spot_img
Homeຂ່າວການສຶກສາວິທະຍາໄລ ລາວ-ຝຣັ່ງ ຮ່ວມມືທາງດ້ານວິຊາການ

ວິທະຍາໄລ ລາວ-ຝຣັ່ງ ຮ່ວມມືທາງດ້ານວິຊາການ

Published on

ວິທະຍາໄລ ລາວ-ຝຣັ່ງ ຮ່ວມມືທາງດ້ານວິຊາການ

 

ພິທີເຊັນສັນຍາການຮ່ວມມືທາງດ້ານວິຊາການ ລະຫວ່າງກຸ່ມການສຶກສາແສງສະຫວັນ ປະເທດລາວ ແລະ ມະຫາວິທະຍາໄລຊຸກ
ເດີໂກນ ມົງປາຮີເຢ ປະເທດຝຣັ່ງ ໄດ້ຈັດຂຶ້ນໃນວັນທີ 5 ມີນາ 2013 ນີ້ ຢູ່ທີ່ໂຮງແຮມເສດຖາພາເລດ ການເຊັນສັນຍາຄັ້ງນີ້ມີ
ຂຶ້ນລະຫວ່າງທ່ານ ຄຳແສນ ສີສະວົງ ປະທານກຸ່ມການສຶກສາແສງສະຫວັນ ແລະ ທ່ານ ດຣ. ໂອລີເວ ກິໂອໂຕ ອຳນວຍການ
ຮັບຜິດຊອບຫຼັກສູດປະລິນຍາໂທ ມະຫາວິທະຍາໄລຊຸກເດີໂກນ ມົງປາຮີເຢ ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ
ຄຳສະຫວັນ ໂຄດໄຊ ຮອງຫົວໜ້າພະແນກສຶກສານະຄອນຫຼວງວຽງຈັນ ທ່ານ Yves Carmona ເອກອັກຄະລັດຖະທູດຝຣັ່ງ
ປະຈຳ ສປປ ລາວ ພ້ອມດ້ວຍບັນດາແຂກ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ການເຊັນສັນຍາຄັ້ງນີ້ ກຸ່ມການສຶກສາແສງສະຫວັນ ແລະ ມະຫາວິທະຍາໄລຊຸກເດີໂກນ ມົງປາຮີເຢ ໄດ້ຮ່ວມມືກັນທາງດ້ານວິຊາ
ການ ໂດຍທີ່ກຸ່ມການສຶກສາແສງສະຫວັນ ໄດ້ເປັນຕົວແທນຮັບນັກສຶກສາ ແລະ ກຽມພາສາຝຣັ່ງ ໄປຮຽນຕໍ່ທີ່ມະຫາວິທະຍາໄລ
ຊຸກເດີໂກນ ມົງປາຮີເຢ ທີ່ປະເທດຝຣັ່ງ ເຊິ່ງເປັນໂຮງຮຽນທາງດ້ານການຄ້າ ການທີ່ມາຮ່ວມກັບວິທະຍາໄລແສງສະຫວັນຄັ້ງນີ້
ແມ່ນເພື່ອຮັບນັກສຶກສາລາວໄປຮຽນຕໍ່ຢູ່ປະເທດຝຣັ່ງ ເພື່ອຈະໄດ້ຮັບໃບປະກາສະນິຍະບັດລະດັບສາກົນ ເພື່ອເປັນການຍົກລະດັບ
ການສຶກສາໃຫ້ເທົ່າທຽມກັບສາກົນ ໃນປັດຈຸບັນ ນັກຮຽນລາວຕ້ອງການໄປຮຽນຕໍ່ຕ່າງປະເທດ ແຕ່ບໍ່ຮູ້ຈະໄປຮຽນຢູ່ໃສ ດັ່ງນັ້ນ
ທັງສອງວິທະຍາໄລຈິ່ງໄດ້ຮ່ວມກັນ ເພື່ອອຳນວຍຄວາມສະດວກໃຫ້ນັກສຶກສາລາວ ໄດ້ໄປຮຽນຢູ່ມະຫາວິທະຍາໄລຊຸກເດີໂກນ ມີ
ທັງຊັ້ນກາງ ຊັ້ນສູງ ປະລິນຍາຕີ ປະລິນຍາໂທ ແລະ ການພັດທະນາພະນັກງານທາງດ້ານການຄ້າ ແລະ ບໍລິຫານ ໝາຍຄວາມ
ວ່າຈົບຢູ່ທີ່ໂຮງຮຽນນີ້ ຈະໄດ້ໃບປະກາສະນີຍະບັດ 3 ໃບພ້ອມກັນຄື ຂອງອົດສະຕຣາລີໃບໜຶ່ງ ຂອງມະຫາວິທະຍາໄລຝຣັ່ງໃບ
ໜຶ່ງ ແລະ ເປັນຂອງໂຮງຮຽນສະເພາະທາງດ້ານການຄ້າໃບໜຶ່ງ ເປັນໃບປະກາສະນີຍະບັດໄດ້ມາດຕະຖານສາກົນ ການໄປຮຽນ
ແມ່ນບໍ່ຈຳກັດຈຳນວນ ນັບແຕ່ວັນເຊັນສັນຍານີ້ເປັນຕົ້ນໄປ ເພາະຈະເປີດພາກຮຽນໃນເດືອນກັນຍານີ້ ການໃຊ້ຈ່າຍແມ່ນປີໜຶ່ງປະ
ມານສິບພັນເອີໂຣ ຖ້າທຽບໃສ່ປະເທດອື່ນໃນຢູໂລບແລ້ວແມ່ນບໍ່ແພງ ຮຽນເປັນພາສາຝຣັ່ງ ແລະ ອັງກິດ ຄວາມເດັ່ນຂອງນັກສຶກ
ສາປະລິນຍາຕີ ປະລິນຍາໂທ ສາມາດເຂົ້າປີທີ 1 ກໍໄດ້ ເຂົ້າປີທີ 2 ກໍໄດ້ ໄປຮຽນປີທີ 3 ກໍໄດ້ ຫຼື ໄປຮຽນປີດຽວກໍໄດ້ ເພື່ອຍົກ
ລະດັບທາງດ້ານການຄ້າ ຫຼື ບໍລິຫານ.
ໂຮງຮຽນນີ້ສ້້າງຂຶ້ນໄດ້ 116 ປີ ເປັນໂຮງຮຽນທີ່ເກົ່າແກ່ ແລະ ມີຊື່ສຽງເປັນອັນດັບທີ 49 ຂອງໂລກ ມີນັກສຶກສາທີ່ມາຈາກຕ່າງ
ປະເທດຫຼາຍສົມຄວນ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...