Homeນານາສາລະ10 ພະຍາດທີ່ອັນຕະລາຍຕໍ່ລັດຖະກອນ

10 ພະຍາດທີ່ອັນຕະລາຍຕໍ່ລັດຖະກອນ

Published on

corruption

ລັດຖະກອນແມ່ນຜູ້ທີ່ມີບົດບາດສໍາຄັນ ໃນການຈັດຕັ້ງຜັນຂະຫຍາຍແນວທາງ ນະໂຍບາຍຂອງ ພັກ-ລັດ ແລະ ຕັດສິນເຖິງລະດັບປະສິດທິພາບຂອງວຽກງານ. ໄປຄຽງຄູ່ກັບການຍົກລະດັບຄວາມຮັບ ຮູ້ດ້ານຕ່າງໆຢ່າງບໍ່ຢຸດຢັ້ງ, ການຝຶກຝົນຫຼໍ່ຫອມຄຸນສົມບັດ ສິນທໍາປະຕິວັດສໍາລັບລັດຖະກອນ ແມ່ນຄວາມຈໍາເປັນພາວະວິໄສ. ຄຸນສົມບັດສິນທໍາປະຕິວັດຂອງຄົນເຮົາ ບໍ່ໄດ້ມີມາແຕ່ມື້ເກີດບໍ່ມີເທວະດາອົງໃດເສກສັນ ປັ້ນແຕ່ງຂຶ້ນໄດ້ ແລະ ບໍ່ມີຜູ້ໃດຈະຝຶກເພື່ອກັນໄດ້. ສະນັ້ນ, ລັດຖະກອນຕ້ອງຝຶກຝົນຫຼໍ່ຫຼອມຄຸນສົມບັດ ສິນທໍາປະຕິວັດດ້ວຍຄວາມຕື່ນຕົວໃນແຕ່ລະວັນ ແລະ ຝຶກຕະຫຼອດຊີວິດ ເພື່ອໃຫ້ສົມກັບວ່າລັດຖະກອນ ແມ່ນຂົວຕໍ່ທີ່ຫມັ້ນຫນຽວລະຫວ່າງພັກ-ລັດ ກັບປະຊາຊົນ ແລະ ເປັນຜູ້ຮັບໃຊ້ປະຊາຊົນຢ່າງແທ້ຈິງ. ນອກຈາກຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ ແລ້ວຍັງມີອີກ 10 ພະຍາດທີ່ເປັນສັດຕູ ທີ່ບໍ່ມີອາວຸດຕົວອັນຕະລາຍ ໃນວົງການຂອງລັດ ແລະ ເປັນສິ່ງກີດຂວາງການພັດທະນາປະເທດຊາດ, ຊຶ່ງລັດຖະກອນຄວນຊໍາລະສະສາງ ອອກຈາກແນວຄິດໃຫ້ໄດ້ ຄື:

1. ພະຍາດສໍ້ລາດບັງຫຼວງ: ແມ່ນພະຍາດສວຍໃຊ້ຖານະຕໍ່າແຫນ່ງ, ສິດອໍານາດ, ຫນ້າທີ່ຂອງຕົນ ເພື່ອຍັກຍອກເອົາຊັບສົມບັດຂອງລັດ ແລະ ປະຊາຊົນ, ສໍ້ ໂກງຮັບສິນບົນ ແລະ ພຶດຕິກໍາອື່ນໆ. ຖືວ່າເປັນກະທໍາຜິດທີ່ຕ່ຳຕ້ອຍໃນສັງຄົມ.

2. ພະຍາດຟຸມເຟືອຍ: ພະຍາດນີ້ມັນຕິດພັນ ກັບການຂຶ້ນແຜນງົບປະມານເກີນຄວາມເປັນຈິງ, ການ ຈັດຊື້ວັດຖຸທີ່ມີຄຸນນະພາບຕໍ່າກວ່າງົບປະມານ, ນໍາໃຊ້ວັດຖຸຂອງລັດຢ່າງຊະຊາຍ ຂາດການຄຸ້ມຄອງ ແລະ ນໍາໃຊ້ເວລາທາງລັດຖະການຢ່າງຟຸມເຟືອຍ (ເອົາວຽກສ່ວນຕົວມາເຮັດຢູ່ຫ້ອງການ, ເຂົ້າການຊ້າພັດເລີກໄວ, ຍາມໃດກໍໂທຄອບລາພັກ). ນອກຈາກນັ້ນ, ພະຍາດຟຸມເຟືອຍມັກຈະເກີດຂຶ້ນກັບ ແບບແຜນການດໍາລົງຊີວິດອີກຢ່າງຫຼວງຫຼາຍ.

