Homeຂ່າວພາຍ​ໃນເຊກອງລາຄາເຂົ້າຕ່ຳ ຊາວນາຫັນປູກຜັກ ທົ່ງນາແຊງຫລຸດແຜນ

ເຊກອງລາຄາເຂົ້າຕ່ຳ ຊາວນາຫັນປູກຜັກ ທົ່ງນາແຊງຫລຸດແຜນ

Published on

11-3-2556 16-06-58

ລະດູ​ການ​ຜະລິດ​ເຂົ້ານາແຊງ​ໃນ ປີ 2013 ແຂວງ​ເຊ​ກອງ​ບໍ່​ບັນລຸ​ເປົ້າ​ທີ່ ຕັ້ງ​ໄວ້ 1.105 ເຮັກຕາ, ຍ້ອນ​ຊາວ​ກະ ສິ​ກອນ​ຫັນ​ໄປ​ປູກ​ຜັກ​ຂາຍ​ແທນ​ລາຍ​ໄດ້​ຈາກ​ລາຄາ​ເຂົ້າ​ທີ່​ຕົກຕ່ຳ.

ທ່ານ ສີ​ສະຫມຸດ ໄຊ​ມົນຕີ ຮອງ​ຫົວຫນ້າ​ຂະແຫນງ​ປູກຝັງ​ພະ​ແນກ​ກະສິກຳ ແລະ ປ່າໄມ້ ແຂວງ​ເຊ​ກອງ​ລາຍ​ງານ​ວ່າ: ການ​ຜະລິດ​ເຂົ້ານາແຊງ​ປີ​ນີ້ ແຂວງ​ເຊ ກອງ​ປະຕິບັດ​ໄດ້​ພຽງ 380 ເຮັກຕາຈາກ​ພື້ນ​ທີ່​ມີ​ນ້ຳ​ຫົດ 625 ເຮັກຕາ ຂະນະ ທີ່​ແຜນການ​ຄາດ​ໄວ້ 1.105 ເຮັກຕາ ຍ້ອນ​ເນື້ອທີ່ ເຮັດ​ນາແຊງ​ຢູ່​ເມືອງ​ທ່າ​ແຕງ ແລະ ເມືອງ​ລະ​ມາມ ມີ​ຈຳນວນ​ຫລຸດ​ລົງສາເຫດ​ເກີດ​ຈາກ​ບັນຫາ​ລາຄາ​ເຂົ້າ​ຕົກຕ່ຳ, ອີກ​ທັງ​ຍັງ​ຂາດ​ແຮງ​ງານ​ເຂົ້າ​ໃນ ການ​ຜະລິດ ດ້ວຍ​ເຫດ​ນີ້​ຊາວ​ກະສິກອນ ສ່ວນ​ຫນຶ່ງ​ຈິ່ງ​ຫັນ​ເນື້ອທີ່​ນາ​ມາ​ປູກ​ພືດ  ຜັກ​ເພື່ອ​ເປັນ​ບ່ອນ​ສ້າງ​ລາຍ​ຮັບ​ທົດ​ແທນ ການ​ຂາຍ​ເຂົ້າ.

ທ່ານ​ຮອງ​ຫົວຫນ້າ​ຂະແຫນງ​ປູກຝັງ ໃຫ້​ຮູ້​ອີ​ກວ່າ: ນອກຈາກ​ບັນຫາ​ລາຄາ ເຂົ້າ​ຕົກຕ່ຳ​ແລ້ວ​ການ​ສະຫນອງ​ນ້ຳ​ບໍ່ ພຽງພໍ​ກໍ່​ມີ​ສ່ວນ​ເຮັດ​ໃຫ້​ປະຊາຊົນ​ປະລະເນື້ອທີ່​ນາແຊງ​ໃນ​ປີ​ນີ້ ເຊິ່ງ​ສະແດງ​ອອກ​ຄື: ທົ່ວ​ແຂວງ​ມີເນື້ອທີ່​ແຜນການ​ຜະລິດ​ເຂົ້ານາແຊງ 1.105 ເຮັກຕາ, ເນື້ອທີ່​ນ້ຳຫົດ​ໄດ້​ຕົວ​ຈິງ 625 ເຮັກຕາ ແຕ່ພາກ​ປະຕິບັດ​ຕົວ​ຈິງ​ໄດ້​ພຽງ 380 ເຮັກຕາ, ປະຈຸ​ບັນ​ສາມາດປັກ​ດຳ​ໄດ້​ແລ້ວ 81%

