spot_img
Homeຂ່າວພາຍ​ໃນສປປ ລາວ ຈະສົ່ງເສີມສິນຄ້າກະສິກຳ 9 ແຂວງພາກເໜືອ ອອກໄປຈີນ

ສປປ ລາວ ຈະສົ່ງເສີມສິນຄ້າກະສິກຳ 9 ແຂວງພາກເໜືອ ອອກໄປຈີນ

Published on

ສປປ ລາວ ຈະສົ່ງເສີມສິນຄ້າກະສິກຳ 9 ແຂວງພາກເໜືອ ອອກໄປຈີນ

 

ເພື່ອກ້າວໄປສູ່ການເຊື່ອມໂຍງທາງດ້ານເສດຖະກິດ ທັງໃນພາກພື້ນ ແລະ ສາກົນ ກໍຄືການກ້າວໄປເປັນປະຊາຄົມອາຊຽນ ໃນປີ
2015 ໃຫ້ປະກົດຜົນເປັນຈິງ ໂດຍສະເພາະຄາດໝາຍສູ້ຊົນແຜນພັດທະນາເສດຖະກິດ-ສັງຄົມ 5 ປີເທື່ອທີ VII ແລະ ການຫັນ
ເປັນອຸດສາຫະກຳ-ທັນສະໄໝ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ໃນວັນທີ 19 ກຸມພາ 2013 ທີ່ແຂວງອຸດົມໄຊ
ກໍໄດ້ຈັດກອງປະຊຸມສຳມະນາກ່ຽວກັບການຜະລິດ ແລະ ມາດຕະການສົ່ງເສີມສິນຄ້າກະສິກຳ 9 ແຂວງພາກເໜືອອອກໄປ ສປ.ຈີນ
ພາຍໃຕ້ການເປັນປະທານຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດ ເຊິ່ງມີບັນ
ດາທ່ານເຈົ້າແຂວງ-ຮອງເຈົ້າແຂວງ ລັດຖະມົນຕີຊ່ວຍວ່າການ ກົມກອງ-ຂະແໜງການ ແລະ ບັນດາພະແນກການທີ່ປິ່ນອ້ອມຈາກ
ສູນກາງ ແລະ 9 ແຂວງພາກເໜືອ ເຂົ້າຮ່ວມ.
ໃນກອງປະຊຸມທ່ານ ຄຳຫຼ້າ ລີ້ງນະສອນ ເຈົ້າແຂວງອຸດົມໄຊ ໄດ້ລາຍງານໃຫ້ຊາບວ່າ: ແຂວງມີເນື້ອທີ່ທັງໝົດ 15.370 ກິໂລຕາ
ແມັດ ປະກອບມີ 7 ເມືອງ 475 ບ້ານ ແບ່ງອອກເປັນ 60 ກຸ່ມບ້ານ ແລະ 88 ບ້ານໃຫຍ່ ມີພົນລະເມືອງທັງໝົດ 297.063
ຄົນ ໃນນັ້ນ ມີບ້ານທຸກຍາກ 296 ບ້ານ ມີ 22.404 ຄອບຄົວທຸກຍາກ ມີພົນລະເມືອງທຸກຍາກ 148.800 ຄົນ ເສດຖະກິດຂອງ
ແຂວງມີທ່າອ່ຽງຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍລະດັບ 11% ຕໍ່ປີ ລວມຍອດມູນຄ່າຜົນຜະລິດ ແລະ ການບໍລິການ (GDP) ສະ
ເລ່ຍຕໍ່ຫົວຄົນ 7,5 ລ້ານກີບ ຫຼື 934 ໂດລາສະຫະລັດຕໍ່ຄົນຕໍ່ປີ ເທົ່າກັບ 78% ຂອງແຜນການ.
ຫຼັງຈາກນັ້ນ ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ກໍໄດ້ມີຄຳເຫັນເຈາະຈີ້ມບາງບັນຫາ ເພື່ອເປັນທິດທາງໃນ
ການປຶກສາຫາລືກັນໃນກອງປະຊຸມ ເຊິ່ງທ່ານໄດ້ກ່າວວ່າ: ດັ່ງທີ່ຮູ້ກັນແລ້ວວ່າ ປີນີ້ແມ່ນປີທີ 3 ຂອງການປະຕິບັດແຜນພັດທະນາ
ເສດຖະກິດ-ສັງຄົມ 5 ປີເທື່ອທີ VII ປີກາງສະໄໝຂອງກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ໃນໄລຍະ 2 ປີທີ່ຜ່ານມາ ພວກເຮົາ
ໄດ້ມີຄວາມກ້າວໜ້າໃນຫຼາຍດ້ານ ໃນການປະຕິບັດເປົ້າໝາຍສູ້ຊົນແຜນພັດທະນາເສດຖະກິດ-ສັງຄົມດັ່ງກ່າວ ແຕ່ເບິ່ງລວມແລ້ວ