3. ພະຍາດອາດຍາສິດ: ລັດຖະກອນທີ່ມີເຊື້ອພະຍາດນີ້ ມັກຈະສວຍໃຊ້ຕໍາແຫນ່ງ, ຫນ້າທີ່ອອກຄໍາສັ່ງທີ່ບໍ່ນອນໃນແຜນການ, ລະບຽບການ ແລະ ແບບແຜນວິທີເຮັດວຽກ. ເຊື່ອຫມັ້ນຕົນເອງຈົນເກີນ ໄປ, ມັກຈະເປັນຄົນຫູຫນາບໍ່ຟັງຫ່າງສຽງ ປັບປ່ຽນຍາກ ແລະ ຫ່າງເຫີນ ຈາກພະນັກງານ ແລະ ປະຊາຊົນ. ເມື່ອປະຊາຊົນບໍ່ປະຕິບັດຕາມກໍຫາວ່າ ເຂົາເຈົ້າບໍ່ເຂົ້າໃຈແນວທາງ.

4. ພະຍາດຂີ້ຄ້ານມັກງ່າຍ: ຂີ້ຄ້ານຄົ້ນຄວ້າ ຊອກຮູ້ຊອກເຫັນ, ຂາດການຄິດຫງໍາ, ເຮັດສິ່ງໃດກໍພໍແລ້ວຕີນແລ້ວມື ມະລຸ້ມມະລ້ວຍ, ຕີລາຄາບັນຫາແບບຂີ່ມ້າຊົມສວນ, ຫຼົບຫຼີກວຽກຫນັກມັກວຽກເບົາ, ກົງກັນຂ້າມຖ້າວຽກໃດທີ່ຕິດພັນກັບຜົນປະໂຫຍດ ແມ່ນໂຕອອກຫນ້າ.

5. ພະຍາດອວດອົ່ງທະນົງຕົວ: ແມ່ນພະຍາດຖືຕົນເປັນໃຫຍ່, ມັກການຍ້ອງຍໍ ບໍ່ມັກການຕໍານິ, ວຽກໃດກໍຢາກເປັນນາຍຫມູ່, ຜູ້ອື່ນເຮັດສໍາເລັດພັດອອກຫນ້າອ້າງວ່າ ຜົນງານໂຕ, ບໍ່ມັກຮໍ່າຮຽນກັບມະຫາຊົນອັນໃດກໍວ່າ ໂຕຮູ້ຫມົດ.

Under-the-table transactions...
Under-the-table transactions…

6. ພະຍາດມັກໃຫຍ່ໃຝ່ສູງ: ຜູ້ທີ່ຕົກໃນພະຍາດນີ້ຖືຕົນເອງວ່າເປັນ ຜູ້ທີ່ຍິ່ງໃຫຍ່, ມັກຖານະຍົດສັກທີ່ໄຮ້ມາດຖານ, ມັກແຕ່ເປັນປະທານ ຫຼື ນອນໃນຄະນະກໍາມະການ, ວຽກບໍ່ພໍເຮັດພັດໄປເຮັດ, ເວລາຖືກຕໍານິແນວຄິດພັດຄອນແຄນ, ຫວັ່ນໄຫວ, ຮູ້ຈັກແຕ່ຂຶ້ນ ບໍ່ຮູ້ຈັກລົງ.

7. ພະຍາດຂາດລະບຽບວິໄນ: ມີແນວຄິດແບບສ່ວນຕົວເກີນໄປ ບໍ່ຮູ້ກາລະເທສະ, ບໍ່ຮູ້ຕໍ່າຮູ້ສູງ, ເສລີບີຮົ່ວ, ມັກແນວໃດກໍ່ເຮັດແນວນັ້ນ ແລະ ມັກຈະຝືນລະບຽບການ ແລະ ກົດປະເພນີ.

