄອບ, ຮອບດ້ານ ​ແລະ ຮັບປະກັນ​ໃຫ້​ໄປ​ຕາມ​ທິດ​ ສ້າງ​ລັດທິ​ປົກຄອງ​ດ້ວຍ​ກົດໝາຍ, ກອງ​ປະຊຸມ​ມອບ​ໃຫ້​ຄະນະ​ກຳມະການ ​ລະ​ດັບ​ຊາດ ​ເພື່ອ​ປັບປຸງ​ລັດຖະທຳ​ມະ​ນູນ ປີ 2003 ສືບ​ຕໍ່​ຄົ້ນ​ຄວ້າ​ປັບປຸງ ​ເພື່ອ​ກະກຽມ​ນຳ​ສະ​ເໜີຕໍ່​ກອງ​ປະຊຸມ​ ສະພາ​ແຫ່ງ​ຊາດ​ພິຈາລະນາ.

ກ່ຽວ​ກັບ​ການ​ປັບປຸງ​ກົດ​ລະບຽບ​ຂອງ​ພັກ, ກອງ​ປະຊຸມ​ໄດ້​ມອບ​ໃຫ້​ ອະນຸ​ກຳມະການ​ກົດ​ລະບຽບ ​  ແລະ ​ບຸກຄະລາກ​ອນ ຮິບ​ຮ້ອນ​ສືບ​ຕໍ່​ຄົ້ນ​ຄ້ວາ, ປັບປຸງ​ຮ່າງ​ກົດ​ລະບຽບ​ຂອງ​ພັກ ສະ​​ໄໝ​ທີ X ຕາມ​ຄວາມ​ເຫັນ​ ຂອງ​ກອງ​ປະຊຸ​ມສູນ​ກາງ, ​ແລ້​ວລາຍ​ງານ​ໃຫ້​ກົມ​ການ​ເມືອງ ​ແລະ ​ຄະນະ​ເລຂາທິການ​ສູນ​ກາງ​ພັກ​ພິຈາລະນາ.

ຄະນະ ​ບໍລິຫານ​ງານ​ສູນ​ກາງ​ພັກ ຮຽກຮ້ອງ​ມາ​ຍັງ​ພະນັກງານ, ສະມາ​ຊິກ​ພັກ, ທະຫານ​ຕຳຫລວດປະຊາຊົນ​ທຸກ​ເຜົ່າ, ທຸກ​ຊັ້ນ​ຄົນ ຈົ່ງ​ຍົກ​ສູງ​ຄວາ​ມຮັບຜິດຊອບ ​ແລະ​ ເພີ່ມ​ທະວີ​ຄວາມ​ສາມັກຄີ​ ເປັນ​ຈິດ​ໜຶ່ງ​ໃຈ​ດຽວ ​ກັນ, ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກ​ຊາດ, ຮັກ​ລະບອບ​ໃໝ່​, ຄວາມ​ດຸ​ໝັ່ນ​ຂະຫຍັນ​ພຽນ, ສຸມ​ສະຕິ​ປັນຍາ ​ແລະ ​ຫົວຄິດ​ປະດິດ​ສ້າງ ເຂົ້າ​ໃສ່​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ, ສ້າງ​ຂະ​ບວນການ​ໃຫ້​ແຂງ​ແຮງ​ຕໍ່​ເນື່ອງ ​ເພື່ອ​ຄຳ​ນັບ​ຮັບ​ຕ້ອນ ວັນຊາດ​ທີ 2 ທັນວາ ຄົບຮອບ 40 ປີ   ​ແລະ ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ X ຂອງ​ພັກ​ ດ້ວຍ​ບັນຍາກາດ​ແຫ່ງຄວາມປິ​ຕິ​ຊົມ​ຊື່ນ ​ແລະ ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ເສັ້ນທາງ​ກ້າວ​ຂື້ນ ຂອງ​ປະ​ເທດ​ຊາດ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ພິທີປະກາດຮັບຮອງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນນະຄອນພົ້ນທຸກ

ນະຄອນຫຼວງພະບາງ ປະກາດເປັນນະຄອນ ພົ້ນທຸກ ແລະ ນະຄອນເຂັ້ມແຂງ ຮອບດ້ານ ພິທີປະກາດຮັບຮອງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນນະຄອນພົ້ນທຸກ ຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ...

ພິທີ ມອບ-ຮັບ ອາຄານຮຽນ ໂຮງຮຽນສາທິດຂອງວິທະຍາໄລຄູ 8 ແຫ່ງ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູໃນລາວ

ມອບ-ຮັບ ໂຮງຮຽນສາທິດຂອງວິທະຍາໄລຄູ 8 ແຫ່ງ ພາຍໃຕ້ ໂຄງການປັບປຸງວິທະຍາໄລຄູໃນລາວ. ວັນທີ 3 ມີນາ 2025, ທີ່ ວິທະຍາໄລຄູບ້ານເກິນ ເມືອງທຸລະ ຄົມ, ແຂວງວຽງຈັນ...

ເພື່ອຄວາມໂປ່ງໃສ! ເຈົ້າໜ້າທີ່ ພະແນກ ອຄ ແຂວງສະຫວັນລົງກວດທຽບຫົວຈ່າຍນ້ຳມັນເຊື້ອໄຟ ແລະ ວາງແຜນຈະກວດກາທັງໝົດ 217 ປ້ຳທົ່ວແຂວງ

ພະແນກ ອຄ ແຂວງສະຫວັນລົງກວດທຽບຫົວຈ່າຍນ້ຳມັນເຊື້ອໄຟ ຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ພ້ອມດ້ວຍຫ້ອງການ ອຸດສາຫະກຳ ແລະ ການຄ້າ 14 ເມືອງ...