spot_img
Homeຄວາມງາມເຄັດ​ລັບ​ເພີ່ມ​ສະເໜ່ໜ້າເ​ອິກ​ງາມ​ກະ​ຊັບ..

ເຄັດ​ລັບ​ເພີ່ມ​ສະເໜ່ໜ້າເ​ອິກ​ງາມ​ກະ​ຊັບ..

Published on

213298

  1. ຂັ້ນທຳອິດ​ຕ້ອງ​ຢູ່ໃນ​ທ່າ​ກຽມ​ດ້ວຍ​ການ​ຍືນ​ກົງແຍກ​ຕີນ​ທັງ​ສອງ​ຂ້າງ​ອອກ​ເລັກນ້ອຍຫລັງ​ຈາກ​ນັ້ນ​ໃຫ້​ປະ​ສານ​ມື​ທັງ​ສອງ​ຂ້າງແລ້ວ​ຫຍຽດ​ແຂນ​ໄປ​ຂ້າງ​ໜ້າ​ໃຫ້​ຂະ​ໜານ​ກັບ​ພື້ນແຂນ​ຕ້ອງ​ຕຶງໜ້າ​ຕ້ອງ​ເບິ່ງ​ບ່ອນ ຄ່ອຍ​ໆຫຍຽດ​ແຂນ​ທັງ2ຂ້າງ​ຂຶ້ນ​ເທິງ​ຫົວແລ້ວ​ຄ່ອຍ​ໆຍືດ​ໄປ​ທາງ​ດ້ານ​ຫລັງຄ້າງ​ໄວ້​ໄລຍະໜື່ງແລ້ວ​ຄ່ອຍໆກັບ​ສູ່​ທ່າ​ເລີ່ມ​ຕົ້ນເຮັດ​ຢ່າງ​ນ້ອຍ 4-5 ເທື່ອຈະ​ຊ່ວຍ​ບໍລິຫານ​ໜ້າ​ອົກ​ໄດ້​ດີ​
  2. ຈາກ​ນັ້ນ​ໃຫ້​ເອົາມື​ທັງ 2 ຂ້າງ​ມາ​ປະ​ສານ​ກັນ​ໄວ້​ທີ່​ທາງຫລັງເຮັດ​ຕົວ​ໃຫ້​ຍືດ​ກົງແລ້ວ​ຄ່ອຍ​ໆເອນ​ຕົວ​ໄປ​ດ້ານ​ຫລັງ​ພ້ອມ​ກັບ​ແອ່ນ​ຕົວ​ຢ່າງ​ຊ້າ​ໆໃຫ​ມື​ທັງ2ຂ້າງ​ຍັງ​ຄົງ​ປະ​ສານ​ກັນ​ໄວ້​ຂ້າງ​ຫລັງຄ້າງ​ຈັງ​ຫວະ​ໄວ້​ປະມານ 10 ວິ​ນາ​ທີເຮັດ​ທ່າ​ນີ້​ຢ່າງ​ນ້ອຍ 3-5 ເທື່ອເຊັ່ນ​ກັນ
  3. ກັບ​ມາ​ຍືນ​ທ່າ​ເດີມ ແຍກ​ຕີນ​ທັງ​ສອງ​ຂ້າງ​ພໍ​ປະ​ມານ ງໍ​ແຂນ​ເຂົ້າ​ມາ​ແລະ​ກາງ​ສອກ​ໃຫ້​ຢູ່ໃນ​ລະ​ດັບ​ໄຫລ່ ຄ່ອຍ​ໆ ຫວ່ຽງ​ແຂນ 2 ຂ້າງ​ອອກ​ດ້ານ​ຂ້າງ​ລຳ​ຕົວ ພ້ອມ​ກັບ​ແອ່ນ​ຕົວ​ອອກ​ໄປ​ດ້ານ​ໜ້າ​ເລັກນ້ອຍ​ໃນ​ຂະນະ​ທີ່​ຫວ່ຽງ​ແຂນ​ດ້ວຍ ເຮັດ​ຊ້ຳ 3-5 ເທື່ອ​ເຊັ່ນ​ເຄີຍ​ຄ່ະ
    4. ຍືນກົງແຍກ​ຕີນ​ທັງ​ສອງ​ຂ້າງ​ໃຫ້​ຫ່າງ​ກັນ​ພໍ​ປະ​ມານແລ້ວ​ຊູ​ແຂນ​ທັງ2ຂ້າງ​ຂຶ້ນ​ເໜືອ​ຫົວຫັນ​ຝ່າ​ມື​ເຂົ້າ​ຫາ​ກັນ​ແລ້ວ​ຄ່ອຍ​ໆດຶງ​ສອກ​ຂ້າງ​ຂວາ​ລົງ​ມາ​ໃຫ້​ຕ່ຳ​ກວ່າ​ລະ​ດັບ​ບ່າເລັກນ້ອຍຫລັງ​ຈາກ​ນັ້ນ​ໃຫ້​ກັບ​ສູ່​ທ່າ​ເລີ່ມ​ຕົ້ນແລະ​ປ່ຽນ​ຈາກ​ດຶງ​ສອກ​ຂ້າງ​ຂວາເປັນ​ດຶງ​ສອກ​ຂ້າງ​ຊ້າຍ​ແທນ​ເຮັດ​ສະ​ຫລັບ​ກັນ​ຢ່າງ​ນີ້​ປະ​ມານ 4-5 ເທື່ອ
  4. ທ່າ​ຈົບນີ້​ເຮົາ​ກໍ​ຈະ​ຍືນ​ແຍກ​ຕີນ​ພໍ​ປະ​ມານ​ຄືເກົ່າຈາກ​ນັ້ນ​ໃຫ້​ກົ້ມ​ຕົວ​ຂອງ​ເຮົາ​ລົງ​ກັບ​ພື້ນແລ້ວ​ໃຊ້​ແຂນ​ທັງ 2 ຂ້າງ​ຫຍຽດ​ກົງໂດຍ​ໃຫ້​ປາຍ​ມື​ຊີ້​ລົງ​ພື້ນຂັ້ນ​ຕອນ​ນີ້​ຖ້າ​ສາວໆຄົນ​ໃດ​ຕົວ​ອ່ອນ​ແນ່ກໍ​ອາດຈະ​ກົ້ມ​ຕົວ​ລົງ​ໃຫ້​ສຸດ​ເລີຍ​ກໍ​ໄດ້​ຫລັງ​ຈາກ​ນັ້ນ​ກໍ​ຄ່ອຍ​ໆດຶງ​ສອກ​ທັງ2ຂ້າງ​ຂຶ້ນ​ໄປ​ທາງ​ດ້ານ​ຫລັງແລ້ວ​ຄ້າງ​ຈັງ​ຫວະ​ໄວ້ ປະມານ10 ວິ​ນາ​ທີກັບ​ສູ່​ທ່າ​ເລີ່ມ​ຕົ້ນ​ແລ້ວ​ເຮັດ​ວົນ​ໄປ​ເລື່ອຍ​ໆປະມານ3-5ເທື່ອ

