Homeສຸຂະພາບ ແລະ ສີ່ງແວດລ້ອມເປີດບໍລິການສັກຢາກັນພະຍາດ ໄຂ້ສະໝອງອັກເສບຍີ່ປຸ່ນ ໂດຍບໍ່ໄດ້ເສຍຄ່າ

ເປີດບໍລິການສັກຢາກັນພະຍາດ ໄຂ້ສະໝອງອັກເສບຍີ່ປຸ່ນ ໂດຍບໍ່ໄດ້ເສຍຄ່າ

Published on

ເປີດບໍລິການສັກຢາກັນພະຍາດ ໄຂ້ສະໝອງອັກເສບຍີ່ປຸ່ນ ໂດຍບໍ່ໄດ້ເສຍຄ່າ

20150401104743
ບໍລິການສັກຢາ

ກະຊວງ​ສາທາລະນະ​ສຸກ ຮ່ວມ​ກັບ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດ​ພິທີ​ເປີດ​ຂະ​ບວນ​ການ​ສັກວັກ​ຊິນ​ກັນ​ພະຍາດ​ໄຂ້​ສະໝອງອັກເສບ​ ຍີ່ປຸ່ນ ຂຶ້ນ​ວັນ​ທີ 1 ເມສາ 2015 ທີ່​ຫໍ​ວັດທະນະທຳ​ແຫ່ງຊາດ ໂດຍ​ເປັນ​ປະທານ​ຮ່ວມ​ຂອງທ່ານ ​ສຈ.​ດຣ. ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ແລະ ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ​ດຣ. ພັນ​ຄຳ ວິພາ​ວັນ ຮອງ​ນາຍົກ​ລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ພ້ອມ​ດ້ວຍ​ທ່ານ​ຜູ້​ຕາງໜ້າ​ກອງ​ທຶນ​ກາ​ວີ ອົງການ​ອະ​ນາໄມ​ໂລກ ອຸຍ​ນີ​ເຊບ ທູຕານຸທູດ ແລະ ຕາງໜ້າ​ອົງ​ການຈັດຕັ້ງສາກົນ ປະຈຳ​ລາວ.

ທ່ານ​ລັດຖະມົນຕີ​ວ່າການກະຊວງ​ສາທາລະນະ​ສຸກ ໄດ້ກ່າວ​ວ່າ: ການ​ເປີດ​ຂະ​ບວນ​ການສັກ​ວັກ​ຊິນ​ກັນ​ພະຍາດ​ໄຂ້​ອັກເສບສະໝອງ​ຍີ່ປຸ່ນ ແມ່ນ​ຈະ​ໄດ້​ເປີດຢູ່​ໃນ 10 ແຂວງ​ພາກ​ກາງແລະ ພາກ​ໃຕ້ ໂດຍ​ເຊີນຊວນ​ພໍ່​ແມ່​ປະຊາ​ຊົນ​ທຸກ​ທົ່ວ​ໜ້າ ​ຈົ່ງ​ນຳພາ​ລູກຫຼານ​ຂອງ​ຕົນ ນັບ​ແຕ່​ອາຍຸ 1 ຫາລຸ່ມ 15 ປີ ໄປ​ຮັບ​ບໍລິການ​ສັກ​ຢາກັນ​ພະຍາດ​ໄຂ້​ສະໝອງ​ອັກເສບຍີ່ປຸ່ນ ທີ່​ໂຮງໝໍສຸກສາລາ ແລະ ນຳ​ໜ່ວຍ​ແພດ​ທີ່​ລົງ​ມາ​ສັກ​ຢາ​ໃນບ້ານ​ຂອງ​ທ່ານ ໃນ​ລະຫວ່າງ​ວັນທີ 20-30 ເມສາ 2015 ໂດຍ​ບໍ່ໄດ້​ເສຍ​ຄ່າ ເພື່ອ​ສ້າງ​ເງື່ອນໄຂ​ໃຫ້ ​ສປປ ລາວ ຫຼຸດຜ່ອນ​ອັດຕາ​ການເຈັບເປັນ ແລະ ເສຍ​ຊີວິດ​ຂອງເດັກນ້ອຍ​ລົງ​ເທື່ອ​ລະ​ກ້າວ ດ້ວຍຄວາມ​ມຸ້ງ​ຫວັງ​ສູ້​ຊົນ​ໃຫ້​ບັນລຸຄາດໝາຍ​ສະຫັດ​ສະ​ວັດ ​ດ້ານການ​ພັດທະນາ ແລະ ທັງ​ເປັນການ​ສ້າງ​ຂະ​ບວນ​ການ​ສະເຫຼີມສະຫຼອງ 2 ວັນ​ປະຫວັດສາດຂອງ​ຊາດ.

