Homeຂ່າວພາຍ​ໃນອານມາຕີ ຮັບຮອງຂໍຕົກລົງວຽງຈັນ ແກ້ໄຂບັນຫາປະເທດບໍ່ຕິດທະເລ

ອານມາຕີ ຮັບຮອງຂໍຕົກລົງວຽງຈັນ ແກ້ໄຂບັນຫາປະເທດບໍ່ຕິດທະເລ

Published on

11-3-2556 15-58-55

ຂ່າວ: ບຸນ​ທຽມ

ກອງ​ປະຊຸມ​ທົບ​ທວນ​ລະດັບ​ພາກ​ພື້ນ​ອາຊີ-ເອີ​ຣົບ ວ່າ​ດ້ວຍ​ການຈັດຕັ້ງ​ປະຕິບັດ​ງານ​ອານ​ມາຕີ​ກ່ຽວ​ກັບ​ການ​ຮ່ວມ​ມື​ແກ້​ໄຂ​ບັນຫາ​ສະເພາະ ແລະ ຄວາມ​ຕ້ອງການ​ພິເສດ​ຂອງ​ບັນດາ​ປະເທດ​ກຳລັງ​ພັດທະນາ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ທະເລ​ປິດ​ລົງ​ດ້ວຍ​ສຳເລັດ ພ້ອມ​ທັງ​ຮັບຮອງ​ເອົາ​ຂໍ້​ຕົກລົງ​ວຽງ​ຈັນ, ແຜນ​ດຳເນີນ​ງານ ແລະ ຂໍ້​ສະເຫນີ​ທີ່​ຈະ​ນຳໄປ​ພິຈາລະນາ​ໃນ​ກອງ​ປະຊຸມ​ທົບ​ທວນ​ລະດັບ​ສາກົນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ປີ 2014.

ກອງ​ປະຊຸມ​ດັ່ງກ່າວ​ປິດ​ລົງ​ໃນ​ວັນ​ທີ 7 ມີນາ 2013 ທີ່​ໂຮງແຮມ​ລາວ​ພລາ​ຊາ ນະຄອນຫລວງ​ວຽງ​ຈັນ​ພາຍຫລັງ​ໄດ້​ດຳເນີນ​ມາ​ເປັນ​ເວລາ 3 ວັນ ນັບ​ແຕ່​ວັນ​ທີ 5-7 ມີນາ 2013 ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ສົມ​ມາດ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ, ມີ​ຄະນະ​ກຳມາ​ທິ​ການ​ເສດຖະກິດ–ສັງຄົມ​ຂອງ​ອົງການ​ສະຫະ​ປະຊາ​ຊາດ (​ສປຊ) ສຳລັບ​ພາກ​ພື້ນ​ອາຊີ-ເອີ​ຣົບ, ຜູ້ຕາງຫນ້າ​ຈາກ​ບັນດາ​ປະເທດ​ກຳລັງ​ພັດທະນາ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ທະເລ ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ຕະຫລອດ​ວາລະ​ກອງ​ປະຊຸມ​ຄະນະ​ກຳມາ​ທິ​ການ​ເສດຖະກິດ-ສັງຄົມ ​ສປຊ ສຳລັບ​ພາກ​ພື້ນ​ອາຊີ-ປາ​ຊິກ​ຟິກ, ຄະນະ​ກຳມາ​ທິ ການ​ເສດຖະກິດ ​ສປຊ ສຳລັບ ພາກ​ພື້ນ​ເອີ​ຣົບ ແລະ ຫ້ອງການ​ຜູ້ຕາງຫນ້າ​ຂັ້ນ​ສູງ​ທີ່​ຮັບຜິດຊອບ​ກຸ່ມ​ປະເທດ​ດ້ອຍ​ພັດທະນາ ທັງ​ຫມົດ 147 ທ່ານ, ປະເທດ​ທີ່​ກຳລັງ​ພັດທະນາ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ທະເລ​ຈາກ​ອາຊີ 8 ປະເທດ, ເອີ​ຣົບ 2 ປະເທດ ແລະ ບັນດາ​ປະເທດ​ທາງ​ຜ່ານ​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ບັນຫາ​ສະເພາະ ແລະ ຄວາມ​ຕ້ອງການ​ພິເສດ​ຂອງ​ບັນດາ​ປະເທດ​ທີ່​ກຳລັງ​ພັດທະນາ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ທະເລ​ຍັງ​ບໍ່​ທັນ​ໄດ້​ຖືກ​ແກ້​ໄຂ​ໄປ​ຫມົດ​ເທື່ອ ແລະ ຍັງ​ເປັນ​ບັນຫາ​ທີ່​ອ່ອນ​ໄຫວ​ທີ່​ຕ້ອງການ​ໃຫ້​ວົງ​ຄະນາ​ຍາດ​ສາກົນ​ສືບຕໍ່​ໃຫ້ການ​ຮ່ວມ​ມື ແລະ ຊ່ວຍເຫລືອ ເພື່ອ​ໃຫ້​ບັນດາ​ປະເທດ​ເຫລົ່າ​ນີ້ ສາມາດ​ເຊື່ອມ​ໂຍງ​ເສດຖະກິດ​ຂອງ​ຕົນ​ກັບ​ຕະຫລາດ​ໂລກ​ໄດ້​ຢ່າງ​ມີ​ປະສິດທິພາບ.

