spot_img
Homeຂ່າວພາຍ​ໃນຫົວ​ໜ້າ​ອາ​ກອນ ນ.ວ ລະ​ບຸ ໃບອາກອນແບບມີລາງວັນ ຄືກົນໄກຊຸກຍູ້ການຂຸດຄົ້ນລາຍຮັບແຫ່ງຊາດ!

ຫົວ​ໜ້າ​ອາ​ກອນ ນ.ວ ລະ​ບຸ ໃບອາກອນແບບມີລາງວັນ ຄືກົນໄກຊຸກຍູ້ການຂຸດຄົ້ນລາຍຮັບແຫ່ງຊາດ!

Published on

tag

ພາຍຫລັງພະແນກສວຍສາອາກອນນະຄອນຫລວງວຽງຈັນ, ເລີ່ມຈັດຕັ້ງປະຕິ ບັດໂຄງການທົດລອງນຳໃຊ້ໃບອາ ກອນແບບມີລາງວັນນັບແຕ່ເດືອນມັງກອນ 2015 ເປັນຕົ້ນມາ, ເຫັນວ່າການຈັດເກັບອາກອນມີຄວາມສະດວກ ແລະ ທັນ ສະໄໝກວ່າເກົ່າ, ສິ່ງສຳຄັນແມ່ນສາມາດຈັດເກັບລາຍຮັບອາກອນຈາກຜູ້ປະ ກອບການບໍລິການ ແລະ ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ແບບ ມອບເໝົາໄດ້ຫລາຍຂຶ້ນ.

ທ່ານ ຄຳມອນ ບົວພັນ ຫົວໜ້າພະແນກສວຍສາອາກອນນະຄອນຫລວງວຽງຈັນໄດ້ໃຫ້ ສຳພາດນັກຂ່າວພວກເຮົາໃນວັນ ທີ 20 ພຶດສະພານີ້ວ່າ: ຫລັງຈາກລັດຖະບານ, ກໍຄືກະຊວງການເງິນ, ໄດ້ວາງຕົວເລກຄາດໝາຍການເກັບລາຍຮັບ ເຂົ້າງົບ ປະມານໃນສົກປີ 2014-2015 ໃຫ້ພະແນກສວຍສາອາກອນນະຄອນຫລວງຈຳນວນ 960,4 ຕື້ກີບ, ເຊິ່ງເຫັນວ່າເປັນຕົວ ເລກທີ່ສູງ ແລະ ທ້າທາຍຕໍ່ການຈັດຕັ້ງປະຕິບັດ, ແຕ່ເພື່ອສູ້ຊົນໃຫ້ບັນລຸຄາດໝາຍດັ່ງກ່າວຂະແໜງການພວກເຮົາຈຶ່ງໄດ້ມີ

ການຄົ້ນຄວ້າຊ່ອງທາງ ແລະ ກົນໄກເພື່ອເປັນເຄື່ອງມືໃນການກະຕຸກຊຸກຍູ້ການຂຸດຄົ້ນແຫລ່ງລາຍຮັບໃຫ້ໄດ້ຫລາຍກວ່າເກົ່າ ແລະ ໄດ້ຕັດສິນໃຈສ້າງໂຄງການທົດລອງນຳໃຊ້ໃບອາກອນແບບມີລາງວັນຢູ່ໃນ 9 ຕົວເມືອງຂອງນະຄອນຫລວງ, ນັບ ແຕ່ທ້າຍເດືອນມັງກອນ 2015 ມາຮອດປັດຈຸບັນນີ້, ໄດ້ແຈກຢາຍໃບອາກອນໃຫ້ແກ່ຫົວໜ່ວຍທຸລະກິດ ແລະ ຜູ້ປະກອບ ການໄປແລ້ວ 11 ພັນກວ່າຫົວໜ່ວຍ, ໄດ້ອອກລາງວັນທັງໝົດ 34 ງວດ ແລະ ມອບລາງວັນໃຫ້ລູກຄ້າຜູ້ໂຊກດີແລ້ວ 31 ງວດລວມມີມູນຄ່າ 792 ລ້ານກວ່າກີບ.

