Homeນານາສາລະວິທີກິນໝາກເລັ່ນໃຫ້ໄດ້ໄລໂຄປີນຫລາຍທີ່ສຸດ

ວິທີກິນໝາກເລັ່ນໃຫ້ໄດ້ໄລໂຄປີນຫລາຍທີ່ສຸດ

Published on

Untitled-1

ໄລ​ໂຄ​ປີນ(Lycopene)ເປັນ​ສານ​ສຳຄັນ​ທີ່​ພົບ​ໄດ້​ໃນໝາກເລັ່ນຈັດ​ເປັນ​ສານ​ປະກອບ​ໃນ​ກຸ່ມ​ແຄ​ໂລ​ທີ​ນອຍຊະນິດ​ໜຶ່ງ​ໃນ600ຊະນິດພົບ​ໄລ​ໂຄ​ປີນ​ໄດ້​ໃນໝາກເລັ່ນ,ໝາກ​ໂມ,ໝາກ​ສີ​ດາສີບົວແລະ​ໝາກຫຸ່ງສຸກເປັນ​ຕົ້ນ​ພົບ​ໄລ​ໂຄ​ປີນ​ໃນ​ປະລິມານ​ຕັ້ງ​ແຕ່0.9 ​9.30ກຣາມ ໃນ100ກຣາມ​ຂອງ​ໝາກເລັ່ນສົດ

ໄລ​ໂຄ​ປີນເປັນ​ສານ​ປະກອບ​ທີ່​ໄດ້ຮັບ​ຄວາມ​ສົນ​ໃຈ​ເນື່ອງ​ຈາກ​ມີ​ລາຍ​ງານ​ວ່າ​ມີ​ປະໂຫຍດ​ຕໍ່​ສຸຂະພາບໂດຍ​ສະເພາະ​ການຫ​ລຸດ​ຄວາມ​ສ່ຽງ​ໃນ​ການ​ເກີດ​ມະ​ເຮັງ​ທີ່​ອະໄວຍະວະ​ຕ່າງໆທີ່​ຊັດເຈນ​ທີ່ສຸດຄື:ມະ​ເຮັງ​ຕ່ອມ​ລູກ​ໝາກ,ຮອງ​ລົງ​ມາຄື​ມະ​ເຮັງ​ປອດ,ກະເພາະ​ອາຫານນອກ​ຈາກ​ນີ້​ກໍ​ຍັງ​ສະແດງ​ໃຫ້​ເຫັນ​ປະໂຫຍດ​ຂອງ​ການ​ໄດ້ຮັບ​ໄລ​ໂຄ​ປີນ​ໃນ​ການ​ຫລຸດ​ຄວາມ​ສ່ຽງ​ຂອງ​ມະ​ເຮັງ​ຕັບ​ອ່ອນ,ລຳ​ໄສ້​ໃຫຍ່(colon)ທະວານ​ໜັກ,ຄໍ​ຫອຍ,ຊ່ອງ​ປາກ ເຕົ້າ​ນົມ,ປາກ​ເປັນ​ຕົ້ນ

ຄວນ​ກິນໝາກເລັ່ນສົດ​ຫລື​ໝາກເລັ່ນ​ທີ່​ຜ່ານ​ການ​ປຸງ​ອາຫານ​ແລ້ວ

ຄວາມ​ເຊື່ອ​ວ່າ​ຂອງ​ສົດ​ດີກວ່າ​ຂອງ​ທີ່​ປຸງ​ແລ້ວບໍ່​ໄດ້​ເປັນ​ຈິງ​ສະເໝີ​ໄປໃນ​ກໍລະນີ​ຂອງ​ໝາກເລັ່ນ​​ເປັນ​ໜຶ່ງ​ໃນ​ຂໍ້​ຍົກ​ເວັ້ນ​ໝາກເລັ່ນ​ທີ່​ຜ່ານ​ຄວາມ​ຮ້ອນ​ຈະ​ເຮັດໃຫ້​ການ​ຢຶດ​ຈັບ​ຂອງ​ໄລ​ໂຄ​ປີນ​ກັບ​ເນື້ອ​ເຍື່ອ​ຂອງ​ໝາກເລັ່ນ​ອ່ອນ​ໂຕ​ລົງເຮັດໃຫ້​ໄລ​ໂຄ​ປີນ​ຖືກ​ຮ່າງກາຍ​ນຳ​ໄປ​ໃຊ້​ໄດ້​ດີ​ກວ່ານອກ​ຈາກ​ນີ້​ຄວາມ​ຮ້ອນ​ແລະ​ກະ​ບວນ​ການ​ຕ່າງໆ​ໃນ​ການ​ຜະລິດ​,ຜະລິດຕະພັນ​ໝາກເລັ່ນ​ຍັງ​ເຮັດໃຫ້​ໄລ​ໂຄ​ປີນ​ປ່ຽນ​ຮູບ​ແບບ(ຈາກ​ໄລ​ໂຄ​ປີນ​ຊະນິດ“ອອນ​ຊານ”(all-trans-isomers)ເປັນ​ຊະນິດ“ຊິສ” (cis -isomers))ຄື:ເປັນ​ຊະນິດ​ທີ່​ລະ​ລາຍ​ໄດ້​ດີ​ຂຶ້ນ

ໝາກເລັ່ນສົດ​ແລະ​ຜະລິດຕະພັນ​ໝາກເລັ່ນຊະນິດ​ໃດ​ໃຫ້​ໄລ​ໂຄ​ປີນ​ສູງ​ກວ່າ​ກັນ

ໂດຍ​ທົ່ວ​ໄປປະລິມານໄລ​ໂຄ​ປີນໃນ​ຫມາກໄມ້​ແລະໝາກເລັ່ນ​​ສົດ​ຈະ​ບໍ່​ແຕກ​ຕ່າງ​ກັນ​ຫລາຍແຕ່ເມື່ອ​ນຳ​ໝາກເລັ່ນ​ສົດ​ໄປ​ຜ່ານ​ກະ​ບວນ​ການ​ຜະລິດ​ໃຫ້​ຢູ່ໃນ​ຮູບ​ຂອງ​ຜະລິດຕະພັນ​ໝາກເລັ່ນ​ຊະນິດ​ຕ່າງໆພົບ​ວ່າ​ປະລິມານ​ໄລ​ໂຄ​ປີນ​ສູງ​ຂຶ້ນ​ຫລາຍ​ເນື່ອງ​ຈາກ​ມີ​ການ​ຜ່ານ​ກະ​ບວນ​ການເຮັດໃຫ້​ເຂັ້ມ​ຂຸ້ນ​ຂຶ້ນດັ່ງ​ນັ້ນອາຫານ​ອີຕາ​ລຽນ,ພວກ​ພິ​ຊ​ຊາ,ສະ​ປາ​ເກັດ​ຕີທີ່​ມີ​ການ​ແຕ່ງ​ລົດ​ດ້ວຍ​ຊອດຫລື​ຜະລິດຕະພັນໝາກເລັ່ນ​ເຂັ້ມ​ຂຸ້ນ(Tomato paste)ທີ່​ຜະລິດ​ຈາກ​ໝາກເລັ່ນຈຶ່ງ​ເປັນ​ແຫລ່ງ​ໃຫ້​ໄລ​ໂຄ​ປີນ​ທີ່​ດີດັ່ງ​ໃນ​ຕາຕະ​ລາງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...