ທ່ານີ້​ຈະ​ຊ່ວຍ​ໃຫ້​ໜ້າ​ເອິກ​ຂອງ​ເຈົ້າ​ກະ​ຊັບ​ຂຶ້ນ​ແລະ​ຍັງ​ຂະຫຍາຍ​ໃຫຍ່​ຂຶ້ນ​ອີກ​ດ້ວຍຊຶ່ງ​ຫາກ​ເຮັດ​ເປັນ​ປະຈຳ​ກໍ​ຈະ​ຊ່ວຍ​ໃຫ້​ເຈົ້າ​ມີ​ໜ້າເ​ອິກ​ທີ່​ອວບ​ອຶ໋ມ​ໄດ້​ດັ່ງ​ໃຈ​ເລີຍ​ເພາະ​ສະ​ນັ້ນຫາກ​ສາວໆຢາກ​ມີ​ໜ້າເ​ອິກ​ໃຫຍ່​ເຕັມ​ມື​ລອງ​ນຳ​ວິທີ​ເພີ່ມ​ເອິກ​ງາມ​ທີ່​ເຮົາ​ນຳ​ມາ​ແນະ​ນຳ​ມື້​ນີ້​ໄປ​ເຮັດ​ກັນ​ເບິ່ງ​ຮັບຮອງ​ເອິກ​ງາມ​ແນ່ນອນ ໂດຍ​ບໍ່​ຕ້ອງ​ຫາກໍ່​ມີດ​ໝໍ​ເລີຍ​

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...