spot_img
Homeນານາສາລະພະຍາດອັນຕະລາຍຈາກໄພລະດູຝົນ

ພະຍາດອັນຕະລາຍຈາກໄພລະດູຝົນ

Published on

ดาวน์โหลด

ເມື່ອ​ລະດູ​ຝົນ​ມາ​ຮອດແລ້ວບໍ່​ພຽງ​ນຳ​ຄວາມ​ຊຸ່ມ​ຊື່ນ​ມາ​ຝາກ​ຜືນ​ດິນ​ແລະ​ຜູ້​ຄົນແຕ່​ຝົນ​ທີ່​ຕົກ​​ຍັງ​ມາ​ພ້ອມ​ພະຍາດ​ຕ່າງໆທີ່​ຕ້ອງ​​ລະ​ວັງ​ປັດ​ໄຈ​ສຳຄັນພະຍາດ​ລະ​ບາດ​ໃນ​ລະດູ​ຝົນ

ສຳລັບ​ປັດ​ໄຈ​ສຳຄັນ​ໃນ​ການ​ເກີດ​ພະຍາດ​ລະ​ບາດ​ຫລື​ພະຍາດ​ຕິດ​ຕໍ່​ຕ່າງໆມີ​ຢູ່​ນຳກັນ 3 ຢ່າງຄື:

–   ເຊື້ອ​ພະຍາດ
– ຮ່າງກາຍ​ຄົນ
– ສິ່ງ​ແວດ​ລ້ອມ​ທີ່​ປ່ຽນ​ແປງ​ໄປ

ສຳລັບ​ໃນ​ລະດູ​ຝົນສະພາບ​ສິ່ງ​ແວດ​ລ້ອມ​ທີ່​ປ່ຽນ​ແປງ​ໄປ​ກໍ​ຄື​ມີ​ຝົນ​ຕົກອາ​ກາດ​ເຢັນ​ລົງ​ແລະ​ສຸ່ມຊຶ່ງ​ຈະ​ເຮັດໃຫ້​ເຊື້ອ​ພະຍາດ​ບາງ​ຊະນິດ​ຢູ່ໃນ​ສິ່ງ​ແວດ​ລ້ອມ​ໄດ້​ດົນ​ຂຶ້ນເຊັ່ນ:ໄວ​ຣັສ,​ໄຂ້​ຫວັດ​ໃຫຍ່ແລະ​ໃນ​ລະດູ​ຝົນກໍ​ຈະ​ເປັນ​ໄລຍະ​ທີ່​ສັດ​ບາງ​ຊະນິດເຊັ່ນ:ຍຸງ​ລາຍມີ​ການ​ຈະເລີນ​ພັນ​ແລະ​ມີ​ໂອ​ກາດ​ສຳ​ຜັດ​ກັບ​ຄົນ​ຫລາຍ​ຂຶ້ນດັ່ງ​ນັ້ນ​ຈຶ່ງ​ເປັນ​ໄລຍະ​ທີ່​ມີ​ການ​ລະ​ບາດ​ຂອງ​ໄຂ້​ເລືອດ​ອອກນອກ​ຈາກ​ນັ້ນ​ໃນ​ບາງ​ບ່ອນຍັງ​ມີ​ນ້ຳ​ຖ້ວມ​ຂັງເມື່ອ​ໄປ​ສຳ​ຜັດ​ຖືກ​ນ້ຳຈຶ່ງ​ອາດ​ເຮັດໃຫ້​ເກີດ​ພະຍາດ​ທີ່​ມາ​ກັບ​ນ້ຳເຊັ່ນ:ພະຍາດ​ເລັບ​ໂຕດ​ໄປ​ໂລ​ຊີດ​ຫລື​ຍ່ຽວໜູ