8. ພະຍາດແນວຄິດຄັບແຄບ: ມັກຢູ່ແບບໂດດດ່ຽວຖືຕົນເປັນໃຫຍ່, ບໍ່ຮັບເອົາແນວຄິດຂອງຜູ້ອື່ນ, ບໍ່ກ້າສ້າງຄົນ ເພາະຢ້ານຜູ້ອື່ນລື່ນໂຕ, ເຫັນແກ່ຈຸ້ມເຈື້ອເຊື້ອສາຍ (ລູກ, ຫຼານ) ນັບທັງຜົນປະໂຫຍດ ແລະ ການສັບຊ້ອນຕໍາແຫນ່ງງານ.

9. ພະຍາດແນວຄິດທ້ອງຖິ່ນ: ພະຍາດນີ້ກໍບໍ່ຂີ້ຮ້າຍຈາກພະຍາດອື່ນໆ ແຕ່ກໍເປັນອັນຕະລາຍ ຄືກັນ, ພະຍາດແນວຄິດທ້ອງຖິ່ນ ຈະເຫັນແຕ່ຄວາມຮັບຜິດຊອບ ແລະ ຜົນສໍາເລັດພາຍໃນສໍານັກງານ ອົງການຂອງຕົນ, ບໍ່ສົນໃຈກັບຄວາມຫຍຸ້ງຍາກຂອງຂົງເຂດອື່ນ ແລະ ຮາກຖານອື່ນໆ, ຫ່າງເຫີນຈາກ ມະຫາຊົນ ແລະ ບໍ່ເຫັນຜົນປະໂຫຍດຂອງຄົນສ່ວນໃຫຍ່.

10. ພະຍາດລູບແຄ່ງເລຍຂາ: ຜູ້ທີ່ຕິດພະຍາດນີ້ມັກສະແດງອາການ ຕໍ່ຜູ້ເປັນຫົວຫນ້າ ເຊັ່ນ: ອັນໃດກໍ່ວ່າຕົນຮູ້, ອັນໃດກໍ່ວ່າຕົນເຮັດໄດ້, ຜົນງານຂອງຜູ້ອື່ນກໍວ່າແມ່ນຜົນງານຕົນ, ມັກໃສ່ຮ້າຍແຖມນ້ອຍແຖມໃຫຍ່ໃສ່ຜູ້ອື່ນ ຂົ່ມເພິ່ນຍໍຕົນ ແລະ ມັກຈະມີຂອງຝາກຂອງຕ້ອນ ທີ່ບໍ່ຮູ້ກາລະເທສະ ເພື່ອຮຽກຮ້ອງຄວາມເຫັນອົກເຫັນໃຈ ຈາກຜູ້ເປັນຫົວຫນ້າ.

photo_42579

ຫວັງວ່າຫລາຍທ່ານຄົງບໍ່ຕິດ 10 ເຊື້ອພະຍາດຮ້າຍດັ່ງທີ່ກ່າວມາ, ຖ້າທ່ານໃດຫາກຮູ້ສຶກວ່າ ເລີ່ມຕິດເຊື້ອພະຍາດດັ່ງກ່າວ ຂໍໃຫ້ຮີບຟ້າວຫາຢາປິ່ນປົວໃຫ້ຫາຍເຊົາ ເພາະວ່າຖ້າປ່ອຍໃຫ້ມັນແຜ່ລາມໄປ ຫລາຍຈະສ້າງຄວາມເສຍຫາຍຫລາຍທີ່ສຸດ ຫລື ອາດຈະເປັນການກົດຫນ່ວງຄວາມກ້າວຫນ້າຂອງຕົນເອງ ແລະ ການຈັດຕັ້ງຂຶ້ນ.

ຂອບໃຈບົດຄວາມດີໆ ຈາກ ໜັງສືພິມສະຫະພັນແມ່ຍິງລາວ

ບົດຄວາມນີ້ຖືກໃຈທ່ານບໍ? ຖ້າຖືກໃຈຈະຊັກຊ້າຢູ່ເຮັດຫຍັງ ແຊໃຫ້ໝູ່ເພື່ອນໄດ້ອ່ານນຳທະແມ້ !!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...