ໃນ​ນັ້ນ ເມືອງ​ລະ​ມາມ ມີ​ເນື້ອທີ່​ທັງ​ຫມົດ 665 ເຮັກຕາ, ເນື້ອທີ່ນ້ຳ​ຫົດ​ໄດ້ 327 ເຮັກຕາ, ແຕ່​ເນື້ອທີ່​ປະຕິບັດ​ຕົວ​ຈິງ 131 ເຮັກຕາ, ປະຊາຊົນ​ເອົາ​ພື້ນ​ທີ່ 196 ເຮັກຕາປູກ​ພືດ, ສ່ວນ​ເມືອງ​ທ່າ​ແຕງ​ມີເນື້ອທີ່​ທັງ​ຫມົດ 180 ເຮັກຕາ, ເນື້ອທີ່​ນ້ຳ​ຫົດ​ໄດ້ 52 ເຮັກຕາ ເຮັດນາແຊງ​ພຽງ 23 ເຮັກຕາ ເຫລືອ ນັ້ນ 29 ເຮັກຕາ ແມ່ນ​ໃຊ້​ປູກ​ພືດ ກະສິກຳ​ເປັນ​ສິນຄ້າ.

ຢ່າງໃດ​ກໍ່​ຕາມ ເຖິງ​ວ່າ​ຫລາຍເມືອງ​ຈະ​ປ່ອຍປະ​ການ​ເຮັດ​ນາແຊງ ແຕ່​ເມືອງ​ກະລຶມ​ທີ່​ມີ​ເນື້ອທີ່ນາ​ທັງ​ຫມົດ 80 ເຮັກຕາ ມີ​ນ້ຳ​ສະຫນອງ​ຢ່າງ​ພຽງພໍແມ່ນ​ໄດ້​ປັກດຳ​ທັງ​ຫມົດ ປະຈຸ​ບັນ​ສຳເລັດ​ເປັນທີ່​ຮຽບ​ຮ້ອຍ​ແລ້ວ, ເມືອງ​ດາກ​ຈຶງມີ​ເນື້ອທີ່ 180 ເຮັກຕາ ປະຕິບັດ 145,8 ເຮັກຕາ ຍັງ​ອີກ 20% ເທົ່າ​ນັ້ນ​ຈະ​ປັກ​ດຳ​ໄດ້​ສຳເລັດ.

ສຳລັບ​ເນື້ອທີ່​ແຜນການ​ຜະລິດພືດ​ລະດູແລ້ງ 170 ເຮັກຕາ, ສະມັດ​ຖະ​ພາບ 5,7 ໂຕນ​ຕໍ່​ເຮັກຕາ, ໃນ​ນີ້ ສະເພາະ​ຜະລິດ​ພືດ​ສະບຽງອາຫານ 100 ເຮັກຕາ, ເນື້ອທີ່​ພືດເປັນ​ສິນຄ້າ 70 ເຮັກຕາ, ແຕ່​ປະຈຸບັນ​ການ​ຜະລິດ​ພືດ​ສະບຽງ​ອາຫານ​ຜັດ​ປະຕິບັດ​ໄດ້​ຕົວ​ຈິງ 216 ເຮັກຕາ, ພືດ​ເປັນ​ສິນຄ້າ​ໄດ້ 117 ເຮັກຕາ, ທ່ານ ສີ​ສະຫມຸດ ໄຊ​ມຸນຕີ ກ່າວ.

ທີ່ມາhttp://www.ecom.org.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...