ສັງເກດ​ແບບໃດ​ວ່າເຈັບ​ປ່ວຍ​ແລ້ວ

ສຳລັບ​ພະຍາດ​ຕິດ​ຕໍ່​ຫລື​ພະຍາດ​ຕິດ​ເຊື້ອອາການ​ທໍາອິດ​​ທີ່​ສຳຄັນ​ກໍ​ຄື​ເປັນ​ໄຂ້ຊຶ່ງ​ຖ້າ​ເປັນ​ໄຂ້​ຫວັດ​ທຳມະດາຜູ້​ປ່ວຍ​ຈະ​ມີ​ອາການ​ທາງ​ລະບົບ​ຫາຍ​ໃຈເຊັ່ນ:ເຈັບ​ຄໍ,ໄອ,ຄັນ​ດັງ,ມີ​ນ້ຳ​ມູກແຕ່​ຖ້າ​ອາການ​ຮຸນແຮງ​ເປັນ​ໄຂ້​ຫວັດ​ໃຫຍ່​ຫລື​ປອດ​ບວມຜູ້​ປ່ວຍ​ກໍ​ຈະ​ມີ​ໄຂ້​ສູງເຈັບ​ຫົວ​ຫລາຍຫລື​ມີ​ອາການ​ຫອບ​ຫືດ

ຖ້າເປັນ​ໄຂ້​ເລືອດ​ອອກໂດຍ​ທົ່ວ​ໄປ​ຈະ​ບໍ່​ມີ​ອາການ​ທາງ​ລະບົບ​ຫາຍ​ໃຈແຕ່​ຈະ​ເປັນ​ໄຂ້​ສູງ​ຟູ ແໜ້ນ​ທ້ອງຮາກໂດຍ​ຜູ້​ປ່ວຍ​ຈະ​ມີ​ໄຂ້​ສູງ​ຢູ່​ປະ​ມານ2-4ມື້ແລະ​ເມື່ອ​ໄຂ້​ຫລຸດ​ກໍ​ອາດຈະ​ມີ​ເລືອດ​ອອກ​ຫລື​ຊັອກ​ໄດ້ຊຶ່ງ​ສ່ວນ​ໃຫຍ່​ຈະ​ພົບ​ພະຍາດ​ນີ້​ໃນເດັກນ້ອຍ

ສ່ວນ​ພະຍາດ​ຍ່ຽວໜູຜູ້​ປ່ວຍ​ຈະ​ມີ​ໄຂ້​ສູງປວດ​ເມື່ອຍ​ຕາມ​ໂຕ,ຕາ​ແດງ,ຫມາກໄຂ່ຫລັງ​ວາຍ ແຕ່​ສ່ວນ​ໃຫຍ່​ຄົົນທີ່​ປ່ວຍ​ເປັນ​ພະຍາດ​ນີ້​ຈະ​ມີ​ການ​ສຳ​ຜັດ​ກັບ​ນ້ຳ​ໂດຍ​ຕີນ​ມີ​ບາດແຜຊຶ່ງ​ພົບ​ໄດ້​ທັງ​ໃນ​ເມືອງ​ແລະ​ຊົນນະບົດໂດຍ​ໂອ​ກາດ​ໃນ​ການ​ຕິດ​ເຊື້ອ​ຂຶ້ນ​ຢູ່​ກັບ​ປະລິມານ​ຂອງ​ເຊື້ອ​ໃນ​ນ້ຳ​ແລະ​ໄລ​ຍະ​ເວລາ​ໃນ​ການ​ແຊ່​ນ້ຳເພາະ​ແມ່ນ​ຈະ​ບໍ່​ມີ​ບາດແຜແຕ່​ຖ້າ​ແຊ່​ນ້ຳ​ຕິດ​ຕໍ່​ກັນ​ດົນ​ເກີນ6ຊົ່ວ​ໂມງຜິວ​ໜັງ​ທີ່​ແຊ່​ນ້ຳ​ກໍ​ຈະ​ຫ່ຽວແລະ​ສາມາດ​ຕິດ​ເຊື້ອ​ຈາກ​ຜິວ​ໜັງ​ທີ່​ຫ່ຽວ​ນັ້ນ​ໄດ້​ເຊັ່ນ​ດຽວ​ກັນ

