Homeຂ່າວພາຍ​ໃນຕຳຫລວດຈັບຜູ້ຂັບລົດຕຳຄົນເສຍຊີວິດ ຢູ່ເຂດບ້ານດົງນາທອງ ໄດ້ແລ້ວ!

ຕຳຫລວດຈັບຜູ້ຂັບລົດຕຳຄົນເສຍຊີວິດ ຢູ່ເຂດບ້ານດົງນາທອງ ໄດ້ແລ້ວ!

Published on

10994331_363789330480492_6913419237079875773_n

ພາຍຫລັງໄດ້ເກີດອຸປະຕິເຫດລົດໃຫຍ່ຕຳລົດຈັກ ໃນວັນທີ 10 ມີນາຜ່ານມາ, ຢູ່ຖະໜົນສີທອງ ເຂດບ້ານດົງນາທອງ ເມືອງສີໂຄດຕະບອງ ນະຄອນຫລວງ ວຽງຈັນ ໄດ້ເຮັດໃຫ້ຜູ້ຊ້ອນທ້າຍຄື ນາງ ຄຳໃສ ອາຍຸ 21 ປີ ອາຊີບກຳມະ ກອນ ຢູ່ບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ເສຍຊີວິດຄາທີ່, ສ່ວນຜູ້ຂັບຂີ່ລົດໃຫຍ່ ໄດ້ ຫລົບໜີ. ຈົນມາຮອດວັນທີ 3 ເມສານີ້, ເຈົ້າໜ້າທີ່ຈຶ່ງສາມາດນຳຈັບຕົວໄດ້ ຊື່ທ້າວ ອຸດຕະມະ ຈັນທະກຸມມານ ອາຍຸ 45 ປີ ອາຊີບຄ້າຂາຍ ຢູ່ບ້ານວັດໄຕທົ່ງ ເມືອງສີ ໂຄດຕະບອງ ນະຄອນຫລວງວຽງຈັນ ຂັບຂີ່ລົດເກັງ ໝາຍເລກທະບຽນ ກກ 8168. ປັດຈຸບັນ ຜູ້ກ່ຽວໄດ້ຖືກເຈົ້າໜ້າທີ່ກັກຕົວໄວ້ ເພື່ອດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...