Homeຍ້ອງຍໍຄົນດີເດັ່ນສະ​ຫວຽງ ຈັນ​ທະ​ວົງ ຜູ້​ດຸ­ໝັ່ນ! ນຳ­ພາ​ຄອບ­ຄົວ​ຜະ­ລິດ​ກະ​ສິ​ກຳ​ເປັນ​ສິນ­ຄ້າ ສ້າງ​ກຳ​ໄລ 70 ກ່​ວາ​ລ້ານ​ຕໍ່​ປີ!

ສະ​ຫວຽງ ຈັນ​ທະ​ວົງ ຜູ້​ດຸ­ໝັ່ນ! ນຳ­ພາ​ຄອບ­ຄົວ​ຜະ­ລິດ​ກະ​ສິ​ກຳ​ເປັນ​ສິນ­ຄ້າ ສ້າງ​ກຳ​ໄລ 70 ກ່​ວາ​ລ້ານ​ຕໍ່​ປີ!

Published on

20150514092217

ທ້າວ ສະ​ຫວຽງ ຈັນ­ທະ​ວົງ ຄອບ­ຄົວ​ຕົວ​ແບບ​ປູກ­ຝັງ​ເຮັດ​ການຜະ­ລິດ​ເປັນ​ສິນ­ຄ້າ ບ້ານທ່າ​ແຂກ ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນຫຼວງ​ວຽງ​ຈັນ ໄດ້​ກ່າວ​ວ່າ: ໄດ້​ປະກອບ​ອາ­ຊີບເຮັດ​ສວນ​ປູກ​ຜັກ​ເປັນສິນ­ຄ້າ​ ມາ​ເປັນ​ເວ­ລາ​ຫຼາຍ​ກວ່າ 20 ປີ ໃນ​ເນື້ອ­ທີ່ 3 ເຮັກ­ຕາ​ກວ່າ ໂດຍ​ໄດ້​ປູກ​ພືດ​ຜັກ​ແບບ​ປະ­ສົມ​ປະສານ ຄື: ເຮັດ​ນາ ລ້ຽງ​ປາ ລ້ຽງສັດ ເຮັດ​ສວນ​ກ້ວຍ ແລະ ສາ­ລີ ສຳ­ລັບ​ພືດ​ທີ່​ປູກ​ຫຼາຍ​ກວ່າ​ໝູ່ແມ່ນ​ປູກ​ກ້ວຍ ເຊິ່ງ​ຖື​ວ່າ​ເປັນສິນ­ຄ້າ​ຫຼັກ ໃນເນື້ອ­ທີ່ປະ­ມານ 10 ກວ່າ​ໄລ່ ຮອງ​ລົງ​ມາ​ແມ່ນ​ເຮັດນາ​ໃນ​ເນື້ອ­ທີ່ 5 ໄລ່ ແລະ ເນື້ອທີ່​ອີກຈຳ­ນວນ​ໜຶ່ງ​ແມ່ນ​ໄດ້​ແບ່ງປູກ​ຜັກ ແລະ ສາ­ລີ.

ສຳ­ລັບ​ຜົນ​ຜະ­ລິດ​ທີ່​ສາ­ມາດນຳ­ໄປ​ຈຳ­ໜ່າຍ​ໃນ​ແຕ່​ລະ​ມື້​ ຄິດເປັນ​ກຳ­ໄລ​ແມ່ນ​ໄດ້​ມື້­ໜຶ່ງປະມານ 2 ແສນ​ກີບ ຖ້າ​ລວມ​ໝົດປີ​ແລ້ວ​ສາ­ມາດ​ສ້າງ​ຜົນ​ກຳ­ໄລ​ໄດ້ປະ­ມານ 73 ລ້ານກີບ ໂດຍ​ໄດ້ໄປ​ຂາຍ​ເອງ​ຢູ່​ຕະ­ຫຼາດ​ທົ່ງ​ຂັນ​ຄຳ ໃຊ້​ແຮງ​ງານ​ຕົ້ນ­ຕໍ 2 ຄົນ ສ່ວນແຮງ​ງານສຳ­ຮອງ​ແມ່ນ​ພີ່­ນ້ອງ ແລະ ປະ­ຊາ­ຊົນ​ພາຍ​ໃນ​ບ້ານ ເພື່ອ​ເປັນ​ການ​ສ້າງ​ວຽກ​ເຮັດ​ງານທຳໃຫ້​ກັບ​ພວກ​ເຂົາ­ເຈົ້າ​ມີ​ລາຍຮັບ​ ເພີ່ມ.

