Homeຂ່າວພາຍ​ໃນພະນັກງານລັດຈຳນວນໜຶ່ງ ຍັງໄດ້ເງິນເດືອນຊ້າ

ພະນັກງານລັດຈຳນວນໜຶ່ງ ຍັງໄດ້ເງິນເດືອນຊ້າ

Published on

ອີງຕາມຂ່າວຈາກ ໜ້າເຟສບຸກຂອງໜັງສືພິມ ປະເທດລາວ ໄດ້ລາຍງານວ່າມີລັດຖະກອນຈຳນວນຫຼາຍ ໂດຍສະເພາະໃນເຂດຕ່າງແຂວງ ໄດ້ສົ່ງຈົດໝາຍເຖິງໜັງສຳນັກພິມ ປະເທດລາວເພື່ອຢາກໃຫ້ທວງຖາມ ເຖິງເຫດຜົນຂອງການເບີກຈ່າຍເງິນເດືອນຊ້າ ເພາະມັນໄດ້ກະທົບກັບຊີວິດການເປັນຢູ່ ປະຈຳວັນ ລວມທັງຄ່າໃຊ້ຈ່າຍໃນຄົວເຮືອນ ບໍ່ວ່າຈະເປັນອາຫານ, ເຄື່ອງດື່ມ, ຄ່ານ້ຳ, ຄ່າໄຟ, ຄ່າຮຽນຂອງລູກ ແລະອື່ນໆ ໃນນັ້ນ ມີລາຍງານວ່າ ບາງບ່ອນໃຊ້ເວລາເປັນ 3 ເດືອນ ຈຶ່ງໄດ້ເທື່ອໜຶ່ງ. ແລະຮຽກຮ້ອງໃຫ້ແກ້ໄຂ ເພື່ອໃຫ້ໄດ້ຮັບເງິນເດືອນທຸກໆ ທ້າຍຂອງເດືອນ.

ແນວໃດກໍຕາມ ໃນໄລຍະທີ່ຜ່ານມານັ້ນ ຂັ້ນເທິງທີ່ກ່ຽວຂ້ອງກໍບໍ່ໄດ້ນິ້ງນອນໃຈ ໄດ້ພະຍາຍາມແກ້ໄຂບັນຫານີ້ຢູ່ຢ່າງຕໍ່ເນື່ອງ ດັ່ງໄດ້ເຫັນຂ່າວທີ່ນຳສະເໜີໃນໄລຍະທີ່ຜ່ານມາ ທັງໝົດນັ້ນກໍເພື່ອພະນັກງານລັດຖະກອນ ແລະພໍ່ແມ່ປະຊາຊົນ ແຕ່ທຸກບັນຫານັ້ນ ການແກ້ໄຂກໍຍ່ອມຕ້ອງໃຊ້ເວລາ ເຊິ່ງບໍ່ສາມາດເຮັດໃຫ້ແລ້ວພາຍໃນ ມື້ໜຶ່ງຍາມດຽວໄດ້.

d68ee0be-4e3f-4fa7-b32b-64ea286f1e43

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...