ວາລະ​ທີ່​ສຳຄັນ​ກອງ​ປະຊຸມ​ທົບ​ທວນ​ລະດັບ​ພາກ​ພື້ນ​ອາຊີ-ເອີ​ຣົບ ວ່າ​ດ້ວຍ​ການຈັດຕັ້ງ​ປະຕິບັດ​ງານ​ອານ​ມາຕີ ກ່ຽວ​ກັບ​ການ​ຮ່ວມ​ມື​ແກ້​ໄຂ​ບັນຫາ​ສະເພາະ ແລະ ຄວາມ​ຕ້ອງການ​ພິເສດ​ຂອງ​ບັນດາ​ປະເທດ​ກຳລັງ​ພັດທະນາ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ທະເລ (LLDCS ) ໄດ້​ຮັບຮອງ​ເອົາ​ຂໍ້​ຕົກລົງ​ວຽງ​ຈັນ (Vientiane Consensus)  ເຊິ່ງ​ເປັນ​ເອກະສານ​ທີ່ ໄດ້​ສັງ​ລວມ​ເອົາ​ຜົນສຳເລັດ​ການ​ທົບ​ທວນ​ການຈັດຕັ້ງ​ປະຕິບັດ​ແຜນ​ດຳເນີນ​ງານ​ອານ​ມາຕີ ແລະ ຂໍ້​ຄົງ​ຄ້າ​ຕ່າງໆ ໂດຍ​ສະເພາະ​ຂໍ້​ສະເຫນີ ເພື່ອ​ໃຫ້​ມີ​ການ​ແກ້​ໄຂ​ບັນຫາ​ຂອງ​ປະເທດ​ກຳລັງ​ພັດທະນາ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ທະເລ​ໃນ​ອະ ນາ​ຄົດ​ລວມ​ທັງ​ການ​ພັດທະນາ​ນະໂຍບາຍ​ການ​ຂົນສົ່ງ​ຜ່ານ​ແດນ, ການ​ປັບປຸງ​ລະບຽບ​ກົດຫມາຍ​ໃຫ້​ມີ​ຄວາມ​ກົມກຽວ​ກັນ ແລະ ອື່ນໆ ເຊິ່ງ​ຈະ​ໄດ້​ນຳໄປ​ສະເຫນີ​ໃນ​ກອງ​ປະຊຸມ​ທົບ​ທວນ​ລະດັບ​ສາກົນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ຕົ້ນ​ປີ 2014  ແລະ ຈະ​ໄດ້​ມີ​ການ​ພິຈາລະນາ​ຕົກລົງ​ເອົາ​ມາດ​ຕະການ​ລະດັບ​ສາກົນ​ສະບັບ​ໃຫມ່​ເພື່ອ​ແກ້​ໄຂ​ບັນຫາ​ສະເພາະ ແລະ ຄວາມ​ຕ້ອງການ​ພິເສດ​ຂອງ​ບັນດາ​ປະເທດ​ກຳລັງ​ພັດທະນາ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ທະເລ​ໃນ​ອະນາຄົດ.

ທ່ານ ສະເຫລີມ​ໄຊ ກົມ​ມະ​ສິດ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ປະຈຳ ​ສປຊ ກ່າວ​ວ່າ: ​ສປປ ລາວ ໃນ​ຖານະ​ເປັນ​ປະທານ​ກຸ່ມ​ຈະ​ຕ້ອງ​ມີ​ຄວາມ​ພະຍາຍາມ​ສູງ​ໃນ​ການເຄື່ອນໄຫວ​ຊຸກຍູ້​ເຮັດ​ໃຫ້​ສາກົນ​ຮັບ​ຮູ້​ເຖິງ​ຄວາມ​ຕ້ອງການ​ຂອງ​ປະ ເທດ​ຕ່າງໆ ລວມ​ທັງ ​ສປປ ລາວ ເພື່ອ​ດຶງ​ດູດ​ການ​ຊ່ວຍເຫລືອ​ບໍ່​ວ່າ​ດ້ານ​ພື້ນຖານ​ໂຄງ​ລ່າງ, ເສັ້ນທາງ​ຄົມມະນາຄົມ ແລະ ອື່ນໆ ເຖິງ​ວ່າການ​ປະຕິບັດ​ແຜນ​ດຳເນີນ​ງານ​ອານ​ມາຕີ ຄົບ 10 ປີ ແລະ ກໍ່​ມີ​ຜົນສຳເລັດ​ບາງ​ດ້ານ​ແຕ່​ກໍ່​ເຫັນ ວ່າ​ຍັງ​ມີ​ຄວາມ​ອ່ອນ​ໄຫວ ແລະ ມີ​ຂໍ້ຄົງຄ້າງ ເຊິ່ງ​ຈຸດ​ຄົງ​ຄ້າງ​ດັ່ງກ່າວ​ເປັນ​ອຸປະສັກ​ໃນ​ການ​ນຳ​ສົ່ງ​ສິນຄ້າ​ອອກ​ສູ່​ຕະຫລາດ​ໂລກ, ບັນດາ​ປະເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ທະເລ​ຍັງ​ຕ້ອງການ​ຄວາມ​ຊ່ວຍເຫລືອ​ຈາກ​ສາກົນ.

ທີ່ມາhttp://www.ecom.org.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...