ພະຍາດ​ໄຂ້​ສະໝອງ​ອັກເສບຍີ່ປຸ່ນ ​ແມ່ນ​ພະຍາດ​ຊະນິດ​ໜຶ່ງ​ທີ່ຮ້າຍ​ແຮງ ເກີດ​ຈາກ​ເຊື້ອ​ຈຸ​ລະໂຣກ​ສະໝອງ​ອັກເສບ​ຍີ່ປຸ່ນ ເຊິ່ງໄດ້​ຄົ້ນ​ພົບ​ຢູ່ ​ສປປ ລາວ ໂດຍ​ນັກວິທະຍາສາດ​ຍີ່ປຸ່ນ ໃນ​ປີ 1950 ເປັນຕົ້ນ​ມາ ພະຍາດ​ດັ່ງກ່າວແມ່ນ​ຕິດຕໍ່​ມາ​ຈາກ​ຍຸງ ເຊື້ອ​ດັ່ງກ່າວ​ອາໄສ​ຢູ່​ນຳໝູ ແລະ ຢູ່​ນຳນົກ​ທຳ​ມະ​ຊາດ ເຊື້ອ​ນີ້​ໄດ້​ຕິດ​ມາໃສ່​ຄົນໂດຍ​ຍຸງ ເຊິ່ງ​ໃນ​ລາວ ແມ່ນ​ມີ​ການ​ລະບາດ​ຢູ່​ຫຼາຍແຂວງ​ພາກ​ເໜືອ ແລະ ຂະຫຍາຍ​ແຜ່​ລາມ​ມາ​ຍັງ​ແຂວງພາກ​ກາງ ແລະ ພາກ​ໃຕ້​ຢ່າງ​ຕໍ່ເນື່ອງ ພະຍາດ​ນີ້​ເຂົ້າ​ໄປ​ທຳລາຍໂດຍ​ກົງ​ ຕໍ່​ເນື້ອ​ສະໝອງ​ຂອງ​ຄົນໃນ​ທຸກ​ກຸ່ມ​ອາຍຸ ແລະ ອັນ​ຕະລາຍ​ທີ່​ສຸດ​ແມ່ນ​ໃນ​ກຸ່ມອາຍຸ 15 ປີ​ລົງ​ມາ ຜູ້​ເປັນ​ພະຍາດ​ນີ້​ແມ່ນບໍ່​ສາມາດ​ປິ່ນປົວ​ໃຫ້​ຫາຍ​ຂາດ​ໄດ້ ໃນ​ນັ້ນ 30% ຂອງ​ຜູ້​ເປັນ​ພະຍາດ ​ຈະ​ເສຍ​ຊີວິດ ແລະ 70% ຈະ​ລອດ​ຊີວິດ ແຕ່​ມີ​ການ​ພິການທາງ​ດ້ານ​ສະໝອງ ແລະ ຮ່າງກາຍ​ບາງ​ສ່ວນ ເຊິ່ງ​ການ​ປ້ອງກັນ​ທີ່​ມີ​ປະ​ສິດທິ​ຜົນ​ທີ່​ສຸດ ​ແມ່ນການ​ສັກ​ຢາ​ກັນ​ພະຍາດ​ນີ້​ເທົ່າ​ນັ້ນ ປັດຈຸບັນ​ສາມາດ​ຜະລິດ​ວັກ​ຊິນ​ທີ່ມີ​ປະ​ສິດທິ​ຜົນ​ສູງ ​ອອກ​ມາ​ສັກ​ໃຫ້ລູກ​ຫຼານ ​ເພື່ອ​ໃຫ້​ເຂົາເຈົ້າ​ໄດ້​ມີພູມ​ຕ້ານທານ​ຕໍ່​ພະຍາດ ແລະ ສາມາດ​ຄຸ້ມ​ກັນ​ໄດ້​ຕະຫຼອດ​ຊີວິດ.

ສຳລັບ​ປີ​ນີ້ແມ່ນ​ໄດ້​ວາງເປົ້າ​ໝາຍ ບໍລິການ​ສັກ​ຢາ​ໃນ​ອາຍຸ 1 ປີ ຫາລຸ່ມ 15 ປີ ໃນ 10 ແຂວງ ທັງ​ໝົດ 1.468.000 ຄົນ.

 

ແຫລ່ງ​ຂ່າວ: ວຽ​ງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...