spot_img
Homeຂ່າວການພັດທະນາຫົວ​ໜ້າ​ ໂຍ​ທາ ນ.ວ ຊີ້​ແຈງ ມີ​ຫລາຍ​ປັ​ດ​ໄຈ ແກ້​ໄຂ​ການ​ສັນ​ຈອນ​ແອ​ອັດ ພົບ​ຄວາມຫຍຸ້ງ​ຍາກ!

ຫົວ​ໜ້າ​ ໂຍ​ທາ ນ.ວ ຊີ້​ແຈງ ມີ​ຫລາຍ​ປັ​ດ​ໄຈ ແກ້​ໄຂ​ການ​ສັນ​ຈອນ​ແອ​ອັດ ພົບ​ຄວາມຫຍຸ້ງ​ຍາກ!

Published on

lod tid

ນະຄອນຫລວງວຽງຈັນ, ເປັນສູນກາງທາງດ້ານການເມືອງ ແລະ ເສດຖະ ກິດສຳຄັນຂອງປະເທດ, ເຊິ່ງໃນໄລຍະຫລາຍປີມານີ້, ນະຄອນຫລວງວຽງຈັນ ມີຈັງຫວະການຂະຫຍາຍຕົວທາງດ້ານເສດ ຖະກິດສູງຂຶ້ນເປັນລຳດັບ, ພື້ນຖານໂຄງ ລາງໄດ້ຮັບການພັດທະ ນາປັບປຸງດີຂຶ້ນ, ເຮັດໃຫ້ປະຊາຊົນມີລາຍຮັບຫລາຍຂຶ້ນ ແລະ ຄຽງຄູ່ກັບການຂະຫຍາຍຕົວຄືດັ່ງກ່າວຈຶ່ງກໍໃຫ້ເກີດບັນ ຫາສັບສົນຫລາຍ ຢ່າງຂອງ ຜູ້ດຳລົງຊີວິດຢູ່ໃນສັງຄົມຕ້ອງຜະເຊີນ ແລະ ໜຶ່ງໃນນັ້ນກໍແມ່ນ ສະພາບການສັນຈອນຕິດຂັດແອອັດທີ່ຮ້າຍແຮງຂຶ້ນນັບມື້.

ນັກຂ່າວພວກເຮົາໄດ້ສຳພາດທ່ານ ເດດສົງຄາມ ທຳມະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງ ວຽງຈັນໃນວັນທີ 28 ເມສານີ້, ກ່ຽວກັບການແກ້ໄຂສະພາບການສັນຈອນແອອັດໃນຕົວເມືອງໂດຍທ່ານໃຫ້ທັດສະນະວ່າ: ປັດຈຸບັນ, ຢູ່ນະຄອນຫລວງວຽງຈັນມີພາຫະນະທີ່ຂຶ້ນທະບຽນແລ້ວປະມານ 650 ພັນກວ່າຄັນ, ໃນນັ້ນລົດໃຫຍ່ປະມານ 2 ແສນກວ່າຄັນ ແລະ ສະພາບການສັນຈອນເຫັນວ່າລົດຈະໄຫລ່ຈາກຊານເມືອງເຂົ້າມາຫາຕົວເມືອງເປັນສ່ວນຫລາຍ, ເນື່ອງ ຈາກວ່າບັນດາສຳນັກ ງານ, ອົງການ, ໂຮງຈັກໂຮງງານ, ຫົວໜ່ວຍທຸລະກິດ, ສະຖາບັນການສຶກສາ, ທະນາຄານ ແລະ

ສູນການຄ້າຕ່າງໆລ້ວນແຕ່ຕັ້ງຢູ່ໃນໃຈກາງຕົວເມືອງ, ຈຶ່ງເຮັດໃຫ້ສະພາບການສັນຈອນມີຄວາມແອອັດສັບສົນຫລາຍຄືດັ່ງ ພວກເຮົາພວມປະເຊີນຢູ່ໃນປັດຈຸບັນ, ໂດຍສະເພາະໃນຊ່ວງໄລຍະຊົ່ວໂມງເລັ່ງດ່ວນເຂົ້າວຽກ-ເລິກວຽກ ແລະ ປັດ​ໄຈສຳຄັນທີ່ພາໃຫ້ເກີດສະພາບດັ່ງກ່າວມີຄື: ອັນທີ 1 ແມ່ນການຈອດລົດຊະຊາຍຕາມແຄມທາງ, 2 ນັກຂັບຂີ່ຈໍານວນ ໜຶ່ງຂາດມາລະຍາດໃນການຂັບຂີ່, 3 ຄວາມບໍ່ເປັນລະບຽບດ້ານສະຖານ ທີ່ຈອດລົດຕາມຈຸດຕ່າງໆເຊັ່ນ: ຫ້ອງການ, ບໍລິສັດຫ້າງຮ້ານ, ຕະຫລາດ, ໂຮງຮຽນ ແລະ 4 ແມ່ນລະບົບໄຟອຳນາດ-ປ້າຍສັນຈອນບໍ່ທັນຕອບສະໜອງຕໍ່ ການລະບາຍລົດທີ່ເພີ່ມຂຶ້ນ, ເຊິ່ງໄລຍະຜ່ານມາຂະແໜງການພວກເຮົາ ແລະ ພາກສ່ວນກ່ຽວຂ້ອງອື່ນໆກໍໄດ້ເ ອົາໃຈໃສ່ການແກ້ໄຂດ້ວຍຫລາຍຮູບການເຊັ່ນ: ຈັດສັນສະຖານທີ່ໃຫ້ບໍລິການຈອດລົດໃນຈຸດຕ່າງໆ ທີ່ເຫັນວ່າມີຄວາມເໝາະສົມ, ປະສານສົມທົບກັບເຈົ້າໜ້າທີ່ຈະລາຈອນລົງປະຕິບັດໜ້າທີ່ຊ່ວຍລະບາຍການ ສັນຈອນໃນເສັ້ນທາງຈຸດທີ່ມີຄວາມແອອັດເຊັ່ນ: ຕະຫລາດຂົວດິນ, ໄຟແດງທາດຫລວງ, ເສັ້ນທາງໂພນພະເນົາ, ໂພນທັນ, ໜອງດ້ວງ, ທົ່ງຂັນຄຳ, ສີບຸນເຮືອງ, ຄູວຽງ ແລະ ອື່ນໆ,