ກ້ວຍ​ຖື​ວ່າ​ເປັນ​ພືດ​ຫຼັກ​ທີ່​ນຳລາຍ​ຮັບ​ມາ​ໃຫ້​ແກ່​ຄອບ­ຄົວ ເພາະ­ວ່າ​ກ້ວຍ​ສາ­ມາດ​ເກັບ​ຜົນຜະ­ລິດ​ໄດ້​ຕະ­ຫຼອດ​ປີ ພ້ອມ​ນັ້ນ ກ້ວຍ​ຍັງ​ສາ­ມາດ​ຮັກ­ສາ​ສະ­ພາບດິນ​ໄດ້​ດີ ໃຊ້​ເວ­ລາ​ປູກ 5-6 ເດືອນ​ກໍ່​ໃຫ້​ໝາກ ແລະ ຫຼັງ​ຈາກນັ້ນ ກໍ່​ເກັບ​ຜົນ​ຜະ­ລິດ​ໄປ​ເລື້ອຍໆ ປະ­ມານ 3 ປີຈຶ່ງ​ຈະ​ໝົດ​ອາ­ຍຸ ກ້ວຍ​ທີ່​ນຳ​ມາ​ປູກ​ຈະ​ມີ​ກ້ວຍ­ງ້າວ ກ້ວຍ​ຫອມ ກ້ວຍ­ໄຂ່ ທີ່​ເປັນ​ສິນຄ້າ​ຕະ­ຫຼາດ​ຕ້ອງ­ການ​ສູງ ເຊິ່ງການ​ປູກ​ກ້ວຍ​ແມ່ນ​ບໍ່​ໄດ້​ໃຊ້​ແຮງງານ​ຫຼາຍ ປູກ​ງ່າຍ ແລະ ພາຍຫຼັງ​ປູກ​ສຳ­ເລັດ​ກໍ່​ພຽງ​ແຕ່​ບົວ​ລະບັດ​ໃສ່​ຝຸ່ນ ແລະ ເບິ່ງ​ແຍ່ງ​ຕົ້ນກ້ວຍ​ໃຫ້​ໄດ້​ຮັບ​ອາ­ຫານ​ທີ່​ພຽງ­ພໍ ສຳ­ລັບ​ເຕັກ­ນິກ​ການ​ເຮັດ​ສວນຂອງ​ທ້າວ ສະ​ຫວຽງ ແມ່ນ​ຈະ​ບໍ່ປູກ​ພືດ​ຊ້ຳ​ເກົ່າ ແຕ່​ຈະ​ປູກ​ພືດແບບ​ໝູ­ນວຽນ ປະ­ສົມ​ປະ­ສານ ສະ­ຫຼັບ​ສັບ​ປ່ຽນ​ກັນ​ໄປ​ເລື້ອຍ ເພື່ອຮັກ­ສາ​ສະ­ພາບ​ດິນ​ໃຫ້​ມີ​ຄວາມຍືນ​ຍົງ ເຕັກ­ນິກ​ການ​ປູກ​ແມ່ນໄດ້​ຮຽນ​ຮູ້​ດ້ວຍ​ຕົນ​ເອງ ພ້ອມທັງອາ­ໄສ​ປະ­ສົບ​ການ​ທີ່​ໄດ້​ເຮັດ​ມາຫຼາຍ​ປີ ແລະ ຮຽນ​ຮູ້​ນຳ​ຜູ້​ທີ່​ມີ​ປະສົບ​ການ​ມາ​ກ່ອນ.

ຜ່ານ​ການ​ປະ­ກອບ​ອາ­ຊີບ​ນີ້ມາ​ໄດ້ 20 ກວ່າ​ປີ ຖື​ວ່າ​ເປັນ​ອາຊີບ​ຫຼັກ​ຂອງ​ຄອບ­ຄົວ ຄຽງ​ຄູ່ກັບການ​ນຳ​ຜົນ​ຜະ­ລິດ​ຂອງ​ຕົນ​ເອງໄປ​ຂາຍ​ເອງ​ແລ້ວ ແລະ ຄອບ­ຄົວທ້າວ ສະ​ຫວຽງ ຍັງໄດ້​ເປັນ​ຜູ້​ຮັບຊື້​ຜົນ​ຜະ­ລິດ​ຈາກ​ຊາວ​ກະ­ສິ­ກອນຜູ້​ອື່ນໆ​ໄປ​ຈຳ­ໜ່າຍ​ ຕໍ່ ເພື່ອ​ສ້າງລາຍ​ຮັບເພີ່ມ ໂດຍ​ລວມ​ແລ້ວການ​ປະ­ກອບ​ອາ­ຊີບ​ນີ້​ສາ­ມາດສ້າງ​ລາຍ​ຮັບ​ໃຫ້​ຄອບ­ຄົວ​ປີ​ ໜຶ່ງຫຼາຍສິບ​ລ້ານ​ກີບ ເຮັດ​ໃຫ້​ຊີ­ວິດການ​ເປັນ​ຢູ່​ຂອງ​ຄອບ­ຄົວ​ມີ​ຢູ່​ມີກິນ ແລະ ຫຼຸດ​ພົ້ນ​ອອກ​ຈາກຄວາມ­ທຸກ​ຍາກ​ເທື່ອ​ລະ​ກ້າວ ອັນ​ທີ່​ສຳ­ຄັນ​ສົ່ງ­ເສີມ​ລູກ 3 ຄົນ ໃຫ້​ຮຽນຈົບ​ວິ­ຊາ​ສະ­ເພາະ  ຊື້​ສິ່ງອຳ­ນວຍ​ຄວາມ​ສະ­ດວກ​ຮັບ​ໃຊ້ພາຍ​ໃນ​ຄອບ­ຄົວ ແລະ ມີ​ເງິນເຫຼືອ​ເກັບ​ມ້ຽນ​ໄວ້​ໃຊ້ຈ່າຍ​ເວ­ລາຈຳ­ເປັນ​ຕື່ມ​ອີກ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...