spot_img
Homeຂ່າວຕ່າງປະເທດເຜີຍເງື່ອນງຳ ສາຍການບິນ ເຢຍລະມັນວິງສ ຕົກ"

ເຜີຍເງື່ອນງຳ ສາຍການບິນ ເຢຍລະມັນວິງສ ຕົກ”

Published on

ເຈົ້າຫນ້າທີ່ຂອງຝຣັ່ງລະບຸວ່າ ນັກບິນທີ່ສອງ ຂອງເຮືອບິນ ສາຍການບິນເຢຍລະມັນວິງສ ທີ່ປະສົບເຫດຕົກບໍລິເວນສາຍພູແອລ ອາດຈະມີຄວາມປະສົງທີ່ເຮັດໃຫ້ເຮືອບິນ ດັງກ່າວຕົກໂດຍ”ຕັ້ງໃຈ”

ທ່ານ ບຣີສ ໂຣແບ້ງ ໄອຍະການເມືອງມາກເຊ ອ້າງຂໍ້ມູນຈາກກ່ອງດຳທີ່ບົ່ງບອກວ່າ ຂະນະເກີດເຫດ ຍົນຕົກ ທ້າວ ອັງເດຣ ລູບິຊ ນັກບິນທີ່ສອງ ອາຍຸ 28ປີ ເປັນຄົນດຽວທີ່ຢູ່ໃນຫ້ອງບັງຂັບການບິນ
ຈຶ່ງເປັນໄປໄດ້ວ່າ ລາວມີຄວາມຈົງໃຈທີ່ບັງຄັບຍົນໃຫ້ຕົກລົງພື້ນ ເມື່ອນັກບິນທີຫນຶ່ງຢູ່ພາຍນອກ ແລະ ບໍ່ສາມາດກັບເຂົ້າໄປໃນຫ້ອງບັງຂັບການບິນໄດ້

ທ່ານ ໂຣແບ້ງ ລະບຸວ່າ ” ມັນມີແຕ່ສຽງງຽບໃນຫ້ອງບັງຂັບການບິນ” ໃນຂະນະທີນັກບິນທີ່ຫນຶ່ງບໍ່ໄດ້ຢູ່ໃນຫັ້ນ ແລະເມື່ອເຈົ້າຫນ້າທີ່ວິທະຍຸການບິນພະຍາຍາມຫລາຍເທື່ອທີ່ຈະຕິດຕໍ່ກັບຍົນລຳດັ່ງກ່າວ ແຕ່ກະບໍ່ມີໃຜຕິດຕໍ່ກັບມາ

ໄອຍະການເມືອງມາກເຊ ອະທິບາຍເຖິງສະຖານະການກ່ອນເຮືອບິນ ແອບັສ 320 ຈາກເມືອງບາເຊໂລນ້າ ໄປຍັງເມືອງ ດຸສເຊເດອອຟ ຊິຕຳສາຍພູແອລ ຈົນຜູ້ໂດຍສານ 144 ຄົນ ແລະ ລູກເຮືອ 6 ຄົນ ຈະເສີຍຊີວິດທັງຫມົດ ຈາກການກວດສອບກ່ອງດຳວ່າ:

“ເຮົາໄດ້ຍີນສຽງນັກບິນທີຫນຶ່ງບອກນັກບິນທີ່ສອງໃຫ້ບັງຂັບຍົນ ແລ້ວເຮົາກໍ່ໄດ້ຍີນສຽງຕັ່ງຫຍັບອອກລວມທັງສຽງປະຕູຖືກອັດ” ເຊິ່ງຄິດວ່ານັກບີນທີຫນຶ່ງຈະອອກໄປເຂົ້າຫ້ອງນໍ້າ

“ຈາກນັ້ນ ນັກບິນທີ່ສອງໄດ້ເຂົ້າບັງຂັບຍົນດ້ວຍໂຕເອງ ເມື່ອເຂົາຢູ່ຄົນດຽວ ເຂົາໄດ້ກົດປຸ່ມໃຫ້ເຄື່ອງລົດລະດັບຄວາມສູງລົງ”

“ການກະທຳແບບຊີ້ ເກີດຂຶ້ນໄດ້ຍ້ອນການເຈດຕະນາ ຕັ້ງໃຈພຽງປະການດຽວ”

“ການຄາດການທີ່ຟັງເບິ່ງມີເຫດຜົນທີ່ສຸດກໍ່ຄືນັກບີນທີ່ສອງຕັ້ງໃຈປິດປະຕິຫ້ອງບັງຂັບການບິນໃຫ້ນັກບິນທີຫນຶ່ງກັບເຂົ້າມາບໍ່ໄດ້ ນັກບິນທີສອງລາວຕັດສິນໃຈບັງຂັບຍົນໃຫ້ຫລຸດລະດັບລົງ ລາວເຮັດແບບຊີ້ດ້ວຍເຫດຜົນຫຍັງກະບໍ່ຮູ້ແທ້ ແຕ່ເປັນທີແນ່ນອນວ່າລາວຕ້ອການທຳລາຍເຮືອບີນລຳນີ້”

ໄອຍະການຄົນຝຣັ່ງ ແຈ້ງວ່າ ເຈົ້າຫນ້າທີ່ ຍັງບໍ່ມີຂໍ້ມູນທີ່ລະບຸວ່າ ທ້າວ ລູບີຊມີຄວາມເຊື່ອມໂຍງໃດໆກັບກຸ່ມຜູ້ກໍ່ການຮ້າຍ ຫລື ກຸ່ມຜູ້ມີຄວາມຄິດຮຸນແຮງ ໂດຍທ່ານ ໂຣແບ້ງ ຫວັງວ່າທາງການເຢຍລະມັນ ຈະມອບຂໍ້ມູນ ພາຍຫລັງ ແລະຊີວິດສ່ວນໂຕຂອງນັກບີນທີ່ສອງລາຍນີ້ໃຫ້ທາງການຝຣັ່ງເສດໃນເວລາຕໍ່ໄປ

ທັງກ່ອງດຳ”ທີ່ສອງ”ຂອງເຮືອບິນເຢຍລະມັນວິງສ ເຊິ່ງບັນທຶກຂໍ່ມູນການບິນ ທີ່ປະສົບເຫດຕົກ “ຍັງບໍ່ຖືກຄົ້ນພົບ”

ຂອບໃຈຂ່າວຈາກ: ມະຫາຊົນ

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...