ພວກເຮົາຍັງມີຫຼາຍດ້ານທີ່ຈະຕ້ອງໄດ້ເອົາໃຈໃສ່ ເປັນຕົ້ນ ການຈັດຕັ້ງປະຕິບັດເປົ້າໝາຍກ່ຽວກັບການລຶບລ້າງຄວາມທຸກຍາກ ການ
ບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາ ກໍຄືການກະກຽມທຸກດ້ານ ເພື່ອການເຊື່ອມໂຍງພາກພື້ນ ແລະ ສາກົນ ອັນສຳຄັນ
ແມ່ນການກະກຽມພື້ນຖານວັດຖຸ-ເຕັກນິກ ສຳລັບການນຳເອົາປະເທດຂອງພວກເຮົາຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ
2020 ດັ່ງນັ້ນ ຈຶ່ງໄດ້ມີການເຕົ້າໂຮມເອົາຂະແໜງການຈາກສູນກາງ ແລະ ບັນດາແຂວງຈາກ 9 ແຂວງພາກເໜືອ ເພື່ອມາປຶກສາ
ຫາລືກັນກ່ຽວກັບການເສີມຂະຫຍາຍທ່າແຮງຂອງພວກເຮົາ ໃນການຊຸກຍູ້ການຜະລິດເປັນສິນຄ້າ ແນໃສ່ເພື່ອສົ່ງອອກໄປ ສປ.ຈີນ
ໃນເງື່ອນໄຂອັນໃໝ່ ຄື: (1) ສປປ ລາວ ໄດ້ເຂົ້າເປັນສະມາຊິກ WTO ພ້ອມກັນນັ້ນ ລາວເຮົາໃນຖານະເປັນສະມາຊິກອາຊຽນ ກໍ
ຍັງໄດ້ເຂົ້າໃນຂະບວນການສ້າງປະຊາຄົມເສດຖະກິດອາຊຽນ (AEC) ຊຶ່ງກໍມີຄວາມໝາຍລວມໄປເຖິງການສ້າງເຂດການຄ້າເສລີ
ພາຍໃນອາຊຽນເອງ ແລະ ອາຊຽນກັບຄູ່ເຈລະຈາ ກໍຄື ຈີນ ທີ່ເປັນໜຶ່ງໃນຄູ່ເຈລະຈາຂອງອາຊຽນ ແລະ (2) ການພົວພັນລະ
ຫວ່າງ ລາວ ແລະ ຈີນ ໄດ້ກ້າວເຂົ້າສູ່ໄລຍະໃໝ່ ມັນແມ່ນໄລຍະແຫ່ງການສ້າງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ດ້ວຍ
ເງື່ອນໄຂດັ່ງກ່າວ ການນຳຂອງສອງພັກ ສອງລັດ ລາວ-ຈີນ ຈຶ່ງຕົກລົງກັນວ່າ ພວກເຮົາຈະຊຸກຍູ້ຢ່າງແຂງແຮງດ້ານການຜະລິດ
ໂດຍສະເພາະການຜະລິດເປັນສິນຄ້າຈາກກະສິກຳຢູ່ພາກເໜືອຂອງລາວນີ້ ເພື່ອແລກປ່ຽນກັບຈີນ ດັ່ງນັ້ນ ຈຸດປະສົງຂອງກອງປະ
ຊຸມເທື່ອນີ້ ແມ່ນເພື່ອປຶກສາຫາລືກັນວ່າ ຈະເຮັດແນວໃດ ຈຶ່ງຈະເຮັດໃຫ້ການຄ້າກັບຈີນມີບາດກ້າວອັນໃໝ່ ເພື່ອຜົນປະໂຫຍດຂອງ
ສອງພັກ ສອງລັດ ສະນັ້ນ ສະເໜີໃຫ້ຜູ້ເຂົ້າຮ່ວມປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ສະເໜີໃຫ້ຮູ້ເຖິງຄວາມຫຍຸ້ງຍາກທີ່ຜ່ານ
ມາ ກ່ຽວກັບການຄ້າກັບຈີນ ທັງເບື້ອງລາວ ແລະ ເບື້ອງຈີນ ລວມເຖິງການແບ່ງຄວາມຮັບຜິດຊອບຢ່າງຊັດເຈນຂອງທ້ອງຖິ່ນ ສູນ
ກາງ ແລະ ຂະແໜງການຕ່າງໆ ເພື່ອຊອກໃຫ້ເຫັນສາເຫດຂອງບັນຫາ ແລະ ແກ້ໄຂເຮັດໃຫ້ການຄ້າກັບຈີນມີທ່ວງທ່າດີຂຶ້ນ.
ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ ຫົວຂໍ້ຂ່າວອື່ນໆທີ່ໜ້າສົນໃຈ
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...