ສາ​ເຫດ​ສຳຄັນ​ຂອງ​ພະຍາດ​ລະ​ບາດ​ໃນ​ລະດູ​ຝົນ

ຄວາມ​ເຈັບ​ປ່ວຍ​ທີ່ເກີດຂຶ້ນ​ໃນ​ລະດູ​ຝົນສ່ວນ​ໃຫຍ່​ເກີດ​ຈາກ​ການ​ຕາກ​ຝົນ​ຫລື​ເຄື່ອງ​ນຸ່ງ​ຫົ່ມ​ປຽກ​ຊຸ່ມເຮັດໃຫ້​ອຸນຫະພູມ​ໃນ​ຮ່າງກາຍ​ຫລຸດລົງສົ່ງ​ຜົນ​ໃຫ້​ພູ​ມ​ຕ້ານ​ທານ​ຫລຸດລົງ ປະກອບ​ກັບ​ເຊື້ອ​ພະຍາດ​ບາງ​ຊະນິດ​ມີ​ຄວາມ​ແຂງ​ແຮງ​ຂຶ້ນ​ຕາມ​ລະດູ​ການຈຶ່ງ​ເຮັດໃຫ້​ເກີດ​ການ​ເຈັບ​ປ່ວຍ​ໄດ້​ງ່າຍ​ຂຶ້ນ

ການ​ປິ່ນປົວພະຍາດ​ລະ​ບາດ​ໃນ​ລະດູ​ຝົນ

ທັງ3ພະຍາດ​ມີ​ວິທີ​ການ​ເບິ່ງແຍງ​ໃນ​ເບື້ອງ​ຕົ້ນ​ຄືກັນແຕ່​ວິທີ​ການ​ປິ່ນປົວ​ຈະ​ແຕກ​ຕ່າງ​ກັນ​ອອກ​ໄປໂດຍ​ໄຂ້​ຫວັດ​ໃຫຍ່​ຫລື​ປອດ​ບວມຊຶ່ງ​ເກີດ​ຈາກ​ເຊື້ອ​ໄວ​ຣັສໃນ​ບາງກໍລະນີ​ແພດ​ອາດ​ຈະໃຫ້​ຢາ​ຕ້ານ​ໄວ​ຣັສແລະ​ປິ່ນປົວ​ແບບ​ເບິ່ງອາການສ່ວນ​ໄຂ້​ເລືອດ​ອອກໃນ​ໄລຍະ​ທີ່​ໄຂ້​ຫລຸດແລະ​ອາດ​ເກີດ​ອາການ​ຊັອກກໍ​ອາດຈະ​ຕ້ອງ​ມີ​ການ​ໃຫ້​ນ້ຳ​ເກືອ​ຫລື​ຕິດ​ຕາມ​ອາການ​ຢ່າງ​ໃກ້​ຊິດສ່ວນ​ພະຍາດ​ຍ່ຽວໜູ​ຈະ​ຕ້ອງ​ມີ​ການ​ໃຫ້​ຢາ​ປະຕິ​ຊີວ​ນະ​ໃນ​ການ​ຂ້າ​ເຊື້ອ​ຢ່າງ​ຖືກ​ຕ້ອງລວມ​ທັງ​ຖ້າ​ມີ​ຫມາກໄຂ່ຫລັງ​ວາຍກໍ​ຈະ​ຕ້ອງ​ມີ​ການ​ຟອກ​ຫມາກໄຂ່ຫລັງ​ນໍາອີກ

ພະຍາດ​ລະ​ບາດ​ໃນ​ລະດູ​ຝົນເບິ່ງແຍງ​ປ້ອງ​ກັນ​ແບບໃດ?