ພ້ອມທັງສຶກສາອົບຮົມຕັກເຕືອນ, ປັບໃໝຜູ້ຂັບຂີ່ທີ່ລະເມີດລະບຽບຕາມລຳດັບ, ແຕ່ກໍຍັງເຫັນວ່າສະພາບດັ່ງກ່າວນັ້ນບໍ່ມີທ່ຽງອ່ຽງຫລຸດຫລົງ, ເນື່ອງຈາກຫລາຍປັດ​ໄຈທີ່ພາໃຫ້ພົບຄວາມຫຍຸ້ງຍາກເຊັ່ນ: ບັນຫາການເພີ່ມຂຶ້ນຂອງຈຳນວນພາຫະນະສະເລ່ຍປະ ມານ 15% ຕໍ່ປີ, ສະຖານທີ່ໃຫ້ບໍລິການຈອດລົດບໍ່ພຽງພໍຈຶ່ງພາໃຫ້ມີການຈອດລົດຊະຊາຍຕາມແຄມທາງຕາມໜ້າສຳນັກງານຕ່າງໆ ແລະ ການບໍ່ສາມາດປະຕິບັດລະບຽບຕໍ່ຜູ້ລະເມີດໄດ້ເດັດຂາດເທົ່າທີ່ຄວນ.

ທ່ານຫົວໜ້າພະແນກດັ່ງກ່າວໃຫ້ຮູ້ວ່າ: ບັນຫາການສັນຈອນແອອັດຢູ່ປະເທດເຮົາ, ນັບວ່າຍັງບໍ່ຮ້າຍແຮງປານໃດເມື່ອທຽບກັບບັນດາປະເທດໃກ້ຄຽງເຊັ່ນ: ປະເທດໄທ ແລະ ຫວຽດນາມ ທີ່ມີຄ່າສະເລ່ຍການເຄື່ອນຍ້າຍຂອງພາຫະນະໃນເວລາຕິດຂັດຮຸນແຮງໃນລະດັບ 5-7 ກິໂລແມັດຕໍ່ຊົ່ວໂມງ, ແຕ່ຢູ່ປະເທດເຮົາແມ່ນ18-25ກິໂລແມັດຕໍ່ຊົ່ວໂມງ, ກໍນັບວ່າຍັງຢູ່ໃນລະດັບປົກກະຕິ, ແຕ່ຜົນສະທ້ອນນີ້ແມ່ນບັນຫາທີ່ຍັງໃໝ່ຈຶ່ງເຮັດໃຫ້ນັກຂັບຂີ່ຈຳນວນບໍ່ໜ້ອຍຍັງບໍ່ທັນປັບສະພາບໄດ້ທັນ. ສຳລັບການແກ້ໄຂສະພາບການສັນຈອນແອອັດດັ່ງກ່າວໃນຕໍ່ໜ້ານີ້, ແມ່ນຈະສືບຕໍ່ກຳກົດ ແລະ ຈັດສັນບ່ອນຈອດລົດໃຫ້ມີຄວາມເປັນລະບຽບກວ່າເກົ່າ, ເພີ່ມທະວີການລົງໂຄສະນາເຜີຍແຜ່ລະບຽບການສັນຈອນຢູ່ຕາມສະຖາບັນການສຶກສາ, ໂຮງຈັກໂຮງງານເພື່ອປຸກຈິດສຳນຶກໃຫ້ນັກຮຽນ-ນັກສຶກສາກໍຄືມວນຊົນມີສະຕິຕື່ນຕົວເຄົາລົບກົດລະບຽບຈະລາຈອນສູງຂຶ້ນ, ທັງແນໃສຫລຸດຜ່ອນການເກີດອຸປະຕິເຫດບົນທ້ອງຖະໜົນອີກດ້ວຍ. ສ່ວນແຜນການແກ້ໄຂໄລຍະຍາວນັ້ນ, ກໍແມ່ນການວາງແຜນກໍ່ສ້າງບັນດາເສັ້ນທາງຄູ່ຂະໜານຈາກຕົວເມືອງຫາຊານເມືອງ ແລະ ສ້າງເສັ້ນທາງເຊື່ອມຕໍ່ລະຫວ່າງເສັ້ນທາງໃຫຍ່ກັບເສັ້ນທາງນ້ອຍເພື່ອຊ່ວຍກະຈາຍການສັນຈອນຂອງລົດເຂົ້າ-ອອກຕົວເມືອງ ໃຫ້ສະດວກໂລ່ງລຽນດີ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...