ທ່ານຫົວໜ້າພະແນກສ່ວຍສາອາກອນນະຄອນຫລວງ ກ່າວວ່າ: ຜ່ານການທົດລອງຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃນໄລຍະຜ່ານມານັ້ນເຫັນວ່າຂໍ້ສະດວກແມ່ນຄະນະນຳແຕ່ລະຂັ້ນໄດ້ໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດໂຄງ ການເປັນຢ່າງດີ, ຜູ້ເປັນເຈົ້າຂອງຫົວໜ່ວຍທຸລະກິດ, ຫ້າງຮ້ານບໍລິການ ແລະ ຜູ້ໃຊ້ບໍລິການ, ຜູ້ບໍລິໂພກສ່ວນຫລາຍແມ່ນ ມີຄວາມຕື່ນຕົວ, ເຂົ້າໃຈຕໍ່ຄວາມສຳຄັນຂອງຮູບແບບການເກັບອາກອນດັ່ງກ່າວ ແລະ ໃຫ້ການຮ່ວມມືເປັນຢ່າງດີໃນການ ແຈກຢາຍໃບອາກອນໃຫ້ລູກຄ້າ ຫລື ຖາມເອົາໃບອາກອນນຳຜູ້ໃຫ້ບໍລິການດັ່ງນີ້ເປັນຕົ້ນ. ສ່ວນຂໍ້ຫຍຸ້ງຍາກນັ້ນແມ່ນວຽກດັ່ງກ່າວເປັນວຽກໃໝ່, ຈຶ່ງເຮັດໃຫ້ການຄົ້ນຄວ້າບັນດານິຕິກຳເພື່ອຄຸ້ມຄອງວຽກງານດັ່ງກ່າວຍັງຊັກຊ້າ, ເຮັດໃຫ້ຂາດບ່ອນອິງໃນການຈັດຕັ້ງປະຕິບັດບໍ່ທັນເປັນເອກະພາບກັນ, ພະນັກງານທີ່ຮັບພິຊອບສະເພາະໃນການລົງຊຸກຍູ້ນຳພາປະຕິບັດໂຄງການໃນຂັ້ນທ້ອງຖິ່ນມີຈຳກັດ ແລະ ສ່ວນໜຶ່ງຍັງບໍ່ທັນເຂົ້າໃຈແຈ້ງຕໍ່ພາລະບົດບາດ, ສິດໜ້າທີ່ຂອງຕົນໃນວຽກງານນີ້, ຈຶ່ງເຮັດໃຫ້ບໍ່ສາມາດອະທິບາຍໃຫ້ບັນດາຫົວໜ່ວຍວິສາຫະກິດເຂົ້າໃຈກ່ຽວກັບຄວາມສຳຄັນ ແລະ ການນຳໃຊ້ອາກອນດັ່ງກ່າວ ແລະ ເປັນສາເຫດໜຶ່ງພາໃຫ້ເກີດມີຫລາຍກໍລະນີທີ່ຜູ້ປະກອບການຈຳນວນໜຶ່ງ ບໍ່ຍອມໃຫ້ການຮ່ວມມືກັບພະນັກງານພວກເຮົາໃນການຈັດຕັ້ງປະຕິບັດ ໂຄງການດັ່ງກ່າວ, ສະນັ້ນ, ເພື່ອແກ້ໄຂບັນຫາຄົງຄ້າງຫຍຸ້ງຍາກນີ້, ກ່ອນອື່ນພວກເຮົາຕ້ອງໄດ້ຖືສຳຄັນການໂຄສະນາປຸກລະດົມ ໂຄງການໃບອາກອນແບບມີລາງວັນໃຫ້ທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຫລາຍຂຶ້ນເພື່ອໃຫ້ຜູ້ປະກອບການຫົວໜ່ວຍທຸລະກິດ ແລະ ຜູ້ໃຊ້ບໍລິການ, ຜູ້ບໍລິໂພກເຫັນໄດ້ຄວາມສຳຄັນ ແລະ ມີຄວາມຕື່ນຕົວພ້ອມກັນເສຍພັນທະອາກອນໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ທັງເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ມັ່ງຄັ່ງເຂັ້ມແຂງຂຶ້ນເທື່ອລະກ້າວ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...