ສຳລັບ​ໃນ​ລະດູ​ຝົນສິ່ງ​ທີ່​ສຳຄັນ​ຄື​ປິ່ນປົວ​ຮ່າງກາຍ​ໃຫ້​ອົບ​ອຸ່ນຖ້າ​ຕາກ​ຝົນ​ໂຕ​ປຽກ​ກໍ​ຄວນ​ຮີບ​ອາບ​ນ້ຳ,ເຊັດ​ໂຕ​ໃຫ້​ແຫ້ງໂດຍ​ສະເພາະ​ຫົວໃສ່​ເສື້ອ​ຜ້າ​ທີ່​ອົບ​ອຸ່ນແລະ​ຖ້າ​ໃນ​ເຮືອນ​ມີ​ແຫລ່ງ​ເພາະ​ພັນ​ລູກ​ນ້ຳຍຸງ​ລາຍກໍ​ຄວນ​ສຳ​ຫລວດ​ແລະ​ກຳຈັດຖ້າ​ມີ​ຝົນ​ຕົກ​ແລະ​ນ້ຳ​ຖ້ວມ​ຂັງກໍ​ຢ່າ​ໄປ​ແຊ່​ນ້ຳໂດຍ​ສະເພາະ​ໃນ​ກໍລະນີ​ທີ່​ມີ​ບາດແຜ​ຢູ່​ຕີນຖ້າ​ມີ​ຄວາມ​ຈຳ​ເປັນ​ກໍ​ຄວນ​​ໃສ່​ເກີບ​ບູ​ທຫລື​ຖ້າ​ຫລີກ​ລ້ຽງ​ບໍ່​ໄດ້ກໍ​ຄວນ​ຮີບ​ເຮັດ​ຄວາມ​ສະ​ອາດ​ຕີນ​ໂດຍ​ໃຊ້​ສະ​ບູແລະ​ເຊັດ​ເຮັດ​ຄວາມ​ສະ​ອາດ​ໃຫ້​ແຫ້ງນອກ​ຈາກ​ນັ້ນ​ຍັງ​ຄວນ​ອອກ​ກຳ​ລັງ​ກາ​ຍຢ່າງສະ​ຫມ່ຳ​ສະ ເໝີລ້າງ​ມື​ໃຫ້​ສະ​ອາດກິນ​ອາຫານ​ທີ່​ມີ​ປະໂຫຍດແລະ​ຖ້າ​ມີ​ອາການ​ຜິດ​ປົກກະຕິ​ໂດຍ​ສະເພາະ​ເປັນ​ໄຂ້ກໍ​ບໍ່​ຄວນ​ຫາ​ຊື້​ຢາ​ມາ​ກິນເອງເພາະ​ຢາ​ບາງ​ຊະນິດອາດຈະ​ເຮັດໃຫ້​ຜູ້​ປ່ວຍ​ມີ​ອາການ​ຮ້າຍກວ່າເກົ່າເຊັ່ນ​ຢາ​ແກ້​ໄຂ້​ທີ່​ມີ​ລິດ​ແຮງອາດ​ເຮັດໃຫ້​ຜູ້​ປ່ວຍ​ໄຂ້​ເລືອດ​ອອກ​ມີ​ເລືອດ​ອອກ​ງ່າຍ​ຍິ່ງ​ຂຶ້ນດັ່ງ​ນັ້ນ​ຖ້າ​ມີ​ອາການ​ຜິດ​ປົກກະຕິ​ຈຶ່ງ​ຄວນ​ໄປ​ພົບ​ໝໍ​ໂດຍ​ສະເພາະ​ໃນ​ຜູ້​ທີ່​ມີ​ພະຍາດ​ປະຈຳ​ຕົວຫລື​ຮ່າງກາຍ​ບໍ່​ແຂງ​ແຮງເຊັ່ນ:ເດັກ​ນ້ອຍ​ອາ​ຍຸ​ຕ່ຳ​ກວ່າ2ປີຜູ້​ສູງ​ອາ​ຍຸ​ທີ່​ມີ​ອາ​ຍຸ​ຫລາຍກວ່າ65ປີຫລື​ຜູ້​ທີ່​ມີ​ພະຍາດ​ປະຈຳ​ຕົວ​ຊຳເຮື້ອເຊັ່ນ:​ພະຍາດ​ປອດ,ມະ​ເຮັງ,ພະຍາດ​ຫົວ​ໃຈເນື່ອງ​ຈາກ​ອາດຈະ​ມີ​ອາການ​ປ່ວຍ​ຮຸນແຮງ​ຫລາຍກວ່າ​ຄົນ​ປົກກະຕິ​ໄດ້

ບົດຄວາມຫຼ້າສຸດ

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...